• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ເຫດການ ແລະ ບັນຫາ

ນຳ້ໃຈມິດຕະພາບ ຫວຽດນາມ-ລາວ ໄດ້ຮັບການປັບປຸງ, ຍົກສູງຂຶ້ນຢ່າງບໍ່ຢຸດຢັ້ງ

ສືບເນື່ອງການຢ້ຽມຢາມ ຫວຽດນາມ ຢ່າງເປັນທາງການຂອງ ທ່ານ ບຸນຍັງ ວໍລະຈິດ, ເລຂາທິການໃຫຍ່, ປະທານປະເທດ ແຫ່ງ ສປປ ລາວ ທີ່ຫາກໍ່ສິ້ນສຸດລົງດ້ວຍຜົນສໍາເລັດຢ່າງຈົບງາມໃນທ້າຍເດືອນເມສາ ຜ່ານມາ, ທ່ານທອງລຸນ ສີສຸລິດນາຍົກລັດຖະມົນຕີ ແລະ ພັນລະຍາພ້ອມດ້ວຍຄະນະຜູ້ແທນຂັ້ນສູງແຫ່ງ ສປປ ລາວກໍ່ໄດ້ເດີນທາງມາຢ້ຽມຢາມ ຫວຽດນາມ ຢ່າງເປັນທາງການນັບແຕ່ວັນທີ 15-17 ພຶດສະພາ 2016 ແລະ ນີ້ກໍ່ແມ່ນການຢ້ຽມຢາມຕ່າງປະເທດຄັ້ງທຳອິດໃນຖານະດໍາລົງຕໍາແໜ່ງໃໝ່ເປັນນາຍົກລັດຖະມົນຕີຂອງທ່ານ ທອງລຸນ ສິີສຸລິດ. ການຢ້ຽມຢາມ ຫວຽດນາມ ຄັ້ງນີ້ເປັນການຢືນຢັນອີກເທື່ອໜຶ່ງເຖິງສາຍພົວພັນມິດຕະພາບອັນເປັນມູນເຊື້ອ,ຄວາມສາມັກຄີແບບພິເສດ ລະຫວ່າງ ສອງປະເທດ ຫວຽດນາມແລະ ລາວ ອ້າຍນ້ອງ. 
ໃນຂອບຂອງການຢ້ຽມຢາມ ຫວຽດນາມ, ທ່ານນາຍົກ ລັດຖະມົນຕີທອງ​ລຸນ ສີ​ສຸ​ລິດ ໄດ້ພົບ​ປະ​ເຈ​ລະ​ຈາ​ກັບ​ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີຫງວຽນ​ຊວນ​ຟຸກ;ເຂົ້າ​ຢ້ຽມ​ຂໍ່ານັບ​ທ່ານ​ເລ​ຂາ​ທິ​ການ​ໃຫຍ່ ຫງວຽນ​ຝູ໋ຈ້ອງ,ທ່ານປະ​ທານ​ປະ​ເທດເຈີ່ນ​ດ້າຍກວາງ;ພົບ​ປະ​ກັບ​ປະ​ທານ​ສະ​ພ​າ​ແຫ່ງ​ຊາດທ່ານນາງຫງວຽນ​ທິ​ກິມ​ເງິ​ນ, ທ່ານເລຂາຄະນະພັກນະຄອນ ໂຮ່ຈີມິນ ດິງລາທັງ;ວາງພວງມາລາທີ່ອະນຸສອນສະຖານ ວິລະຊົນຜູ້ເສຍສະຫຼະຊີວິດເພື່ອຊາດ; ວາງພວງມາລາແລະ ເຂົ້າຢ້ຽມຂໍ່ານັບຢູ່ສຸສານປະທານ ໂຮ່ຈີມິນ.  

ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ຕ້ອນຮັບທ່ານນາຍົກ 
ລັດຖະມົນຕີ ທອງລຸນ ສີສຸລິດ. ພາບ: ຖົ໋ງເຍິດ/VNA 



ທ່ານນາຍົກລັດຖະມົນຕີທັງສອງໄດ້ເປັນສັກຂີພິຍານໃນການ 
ລົງນາມໃນຂໍ້ຕົກລົງຮ່ວມມືລະຫວ່າງກະຊວງແຜນການ ແລະ ການລົງທຶນສອງປະເທດ.ພາບ: ຖົ໋ງເຍິດ/VNA 

ໃນບັນດາການພົບປະຫາລື ​ແມ່ນ​ໄດ້​ດໍາ​ເນີນ​ໄປ​ດ້ວຍ​ບັນຍາກາດ​ຊະ​ໜິດສະໜົມ, ​ເຊື່ອ​ໝັ້ນ​ເຊິ່ງກັນ ​ແລະ​ ກັນ​ແລະ ​ເຕັມ​ໄປ​ດ້ວຍ​ຈໍ້າ​ໃຈ​ມິດ​ປະພາ​ບຖານ​ອ້າຍ​ນ້ອງ.ທັງສອງຝ່າຍມີ​ຄວາມ​ເພິ່ງ​ພໍໃຈຕໍ່ສາຍພົວພັນແບບພິເສດ ແລະ ການຮ່ວມມືຮອບດ້ານລະຫວ່າງຫວຽດນາມ-ລາວຊຶ່ງ​ຍາມ​ໃດ​ກໍ່ໄດ້ຮັບການປັບປຸງ, ພັດທະນາ,ນັບ​ມື້​ນັບສະໜິດຕິດພັນ​ແລະໄວ້ເນື້ອເຊື່ອໃຈກັນຢ່າງບໍ່ຢຸດຢັ້ງ. ສືບຕໍ່ຢືນຢັນສາຍພົວພັນມິດຕະພັນອັນເປັນມູນເຊື້ອ, ຄວາມສາມັກຄີແບບພິເສດ ແລະ ການຮ່ວມມືຮອບດ້ານຫວຽດນາມ-ລາວ, ລາວ-ຫວຽດນາມ ແມ່ນຊັສົມບັດລວມທີ່ລຳ້ຄ່າຂອງສອງພັກ, ສອງຊາດ, ແມ່ນກົດ​ເກນ​ແຫ່ງ​ການຄົງຕົວ ແລະຂະຫຍາຍຕົວ, ແມ່ນການ ພົວພັນ​ເປັນຕາ​ຍແລະ ແມ່ນແຫຼ່ງພະລັງແຮງທີ່ສຳຄັນສຳລັບພາລະກິດປົກປັກຮັກສາ ແລະ ພັດທະນາຢູ່ແຕ່ລະ ປະເທດ, ປະກອບສ່ວນຢ່າງຕັ້ງໜ້າໃຫ້ແກ່ສັນຕິພາບ, ສະຖຽນລະພາບ, ການຮ່ວມມື, ພັດທະນາຢູ່ພາກພື້ນ ແລະ ໂລກ, ຕ້ອງປົກ​ປັກຮັກສາ,​ເພີ່ມ​ພູນ​ຄູນ​ສ້າງ,​ເສີມຂະຫຍາຍ ແລະ ຖ່າຍທອດ ຄືນໃຫ້ບັນດາຄົນລຸ້ນຫຼັງ.  
 
ສອງຝ່າຍຢືນຢັນວ່າ ຈະສົມທົບກັນຢ່າງແໜ້ນແຟ້ນເພື່ອຈັດຕັ້ງ, ປະຕິບັດ​ເປັນ​ຢ່າງ​ດີບັນດາຂໍ້ຕົກລົງຮ່ວມ​ກັນຂອງການນຳຂັ້ນສູງສອງປະເທດກ່ຽວກັບການເພີ່ມທະວີການພົວພັນດ້ານການເມືອງ, ການຕ່າງປະເທດ,ປ້ອງກັນຊາດ,ປ້ອງ​ກັນຄວາມສະຫງົບກໍ່ຄືການຮ່ວມມືໃນຂົງເຂດເສດຖະກິດ,ການຄ້າ, ການລົງທຶນ;​ເຫັນ​ດີເປັນເອກະພາບກັນຈະຊີ້ນຳບັນດາກະຊວງ,ຂະແໜງການ​ແລະທ້ອງຖິ່ນ ຜັນຂະຫຍາຍປະຕິບັດຢ່າງມີປະສິດທິຜົນແຜນການຮ່ວມມື ລະຫວ່າງສອງລັດຖະບານໃນປີ 2016 ແລະ ສັນຍາຮ່ວມມືສອງຝ່າຍ ຫວຽດນາມ-ລາວ ໄລຍະ 2016-2020;ສືບຕໍ່ປັບປຸງບູລະນະຄະນະກຳມະການຮ່ວມລະຫວ່າງລັດຖະບານກ່ຽວກັບການຮ່ວມມືສອງຝ່າຍ ເພື່ອ​ເຮັດໃຫ້ກົນໄກການ​ພົວພັນດັ່ງກ່າວນີ້ບັນລຸໝາກຜົນ​ສູງ​ສຸດ.  

ທ່ານເລຂາທິການໃຫຍ່ ຫງວຽນຝູ໋ຈ້ອງ ພົບປະກັບ ທ່ານນາຍົກລັດຖະມົນຕີ ທອງລຸນ ສີສຸລິດ. ພາບ: ຈີ໋ຢຸງ/VNA 


ທ່ານປະທານປະເທດ ເຈີ່ນດ້າຍກວາງ ພົບປະກັບທ່ານນາຍົກລັດຖະມົນຕີ ທອງລຸນ ສີສຸລິດ. ພາບ: ຍ໋ານຊາງ/VNA 


ປະທານ​ສະພາ​ແຫ່ງ​ຊາດທ່ານນາງ ຫງວຽນທິກິມເງິນ
ພົບປະກັບທ່ານນາຍົກລັດຖະມົນຕີ ທອງລຸນ ສີສຸລິດ. ພາບ: ຈ້ອງດຶກ/VNA
 


ທ່ານ ດິງລາທັງ, ເລຂາຄະນະພັກນະຄອນ ໂຮ່ຈີມິນ ພົບປະ ແລກປ່ຽນຄວາມຄິດຄວາມເຫັນ
ກັບທ່ານນາຍົກລັດຖະມົນຕີ ທອງລຸນ ສີສຸລິດ. ພາບ: ແທງຫວູ/VNA

ສອງຝ່າຍເປັນເອກະສັນຈະສົມທົບກັນຜັນຂະຫຍາຍປະຕິບັດຢ່າງມີປະສິດທິຜົນບັນດາຂໍ້ຕົກລົງຮ່ວມມືທີ່ສອງປະເທດຫາກໍ່ເຊັນນໍາ​ກັນໃນປີ 2015; ຢືນຢັນຈະສົມທົບກັນ​ເພື່ອຜັຂະຫຍາຍປະຕິບັດເປັນຢ່າງດີອະນຸສັນຍາວ່າດ້ວຍການຮ່ວມມືດ້ານປ້ອງກັນຊາດ,ປ້ອງ​ກັນຄວາມສະຫງົບ ໄລຍະປີ 2016-2020.  
 
ສອງຝ່າຍຕົກລົງກັນຈະສືບຕໍ່ຍົກສູງຄຸນນະພາບການຮ່ວມມືກໍ່ ສ້າງ ແລະ ພັດທະນາແຫຼ່ງຊັບພະຍາກອນມະນຸດ; ສົມທົບກັນ ຢ່າງແໜ້ນແຟ້ນ ແລະ ເພີ່ມທະວີການຮ່ວມມືກັນ​ໃນບັນດາເວທີພາກພື້ນ ແລະ ສາກົນ; ສົມທົບກັນ​ຢ່າງແໜ້ນແຟ້ນລະຫວ່າງ​ສອງ​ປະ​ເທດແລະ ກັບບັນດາປະເທດ,ກັບບັນດາອົງການຈັດ​ຕັ້ງສາກົນໃນການ ຄຸ້ມຄອງ, ນຳໃຊ້ແຫຼ່ງແມ່ນຳ້ຂອງຢ່າງຍືນ​ຍົງ​ແລະມີປະສິດທິພາບ.ໃນໂອກາດນີ້, ທ່ານນາຍົກລັດຖະມົນຕີທັງສອງໄດ້ເປັນສັກຂີພິຍານພິທີລົງນາມເອກະສານຈຳນວນໜຶ່ງລະຫວ່າງບັນດາກະຊວງ, ຂະແໜງການ,ທ້ອງຖິ່ນຂອງ ຫວຽດນາມ ແລະ ລາວ; ເປັນສັກຂີພິຍານໃນເຫດການ ທະນາຄານ VietinBank ຊ່ວຍເຫຼືອ ລາວ 200.000USDເພື່ອຂະຫຍາຍວຽກງານສະວັດດີການສັງຄົມ.
ປະຕິບັດໂດຍ:VNA/VNP

ການພົວພັນ ຫວຽດນາມ-ອົດສະຕຣາລີ ຍົກລະດັບເປັນຄູ່ຮ່ວມມືຍຸດທະສາດຮອບດ້ານ

ການພົວພັນ ຫວຽດນາມ-ອົດສະຕຣາລີ ຍົກລະດັບເປັນຄູ່ຮ່ວມມືຍຸດທະສາດຮອບດ້ານ

ພາຍຫຼັງກວ່າ 50 ປີແຫ່ງການສ້າງຕັ້ງ ສາຍພົວພັນທາງການທູດ, ຫວຽດນາມ ແລະ ອົດສະຕຣາລີ ໄດ້ສ້າງສາຍພົວພັນທີ່ໜັກແໜ້ນ ແລະ ຮອບດ້ານ ບົນພື້ນຖານຄວາມໄວ້ເນື້ອເຊື່ອໃຈ ດ້ານຍຸດທະ ສາດ ແລະ ຄວາມເຂົ້າໃຈເຊິ່ງກັນ ແລະ ກັນ. ໃນກອບການຢ້ຽມຢາມ ປະເທດ ອົດສະຕຣາລີ ຢ່າງເປັນທາງການ ຂອງ ທ່ານນາຍົກລັດຖະ ມົນຕີ ຟ້າມມິງຈິ໋ງ ໃນເດືອນ ມີນາ ຜ່ານມາ ຕາມຄຳເຊີນ ຂອງ ທ່ານນາຍົກລັດຖະມົນຕີ ອົດສະຕຣາລີ Anthony Albanese, ສອງຝ່າຍໄດ້ປະກາດ ຍົກລະດັບການພົວພັນ ສອງຝ່າຍ ຂຶ້ນເປັນຄູ່ຮ່ວມມືຍຸດທະສາດຮອບດ້ານ.

Top