• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ອາຫານການກິນ

ແໜມເນືອງ

ແໜມເນືອງເປັນເຍື່ອງອາຫານໜຶ່ງທີ່ມີຊື່ສຽງຂອງຊາວເມືອງເຫວ້. ຊີ້ນຢໍ່ລໍເປັນເມັດມົນໆວາງປີ້ງເທິງເຕົາ ສຸກເຫຼືອງ, ໃຊ້ກິມນຳຜັກຫອມ ແລະ ຈ້ຳ
ແຈ່ວນ້ຳປາສົ້ມຫວານ ຈະມີຄວາມຈັບໃຈລູກຄ້າຢ່າງພິເສດ.

 

 
ວິທີກິນແໜມເນືອງ ເອົາແນມໃບໜຶ່ງວາງເທິງມື ໃສ່ຜັກຫອມ, ຜັກສະຫຼັດ, ໝາກເຟືອງ, ໝາກກ້ວຍຊະນິດ ລະປ່ຽງ ແລະ ສຸດທ້າຍແມ່ນຢໍ່ທີ່ປີ້ງສຸກລົງໃສ່ ແລ້ວພັນຫໍ້ແນມຈ້ຳແຈ່ວນ້ຳປາສົ້ມຫວານ. ລົດຊາດຂອງອາຫານເຍື່ອງນີ້ມີຈຸດພິເສດຢູ່ທີ່ການສົມທົບລະຫວ່າງລົດຫວານ ມັນຂອງແນມ, ຂອງແຈ່ວນ້ຳປາສົ້ມຫວານ, ລົດຝາດຂອງກ້ວຍດິບ, ສົ້ມຂອງໝາກເຟືອງ, ເຜັດຂອງໝາກເຜັດ, ຫອມຂອງຜັກຫອມ…ທຸກອັນປະສົມເຂົ້າກັນເປັນເອກະລັກຂອງລົດຊາດໜຶ່ງທີ່ຈັບໃຈຊຶ່ງຍາກທີ່ຈະລືມໄດ້ ກ່ຽວກັບອາຫານປະເພດໜຶ່ງຂອງຊາວເມືອງເຫວ້. 
Ảnh đẹp - Báo Ảnh
 
ວັດຖຸດິບ.
- ຢໍ່ດິບ: 400 ກຣາມ
- ໃບແນມ: 20 ໃບ
- ນ້ຳມັນໝູ: 50 ກຣາມ
- ໝາກເຟືອງ: 1 ໜ່ວຍ
- ໜັງໝູ: 50 ກຣາມ
- ຕັບໝູ: 50 ກຣາມ
- ກ້ວຍດິບ: 1 ໜ່ວຍ
- ຫອມບົ່ວແຫ້ງ, ຜັກທຽມ: ຫົວໜຶ່ງ
- ນ້ຳຕານ: ບ່ວງໜຶ່ງ
- ພິກໄທ, ຜັກຫອມ, ຫອມບົ່ວ, ໄມ້ໄຜ່.

ວິທິປຸງ:
- ແນມ: ນ້ຳມັນ ແລະ ໜັງໝູ ຕົ້ມສຸກແລ້ວຊອຍນ້ອຍໆ, ປົນກັບຢໍ່ດິບ, ເອົານ້ຳຕານ, ນ້ຳປາ, ພິກໄທລົງໃສ່ ແລະ ລໍ້ເປັນເມັດມົນໆ ຢູ່ເທິງຫົວໄມ້ໄຜ່ ແລ້ວປີ້ງເທິງເຕົາຖ່ານໄຟໃຫ້ດີສຸກ.
- ແຈ່ວນ້ຳປາສົ້ມຫວານ: ຈືນນ້ຳມັນຮ້ອນດີ, ເອົາຫອມບົ່ວແຫ້ງ, ຜັກທຽມຊອຍນ້ອຍໆໃສ່, ເອົາຕັບໝູໃສ່ ແລ້ວຄົ້ວໃຫ້ສຸກດີ, ເອົານ້ຳ, ນ້ຳປາ, ນ້ຳຕານ, ແປ້ງນົວ, ພິກໄທໃສ່ໃຫ້ພໍດີກິນ. ຕັກນ້ຳແຈ່ວໃສ່ຖ້ວຍນ້ອຍ, ເອົາໝາກຖົ່ວດິນ ແລະ ໝາກເຜັດໃສ່ລົງ.
- ຜັກຫອມ: ໝາກເຟືອງປອກຊອຍບາງ, ໝາກກ້ວຍດິບເອົາເປືອກອອກ, ຊອຍບາງ, ແຊ່ນ້ຳເກືອໃຫ້ຂາວ, ຜັກຫອມ, ຜັກສະຫຼັດ ລ້າງສະອາດ.
- ແໜມເນືອງ ໃຊ້ແກ້ມກັບເບຍ ຫຼືເຫຼົ້າຈະເປັນການດີສຸດໆສຳລັບຄໍເຫຼົ້າຄໍເບຍ.
                                                                                                    ໂດຍ: ຫວິງຮືງ - ພາບ: ກົງດາດ

Bài: Vĩnh Hưng - Ảnh: Công Đạt

ໝາກກໍ່ ຈຸ່ງແຄ໋ງ

ໝາກກໍ່ ຈຸ່ງແຄ໋ງ

ໝາກກໍ່ ຈຸ່ງແຄ໋ງ ແມ່ນຜະລິດຕະພັນພິເສດ ຂອງເມືອງ ຈຸ່ງແຄ໋ງ, ແຂວງ ກາວບັ່ງ. ໝາກກໍ່ ຈຸ່ງແຄ໋ງ ມີຊື່່ສຽງ ຍ້ອນມີຂະໜາດໃຫຍ່, ເປືອກໜາ, ແກ່ນສີເຫຼືອງ, ຫອມມັນ ແລະ ບັນຈຸປະລິມານ ທາດ ບຳລຸງສູງ. 

Top