• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ໜັງສືພິມໃຫຍ່ຫຼາຍສະບັບຢູ່ກຳປູເຈຍໃຫ້ຂ່າວກ່ຽວກັບການຢ້ຽມຢາມຂອງທ່ານເລຂາທິການໃຫຍ່,ປະທານປະເທດຫງວຽນຟຸຈ້ອງ

ໜັງສືພິມໃຫຍ່ຫຼາຍສະບັບຂອງກຳປູເຈຍ ໃນນັ້ນມີໜັງສືພິມ Phnom Penh Post, Khmer Times, Thmey Thmey ໄດ້ລົງພິມບັນດາບົດຂຽນກ່ຽວກັບການຢ້ຽມຢາມທາງລັດຖະກິດຢູ່ກຳປູເຈຍ ຂອງທ່ານເລຂາທິການໃຫຍ່, ປະທານປະເທດແຫ່ງ ສສ.ຫວຽດນາມ ຫງວຽນຟຸຈ້ອງ ໃນລະຫວ່າງວັນທີ 25 – 26 ກຸມພາ.


ທ່ານເລຂາທິການໃຫຍ່, ປະທານປະເທດແຫ່ງ ສສ.ຫວຽດນາມ ຫງວຽນຟຸຈ້ອງ

(ພາບປະກອບ)

ໜັງສືພິມ Phnom Penh Post ໄດ້ຄັດຄຳເວົ້າຂອງໂຄສົກລັດຖະບານກຳປູເຈຍ Phay Siphan ທີ່ໃຫ້ຂໍ້ສັງເກດວ່າ, ການຢ້ຽມຢາມທາງລັດຖະກິດດັ່ງກ່າວຈະນຳມາເຊິ່ງຜົນປະໂຫຍດໃຫ້ແກ່ການຮ່ວມມືລະຫວ່າງຫວຽດນາມ - ກຳປູເຈຍ, ພິເສດແມ່ນການຮັກສາສະຖຽນລະພາບຢູ່ເຂດຊາຍແດນລະຫວ່າງ 2 ປະເທດ ດ້ວຍເລື່ອງປະຕິບັດການຂີດຂັ້ນປັກຫຼັກໝາຍຊາຍແດນທາງບົກໂດຍໄວ. ຕາມທ່ານແລ້ວ, ນີ້ແມ່ນຜົນງານທີ່ມີຄວາມໝາຍລະຫວ່າງ 2 ປະເທດ.

 

        ສ່ວນໜັງສືພິມ Khmer Times ກໍ່ໄດ້ເນັ້ນໜັກເຖິງການຢ້ຽມຢາມກຳປູເຈຍ ເມື່ອເດືອນ ກໍລະກົດ 2017 ຂອງທ່ານເລຂາທິການໃຫຍ່, ປະທານປະເທດ ຫງວຽນຟຸຈ້ອງ ເມື່ອໂດຍທ່ານພ້ອມກັບທ່ານນາຍົກລັດຖະມົນຕີ Hun Sen ໄດ້ເປັນສັກຂີພິຍານພິທີລົງນາມໃນເອກະສານສຳຄັນ 5 ສະບັບ ເພື່ອແນໃສ່ເພີ່ມທະວີການພົວພັນ 2 ຝ່າຍໃນຫຼາຍຂົງເຂດ.

(ແຫຼ່ງຄັດຈາກ VOV)

ຫວຽດ​ນາມ ແບ່ງ​ປັນ​ຄວາມ​ຮັບ​ຜິດ​ຊອບ​ໃນ​ການ​​ປ້ອງກັນ​ຄວາມ​ປອດ​ໄພ​ທາງ​ອິນ​ເຕີ​ເນັດ

ຫວຽດ​ນາມ ແບ່ງ​ປັນ​ຄວາມ​ຮັບ​ຜິດ​ຊອບ​ໃນ​ການ​​ປ້ອງກັນ​ຄວາມ​ປອດ​ໄພ​ທາງ​ອິນ​ເຕີ​ເນັດ

“ສົນທິສັນຍາ ຮ່າໂນ້ຍ”, ເອກະສານນິຕິກຳສະບັບທຳອິດຂອງ ສປຊ ກ່ຽວກັບການຕ້ານອາດຊະຍາກຳທາງເຄືອຂ່າຍອິນເຕີເນັດ ທີ່ໄດ້ຮັບຮອງໂດຍສະມັດຊາໃຫຍ່ ສປຊ ໃນວັນທີ 24 ທັນວາ 2024 ແລະ ໄດ້ເປີດພິທີລົງນາມຢ່າງເປັນທາງການ ຢູ່ຮ່າໂນ້ຍໃນວັນທີ 25 – 26 ຕຸລາ 2025, ພາຍໃຕ້ການເປັນປະທານຮ່ວມຂອງທ່ານປະທານປະເທດ ຫວຽດນາມ ເລືອງເກື່ອງ ແລະ ທ່ານເລຂາທິການໃຫຍ່ ສປຊ Antonio Guterres. ເຫດການນີ້ບໍ່ພຽງແຕ່ເປີດໜ້າປະຫວັດສາດໃໝ່ໃນການຮ່ວມມືທົ່ວໂລກກ່ຽວກັບຄວາມໝັ້ນຄົງທາງເຄືອຂ່າຍອິນເຕີເນັດ ເທົ່ານັ້ນຫາກຍັງຢັ້ງຢືນບົດບາດ ແລະ ຄວາມຮັບຜິດຊອບຂອງຫວຽດນາມ ໃນການແບ່ງປັນຄວາມຮັບຜິດຊອບໃນການປ້ອງກັນຄວາມປອດໄພທາງອິນເຕີເນັດອີກດ້ວຍ.

Top