• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ຫວຽດນາມ ແລະ ສະພາຄວາມໝັ້ນຄົງ ສປຊ: ກາລະໂອກາດສະແດງໃຫ້ເຫັນບົດບາດເປັນຂົວເຊື່ອມຕໍ່ນໍາມາເຊິ່ງສັນຕິພາບໃຫ້ແກ່່ພາກພື້ນ ແລະ ໃນໂລກ ຂອງຫວຽດນາມ

      ຫວຽດນາມ ແມ່ນປະເທດອອກສະໝັກເລືອກຕັ້ງໜຶ່ງດຽວຕາງໜ້າໃຫ້ກຸ່ມປະເທດອາຊີ - ປາຊີຟິກ.
        ວັນທີ 7 ມິຖຸນາ ຈະມາເຖິງ, ສະມັດຊາໃຫຍ່ ສປຊ ຊຸດທີ 73 ຈະຈັດຕັ້ງການປ່ອນບັດເລືອກຕັ້ງ ກໍາມະການບໍ່ປະຈໍາການ ສະພາຄວາມໝັ້ນຄົງ ຈໍານວນ 5 ຕໍາແໜ່່ງ, ໃນນັ້ນ ບັນດາປະເທດອາຊີ - ປາຊີຟິກ  ມີ 01 ຕໍາແໜ່ງ ແລະ ປັດຈຸບັນ, ຫວຽດນາມ ແມ່ນປະເທດອອກສະໝັກເລືອກຕັ້ງໜຶ່ງດຽວຕາງໜ້າໃຫ້ກຸ່ມປະເທດດັ່ງກ່າວ. ຖ້າຫາກໄດ້ຮັບໄຊຊະນະໃນການເລືອກຕັ້ງເຂົ້າໃນສະພາຄວາມໝັ້ນຄົງ, ບັນດາສະມາຊິກ ສປຊ ມີຄວາມຫວັງວ່າຈະເຫັນ ຫວຽດນາມ ສວມບົດບາດຢ່າງແຮງກວ່າອີກໃນບັນດາໂຄງການດໍາເນີນງານ ສະຫະປະຊາຊາດຄື: ບັນຫາປອດນິວເຄຼຍຢູ່ແຫຼມເກົາຫຼີ, ບັນຫາ ຢູ່ ມຽນມາ.


ຫວຽດນາມ ຕັ້ງໜ້າເຂົ້າຮ່ວມໃນກໍາລັງຮັກສາສັນຕິພາບ ສປຊ (ພາບ: TTXVN)
      ທ່ານ Kamal Malhotra ຜູ້ປະສານງານ ສປຊ ປະຈໍາ ຢູ່ຫວຽດນາມ ຖືວ່າ: ປັດຈຸບັນ, ຫວຽດນາມ ໄດ້ຕັ້ງໜ້າເຂົ້າຮ່ວມໃນກໍາລັງຮັກສາສັນຕິພາບ ສປຊ. ດັ່ງນັ້ນ, ຖ້າຫາກເຂົ້າຮ່ວມສະພາຄວາມໝັ້ນຄົງ, ຫວຽດນາມ ຈະມີບົດບາດສໍາຄັນໃນຂົງເຂດດັ່ງກ່າວ. ໄປຄຽງຄູ່ກັນນັ້ນ, ຫວຽດນາມ ກໍຄວນແບ່ງປັນປະສົບການໃນບັນຫາຟື້ນຟູຜົນຮ້າຍຢ້ອນຫຼັງຈາກສົງຄາມກັບປະຊາຄົມສາກົນ, ບັນດາສະມາຊິກ ສະພາຄວາມໝັ້ນຄົງ. ນີ້ແມ່ນບັນດາປະສົບການທີ່ດີ, ຫວຽດນາມ ຄວນໃຫ້ບຸລິມະສິດ, ເສີມຂະຫຍາຍທ່າແຮງຂອງຕົນ ເພື່ອປະກອບສ່ວນໃຫ້ແກ່ການສ້າງສາ ແລະ ຮັກສາສັນຕິພາບໃນໂລກ.
 (ແຫຼ່ງຄັດຈາກ VOV)

ຫວຽດ​ນາມ ແລະ ເຢຍ​ລະ​ມັນ​ເຊັນຖະ​ແຫຼງ​ການ​ຮ່ວມ​ກ່ຽວ​ກັບ​ການ​ສ້າງ​ຄູ່​ຮ່ວມ​ມື​ພະ​ລັງ​ງານ

ຫວຽດ​ນາມ ແລະ ເຢຍ​ລະ​ມັນ​ເຊັນຖະ​ແຫຼງ​ການ​ຮ່ວມ​ກ່ຽວ​ກັບ​ການ​ສ້າງ​ຄູ່​ຮ່ວມ​ມື​ພະ​ລັງ​ງານ

ບັນດາຂົງເຂດສອງປະເທດໃຫ້ບຸລິມະສິດຮ່ວມມືລວມມີ: ສ້າງນະໂຍບາຍໃຫ້ສົມບູນແບບ, ພັດທະນາພະລັງງານທົດແທນ, ຫັນຂະແໜງໄຟຟ້າເປັນດີຈີຕອນ, ຍົກສູງປະສິດທິຜົນໃນການນຳໃຊ້ພະລັງງານ, ຫັນຕາແໜ່ວງໄຟຟ້າເປັນທັນສະໄໝ.

Top