• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ເຫດການ ແລະ ບັນຫາ

ຫວຽດນາມ, ບຣູໄນ ແລະ ສິງກະໂປ ຊຸກຍູ້ການຈັດຕັ້ງຜັນຂະ ຫຍາຍບັນດາຂໍ້ຕົກລົງຮ່ວມກັນ

ຫວ່າງແລ້ວນີ້, ທ່ານປະທານປະເທດເຈີ່ນດ້າຍກວາງ ໄດ້ມີການ ໄປຢ້ຽມຢາມ ທາງລັດຖະກິດອັນດີງາມເຖິງ ປະເທດ ບຣູໄນ ແລະ ສິງກະໂປ (ແຕ່ວັນທີ 26-30 ສິງຫາ). ການຢ້ຽມຢາມ ດັ່ງກ່າວແນໃສ່ປັບປຸງ, ເພີ່ມທະວີ ການພົວພັນລະຫວ່າງ ຫວຽດນາມ ແລະ ສອງປະເທດ; ທັງເປັນໂອກາດເພື່ອໃຫ້ ຫວຽດນາມ ແລະ ສອງປະເທດນີ້ຊຸກຍູ້ການຈັດຕັ້ງຜັນ ຂະຫຍາຍ ບັນດາຂໍ້ຕົກລົງເຫັນດີ ທີ່ລະບຸໄວ້ໃນຫຼາຍຂົງເຂດ. 
ທີ່ການຢ້ຽມຢາມທັງສອງຄັ້ງດັ່ງກ່າວ, ທ່ານປະທານປະເທດ ເຈີ່ນດ້າຍກວາງ ໄດ້ມີການພົບປະເຈລະຈາ, ມີການແລກປ່ຽນ ຄຳຄິດຄຳເຫັນກັບອົງກະສັດ Brunei Haji Hassanal Bolkiah Mu’izzaddin Waddaulah, ທ່ານປະທານາທິບໍດີ ສິງກະໂປ Tony Tan Keng Yam, ທ່ານນາຍົກລັດຖະມົນຕີ ສິງກະໂປ ຫຼີສຽນຫຼົງ, ແລະ ເຂົ້າຮ່ວມການເຄື່ອນໄຫວຕ່າງໆທີ່ສຳຄັນອີກດ້ວຍ. 

ອົງກະສັດ ບຣູໄນ Haji Hassanal Bolkiah Mu’izzaddin Waddaulah ເປັນເຈົ້າການຕ້ອນຮັບທ່ານປະທານປະເທດ
ເຈີ່ນດ້າຍກວາງຢ່າງເປັນທາງການທີ່ວັງ Istana Nurul Iman. ພາບ: ຍານຊ໋າງ/VNA



ອົງກະສັດ Haji Hassanal Bolkiah Mu’izzaddin Waddaulah ຕ້ອນຮັບທ່ານປະທານປະເທດ ເຈີ່ນດ້າຍກວາງ ທີ່ວັງ Istana Nurul Iman. ພາບ: ຍານຊ໋າງ/VNA


ທ່ານປະທານປະເທດເປັນສັກຂີພິຍານໃນພິທີລົງນາມບົດບັນທຶກຊ່ວຍຈຳວ່າດ້ວຍການເພີ່ມທະວີການຮ່ວມມືເສດຖະກິດລະຫວ່າງ ສອງປະເທດ.  ພາບ: ຍານຊ໋າງ/VNA


ທ່ານປະທານປະເທດເຂົ້າຮ່ວມ ແລະ ກ່າວປາໄສທີ່ເວທີປະຖະກະຖາວິສາຫະກິດຫວຽດນາ-ບຣູໄນ.  ພາບ: ຍານຊ໋າງ/VNA


ທ່ານປະທານປະເທດຢ້ຽມຢາມບໍລິສັດ ຄີ້ຮວ້າລອງ (ທາດອາຍກາຍເປັນຂອງແຫຼວ)ບຣູໄນ-LNG. ພາບ: ຍານຊ໋າງ/VNA
 
ບັນດາທ່ານຜູ້ນຳຂອງບຣູໄນ ແລະ ສິງກະໂປໄດ້ຕີລາຄາສູງຕໍ່ ການຢ້ຽມຢາມທີ່ເປັນ “ຂີດໝາຍປະຫວັດສາດ” ແລະ ເຫັນໄດ້ ວ່າ ນີ້ແມ່ນໂອກາດທີ່ດີເພື່ອໃຫ້ສອງປະເທດ ຊຸກຍູ້ການພົວພັນ ຮ່ວມມືໃນທຸກຂົງເຂດ. ເນື່ອງໃນໂອກາດນີ້, ບັນດາທ່ານຜູ້ນຳ ຫວຽດນາມ ແລະ ບຣູໄນ, ກໍຄືສິງກະໂປໄດ້ພ້ອມກັນຢືນຢັນ ຄວາມມຸ່ງຫວັງເພື່ອເພີ່ມທະວີການຮ່ວມມືໃນທຸກຂົງເຂດເຊັ່ນ: ການເມືອງ, ການປ້ອງກັນຊາດ, ປ້ອງກັນຄວາມສະຫງົບ, ເສດຖະກິດ, ການຄ້າ, ການລົງທຶນ, ດ້ານວັດທະນະທຳ, ການສຶກສາ, ການພົບປະແລກປ່ຽນລະຫວ່າງປະຊາຊົນ ແລະ ອື່ນໆ… ໃນນັ້ນ, ຈະຕັ້ງໜ້າຊຸກຍູ້ການຈັດຕັ້ງຜັນຂະຫຍາຍ ບັນດາຂໍ້ຕົກລົງເຫັນດີທີ່ໄດ້ຕົກລົງຮ່ວມກັນ, ໂດຍສະເພາະແມ່ນໃນຂົງເຂດເສດຖະກິດ, ການປ້ອງກັນຊາດ, ນ້ຳມັນອາຍແກັສ ແລະ ກະສິກຳ. 

ກ່ຽວກັບບັນຫາຕາເວັນອອກ, ບັນດາທ່ານຜູ້ນຳຢືນຢັນ ຄວາມ ສຳຄັນຂອງການຮັກສາສັນຕິພາບ ແລະ ສະຖຽນລະພາບ ໃນພາກພື້ນ ແລະ ຄວາມເສລີໃນການເດີນທະເລ ແລະ ການ ເດີນອາກາດຢູ່ທະເລຕາເວັນອອກ; ເນັ້ນໜັກຄວາມສຳຄັນ ຂອງການແກ້ໄຂ ບັນດາການທະເລາະພິພາດໂດຍສັນຕິວິທີ. ສິງກະໂປສະໜັບສະໜູນຫຼັກໝັ້ນຂອງຫວຽດນາມ ໃນບັນຫາ ທະເລຕາເວັນອອກ, ໃນນັ້ນ, ປະກອບດ້ວຍການເຄົາລົບ ຢ່າງ ຄົບຖ້ວນ ບັນດາຂະບວນຫລັກການແຫ່ງກົດຫມາຍ  ແລະ ການຕ່າງປະເທດ, ບໍ່ນາບຂູ່ ຫຼື ນຳໃຊ້ກຳລັງອາວຸດ, ສອດຄ່ອງ ກັບກົດໝາຍສາກົນ, ໃນນັ້ນ, ມີສົນທິສັນຍາ ຂອງ ສະຫະປະຊາຊາດວ່າດ້ວຍກົດໝາຍທະເລຕາເວັນອອກປີ 1982 (UNCLOS); ຄວາມຈຳເປັນທີ່ຮີບຮ້ອນຕ້ອງປະຕິບັດ ຢ່າງຄົບຖ້ວນ ແລະ ມີປະສິດທິຜົນຖະແຫຼງການວ່າດ້ວຍການ ປະພຶດຕໍ່ຂອງຝ່າຍຕ່າງໆຢູ່ທະເລຕາເວັນອອກ (DOC)  ແລະ ການຮ່ວມມືຢ່າງແໜ້ນແຟ້ນ, ມຸ່ງສູ່ການສ້າງປະມວນກົດລະ ບຽບການປະພຶດຕໍ່ຢູ່ທະເລຕາເວັນອອກ (COC)ໂດຍໄວ. 

ທ່ານປະທານາທິບໍດີສິງກະໂປ Tony Tan ເປັນເຈົ້າການຕ້ອນຮັບທ່ານປະທານປະເທດເຈີ່ນດ້າຍກວາງທີ່ທຳນຽບ ປະທານາທິບໍດີ (Istana). ພາບ: ຍານຊ໋າງ/VNA


ທ່ານປະທານປະເທດ ເຈີ່ນດ້າຍກວາງໃນການພົບປະແລກປ່ຽນຄຳຄິດຄຳເຫັນກັບທ່ານປະທານາທິບໍດີ ສິງກະໂປ Tony Tan. ພາບ: ຍານຊ໋າງ/VNA


ທ່ານປະທານປະເທດ ເຈີ່ນດ້າຍກວາງ ໃນການພົບປະແລກປ່ຽນຄຳຄິດຄຳເຫັນກັບທ່ານນາຍົກລັດຖະມົນຕີ ສິງກະໂປ ຫຼີສຽນຫຼົງ. ພາບ: ຍານຊ໋າງ/VNA


ທ່ານປະທານປະເທດ ໃນການຕ້ອນຮັບທ່ານຮອງນາຍົກ ລັດຖະມົນຕີ ສິງກະໂປ ແຊວ ຈື ແຊ໋ນ (Teo Chee Hean). ພາບ: ຍານຊ໋າງ/VNA


ທ່ານປະທານປະເທດ ເຈີ່ນດ້າຍກວາງ ໃນການຕ້ອນຮັບທ່ານລັດຖະມົນຕີຂັ້ນສູງ ສິງກະໂປ Goh Chok Tong.  ພາບ: ຍານຊ໋າງ/VNA


ທ່ານປະທານປະເທດ ກ່າວປາໄສ ທີ່ກອງປະຊຸມພົບປະ ສົນທະນາ ສິງກະໂປ 38 (Singapore Lecture 38).  ພາບ: ຍານຊ໋າງ/VNA

ພິເສດ, ທີ່ການໄປຢ້ຽມຢາມຄັ້ງນີ້, ທ່ານປະທານປະເທດ ເຈີ່ນດ້າຍກວາງ ໄດ້ມີບົດກ່າວປາໄສທີ່ສຳຄັນໃນກອງປະຊຸມ ສົນທະນາ ສິງກະໂປ 38 (Singapore Lecture 38) ໂດຍສະຖາບັນຄົ້ນຄວ້າອາຊີຕາເວັນອອກ (ISEAS) ເປັນເຈົ້າການຈັດຕັ້ງຂຶ້ນ. ເປັນເວທີປະຖະກະຖາທີ່ມີຄວາມນິຍົມ ແລະ ເຊື່ອຖືທີ່ສຸດສະຫງວນໃຫ້ບັນດານັກການເມືອງຜູ້ມີຊື່ ສຽງຢູ່ໃນໂລກອອກຄວາມເຫັນຕໍ່ຫາງສຽງສິງກະໂປກ່ຽວກັບ ບັນດາບັນຫາຂອງຍຸກປັດຈຸບັນ. ເຂົ້າຮ່ວມກອງປະຊຸມດັ່ງ ກ່າວມີບັນດາເຈົ້າໜ້າທີ່ໃນຄະນະລັດຖະມົນຕີ, ບັນດານັກຮຽນ ຮູ້ ແລະ ນັກກຳນົດແຜນນະໂຍບາຍຂອງສິງກະໂປ.

ບົດປະຖະກະຖາຂອງທ່ານປະທານປະເທດໄດ້ພາດພີ້ງໄປເຖິງ ການສຸມໃສ່ໃນການພັດທະນາແບບຍືນຍົງ ແລະ ສິ່ງແວດລ້ອມຮັບໃຊ້ໃຫ້ແກ່ການພັດທະນາທີ່ຍືນຍົງໃນສະພາບການສາກົນ ແລະ ພາກພື້ນອາຊີ-ປາຊີຟິກມີຄວາມຜັນແປຢ່າງໄວວາ, ສັບ ສົນ, ສ້າງຜົນກະທົບຮອບດ້ານ, ຫຼາຍທິດ ເຖິງສະພາບແວດ ລ້ອມດ້ານຄວາມສະຫງົບ ແລະ ການພັດທະນາຢູ່ພາກພື້ນ. ບົດປາໄສໄດ້ເນັ້ນໜັກເຖິງຄວາມຮຽກຮ້ອງການຮ່ວມມືພາຍໃນ ກຸ່ມອາຊຽນ, ເຊື່ອມຕໍ່ເສດຖະກິດກັບບັນດາປະເທດສະມາຊິກ, ໂດຍສະເພາະແມ່ນຊຸກຍູ້ຢ່າງແຂງແຮງການຮ່ວມມືລະຫວ່າງ ຫວຽດນາມ ແລະ ສິງກະໂປ. 
ປະຕິບັດ: VNA/VNP

ການພົວພັນ ຫວຽດນາມ-ອົດສະຕຣາລີ ຍົກລະດັບເປັນຄູ່ຮ່ວມມືຍຸດທະສາດຮອບດ້ານ

ການພົວພັນ ຫວຽດນາມ-ອົດສະຕຣາລີ ຍົກລະດັບເປັນຄູ່ຮ່ວມມືຍຸດທະສາດຮອບດ້ານ

ພາຍຫຼັງກວ່າ 50 ປີແຫ່ງການສ້າງຕັ້ງ ສາຍພົວພັນທາງການທູດ, ຫວຽດນາມ ແລະ ອົດສະຕຣາລີ ໄດ້ສ້າງສາຍພົວພັນທີ່ໜັກແໜ້ນ ແລະ ຮອບດ້ານ ບົນພື້ນຖານຄວາມໄວ້ເນື້ອເຊື່ອໃຈ ດ້ານຍຸດທະ ສາດ ແລະ ຄວາມເຂົ້າໃຈເຊິ່ງກັນ ແລະ ກັນ. ໃນກອບການຢ້ຽມຢາມ ປະເທດ ອົດສະຕຣາລີ ຢ່າງເປັນທາງການ ຂອງ ທ່ານນາຍົກລັດຖະ ມົນຕີ ຟ້າມມິງຈິ໋ງ ໃນເດືອນ ມີນາ ຜ່ານມາ ຕາມຄຳເຊີນ ຂອງ ທ່ານນາຍົກລັດຖະມົນຕີ ອົດສະຕຣາລີ Anthony Albanese, ສອງຝ່າຍໄດ້ປະກາດ ຍົກລະດັບການພົວພັນ ສອງຝ່າຍ ຂຶ້ນເປັນຄູ່ຮ່ວມມືຍຸດທະສາດຮອບດ້ານ.

Top