ຢູ່ຫວຽດນາມ, ມີລາຍການອາຫານຫຼາຍເຍື່ອງໄດ້ຮັບການປຸງແຕ່ງຈາກໝາກປີ. ໜຶ່ງໃນບັນດາລາຍການ ອາຫານນັ້ນແມ່ນຍຳໝາກປີ. ກ່ອນໜ້ານັ້ນ, ອາຫານເຍື່ອງນີ້ເຄີຍໄດ້ມອງເຫັນຢູ່ເຊດຊົນນະບົດເທົ່ານັ້ນ, ແຕ່ມາຮອດປັດຈຸບັນ ມັນໄດ້ກາຍເປັນລາຍການອາຫານທ່ົວໄປໃນຄາບເຂົ້າປະຈຳວັນ.
ເຄື່ອງປຸງ ສຳລັບເຮັດຍຳໝາກປີ ປະກອບມີ: ໝາກປີ, ໝາກນາວ, ໝາກເຜັດ, ຜັກທຽມ, ນ້ຳຕານ, ຜັກ ຫອມຫໍ້ ແລະ ໝາກຖົ່ວດິນ ຂົ້ວສຸກ ຕຳໃຫ້ມຸ່ນ ພໍປະມານ.
ການປຸງແຕ່ງຍຳໝາກປີ ກໍ່ບໍ່ຫຍຸ້ງຍາກຄື: ຂັ້ນຕອນທຳອິດຕ້ອງຊອຍໝາກປີເປັນເສັ້ນບາງໆ ແລ້ວເອົາ ແຊ່ນຳ້ມີເກືອ ທີ່ບໍ່ເຄັມປານໃດ, ປະໄວ້ປະມານ 10 ນາທີ ເພື່ອໃຫ້ຢາງ ແລະ ຄວາມຝາດ ຂອງ ໝາກປີ ຫລຸດລົງ. ຈາກນັ້ນ ແມ່ນໃສ່ນຳ້ຕານ, ເຄື່ອງເທດ, ນຳ້ໝາກນາວ, ຜັກທຽມ ແລະ ໝາກເຜັດຕຳໃຫ້ມຸ່ນ, ສຸດ ທ້າຍໂຮຍໝາກຖົ່ວດິນ ແລະ ໂຫຍດ້ວຍຜັກຫອມຫໍ້.
ຢູ່ແຕ່ລະພາກ, ຍຳໝາກປີ ໄດ້ຮັບການປຸງແຕ່ງດ້ວຍຫຼາຍວິທີທີ່ແຕກຕ່າງກັນ ແລ້ວແຕ່ ຄວາມມັກ ຂອງ ແຕ່ລະຄົນ, ແຕ່ບາງຄົນ ອາດຈະປຸງແຕ່ງຕາມລົດຊາດ ທີ່ຕົນເອງມັກເຊັ່ນ: ໃສ່ຫົວກາຣົດ, ກ້ານບົວ, ຫູ ໝູລວກ, ຢໍ່ໝູ, ກຸ້ງລວກ ຫຼື ຊີ້ນງົວແຫ້ງ.