ຂ່າວສານ National Geographic ແນະນຳບັນດາສະຖານທີ່ປະຫວັດສາດຢູ່ສາມພາກ ໃນໂອກາດວັນຊາດ ຫວຽດນາມ 12/08/2025 ທຸກສະຖານທີ່ທ່ອງທ່ຽວ ເຊິ່ງ National Geographic ແນະນຳລ້ວນແຕ່ແມ່ນສະຖານທີ່ຕິດພັນກັບຊຸມເດືອນປີແຫ່ງການຕໍ່ສູ້ຢ່າງອົງອາດກ້າຫານຂອງກອງທັບ ແລະ ປະຊາຊົນ ຫວຽດນາມ ເພື່ອປົກປັກຮັກສາພື້ນຖານສັນຕິພາບ, ເອກກະລາດຂອງຊາດ. ວາລະສານ National Geographic ແນະນຳ ຮ່າໂນ້ຍແມ່ນສະຖານທີ່ທ່ອງທ່ຽວທີ່ເປັນໜ້າແວ່ຍາມໃນໂອກາດວັນຊາດ (ພາບ: VOV)ຫວ່າງແລ້ວນີ້, ວາລະສານ National Geographic ໄດ້ແນະນຳ ສະຖານທີ່ທ່ອງທ່ຽວ 8 ແຫ່ງຢູ່ບັນດາແຂວງ, ນະຄອນຄື ຮ່າໂນ້ຍ, ນະຄອນໂຮ່ຈີມິນ, ກວ໋າງຈິ ແລະ ກວ໋າງຫງາຍ ໃຫ້ແກ່ແຂກທ່ອງທ່ຽວສາກົນ ເນື່ອງໃນໂອກາດສະເຫຼີມສະຫຼອງ 80 ປີແຫ່ງວັນຊາດ ຫວຽດນາມ (2/9/1945-2/9/2025). ຢູ່ຮ່າໂນ້ຍ, ສອງສະຖານທີ່ທ່ອງທ່ຽວທີ່ວາລະສານນີ້ເຕື້ອງເຖິງ ນັ້ນແມ່ນ ຄຸກຮວາລໍ່ ແລະ ຫໍພິພິທະພັນປະຫວັດສາດການທະຫານ ຫວຽດນາມ. ເມື່ອໄປ ກວ໋າງຈິ, ແຂກທ່ອງທ່ຽວສາມາດແວ່ຢາມສອງສະຖານທີ່ຕິດພັນກັບການຕໍ່ສູ້ຍາດເອົາເອກກະລາດຂອງຊາດ ຫວຽດນາມ ນັ້ນແມ່ນ ອຸມົງ ວິງມົກ ແລະ ສອງຝັ່ງແມ່ນ້ຳ ຮ່ຽນເລືອງ - ເບັ້ນຫ໋າຍ. ຢູ່ ກວ໋າງຫງາຍ, National Geographic ໄດ້ເຕື້ອງເຖິງເຂດຮ່ອງຮອຍປະຫວັດສາດ ໝີເຊີນ. ສ່ວນຢູ່ນະຄອນ ໂຮ່ຈີມິນ, 3 ສະຖານທີ່ປະຫວັດສາດທີ່ຄວນມາຢາມໃນໂອກາດນີ້ ນັ້ນແມ່ນ ຫໍພິພິທະພັນຮ່ອງຮອຍ ສົງຄາມ, ທຳນຽບເອກະລາດ ແລະ ອຸມົງ ກູຈີ. ທຸກສະຖານທີ່ທ່ອງທ່ຽວ ເຊິ່ງ National Geographic ແນະນຳລ້ວນແຕ່ແມ່ນສະຖານທີ່ຕິດພັນກັບຊຸມເດືອນປີແຫ່ງການຕໍ່ສູ້ຢ່າງອົງອາດກ້າຫານຂອງກອງທັບ ແລະ ປະຊາຊົນ ຫວຽດນາມ ເພື່ອປົກປັກຮັກສາພື້ນຖານສັນຕິພາບ, ເອກກະລາດຂອງຊາດ. (ແຫຼ່ງຄັດຈາກ VOV)

ທຸກສະຖານທີ່ທ່ອງທ່ຽວ ເຊິ່ງ National Geographic ແນະນຳລ້ວນແຕ່ແມ່ນສະຖານທີ່ຕິດພັນກັບຊຸມເດືອນປີແຫ່ງການຕໍ່ສູ້ຢ່າງອົງອາດກ້າຫານຂອງກອງທັບ ແລະ ປະຊາຊົນ ຫວຽດນາມ ເພື່ອປົກປັກຮັກສາພື້ນຖານສັນຕິພາບ, ເອກກະລາດຂອງຊາດ. ວາລະສານ National Geographic ແນະນຳ ຮ່າໂນ້ຍແມ່ນສະຖານທີ່ທ່ອງທ່ຽວທີ່ເປັນໜ້າແວ່ຍາມໃນໂອກາດວັນຊາດ (ພາບ: VOV)ຫວ່າງແລ້ວນີ້, ວາລະສານ National Geographic ໄດ້ແນະນຳ ສະຖານທີ່ທ່ອງທ່ຽວ 8 ແຫ່ງຢູ່ບັນດາແຂວງ, ນະຄອນຄື ຮ່າໂນ້ຍ, ນະຄອນໂຮ່ຈີມິນ, ກວ໋າງຈິ ແລະ ກວ໋າງຫງາຍ ໃຫ້ແກ່ແຂກທ່ອງທ່ຽວສາກົນ ເນື່ອງໃນໂອກາດສະເຫຼີມສະຫຼອງ 80 ປີແຫ່ງວັນຊາດ ຫວຽດນາມ (2/9/1945-2/9/2025). ຢູ່ຮ່າໂນ້ຍ, ສອງສະຖານທີ່ທ່ອງທ່ຽວທີ່ວາລະສານນີ້ເຕື້ອງເຖິງ ນັ້ນແມ່ນ ຄຸກຮວາລໍ່ ແລະ ຫໍພິພິທະພັນປະຫວັດສາດການທະຫານ ຫວຽດນາມ. ເມື່ອໄປ ກວ໋າງຈິ, ແຂກທ່ອງທ່ຽວສາມາດແວ່ຢາມສອງສະຖານທີ່ຕິດພັນກັບການຕໍ່ສູ້ຍາດເອົາເອກກະລາດຂອງຊາດ ຫວຽດນາມ ນັ້ນແມ່ນ ອຸມົງ ວິງມົກ ແລະ ສອງຝັ່ງແມ່ນ້ຳ ຮ່ຽນເລືອງ - ເບັ້ນຫ໋າຍ. ຢູ່ ກວ໋າງຫງາຍ, National Geographic ໄດ້ເຕື້ອງເຖິງເຂດຮ່ອງຮອຍປະຫວັດສາດ ໝີເຊີນ. ສ່ວນຢູ່ນະຄອນ ໂຮ່ຈີມິນ, 3 ສະຖານທີ່ປະຫວັດສາດທີ່ຄວນມາຢາມໃນໂອກາດນີ້ ນັ້ນແມ່ນ ຫໍພິພິທະພັນຮ່ອງຮອຍ ສົງຄາມ, ທຳນຽບເອກະລາດ ແລະ ອຸມົງ ກູຈີ. ທຸກສະຖານທີ່ທ່ອງທ່ຽວ ເຊິ່ງ National Geographic ແນະນຳລ້ວນແຕ່ແມ່ນສະຖານທີ່ຕິດພັນກັບຊຸມເດືອນປີແຫ່ງການຕໍ່ສູ້ຢ່າງອົງອາດກ້າຫານຂອງກອງທັບ ແລະ ປະຊາຊົນ ຫວຽດນາມ ເພື່ອປົກປັກຮັກສາພື້ນຖານສັນຕິພາບ, ເອກກະລາດຂອງຊາດ.
ບັນດາບົດຕໍ່ໄປ ທ່ານເລຂາທິການໃຫຍ່ ໂຕເລິມ ເຂົ້າຮ່ວມພິທີເປີດສະຖານກົງສູນໃຫຍ່ ຫວຽດນາມ ປະຈຳ ບູຊານ13/08/2025ຂ່າວສານທ່ານເລຂາທິການໃຫຍ່ ໄດ້ສະແດງຄວາມຊົມເຊີຍຕໍ່ບັນດາຜົນສຳເລັດອັນຍິ່ງໃຫຍ່ເຊິ່ງນະຄອນບັນລຸໄດ້ໃນວິວັດການພັດທະນາ, ກາຍເປັນສູນເສດຖະກິດໃຫຍ່ອັນດັບທີ 2 ຂອງ ສ.ເກົາຫຼີ, ນະຄອນທ່າກຳປັ່ນໃຫຍ່ອັນດັບທີ 5 ໃນໂລກ. ທ່ານເລຂາທິການໃຫຍ່ ໂຕເລິມ ພົບປະເຈລະຈາກັບທ່ານ Woo Won Sik, ປະທານສະພາແຫ່ງຊາດ ສ.ເກົາຫຼີ13/08/2025ຂ່າວສານບັນດາບາດກ້າວບຸດທະລຸຍຸດທະສາດເພື່ອຮັບປະກັນຄວາມໝັ້ນຄົງດ້ານພະລັງງານແຫ່ງຊາດ ໃນຍຸກສະໄໝໃໝ່13/08/2025ຂ່າວສານທ່ານເລຂາທິການໃຫຍ່ ໂຕເລິມ ໄປນະຄອນ Busan, ສືບຕໍ່ການຢ້ຽມຢາມທາງລັດຖະກິດ ສ.ເກົາຫຼີ13/08/2025ຂ່າວສານເລຂາທິການໃຫຍ່ ໂຕເລິມ: ຫວຽດນາມ ແມ່ນຄູ່ຮ່ວມມືທີ່ໄວ້ເນື້ອເຊື່ອໃຈ, ສະມາຊິກທີ່ຕັ້ງໜ້າ, ມີຄວາມຮັບຜິດຊອບຂອງປະຊາຄົມສາກົນ13/08/2025ຂ່າວສານສຳນັກຂ່າວສານ Al – Jazeera ກ່າວປະນາມການບຸກໂຈມຕີຂອງ ອິດສະຣາແອັນ ເລັ່ງໃສ່ບັນດານັກຂ່າວຢູ່ເຂດ ກາຊາ13/08/2025ຂ່າວສານສະເຫຼີມສະຫຼອງຂໍ້ລິເລີ່ມເຊື່ອມໂຍງ ອາຊຽນ ຄົບຮອບ 25 ປີ: ມຸ່ງໄປເຖິງປະຊາຄົມຜູກພັນ ແລະ ກວມລວມ13/08/2025ຂ່າວສານ ອ່ານເພີ່ມ