• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ວັດທະນະທຳ

ສຽງດົນຕີຈາກເຄື່ອງໃຊ້ໃນຊີວິດປະຈຳວັນ

ດ້ວຍຄວາມປາດຖະໜາຢາກໃຫ້ບັນດາຜູ້ນິຍົມດົນຕີມີໂອກາດເຊື່ອມຕໍ່ກັນໂດຍຜ່ານການນຳໃຊ້ເຄື່ອງໃຊ້ສອຍ ໃນຊີວິດປະຈຳວັນເພື່ອປະດິດສ້າງເປັນເຄື່ອງດົນຕີ ແລະ ສະແດງໄປຕາມອາລົມຈິດ, ສູນແລກປ່ຽນວັດທະນະທຳ ຍີ່ປຸ່ນປະຈຳຫວຽດນາມ ໄດ້ຈັດຕັ້ງລາຍການ “Hanoi Collective Orchestra” ຂຶ້ນເຊິ່ງໄດ້ດຶງດູດແຂກເຂົ້າຊົມທີ່ເປັນຊາວຫວຽດນາມ ແລະ ຍີ່ປຸ່ນເປັນຈຳນວນຫຼວງຫຼາຍ. 
ທ່ານ Ando Toshiki, ຜູ້ອຳນວຍການສູນແລກປ່ຽນ ວັດທະນະທຳຍີ່ປຸ່ນປະຈຳຫວຽດນາມໃຫ້ຮູ້ວ່າ, Ersembles Asia Orchestra ແມ່ນໂຄງການສິລະປະໜ່ຶງເຊິ່ງເລີ່ມມີການເຄື່ອນໄຫວແຕ່ປີ 2014 ດ້ວຍຈຸດປະສົງເພື່ອໃຫ້ບັນດານັກດົນຕີສະມັກຫຼິ້ນໄດ້ພົບປະ ແລກປ່ຽນນຳກັນ ແລະ ຈັດຕັ້ງວົງດົນຕີໜຶ່ງຂຶ້ນຕາມແບບລີລາເສລີ ( free style music ). ເລື່ອງຈັດຕັ້ງລາຍການດົນຕີໃນຄັ້ງນີ້ແມ່ນເພື່ອຊ່ວຍໃຫ້ປະຊາຊົນ ໝົດທຸກຄົນທີ່ມາຈາກຫຼາຍປະເທດໃນໂລກສາມາດເຊື່ອມຕໍ່, ພົບປະແລກປ່ຽນນໍາກັນ ໂດຍຜ່ານການນຳໃຊ້ເຄື່ອງໃຊ້ສອຍ, ວັດຖຸອຸປະກອນໃນຊີວິດປະຈຳວັນ ເພື່ອ ປະດິດສ້າງເປັນເຄື່ອງດົນຕີ ແລະ ສະແດງໄປຕາມອາລົມຈິດນຳກັນ.

ຜູ້ຊົມທີ່ມາຮ່ວມໃນລາຍການ Hanoi Collective Orchestra ຄັ້ງນີ້ລ້ວນແຕ່ແມ່ນບັນດາເພື່ອນໜຸ່ມຫວຽດນາມ ແລະ ຊາວຍີ່ປຸ່ນທີ່ກຳລັງດຳລົງຊີວິດ ແລະ ເຮັດວຽກຢູ່ຮ່າໂນ້ຍ. ບັນດາຜູ້ທີ່ເຂົ້າຮ່ວມໃນລາຍການນີ້ ລ້ວນແຕ່ບໍ່ມີປະສົບການ ໃນການຫຼິ້ນດົນຕີແຕ່ພັດໝົກມຸ່ນປະດິດສ້າງບັນດາເຄື່ອງດົນຕີທີ່ເຮັດມາຈາກ ຖ້ວຍ, ໄມ້ຖູ່, ຕຸກນໍ້າ lavie, ກະປ໋ອງ coca... ຫຼື ຈາກບັນດາທໍ່ຢາງທີ່ໃຊ້ບໍ່ໄດ້ແລ້ວ ແຕ່ພາຍໃຕ້ການປະດິດສ້າງຂອງຜູ້ເຂົ້າຮ່ວມລາຍການພັດກາຍເປັນບັນດາຂຸ່ຍດ້ວຍນໍ້າສຽງທີ່ມ່ວນອອນຊອນ.

ພວກນ້ອງນ້ອຍໄດ້ແນະນຳວິທີເພື່ອປະດິດບັນດາເຄື່ອງດົນຕີໃຫ້ອອກສຽງ. 


ພ້ອມກັນຕົບແຕ່ງບັນດາ “ເຄື່ອງດົນຕີ” ຂອງຕົນ. 


ການປະສົມປະສານລະຫວ່າງແນວຕາກເຄື່ອງທີ່ເປັນວົງມົນກັບແກ້ວເບຍເປົ່າເພື່ອໃຫ້ກາຍເປັນເຄື່ອງດົນຕີຊະນິດໜຶ່ງທີ່ມີສຽງແປກຫູ. 


ພຽງແຕ່ໃຊ້ຄຸສອງໜ່ວຍປະສົມເຂົ້າກັນ, ບັນດາເພື່ອນໜຸ່ມກໍ່ຈະມີເຄື່ອງດົນຕີຊະນິດໜ່ຶງທີ່ເປັນເອກະລັກສະເພາະ ແລະ ແປກໃໝ່. 


ບັນດາເພື່ອນໜຸ່ມເມົາມົວໃນການປະດິດສ້າງເຄື່ອງດົນຕີຂອງຕົນ. 


ການຜັກຜ່ອນຢ່ອນໃຈຂອງບັນດາເພື່ອນໜຸ່ມຈາກບັນດາເຄື່ອງດົນຕີປະເພດຕ່າງໆ. 


ການກະທົບເຊິ່ງກັນ ແລະ ກັນລະຫວ່າງທ່ານຜູ້ຊົມກັບນັກສິລະປິນເພື່ອສ້າງເປັນບັນດາທຳນອງດົນຕີໄປຕາມອາລົມ. 


ມີພຽງແຕ່ກະປ໋ອງເປົ່າ, ບັນດາເພື່ອນໜຸ່ມກໍສາມາດເຂົ້າຮ່ວມ “ວົງດົນຕີ” ໄດ້.


ລາຍການດັ່ງກ່າວບໍ່ພຽງແຕ່ຊ່ວຍໃຫ້ຜູ້ຫຼິ້ນດົນຕີມີໂອກາດໄດ້ຄົ້ນຫາ, ປະດິດສ້າງເທົ່ານັ້ນ, ຫາກຍັງສ້າງການເຊື່ອມຕໍ່, ວິທີຮັບຊົມຮັບຟັງດົນຕີຕາມວິທີການທີ່ແປກໃໝ່. 


ການປະສານສຽງລະຫວ່າງແກທີ່ເຮັດດ້ວຍທໍ່ດູດ ແລະ ທຳນອງທີ່ດັງມາຈາກຖ້ວຍໃບຕ່າງໆທີ່ເຮັດດ້ວຍດິນ ແລະ ດິນເຜົາ. 


ນັກສິລະປິນ Otomo Yoshihide ໃນຖານະເປັນຫົວໜ້າວົງດົນຕີຂອງການປະສານດົນຕີໄດ້ເຮັດໃຫ້ລາຍການດົນຕີມີຄວາມອຶກກະທຶກຄຶກໂຄມກວ່າອີກ. 


ລາຍການສິລະປະວົງດົນຕີສະແດງຕາມອາລົມທີ່ມີຊື່ວ່າ “Hanoi Collective Orchestra”  ໄດ້ດຶງດູດສະມາຊິກເຂົ້າຮ່ວມຫຼາຍທີ່ສຸດ. 


ເມື່ອສິ້ນສຸດລາຍການ "ປະສານສຽງ" ບັນດານັກສິລະປິນພ້ອມກັບບັນດາສະມາຊິກທີ່ເຂົ້າຮ່ວມ ໄດ້ພ້ອມກັນຖ່າຍຮູບເປັນທີ່ລະນຶກ. 

ທີ່ລາຍການດົນຕີດັ່ງກ່າວ, ຜູ້ຫຼິ້ນດົນຕີໄດ້ຮ່ວມສະແດງກັບ ບັນດານັກສິລະປິນ ທີ່ມີຊ່ືສຽງໃນຂົງເຂດສິລະປະດົນຕີເຊັ່ນ ນັກດົນຕີ Otomo Yoshihide  ແລະ ນັກສິລະປິນນ້ຳສຽງ  Suzuki Akio. ພິເສດ, ເມື່ອເຂົ້າຮ່ວມລາຍການ Hanoi Collective Orchestra , ຜູ້ຫຼິ້ນຍັງມີຄວາມກະຕືລືລົ້ນທີ່ສຸດເມື່ອໄດ້ກາຍເປັນນັກບັນຊາວົງດົນຕີໂດຍກົງ ຢູ່ເທິງເວທີສະແດງຂອງລາຍການ.

ເມື່ອຕີລາຄາກ່ຽວກັບຄວາມສາມາດໃນການປະດິດສ້າງເຄື່ອງດົນຕີ ແລະ ຫຼິ້ນເຄື່ອງດົນຕີຂອງຜູ້ເຂົ້າຮ່ວມລາຍການ, ນັກດົນຕີ Otomo Yoshihide ໃຫ້ຮູ້ວ່າ: “ຂ້າພະເຈົ້າເຄີຍເຂົ້າຮ່ວມບັນດາລາຍການກ່ຽວກັບດົນຕີທີ່ບັນດາປະເທດຕ່າງໆເຊັ່ນ: ຍີ່ປຸ່ນ, ອົສຕາລີ, ໄທ ແລະ ໃນຄັ້ງນີ້ແມ່ນໄດ້ເຂົ້າຮ່ວມປະຕິບັດລາຍການຢູ່ຫວຽດນາມ. ຂ້າພະເຈົ້າເຫັນວ່າບັນດາເພື່ອນມິດຫວຽດນາມມີຫົວຄິດປະດິດສ້າງທີ່ສຸດ ແລະ ເປັນຄົນຫຼິ້ນດົນຕີເກ່ງທີ່ສຸດ. ແຕ່ລະປະເທດລ້ວນແຕ່ມີຈຸດວັດທະນະທຳທີ່ແຕກຕ່າງກັນ, ດັ່ງນັ້ນເມື່ອຂ້າພະເຈົ້າພ້ອມກັບບັນດາເພື່ອນໜຸ່ມສະແດງດົນຕີດ້ວຍຄວາມເບີກບານມ່ວນຊື່ນ ຂ້າພະເຈົ້າຍັງມີຄວາມເຂົ້າໃຈກ່ຽວກັບວັດທະນະທຳ, ປະເທດຫວຽດນາມຫຼາຍກວ່າອີກ".
ບົດ: ເງີນຮ່າ - ພາບ: ແຄ໋ງລອງ


Top