• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ເຫດການ ແລະ ບັນຫາ

ເພີ່ມທະວີການພົວພັນແບບພິເສດລາວ-ຫວຽດນາມ

ໃນລະຫວ່າງວັນທີ 7-8 ກຸມພາ 2017, ກອງປະຊຸມຄະນະ ກຳມາທິການ ຮ່ວມມືທະວິພາຄີລະຫວ່າງ ລັດຖະບານ ແຫ່ງ ສປປ ລາວ ແລະ ລັດຖະບານ ແຫ່ງ ສສ ຫວຽດນາມ ຄັ້ງທີ 39 ໄດ້ຈັດຂຶ້ນຢູ່ນະຄອນຫຼວງຮ່າໂນ້ຍ ພາຍໃຕ້ການເປັນປະທານ ຮ່ວມ ຂອງ ທ່ານ ທອງລຸນ ສີສຸລິດ ນາຍົກລັດຖະມົນຕີແຫ່ງ ສປປ ລາວ ແລະ ທ່ານ ຫງວຽນຊວນຟຸກ ນາຍົກລັດຖະມົນຕີ ແຫ່ງ ສສ ຫວຽດນາມ. ກອງປະຊຸມຄັ້ງນີ້ເປັນໂອກາດ ໃຫ້ສອງ ປະເທດປັບປຸງ ແລະ ເພີ່ມທະວີສາຍພົວພັນມິດຕະພາບ ທີ່ ເປັນມູນເຊື້ອ, ຄວາມສາມັກຄີແບບພິເສດ ແລະ ການຮ່ວມມື ຮອບດ້ານ, ນຳກົນໄກໃໝ່ ໃນການຈັດທຳຊຸກຍູ້ ການພົວພັນ ຮ່ວມມືໃນຕໍ່ໜ້າ. 
ນີ້ເປັນເທື່ອທຳອິດ  ລັດຖະມົນຕີຂອງສອງປະເທດ ເປັນປະ ທານຮ່ວມໃນກອງປະຊຸມຄະນະກຳມາທິການ ຮ່ວມມື ທະວິພາຄີລະຫວ່າງ ລັດຖະບານ ແຫ່ງ ສປປ ລາວ ແລະ ລັດ ຖະບານ ແຫ່ງສສ ຫວຽດນາມ, ເປັນການສະແດງໃຫ້ເຫັນເຖິງ ການຕັດສິນໃຈຢ່າງສູງ ຂອງ ການນຳຂັ້ນສູງສອງປະເທດ ໃນ ການຜັນຂະຫຍາຍຢ່າງມີປະສິດທິຜົນ ແຜນການຮ່ວມມືໃນປີ 2017, ໂດຍການເຂົ້າຮ່ວມ ຂອງ ບັນດາການນຳ ທີ່ມາຈາກ 30 ກະຊວງ, ຂະແໜງການ, ທ້ອງຖິ່ນ ຂອງ ສອງປະເທດ.

ໃນວາລະການປະຊຸມ, ສອງປະເທດ ໄດ້ຕີລາຄາສູງ ຜົນສຳ ເລັດ ຂອງ ການຮ່ວມມືຮອບດ້ານລະຫວ່າງສອງປະເທດ. ໃນ ປີ 2016, ສອງຝ່າຍໄດ້ຜັນຂະຫຍາຍຢ່າງມີປະສິດທິຜົນ ບັນ ດາຂໍ້ຕົກ ລົງຂັ້ນສູງ ແລະ ຂໍ້ຕົກລົງລະຫວ່າງບັນດາ ກະຊວງ, ຂະແໜງການ ແລະ ທ້ອງຖິ່ນ. ພິເສດ ແມ່ນການຮ່ວມມື ດ້ານ ການເມືອງ, ການຕ່າງປະເທດ, ການປ້ອງກັນຊາດ, ປ້ອງກັນ ຄວາມສະຫງົບ, ເສດຖະກິດ, ວັດທະນະທຳ-ສັງຄົມ, ການ ພົບປະແລກ ປ່ຽນລະຫວ່າງປະຊາຊົນ ນັບມື້ນັບເພີ່ມທະວີ ແລະ ພັດທະນາເຂົ້າສູ່ລວງເລິກ ແລະ ກວ້າງຂວາງ, ຂົງເຂດ ສຶກສາກໍ່ສ້າງ ກໍໄດ້ ຮັບການຊຸກຍູ້ຢ່າງແຂງແຮງ. ປະຈຸບັນ ໄດ້ ມີນັກຮຽນ, ນັກສຶກສາລາວ ກຳລັງສຶກສາຢູ່ຫວຽດນາມ  14.000 ກວ່າຄົນ.

ທ່ານ ທອງລຸນ ສີສຸລິດ ນາຍົກລັດຖະມົນຕີ ແຫ່ງສປປ ລາວ ແລະ ທ່ານ ຫງວຽນຊວນຟຸກ ນາຍົກລັດຖະມົນ ຕີແຫ່ງ ສສ ຫວຽດນາມ
ເປັນປະທານຮ່ວມໃນກອງປະຊຸມຄະນະກຳມາທິ ການຮ່ວມມືທະວິພາຄີລະຫວ່າງລັດຖະບານ
ແຫ່ງ ສປປ ລາວ ແລະ ລັດຖະບານ ແຫ່ງສສ ຫວຽດນາມ ຄັ້ງທີ່ 39. ພາບ: ຖົ໋ງເຍິດ/VNA


ທ່ານ ນາຍົກລັດຖະມົນຕີ ຫງວຽນຊວນຟຸກ ແລະ ທ່ານ ນາຍົດລັດຖະມົນຕີ ທອງລຸນ ສີສຸລິດ
ກັບບັນດາທ່ານຜູ້ແທນ ຂອງສອງປະເທດ. ພາບ: ຖົ໋ງເຍິດ/VNA



ທ່ານ ນາຍົກລັດຖະມົນຕີ ຫງວຽນຊວນຟຸກ ແລະ ທ່ານ ນາຍົດລັດຖະມົນຕີ ທອງລຸນ ສີສຸລິດ ກັບບັນດາທ່ານຜູ້ແທນ ຂອງສອງປະເທດ. ພາບ: ຖົ໋ງເຍິດ/VNA


ທ່ານ ນາຍົກລັດຖະມົນຕີ ຫງວຽນຊວນຟຸກ ກ່າວປາໄສ ທີ່ ກອງປະຊຸມ. ພາບ: ຖົ໋ງເຍິດ/VNA


ທ່ານ ນາຍົກລັດຖະມົນຕີ ທອງລຸນ ສີສຸລິດ ກ່າວປາໄສ ທີ່ ກອງປະຊຸມ. ພາບ: ຖົ໋ງເຍິດ/VNA


ນາຍົກລັດຖະມົນຕີ ທັງສອງໄດ້ເປັນສັກຂີພິຍານ ໃນພິທີ ລົງນາມ ບົດບັນທຶກວ່າດ້ວຍ ການສ້າງຕັ້ງບໍລິສັດຮ່ວມ ທຸລະກິດ
ລົງທຶນ ໃນໂຄງການກໍ່ສ້າງສາຍສົ່ງໄຟຟ້າ 500 ກິໂລໂວນ ລາວ-ຫວຽດນາມ. ພາບ: ຖົ໋ງເຍິດ/VNA



ທ່ານ ນາຍົກລັດຖະມົນຕີ ຫງວຽນຊວນຟຸກ ແລະ ທ່ານ ນາຍົກ ລັດຖະມົນຕີ ທອງລຸນ ສີສຸລິດ ຮ່ວມກອງປະຊຸມຖະແຫຼງຂ່າວ. ພາບ: ຖົ໋ງເຍິດ/VNA


ທ່ານ ນາຍົກລັດຖະມົນຕີ ຫງວຽນຊວນຟຸກ ປະດັບຫຼຽນ ໄຊ ເອກະລາດ ຊັ້ນສອງ ແລະ ຊັ້ນສາມ
ໃຫ້ບັນດາສະຫາຍ ການ ນຳ ຂອງ ລາວ. ພາບ: ຖົ໋ງເຍິດ/VNA



ທ່ານ ນາຍົກລັດຖະມົນຕີ ທອງລຸນ ສີສຸລິດ ປະດັບຫຼຽນໄຊ ອິດສະຫຼະຊັ້ນສາມ ໃຫ້ ທ່ານ ເຢືອງຈີ້ຢຸງ
ລັດຖະມົນຕີ ກະ ຊວງ ແຜນການ ແລະ ການລົງທຶນ. ພາບ: ຖົ໋ງເຍິດ/VNA

 
ໃນວາລະກອງປະຊຸມຄັ້ງນີ້, ສອງຝ່າຍໄດ້ນຳອອກກົນໄກໃໝ່ ໃນການຈັດທຳ ຊຸກຍູ້ການພົວພັນຮ່ວມມືລະຫວ່າງ ສອງປະ ເທດ. ບັນດາວິສາຫະກິດຂອງຫວຽດນາມ ໄດ້ເຂົ້າໄປລົງທຶນຢູ່ ສປປ ລາວ ກວ່າ 400 ໂຄງການ ດ້ວຍມູນຄ່າການລົງ ທຶນປະ ມານ 3,7 ຕື້ ໂດລາສະຫະລັດ.

ໃນປີ 2017, ສອງຝ່າຍໄດ້ເຫັນດີເປັນເອກະພາບ ໃນການສຸມ ໃສ່ ປະຕິບັດເປັນຢ່າງດີ ການຊີ້ນຳຂອງສອງກົມການເມືອງ, ໃນການຊຸກຍູ້ການພົວພັນດ້ານການເມືອງ, ການຕ່າງປະເທດ, ປ້ອງກັນຊາດ - ປ້ອງກັນຄວາມສະຫງົບ, ລົງທຶນ, ການຄ້າ, ເປີດກວ້າງ ການຮ່ວມມື, ກໍ່ສ້າງແຫຼ່ງຊັບພະຍາກອນມະນຸດ, ລົງທຶນໃນບັນດາ ໂຄງການພື້ນຖານໂຄງລ່າງ ເຊື່ອມຕໍ່ສອງ ປະເທດ, ຮ່ວມມືຄຸ້ມຄອງ ນຳໃຊ້ແຫຼ່ງນ້ຳຂອງ ຢ່າງຍືນຍົງ ແລະ ບັນດາແຫຼ່ງຊັບພະຍາ ກອນທຳມະຊາດ…, ພ້ອມກັນຕັດສິນໃຈ ຈັດຕັ້ງເປັນຢ່າງດີ “ປີແຫ່ງຄວາມສາມັກຄີມິດຕະພາບລາວ-ຫວຽດ ນາມ 2017”, ສະເຫຼີມສະຫຼອງ 55 ປີ ວັນສ້າງຕັ້ງສາຍພົວພັນ ການ ທູດ ແລະ 40 ປີ ວັນເຊັນສົນທິສັນຍາມິດຕະພາບ ແລະ ການຮ່ວມ ມື. ບົນຈິດໃຈເຊື່ອໝັ້ນເຊິ່ງກັນ ແລະ ກັນ, ສອງປະເທດສະໜັບ ສະ ໜູນ ແລະ ຮ່ວມມືກັນເປັນຢ່າງດີ ຢູ່ບັນດາອົງການຈັດຕັ້ງ, ເວທີປາ ໄສສາກົນ ແລະ ພາກພື້ນ.

ສະຫາຍ ເລຂາທິການໃຫຍ່ ຫງວຽນຝູ໋ຈ້ອງ ຕ້ອນຮັບ ທ່ານ ນາຍົກລັດຖະມົນຕີ ທອງລຸນ ສີສຸລິດ. ພາບ: ຈີ້ຢຸງ/VNA


ທ່ານປະທານປະເທດ ເຈິ່ນດ້າຍກວາງ ຕ້ອນຮັບ ທ່ານ ນາຍົກ ລັດຖະມົນຕີ ທອງລຸນ ສີສຸລິດ. ພາບ: ຍານຊ໋າງ/VNA


ທ່ານນາງ ຫງວຽນທິກິມເງິນ ປະທານສະພາແຫ່ງຊາດ ຕ້ອນ ຮັບ ທ່ານ ນາຍົກລັດຖະມົນຕີ ທອງລຸນ ສີສຸລິດ. ພາບ: ຈ້ອງດຶກຫ/VNA
 
ພາຍຫຼັງກອງປະຊຸມ, ທ່ານນາຍົກລັດຖະມົນຕີ ທອງລຸນ ສີສຸດ ແລະ ທ່ານ ນາຍົກລັດຖະມົນຕີ ຫງວຽນຊວນຟຸກ ໄດ້ເປັນສັກ ຂີພິຍານໃນພິທີລົງນາມ ບົດບັນທຶກ ວ່າດ້ວຍການຮ່ວມມື 4 ສະບັບຊຶ່ງລວມມີ: ຂໍ້ຕົກລົງວ່າດ້ວຍ ແຜນການຮ່ວມມື ລະ ຫວ່າງລັດຖະບານຫວຽດນາມ ແລະ ລັດຖະບານລາວ ປີ 2017; ບົດບັນທຶກສະໄໝປະຊຸມເທື່ອທີ 39
ຄະນະກຳມາທິການ ຮ່ວມມື ທະວິພາຄີລະຫວ່າງ ລັດຖະບານ ແຫ່ງ ສປປ ລາວ ແລະ ລັດຖະບານ ແຫ່ງສສ ຫວຽດນາມ; ແຜນການຮ່ວມມືປີ 2017 ລະຫວ່າງ ກະຊວງ ສຶກສາ ແລະ ກໍ່ສ້າງ ຫວຽດນາມ  ແລະ ກະຊວງສຶກສາທິການ ແລະ ກິລາລາວ; ບົດບັນທຶກວ່າດ້ວຍການຮ່ວມມື ວ່າດ້ວຍການ ສ້າງຕັ້ງ ບໍລິສັດຮ່ວມທຸລະກິດ ລົງທຶນໃນໂຄງການກໍ່ສ້າງ ສາຍ ສົ່ງໄຟ ຟ້າ 500 ກິໂລໂວນ ລາວ-ຫວຽດນາມ.


ປີ 2016 ສອງຝ່າຍໄດ້ແລກປ່ຽນການຢ້ຽມຢາມ ຂອງ ຄະນະ ຜູ້ແທນ ຂັ້ນຕ່າງໆ ປະມານ 350 ຄະນະ, ໃນນັ້ນມີ 130 ຄະ ນະແຕ່ ຂັ້ນ ຮອງລັດຖະມົນຕີຂຶ້ນໄປ. ປະຈຸບັນ ມູນຄ່າການ ລົງທຶນຂອງ ວິສາຫະກິດ ຫວຽດນາມ ຢູ່ລາວ ບັນລຸປະມານ 5,1 ຕື້ ໂດລາ ສະຫະລັດ, ຢູ່ອັນດັບ 3 ໃນຈຳນວນ ບັນດາ ປະ ເທດ ລົງທຶນ ເຂົ້າສູ່ລາວ. ຄາດວ່າ ວົງເງິນ ການຄ້າສອງສົ້ນປີ 2016 ບັນລຸ 801 ລ້ານ ໂດລາສະຫະລັດ, ໃນນັ້ນຫວຽດນາມ ສົ່ງອອກໄປ ລາວ ບັນລຸ 459 ລ້ານໂດລາສະ ຫະລັດ ແລະ ລາວ ສົ່ງອອກ ໄປ ຫວຽດນາມ ບັນລຸ 342 ລ້ານ ໂດລາສະຫະ ລັດ. ປະຈຸບັນ, ລາວ ມີນັກຮຽນ, ນັກສຶກສາ ກວ່າ 14.000 ຄົນ ກຳລັງສຶກສາຢູ່ຫວຽດນາມ, ໃນນັ້ນຮຽນຕາມ ສັນຍາ ມີ 3.400 ກວ່າຄົນ. 


ປະຕິບັດໂດຍ: VNA/VNP

ການພົວພັນ ຫວຽດນາມ-ອົດສະຕຣາລີ ຍົກລະດັບເປັນຄູ່ຮ່ວມມືຍຸດທະສາດຮອບດ້ານ

ການພົວພັນ ຫວຽດນາມ-ອົດສະຕຣາລີ ຍົກລະດັບເປັນຄູ່ຮ່ວມມືຍຸດທະສາດຮອບດ້ານ

ພາຍຫຼັງກວ່າ 50 ປີແຫ່ງການສ້າງຕັ້ງ ສາຍພົວພັນທາງການທູດ, ຫວຽດນາມ ແລະ ອົດສະຕຣາລີ ໄດ້ສ້າງສາຍພົວພັນທີ່ໜັກແໜ້ນ ແລະ ຮອບດ້ານ ບົນພື້ນຖານຄວາມໄວ້ເນື້ອເຊື່ອໃຈ ດ້ານຍຸດທະ ສາດ ແລະ ຄວາມເຂົ້າໃຈເຊິ່ງກັນ ແລະ ກັນ. ໃນກອບການຢ້ຽມຢາມ ປະເທດ ອົດສະຕຣາລີ ຢ່າງເປັນທາງການ ຂອງ ທ່ານນາຍົກລັດຖະ ມົນຕີ ຟ້າມມິງຈິ໋ງ ໃນເດືອນ ມີນາ ຜ່ານມາ ຕາມຄຳເຊີນ ຂອງ ທ່ານນາຍົກລັດຖະມົນຕີ ອົດສະຕຣາລີ Anthony Albanese, ສອງຝ່າຍໄດ້ປະກາດ ຍົກລະດັບການພົວພັນ ສອງຝ່າຍ ຂຶ້ນເປັນຄູ່ຮ່ວມມືຍຸດທະສາດຮອບດ້ານ.

Top