• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ວັດທະນະທຳ

ສຈ. Larry Berman ກັບ “ນັກສືບຍອດຢ້ຽມ X6”

“ຊີວິດຂອງທ່ານ ຟ້າມຊວນເອີນ ຍັງເຫຼືອກວ່າ ເປັນນັກສືບ ຂ່າວ, ນັກສືບ ຫຼື ນັກຂ່າວອີກຊໍ້າ, ເພິ່ນເປັນຜູ້ໄກ່ເກ່ຍ, ປົວແປງ ສາຍພົວພັນລະຫວ່າງສອງປະເທດ ຫວຽດນາມ-ອາເມລິກາ ແລະ ຍາມໃດກໍ່ປາດຖະໜາໃນອະນາຄົດຢາກໃຫ້ດີຂຶ້ນກວ່າເກົ່າ”. ນີ້ແມ່ນຄຳສັງເກດທີ່ຈິງໃຈຂອງ ນັກປະຫວັດສາດ, ສາດສະດາຈານ Larry Berman (ມະຫາວິທະຍາໄລ Georgia, ອາເມລິກາ), ຊຶ່ງເປັນເຈົ້າຂອງບົດປະພັນ “X6-ນັກສືບ ຍອດຢ້ຽມ” ເວົ້າເຖິງນັກສືບຂ່າວ ຟ້າມຊວນເອີນ.
ນັບຕັ້ງແຕ່ປຶ້ມ​ເລື່ອງ “ນັກສືບຍອດຢ້ຽມ” ຖືກພິມຈຳໜ່າຍອອກ​ມາເມື່ອປີ 2007, ທ່ານ ສຈ. Larry Berman ໄດ້ທຽວມາ ຫວຽດນາມ ຫຼາຍ ຄັ້ງເພື່ອເກັບກຳຂໍ້ມູນ ເອກະສານຮັບໃຊ້ ໃຫ້ການພິມຈຳໜ່າຍ ໃນຄັ້ງໜ້າ, ທັງເພື່ອພົບປະ​ສັງ​ສັນກັບ ບັນດາທ່ານຜູ້ອ່ານ ຢູ່ ຫວຽດນາມ. ໃນການພົບປະ​ສັງ​ສັນ​ຄັ້ງ​ມໍ່ໆ​ມາ​ນີ້​ຢູ່ທີ່ໂຮງປື້ມ ຫງວຽນວັນບິ່ງ, ​ເມືອງ 1 ເມື່ອເດືອນມັງ ກອນ 2016, ທ່ານ ສຈ. Larry Berman ໄດ້ໄຂຄວາມໃນໃຈ ວ່າ: “ຂ້າພະເຈົ້າຮູ້ສຶກປື້​ມໃຈຫຼາຍ ເມື່ອໄດ້ເປັນນັກປະພັນ ​ຄົນ ອາເມລິກາ ຜູ້ທຳອິດທີ່ໄດ້ເຂົ້າຮ່ວມການ ພົບປະ​ສັງສັນທີ່ໂຮງ ປື້ມຢູ່ນະຄອນ ໂຮ່ຈີມິນ, ທັງເປັນນັກປະພັນ​ຄົນ ອາເມລິກາ ຜູ້ທຳອິດທີ່ ທ່ານ ຟ້າມຊວນເອີນ ເລືອກເອົາເພື່ອ ຂຽນກ່ຽວ ກັບຊີວິດຂອງເພິ່ນ”.

ພາຍຫຼັງໄດ້ພົບກັບນາຍພົນ ຟ້າມຊວນເອີນ ຄັ້ງທຳອິດ​ເມື່ອປີ 2001, ຕະຫຼອດເວລາ 2 ປີຕໍ່​ຈາກ​ນັ້ນ ຍາມ​ໃດ ທ່ານ ສຈ. Larry Berman ກໍ່ຕັ້ງບັນຫາຢາກ ຂຽນປື້ມກ່ຽວກັບຊີວິດ ຂອງເພິ່ນແຕ່ຈົນ​ມາເຖິງເວລາຕ້ອງ​ເຂົ້ານອນໃນໂຮງໝໍ ຍ້ອນ ປອດອັກເສບ ​ແລະ ເມື່ອຮູ້ໄດ້ວ່າຊີວິດ​ຍັງ​ເຫລືອ​ບໍ່ພໍ​ເທົ່າ​ໃດ​ແລ້ວ, ທ່ານ ຟ້າມຊວນ ເອີນຈຶ່ງຕົກລົງໃຫ້ທ່ານ ສຈ. Larry Berman ຂຽນປື້ມກ່ຽວກັບ ຊີວິດ ​ແລະ ການເຄື່ອນໄຫວ ເປັນນັກສືບຂ່າວຂອງຕົນ. 

ທ່ານ ສຈ. Larry Berman ໄດ້ຜູ້ອ່ານ ຫວຽດນາມ ຫຼາຍໆຄົນຮັກແພງ ສະໜິດສະໜົມ ດ້ວຍບົດປະພັນ
ນັກສືບຍອດຢ້ຽມ X6”. ພາບ: ເອກະສານ



ທ່ານ ສຈ. Larry Berman  ໃນຄັ້ງໜຶ່ງພົບປະກັບນັກສືບຂ່າວ ຟ້າມຊວນເອີນ
ເພື່ອຊອກຫາຂໍ້ມູນ
ຮັບ​ໃຊ້​ການ​ຂຽນປື້ມ “ນັກສືບຍອດຢ້ຽມ”. ພາບ: ເອກະສານ



ທ່ານ ສຈ. Larry Berman ໝັ້ນໃຈວ່າ ຮູບເງົາກ່ຽວກັບຊີວິດການເຄື່ອນໄຫວທີ່ເປັນນັກສືບຂ່າວຂອງທ່ານ ຟ້າມຊວນເອີນ
ອາດຈະໄດ້ຄອງ ຂັນລາງວັນ Oscar ​ແລະ​ລາງວັນ​ຂະ​ແໜງ “ຮູບເງົາຕ່າງປະເທດທີ່ດີເດັ່ນກວ່າໝູ່”. ພາບ: ທົງຫາຍ



ຊີວິດຂອງນັກສືບຂ່າວ ຟ້າມຊວນເອີນ ​ໄດ້​ຮັບ​ການສະ​ແດງ​ຄືນຢ່າງມີຊີວິດຊີວາຜ່ານບົດປະພັນ
“X6-ນັກສືບຍອດຢ້ຽມ” (X6 Perfect Spy) ຂອງທ່ານ
ສຈ. Larry Berman. ພາບ: ທົງຫາຍ



ທ່ານ ສຈ. Larry Berman ແລະ ທ່ານ ຫງວຽນວັນເຟຶອກ, ຜູ້ອຳນວຍການບໍລິສັດວັດທະນະທຳປະດິດສ້າງ
ຈີ້ຫວຽດ -First News, ບໍລິສັດ
ຖືລິຂະສິດພິມຈຳໜ່າຍ “X6-ນັກສືບຍອດຢ້ຽມ”. ພາບ: ເອກະສານ



ທ່ານ ສຈ. Larry Berman ໄດ້ລົງລາຍເຊັນໃສ່ປື້ມ “X6-ນັກສືບຍອດຢ້ຽມ”
ມອບໃຫ້ນັກປະຫວັດສາດ ເຢືອງຈຸງກວັກ. ພາບ: ເອກະສານ



ທ່ານ ສຈ. Larry Berman ພົບປະສັງ​ສັນ ກັບຜູ້ອ່ານໃນລາຍ ການ Talk Vietnam
​ໂດຍສະຖານີໂທລະພາບ ຫວຽດນາມ. ພາບ: ເອກະສານ



ທ່ານ ສຈ. Larry Berman ພົບປະສັງ​ສັນ ກັບຜູ້ອ່ານໃນໂຮງ ປື້ມຢູ່ນະຄອນ ໂຮ່ຈີມິນ. ພາບ: ແທ່ງດາດ


ທ່ານ ສຈ. Larry Berman ກໍາລັງ​ແກ້​ຂໍ້​ຂ້ອງ​ໃຈ​ຂອງ​ມວນ​ຊົນກ່ຽວກັບບົດປະພັນ “ນັກສືບຍອດຢ້ຽມ X6” . ພາບ: ທົງຫາຍ


ການພົບປະສັງສັນລະຫວ່າງ ທ່ານ ສຈ. Larry Berman ກັບຜູ້ອ່ານໃນໂຮງປື້ມ
ຢູ່ນະຄອນ ໂຮ່ຈີມິນ ເມື່ອເດືອນມັງກອນ 2016. ພາບ: ທົງຫາຍ

“ນັກສືບຍອດຢ້ຽມ X6” ຂອງທ່ານ ສຈ. Larry Berman ໄດ້ຂຽນກ່ຽວກັບຊີວິດທີ່ເລີດລຳ້ຂອງທ່ານ ຟ້າມຊວນເອີນ-ນັກຂ່າວຂອງສຳນັກຂ່າວສານ Reuters, ວາລະສານ TIME, New York Herald Tribune… ແລະ ເປັນນາຍ​ພົນນັກ ສືບຂ່າວຍຸດທະສາດ ຂອງການປະຕິວັດ ຫວຽດນາມ. ທ່ານ ຟ້າມຊວນເອີນ ໄດ້ສົ່ງບົດລາຍງານ ແລະ ເອກະສານລັບ​ຕ່າງໆ ມາ​ໃຫ້ທີ່ໝັ້ນ ລວມທັງໝົດ 498 ສະບັບ, ມັນມີຊີວິດຊີວາ ແລະ ລະອຽດ ລະອໍ ຈົນເຖິງທ່ານພົນເອກ ຫວໍຫງວຽນຢາບ ຕ້ອງຮ້ອງ​ອອກ​ມາວ່າ: “ພວກເຮົາກຳລັງຢູ່ໃນຫ້ອງບັນຊາການ​ເຄື່ອນທັບຂອງ ອາເມລິກາ”.
ໃນຊ່ວງ​ໄລຍະເວລາ 5 ປີ, ທ່ານ ສຈ. Larry Berman ໄດ້ ທຽວມາ ຫວຽດນາມ 18 ເທື່ອເພື່ອພົບປະກັບນັກສືບສ່າວ ຟ້າມຊວນເອີນ ແລະ ເກັບກຳຂໍ້ມູນເອກະສານ ກ່ອນທີ່ຈະພິມ ຈຳໜ່າຍ. ຖືກພິມຈຳໜ່າຍເທື່ອທຳອິດຢູ່ ອາເມລິກາ ເມື່ອປີ 2007, ປຶ້ມ “ນັກສືບຍອດຢ້ຽມ” ໄດ້ເຮັດໃຫ້ຫາງສຽງຖືກສັ່ນ​ສະ​ເທືອ​ນ ຍ້ອນກ່ອນປື້ມຫົວນີ້ ຖືກພິມຈໍາໜ່າຍ,  ມີ​ໜ້ອຍ​ຄົນ​ທີ່​ສຸດ​ທີ່​ຮູ້ຈັກ ແລະ ເຂົ້າໃຈກ່ຽວ​ກັບຊີວິດຂອງນັກສືບຂ່າວ ຟ້າມຊວນເອີນ ເຖິງແມ່ນວ່າ ເພິ່ນເປັນບຸກຄົນ​ເໝືອນ​ພະ​ນິຍາຍ​ ຂອງສົງຄາມຢູ່ ຫວຽດນາມ. ຊີວິດຂອງທ່ານ ຟ້າມຊວນເອີນ ຍັງ​ເຊື່ອງ​ຊ້ອນ ຄວາມລຶກລັບ ຫຼາຍຢ່າງກ່ຽວກັບຕົນ​ໂຕ ​ແລະ​ພາລະກິດ​ຂອງນັກສືບຂ່າວທີ່​ຍິ່ງ​ໃຫຍ່, ມີ​ຄວາມ​ເກັ່ງ​ກ້າ​ສາມາດ ​ແລະ​ ຫລັກ​ໝັ້ນຄົນໜຶ່ງ, ແຕ່ມີ​ຄວາມ​ສະຫງຽມ​ຄ່ຽມ​ຄົມ, ​ເປັນ​ຄົນທຳມະດາສາມັນທົ່ວ​ໄປ.

ກັບມາ ຫວຽດນາມ ຄັ້ງນີ້, ນອກຈາກທີ່ມີໂອກາດໄດ້ພົບປະ ສັງສັນກັບບັນດາທ່ານຜູ້ອ່ານ ຫວຽດນາມ​ແລ້ວ, ທ່ານ ສຈ. Larry Berman ພາຍໃຕ້ການຮ່ວມມືຂອງ First News (ບໍລິສັດວັດທະນະທຳປະດິດສ້າງ ຈີຫວຽດ) ຍັງ​ໄດ້ສຳເລັດການ ກວດຜ່ານບົດລະຄອນຮູບເງົາ ຍາວ 30 ພາກ ພາຍ​ໃຕ້​ຊື່ “X6-ນັກສືບຍອດຢ້ຽມ” ​ເພື່ອ​ກະກຽມ​ຖ່າຍ​ທໍາ. ສຳລັບທ່ານ ສຈ. Larry Berman ​ແລ້ວ, ຊີວິດຂອງນາຍພົນ ເອີນ ແມ່ນຍິ່ງໃຫຍ່ອີ​ຫລີ. ​ເພາະສະນັ້ນ, ຍັງສາມາດ​ເລົ່າ​ເລື່ອງ​ຄືນ​ໄດ້​ພາຍ​ໃຕ້​ຮູບ​ແບບ​ສ້າງ​ເປັນຮູບເງົາ,​ ຖ່າຍ​ທໍາ​ເອົາ​ພາບ​ຕ່າງໆ ຢູ່ ຫວຽດນາມ ໂດຍ​ມີການເຂົ້າຮ່ວມຂອງ Hollywood. ນີ້ ແມ່ນຊຸດຮູບເງົາກ່ຽວກັບສົງຄາມ, ກ່ຽວກັບສັນຕິພາບ, ກ່ຽວກັບ ຄວາມ​ຮັກຂອງທ່ານ ຟ້າມຊວນເອີນ ມອບໃຫ້ສອງປະເທດ ຫວຽດນາມ ແລະ ອາເມລິກາ.

 


ທ່ານ ສຈ. Larry Berman ຍັງ​ເປັນ​ເຈົ້າຂອງປື້ມຫົວໜຶ່ງ ທີ່ ມີ ຊື່ສຽງ “ບໍ່ມີສັນຕິພາບ, ບໍ່ມີກຽດ: Nixon, Kissinger ແລະ ຄວາມທໍລະຍົດຢູ່ ຫວຽດນາມ”. ປື້ມຫົວນີ້ ມີຄຸນຄ່າສູງດ້ານປະ ຫວັດສາດ ກ່ຽວກັບໄລຍະສຸດທ້າຍຂອງສົງຄາມ ຢູ່ຫວຽດນາມ.


ບົດ: ຫງວຽນຫວູແທ່ງດາດ-ພາບ: ທົງຫາຍ ແລະ ເອກະສານ


Top