ຂ່າວສານ

National Geographic ແນະ​ນຳ​ບັນ​ດາ​ສະ​ຖານ​ທີ່​ປະ​ຫວັດ​ສາດ​ຢູ່​ສາມ​ພາກ​ ໃນ​ໂອ​ກາດ​ວັນ​ຊາດ ຫວຽດນາມ

ທຸກສະຖານທີ່ທ່ອງທ່ຽວ ເຊິ່ງ National Geographic ແນະນຳລ້ວນແຕ່ແມ່ນສະຖານທີ່ຕິດພັນກັບຊຸມເດືອນປີແຫ່ງການຕໍ່ສູ້ຢ່າງອົງອາດກ້າຫານຂອງກອງທັບ ແລະ ປະຊາຊົນ ຫວຽດນາມ ເພື່ອປົກປັກຮັກສາພື້ນຖານສັນຕິພາບ, ເອກກະລາດຂອງຊາດ.
ວາລະສານ National Geographic ແນະນຳ ຮ່າໂນ້ຍແມ່ນສະຖານທີ່ທ່ອງທ່ຽວທີ່ເປັນໜ້າແວ່ຍາມໃນໂອກາດວັນຊາດ (ພາບ: VOV)
ຫວ່າງແລ້ວນີ້, ວາລະສານ National Geographic ໄດ້ແນະນຳ ສະຖານທີ່ທ່ອງທ່ຽວ 8 ແຫ່ງຢູ່ບັນດາແຂວງ, ນະຄອນຄື ຮ່າໂນ້ຍ, ນະຄອນໂຮ່ຈີມິນ, ກວ໋າງຈິ ແລະ ກວ໋າງຫງາຍ ໃຫ້ແກ່ແຂກທ່ອງທ່ຽວສາກົນ ເນື່ອງໃນໂອກາດສະເຫຼີມສະຫຼອງ 80 ປີແຫ່ງວັນຊາດ ຫວຽດນາມ (2/9/1945-2/9/2025). ຢູ່ຮ່າໂນ້ຍ, ສອງສະຖານທີ່ທ່ອງທ່ຽວທີ່ວາລະສານນີ້ເຕື້ອງເຖິງ ນັ້ນແມ່ນ ຄຸກຮວາລໍ່ ແລະ ຫໍພິພິທະພັນປະຫວັດສາດການທະຫານ ຫວຽດນາມ. ເມື່ອໄປ ກວ໋າງຈິ, ແຂກທ່ອງທ່ຽວສາມາດແວ່ຢາມສອງສະຖານທີ່ຕິດພັນກັບການຕໍ່ສູ້ຍາດເອົາເອກກະລາດຂອງຊາດ ຫວຽດນາມ ນັ້ນແມ່ນ ອຸມົງ ວິງມົກ ແລະ ສອງຝັ່ງແມ່ນ້ຳ ຮ່ຽນເລືອງ - ເບັ້ນຫ໋າຍ. ຢູ່ ກວ໋າງຫງາຍ, National Geographic  ໄດ້ເຕື້ອງເຖິງເຂດຮ່ອງຮອຍປະຫວັດສາດ ໝີເຊີນ. ສ່ວນຢູ່ນະຄອນ ໂຮ່ຈີມິນ, 3 ສະຖານທີ່ປະຫວັດສາດທີ່ຄວນມາຢາມໃນໂອກາດນີ້ ນັ້ນແມ່ນ ຫໍພິພິທະພັນຮ່ອງຮອຍ ສົງຄາມ, ທຳນຽບເອກະລາດ ແລະ ອຸມົງ ກູຈີ. ທຸກສະຖານທີ່ທ່ອງທ່ຽວ ເຊິ່ງ National Geographic  ແນະນຳລ້ວນແຕ່ແມ່ນສະຖານທີ່ຕິດພັນກັບຊຸມເດືອນປີແຫ່ງການຕໍ່ສູ້ຢ່າງອົງອາດກ້າຫານຂອງກອງທັບ ແລະ ປະຊາຊົນ ຫວຽດນາມ ເພື່ອປົກປັກຮັກສາພື້ນຖານສັນຕິພາບ, ເອກກະລາດຂອງຊາດ.

top