• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ເຄື່ອງໝາຍ ຫວຽດ

Casumina-ບໍລິສັດຜະລິດຢາງລົດແຖວໜ້າຢູ່ອາຊີ ຕາເວັນອອກສ່ຽງໃຕ້

ໃນຊຸມປີຜ່ານມາ, ບໍລິສັດຫຸ້ນສ່ວນອຸດສາຫະກຳ ຢາງພາລາພາກໃຕ້ Casumina ໄດ້ລູກຄ້າຢູ່ພາຍ ໃນ ແລະ ຕ່າງປະເທດໃຫ້ຄວາມໄວ້ເນື້ອເຊື່ອໃຈ. Casumina ກຳລັງກາຍເປັນບໍລິສັດຜະລິດຢາງລົດແຖວໜ້າໃນຂົງເຂດອາຊີຕາເວັນອອກສ່ຽງໃຕ້.
ການເຕີບໃຫຍ່ເຂັ້ມແຂວງຂອງ Casumina ໃນ ປະຈຸບັນແມ່ນຄວາມມານະພະຍາຍາມຢ່າງບໍ່ຮູ້ອິດເມື່ອຍຂອງບັນດາລຸ້ນພະນັກງານທີ່ເຄີຍເຮັດວຽກໃນບໍລິສັດຫຸ້ນສ່ວນອຸດສາຫະກຳຢາງພາລາພາກໃຕ້.Casumina ໄດ້ສາງຕັ້ງຂຶ້ນມາເມື່ອເດືອນເມສາ 1976. ປີ 1997, Casumina ໄດ້ມີການຮ່ວມມື ຜະລິດຢາງລົດ ໂອໂຕ ແລະ ລົດຈັກກັບບໍລິສັດ Yokohama ແລະ Mitsubishi ຂອງ ຍີ່ປຸ່ນ.
 
ໄລຍະແຕ່ປີ 200-2009, Casumina ໃຫ້ລົງທຶນຊື້ເຄື່ອງຈັກທັນສະໄໝຈຳນວນໜຶ່ງ ເພື່ອຮັບໃຊ້ໃຫ້ ການຜະລິດຜະລິດຕະພັນຕາມມາດຕະຖານກ້າວໜ້າທີ່ສຸດຂອງ ຍີ່ປຸ່ນ ແລະ ເລີ່ມຢືນຢັນເຄື່ອງໝາຍການ ຄ້າ Casumina ໃນຕະຫຼາດສາກົນ.

ຢາງພາລາ ໄດ້ນຳໃຊ້ເພື່ອຜະລິດຢາງລົດ ທີ່ບໍລິສັດ Casumina. 


ກຳມະກອນຂອງບໍລິສັດ Casumina ກຳລັງກວດກາ
ຢາງພາລາ ກ່ອນທີ່ຈະເອົາມາໃສ່ຂອບ.  



ຕ່ອງໂສ້ຜະລິດທັນສະໄໝ, ຄົບຊຸດ ແລະ ຄົບວົງຈອນ.


ຜ້າແພທີ່ໄດ້ນຳໃຊ້ໃນການຜະລິດຢາງລົດ. 


ບັນຊາຕ່ອງໂສ້ຜະລິດຢາງລົດຈັກ. 
ປະຈຸບັນ, Casumina ມີໂຮງງານຜະລິດ 4 ແຫ່ງ ດ້ວຍຈຳນວນພະນັກງານຂຶ້ນເຖິງ 3.000 ຄົນ. ລະບົບເຄື່ອງຈັກຮັບໃຊ້ການຜະລິດໄດ້ນຳເຂົ້າມາຢ່າງຄົບຊຸດແຕ່ບັນດາປະເທດໃນກຸ່ມ G7 ພ້ອມກັບຂັ້ນ ຕອນການຜະລິດແບບຄົບວົງຈອນ, ແຕ່ລະປີສາມາດຜະລິດອອກເກືອບ 50 ລ້ານຜະລິດຕະພັນ. ເດືອນ ເມສາ 2014, Casumina ໄດ້ເປີດໂຮງງານຜະລິດຢາງລົດ Radial ດ້ວຍກຳລັງການຜະລິດ 1 ລ້ານ ຜະລິດຕະພັນຕໍ່ປີ. ບັນດາຊ່ຽວ ຊານຕ່າງປະເທດ ໄດ້ຕີລາຄາວ່າ ນີ້ເປັນໜຶ່ງໃນບັນດາໂຮງງານທີ່ມີຂະໜາດໃຫຍ່ ແລະ ທັນສະໄໝທີ່ສຸດໃນໂລກ. ຢາງ ລົດໂອໂຕເປັນເຫຼັກກ້າຂອງ Casumina Radial ມີຫຼາຍຈຸດດີຄື: ຕິດເສັ້ນທາງ, ອາຍຸການນຳໃຊ້ສູງ,ປອດໄພກວ່າ… ການຜະລິດໄດ້ຢາງລົດ Radial ສະແດງໃຫ້ເຫັນການເປັນເຈົ້າຂອງ Casumina ເມື່ອກຳໄດ້ຄວາມຕ້ອງການຂອງຕະຫຼາດ ແລະ ຜະລິດອອກໄດ້ຜະລິດຕະພັນໜຶ່ງທີ່ມີເຕັກໂນໂລຊີແຖວໜ້າໃນໂລກ.
 
ປະຈຸບັນ, Casumina ເປັນບໍລິສັດແຫ່ງດຽວຢູ່ ຫວຽດນາມ ນອນໃນກຸ່ມ 75 ບໍລິສັດຜະລິດຢາງລົດແຖວໜ້າຂອງໂລກ. ບັນດາຜະລິດຕະພັນຂອງ Casumina ມີຫຼາກຫຼາຍຮູບແບບຄື: ຢາງລົດໂອໂຕ (Bias, Radial - Casumina Radial), ຢາງໃນລົດ ຈັກ, ຢາງລົດຈັກບໍ່ໃຊ້ຢາງໃນ (Tubeless-Euromina), ຢາງລົດອຸດສາຫະກຳ, ຢາງລົດ ກະສິກຳ (Casumina Gold) ແລະ ອື່ນໆ.
 
ທີ່ຕະຫຼາດພາຍໃນ, ລະບົບຈຳໜ່າຍຜະລິດຕະພັນຂອງ Casumina ມີຢູ່ທົ່ວປະເທດດ້ວຍກວ່າ 200 ແຫ່ງ. ໃນນັ້ນ ຜະລິດຕະພັນຢາງລົດ ໂອໂຕ ກວາມ 30%, ຢາງໃນລົດຈັກກວມ 50% ແລະ ຢາງນອກ, ຢາງໃນລົດຖີບກວມ 45%.
 
ຢູ່ຕະຫຼາດສາກົນ, ບັນດາຜະລິດຕະພັນຂອງ Casumina ສົ່ງອອກໄປສູ່ 18 ປະເທດ ແລະ ເຂັດ ແຄ້ວນຕ່າງໆ ຄື: ໄຕຫວັນ, ຍີ່ປຸ່ນ, ອາເມລິກາ, ອິນໂດເນເຊຍ, ເມເລເຊຍ ແລະ ອື່ນໆ. ຜະລິດ ຕະພັນລະດັບສູງສອງປະເພດຄື: ຢາງລົດຈັກ Scooter ຖືຍີ່ຫໍ້ Euromina ແລະ ຢາງລົດໂອໂຕດ້ວຍເຫຼັກກ້າ ຖືຍີ່ຫໍ້ Casumina Radial ກຳລັງນຳໜ້າໃນດ້ານລາຍຮັບສົ່ງອອກ.
 
ທ່ານ ຟ້າມຣົ່ງຝູ໋, ປະທານສະພາບໍລິຫານ ທັງເປັນ ຜູ້ອຳນວຍການໃຫຍ່ຂອງ Casumina ໃຫ້ຮູ້ວ່າ:  “ເພື່ອໄດ້ມີຄືປະຈຸບັນ, Casumina  ຕ້ອງມີແຫຼ່ງຊັບພະຍາກອນມະນຸດມີມືອາຊີບສູງ, ພ້ອມກັບຖັນແຖວນັກວິຊາການ, ນັກເຕັກນິກຊຳນານງານ. ປີ 2015, ຍອດລາຍຮັບບັນລຸໄດ້ກວ່າ 3.000 ຕື້ດົ່ງ”. 


ຢາງລົດຈັກ Scooter ຖືຍີ່ຫໍ້ Euromina ໄດ້ສົ່ງອອກໄປສູ່ຕ່າງປະເທດ​. 


Casumina ມີລະບົບຮ້ານຈຳໜ່າຍໃນທ່ົວປະເທດດ້ວຍກວ່າ 200 ຮ້ານ. 


ປະຈຸບັນ, Casumina ກາຍເປັນບໍລິສັດຜະລິດ ຢາງລົດແຖວໜ້າຂົງເຂດອາຊີຕາເວັນອອກສ່ຽງໃຕ້ ແລະ
ເປັນບໍລິສັດແຫ່ງດຽວຢູ່ ຫວຽດນາມ ນອນ ໃນກຸ່ມ 75 ບໍລິສັດຜະລິດຢາງລົດແຖວໜ້າໃນໂລກ. 



ຜະລິດຕະພັນ Casumina ໄດ້ຫຸ້ມຫໍ່ກ່ອນທີ່ຈະໄດ້ສົ່ງອອກໄປຈາກໂຮງງານ. 


ລູກຄ້າຮູ້ສຶກພໍອົກພໍໃຈຕໍ່ຄຸນນະພາບທີ່ Casuminaນຳມາ. 
ຈາກບັນດາຜະລິດຕະພັນຢາງລົດເຕັກນິກສູງ, Casumina ກຳລັງເປີດກວ້າງຕະຫຼາດຢູ່ຂົງເຂດຕາເວັນອອກກາງ, ຕາເວັນອອກໃຕ້, ຕາເວັນອອກ ສ່ຽງໃຕ້ ແລະ ບັນດາປະເທດຢູ່ ອາເມລິກາເໜືອ ແລະ ເອີຣົບ ອີກດ້ວຍ.
ບົດ: ຫງວຽນແອງ - ພາບ: ດັ້ງກິມເຟືອງ

ສັນຍາລັກ Simexco Daklak

ສັນຍາລັກ Simexco Daklak

ຕັ້ງໃນເຂດເນີນສູງພາກກາງ ໄຕງວຽນ, ບ່ອນທີ່ມີ ເນື້ອທີ່ ປູກ ກາເຟ Robusta ໃຫຍ່ທີ່ສຸດ ແລະ ມີຊື່ສຽງ ທີ່ສຸດຂອງ ຫວຽດນາມ, Simexco Daklak ມີທ່າໄດ້ປຽບໃນການ ກາຍເປັນໜຶ່ງ ໃນບັນດາຜູ້ສົ່ງອອກ ກາເຟ ໃຫຍ່ທີ່ສຸດຂອງ ປະເທດ. ດ້ວຍ​ເຕັກ​ໂນ​ໂລ​ຊີ​ ປຸງ​ແຕ່ງ​ທີ່​ທັນ​ສະ​ໄໝ​ ແລະ ​ວັດ​ຖຸ​ດິບ ​ທີ່​ອຸດົມສົມບູນ​ ຍ້ອນມີ​ຕ່ອງ​ໂສ້​ເຊື່ອມໂຍງກັບ ຊາວ ກະ​ສິ​ກອນ ກວ່າ 40.000 ຄອບຄົວ ແບບຍືນຍົງ, ແຕ່​ລະ​ປີ Simexco Daklak ສາ​ມາດ​ສົ່ງ​ອອກ ກາ​ເຟ​ ເຖິງ 120.000 ໂຕນ ​ໄປ​ຍັງ​ກວ່າ 100 ປະ​ເທດ ແລະ ເຂດ​ແຄ້ວນ​ໃນ​ໂລກ.

Top