• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ເຄື່ອງໝາຍ ຫວຽດ

PINACO-ຜູ້ຜະລິດຖ່ານໄຟສາຍ ແລະ ໝໍ້ໄຟລະດັບແຖວໜ້າ ຢູ່ຫວຽດນາມ

ດ້ວຍຜະລິດຕະພັນສິນຄ້າ 2 ຍີ່ຫໍ້ຄື: ໝໍ້ໄຟ ດົ່ງນາຍ ແລະ ຖ່ານໄຟສາຍ ກອນອໍ (ນົກແຫຼວ) ທີ່ມີຊື່ສຽງ ແລະ ໄດ້ຮັບຄວາມນິຍົມຊົມຊອບຈາກຜູ້ບໍລິໂພກ ຢູ່ຫວຽດນາມ, ບໍລິສັດຫຸ້ນສ່ວນ ຖ່ານໄຟສາຍ ແລະ ໝໍ້ໄຟ ພາກໃຕ້ (PINACO) ເປັນວິສາຫະກິດໜຶ່ງຢືນຢູ່ລະດັບແຖວໜ້າ ຂອງຫວຽດນາມ ໃນຂົງເຂດການຜະລິດ ແລະ ດໍາເນີນທຸລະກິດບັນດາຜະລິດຕະພັນ ຖ່ານໄຟສາຍ ແລະ ໝໍ້ໄຟ.
ເປັນ​ເວລາ​ເຫິງ​ນານ​ມາ​ແລ້ວ, ບັນດາຍີ່ຫໍ້ຖ່ານໄຟສາຍ ກອນອໍ, Eagle ຂອງ PINACO ຖືວ່າເປັນ “ເພື່ອນ” ທີ່​ໃກ້​ຊິດສະໜິດ ສະໜົມຂອງຜູ້ຊົມ​ໃຊ້ ຫວຽດນາມ ເມື່ອມີ​ການນຳໃຊ້ທຸກ​ເມື່ອ ທຸກ​ເວລາ​ເຄື່ອງໄຟຟ້າຢູ່ໃນຊີວິດປະຈຳວັນ​ນັບ​ແຕ່​ເຕົ້າ​ໄຟ​ສາຍ, ​ໂມງ, ​ເຄື່ອງ​ເອ​ເລັກ​ໂຕຣນິກ ຈົນ​ເຖິງ​ເຄື່ອງ​ຫລິ້ນ​ຕ່າງໆ​ ຂອງ​ເດັກນ້ອຍ. ສະເພາະຜະລິດຕະພັນຖ່ານໄຟສາຍ ກອນອໍ ໄດ້ຮັບການຜະລິດຕາມເຕັກໂນໂລຊີ ຖ່ານໄຟເຈ້ຍທາ​ກາວ ​ເທິງ​ສາຍ​ໃຍການ​ຜະລິດທີ່ໄດ້ນຳເຂົ້າມາຈາກ ເຢຍລະມັນ, ສ.ເກົາຫຼີ ແລະ ຈີນ ຮັບປະກັນປະລິມານບັນຈຸສູງ, ມີຄວາມປອດໄພ ແລະ ລາຄາກໍ່ເໝາະສົມ.

ໄດ້ຮັບການສ້າງຕັ້ງແຕ່ປີ 1976 ແລະ ປະຕິບັດການຫັນເປັນຫຸ້ນສ່ວນເມື່ອປີ 2004, ພາຍຫຼັງ 40 ປີແຫ່ງການສ້າງຕັ້ງ ແລະ ພັດທະນາ, ມາເຖິງປະຈຸບັນ, PINACO ມີລະບົບຮ້ານຈຳໜ່າຍຜະລິດຕະພັນ, ສາຂາ ແລະ ສູນບໍລິການກວ່າ 180 ແຫ່ງ ໃນທົ່ວປະເທດ. ເພາະສະນັ້ນ, ຜູ້ບໍລິໂພກຈຶ່ງມີເງື່ອນໄຂທີ່
ສະດວກໃນການຊອກຊື້ຜະລິດຕະພັນ PINACO ແລະ ໄດ້ນຳໃຊ້ບໍລິການທີ່ດີທີສຸດຢູ່ທຸກໆ ບ່ອນ, ທຸກໆ ເວລາ ຕາມນະໂຍບາຍ “ຮັບປະກັນສິນຄ້າທົ່ວປະເທດ” ຂອງ PINACO.

ຄຽງ​ຄູ່​ກັບບັນດາຜະລິດຕະພັນຖ່ານໄຟສາຍທີ່ໄດ້ຮັບຄວາມເຊື່ອຖືນັ້ນ,​ PINACO ຍັງມີຊື່ສຽງ​ໂດ່​ງດັງດ້ວຍບັນດາຜະລິດ ຕະພັນພາຍ​ໃຕ້ຍີ່ຫໍ້ Pinaco, ດົ່ງນາຍ, JP, PAC ແລະ Sakura. ບັນດາຜະລິດຕະພັນດັ່ງກ່າວ ລ້ວນ​ແຕ່ຮັບປະກັນດ້ານປະລິມານບັນຈຸ ແລະ ອາຍຸການນຳໃຊ້, ຕອບສະໜອງໄດ້ຕາມມາດຕະຖານສາກົນ (DIN 43539 ຂອງ ເຢຍລະມັນ ແລະ JIS D5301-D5302 ຂອງ ຍີ່ປຸ່ນ) ປະກອບດ້ວຍຫຼາຍປະເພດຄື: ໝໍ້ໄຟ MF, ໝໍ້ໄຟ CMF, ໝໍ້ໄຟ VRLA ແລະ ອື່ນໆ. 

ຕ່ອງໂສ້​ການຜະລິດຖ່ານຂອງ ບໍລິສັດຫຸ້ນສ່ວນ ຖ່ານໄຟສາຍ
​ແລະ ໝໍ້ໄຟ ພາກໃຕ້
(PINACO). 



ຕ່ອງໂສ້ຜະລິດທີ່ໂຮງງານຜະລິດໝໍ້ໄຟ ດົ່ງນາຍ. 


ກຳມະກອນຂອງໂຮງງານຜະລິດໝໍ້ໄຟ ດົ່ງນາຍ ທີ່ໂຮງງານຜະລິດ.


ສຳເລັດການຜະລິດໝໍ້ໄຟ ດົ່ງນາຍ.


ຜະລິດຕະພັນໝໍ້ໄຟ ດົ່ງນາຍ ຮັບປະກັນໃນດ້ານປະລິມານບັນຈຸ
ແລະ ອາຍຸການນຳໃຊ້
, ຕອບສະໜອງໄດ້ຕາມມາດຕະຖານສາກົນ. 



ດ້ວຍຕ່ອງໂສ້ທີ່ທັນສະໄໝ, PINACO ໄດ້ປະຕິບັດເຂັ້ມງ​ວດບັນດານະໂຍບາຍ,  ກຳນົດກ່ຽວກັບ
ການປົກ​ປັກຮັກສາສິ່ງແວດລ້ອມຕະ​ຫລອດ​ຂະ​ບວນ​ການຜະລິດຖ່ານ
ໄຟສາຍ ແລະ ໝໍ້ໄຟ. 



 ປະຈຸບັນ, ຜະລິດຕະພັນໝໍ້ໄຟ ດົ່ງນາຍ ຂອງ PINACO ໄດ້ຮັບຄວາມນິຍົມຊົມຊື້ທີ່ ຫວຽດນາມ ຢ່າງຫຼວງຫຼາຍ.


  ຜະລິດຕະພັນຖ່ານກອນອໍຖືກສົ່ງອອກໄປສູ່ຫຼາຍປະເທດຄື: ອົດສຕາລີ, ອະຟລິກາໃຕ້,
ອີຢິບ, ບັນດາປະເທດ ຢູ່ອາຊີຕາເວັນອອກສ່ຽງໃຕ້ ແລະ ອື່ນໆ


ປະຈຸບັນ, ຜະລິດຕະພັນຖ່ານໄຟສາຍ ກອນອໍໄດ້​ມີບັນດາບໍລິສັດປະກອບ
ເຄື່ອງເອເລັກຕໂຣນິກຢູ່ ຫວຽດນາມ ນຳໃຊ້.



  ບັນດາຜະລິດຕະພັນຂອງ PINACO ໄດ້ຈຳໜ່າຍອອກສູ່ທົ່ວປະເທດ. 

ຫຼາຍປີຜ່ານມາ, PINACO ໄດ້ກາຍເປັນພາກສ່ວນໜຶ່ງ ທີ່ສຳຄັນໃນຂົງເຂດຜະລິດລົດໃຫຍ່ ແລະ ລົດຈັກ. ປີ 2003, PINACO ກາຍເປັນຜູ້ສະໜອງໝໍ້ໄຟໃຫ້ປະເພດລົດໃຫຍ່ Ford Mondeo ຢ່າງເປັນທາງການ. ຕັ້ງແຕ່ນັ້ນມາ, ໝໍ້ໄຟ ດົ່ງນາຍ ຂອງ PINACO ​ໄດ້​ຮັບ​ການ​ຄັດ​ເລືອກເພື່ອປະກອບໃຫ້ລົດໃຫຍ່ຫຼາຍປະເພດຂອງບັນດາບໍລິລັດຜະລິດລົດໃຫຍ່ເຊັ່ນ: Mercedes, Mazda, Suzuki, Kia, Thaco, Samco, Hyundai… ແລະ ບັນດາບໍລິສັດຜະລິດລົດຈັກເຊັ່ນ: Honda, Piaggio, Yamaha ແລະ ອື່ນໆ.
 
ບົນພື້ນຖານເຕັກໂນໂລຊີ, ອຸປະກອນ​ທີ່​ກ້າວໜ້າ​ທັນສະໄໝ, ແຫຼ່ງວັດຖຸ​ດິບທີ່ມີຄຸນນະພາບສູງບວກ​ກັບການ​ມີລະບົບຄຸ້ມຄອງຄຸນ​ນະພາ​ບທີ່​ໄດ້ມາດຕະຖານສາກົນ, PINACO ໄດ້ໃຫ້ຄຳ ໝັ້ນໝາຍຈະສະໜອງບັນດາຜະລິດຕະພັນ ແລະ ການບໍລິການທີ່ດີທີສຸດໃຫ້ແກ່ຜູ້ບໍລິໂພກ, ສົມກັບ​ນາມມະຍົດ “ຜູ້ຜະລິດຖ່ານໄຟສາຍ ແລະ ໝໍ້ໄຟລະດັບແຖວໜ້າ ຂອງຫວຽດນາມ” ແລະບືນຂຶ້ນສູ່ລະດັບພາກພື້ນ ອາຊີຕາເວັນອອກສ່ຽງໃຕ້​ໃນ​ຕໍ່ໜ້າ.

ໃນການຜະລິດຖ່ານໄຟສາຍ ແລະ ໝໍ້ໄຟ, PINACO ກໍ່​ໄດ້​ມີ​ຈິດ​ສໍານຶກ ​ແລະ ປະຕິບັດບັນດານະໂຍບາຍ, ກົດລະບຽບກ່ຽວກັບການປົກປັກຮັກສາສິ່ງແວດລ້ອມ ຢ່າງເຄັ່ງຄັດຈຶ່ງໄດ້ສະ​ແດງ​ອອກ​ຄື: ​ໄດ້ກໍ່ສ້າງບັນດາລະບົບກຳຈັດສິ່ງເສດເຫຼືອທີ່ທັນສະໄໝ, ພ້ອມກັບ​ໄດ້ນຳໃຊ້ລະບົບຄຸ້ມຄອງ ສິ່ງແວດລ້ອມມາດຕະຖານ ISO 14001:2004 ເພື່ອຮັກສາສິ່ງແວດລ້ອມໃຫ້ໃສສະອາດ ແລະ ຮັກສາສຸຂະພາບໃຫ້ແກ່ຜູ້ແຮງງານ ກໍ່ຄືປະຊາຄົມອີກດ້ວຍ.

ເດືອນທັນວາ 2015, PINACO ​​ເປັນກຽດຢ່າງ​ຍິ່ງທີ່ເປັນໜຶ່ງໃນຈຳນວນ 63 ວິສາຫະກິດທີ່ໄດ້ຮັບເຄື່ອງໝາຍການຄ້າແຫ່ງຊາດ 2014-2015. ເຄື່ອງໝາຍການຄ້າແຫ່ງຊາດແມ່ນແຜນງານໜຶ່ງດຽວ ຂອງລັດຖະບານ ດໍາ​ເນີນ​ການ​ເພື່ອຈຸດປະສົງເຜີຍແຜ່ໂຄສະນາຮູບພາບຂອງປະເທດຊາດ, ເຄື່ອງໝາຍການຄ້າແຫ່ງຊາດ​ໂດຍຜ່ານເຄ່ືອງໝາຍການຄ້າຂອງຜະລິດຕະພັນ.

ພິເສດ, ປີ 2014, PINACO ຍັງໄດ້ຮັບໃບຮັບຮອງ Ford Q1 ຂອງກຸ່ມບໍລິສັດ Ford Motors ສຳລັບຜູ້ຜະລິດໃດທີ່ ບັນລຸໄດ້ລະດັບສູງທີ່ສຸດກ່ຽວກັບຄຸນນະພາບ, ຄວາມ​ສາມາດການຜະລິດ ແລະ ຕອບສະໜອງຄວາມຕ້ອງການຂອງລູກຄ້າ.

ຕາມທ່ານເຈີ່ນແທງວັນ, ຜູ້ອຳນວຍການໃຫຍ່ຂອງPINACO ແລ້ວ, ດ້ວຍໃບຮັບຮອງຂອງ Ford Q1, PINACO ໄດ້ເຂົ້າ ຮ່ວມໃນກຸ່ມນັກສະໜອງບຸລິມະສິດຂອງ Ford Motors. ຕາມນັ້ນ PINACO ໄດ້ຮັບ​ສິດເຂົ້າຮ່ວມສາຍ​ໃຍການສະໜອງຜະລິດຕະພັນໃນທ່ົວໂລກຂອງ Ford Motors, ຢືນ​ຢູ່​ໃນ​ລະດັບດຽວກັນ ກັບບັນດາຜູ້ສະໜອງອຸປະກອນທີ່ດີທີສຸດໃນໂລກ ແລະ ມີໂອກາດ​ແຊກ​ຊືມເຂົ້າ​ໃນຕະຫຼາດສາກົນທີ່​ກວ້າງ​ໃຫຍ່ ອີກດ້ວຍ. 


 

ຜະລິດຕະພັນຖ່ານກອນອໍຖືກສົ່ງອອກໄປສູ່ຫຼາຍປະເທດຄື: ອົດສຕາລີ, ອະຟລິກາໃຕ້, ອີຢິບ, ບັນດາປະເທດ ຢູ່ອາຊີຕາເວັນອອກສ່ຽງໃຕ້ ແລະ ອື່ນໆ. ປະຈຸບັນ, ຖ່ານໄຟສາຍກອນອໍໄດ້ບັນດາບໍລິສັດປະກອບເຄື່ອງເອເລັກຕໂຣນິກຢູ່ ຫວຽດນາມ ນຳໃຊ້ຄື: Belco, Daewpoo-Hanel, Chau-Electronic, Viettronics ເຕິນບິ່ງ (VTB), ຕຽນດາດ, Maseco ແລະ ອື່ນໆ.
ປະຈຸບັນ, PINACO ມີ ໂຮງງານ 4 ​ແຫ່ງທີ່ເປັນສະມາຊິກຄື: ໂຮງງານຜະລິດໝໍ້ໄຟ ດົ່ງນາຍ ມີກຳລັງການຜະລິດ 550.000 ກິໂລວັດ-ໂມງ ຕໍ່ປີ; ໂຮງງານຜະລິດໝໍ້ໄຟ ໄຊງ່ອນ ມີກຳລັງ ການຜະລິດ 450.000 ກິໂລວັດ-ໂມງຕໍ່ປີ; ໂຮງງານຜະລິດຖ່ານ ກອນອໍມີກຳລັງການຜະລິດ 250 ລ້ານກ້ອນຕໍ່ປີ ແລະ ໂຮງງານຜະລິດໝໍ້ໄຟ ດົ່ງນາຍ ມີກຳລັງການຜະລິດ 600.000 ກິໂລວັດ-ໂມງ ຕໍ່ປີ.
ບົດ: ຫງວຽນຫວູແທ່ງດາດ - ພາບ: ດັ້ງກິມເຟືອງ

ສັນຍາລັກ Simexco Daklak

ສັນຍາລັກ Simexco Daklak

ຕັ້ງໃນເຂດເນີນສູງພາກກາງ ໄຕງວຽນ, ບ່ອນທີ່ມີ ເນື້ອທີ່ ປູກ ກາເຟ Robusta ໃຫຍ່ທີ່ສຸດ ແລະ ມີຊື່ສຽງ ທີ່ສຸດຂອງ ຫວຽດນາມ, Simexco Daklak ມີທ່າໄດ້ປຽບໃນການ ກາຍເປັນໜຶ່ງ ໃນບັນດາຜູ້ສົ່ງອອກ ກາເຟ ໃຫຍ່ທີ່ສຸດຂອງ ປະເທດ. ດ້ວຍ​ເຕັກ​ໂນ​ໂລ​ຊີ​ ປຸງ​ແຕ່ງ​ທີ່​ທັນ​ສະ​ໄໝ​ ແລະ ​ວັດ​ຖຸ​ດິບ ​ທີ່​ອຸດົມສົມບູນ​ ຍ້ອນມີ​ຕ່ອງ​ໂສ້​ເຊື່ອມໂຍງກັບ ຊາວ ກະ​ສິ​ກອນ ກວ່າ 40.000 ຄອບຄົວ ແບບຍືນຍົງ, ແຕ່​ລະ​ປີ Simexco Daklak ສາ​ມາດ​ສົ່ງ​ອອກ ກາ​ເຟ​ ເຖິງ 120.000 ໂຕນ ​ໄປ​ຍັງ​ກວ່າ 100 ປະ​ເທດ ແລະ ເຂດ​ແຄ້ວນ​ໃນ​ໂລກ.

Top