• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ວັດທະນະທຳ

ທ່ານນາຍົກລັດຖະມົນຕີຮຽກຮ້ອງໃຫ້ປິດປ່າເຂດໄຕງວຽນ

ຕໍ່ໜ້າສະພາບການປ່າດົງດິບໄຕງວຽນກຳລັງ “ເລືອດໄຫຼ”, ພວມລົດນ້ອຍຖອຍລົງ ແລະ ຊຸດໂຊມຢ່າງຮ້າຍແຮງ ຍ້ອນການ ທຳລາຍປ່າ, ບຽດຢຶດປ່າເພື່ອການປູກຝັງ, ສ້າງເຂື່ອນໄຟຟ້ານ້ຳຕົກ ແລະອື່ນໆສົ່ງຜົນກະທົບຢ່າງໜັກໜ່ວງຕໍ່ສິ່ງແວດລ້ອມ ແລະ ຊີວິດການເປັນຢູ່ຂອງປະຊາຊົນ, ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ໄດ້ປະກາດປິດປ່າທໍາມະຊາດເຂດໄຕງວຽນເພື່ອກອບກູ້ເອົາ “ປອດສີຂຽວ” ຂອງຜືນແຜ່ນດິນທີ່ເປັນຍຸດທະສາດແຫ່ງນີ້. 
ປົກປັກຮັກສາປ່າໄມ້ແມ່ນຄວາມຮຽກຮ້ອງຕ້ອງການທີ່ບໍ່ສາມາດສະງັກຊັກຊ້າໄດ້ຕໍ່ໄປສໍາລັບທຸກໆປະເທດຢູ່ໃນໂລກ.ໃນນັ້ນລວມທັງຫວຽດນາມ. ຢູ່ໄຕງວຽນ, ປ່າມີບົດບາດ ແລະ ມີຄວາມໝາຍສຳຄັນເປັນພິເສດ ບໍ່ພຽງແຕ່ຕໍ່ພາຍໃນເຂດຫາກຍັງຄອບງຳຢ່າງໃຫຍ່ຫຼວງຕໍ່ແຫຼ່ງນ້ຳ, ລະບົບນິເວດ ແລະ ການພັດທະນາເສດຖະກິດ-ສັງຄົມ ຂອງບັນດາ ແຂວງແຄມທະເລຢູ່ພາກກາງຕອນໃຕ້ ແລະ ພາກຕາເວັນອອກ. ຊັບພະຍາກອນປ່າໄມ້ຍັງຕິດພັນກັບວັດທະນະທໍາ, ວິຖີການດໍາລົງຊີວິດຂອງວົງຄະນາຍາດບັນດາຊົນເຜົ່າສ່ວນນ້ອຍໃນເຂດໄຕງວຽນອີກດ້ວຍ.

ເຖິງຢ່າງນັ້ນກໍ່ຕາມ, ໃນຊຸມປີມໍ່ໆມານີ້, ໄຕງວຽນຕ້ອງປະເຊີນໜ້າກັບໄພແຫ້ງແລ້ງທີ່ນັບມື້ນັບຮ້າຍແຮງຂຶ້ນ. ທັງເທສະອາວະກາດດ້ານເສດຖະກິດແລະວັດທະນະທຳຂອງໄຕງວຽນຍ້ອນໄດ້ຮັບຜົນກະທົບຈາກບັນຫາດັ່ງກ່າວຈຶ່ງເຮັດໃຫ້ແຄບເຂົ້າຕາມແຕ່ລະເຂດປ່າ ທີ່ຖືກເສຍຫາຍໄປນັ້ນ.


ປ່າໄຕງວຽນພວມຢືນຢູ່ຕໍ່ໜ້າໄພຖືກຂຸດຄົ້ນຈົນໝົດກ້ຽງ, ຍິ່ງກວ່ານັ້ນອາດຈະສູນຫາຍໄປ
ອັນເນື່ອງມາຈາກການທໍາລາຍຢ່າງຮ້າຍແຮງຂອງກະໂຕມະນຸດເອງ. ພາບ: ຫງວຽນລວນ/VNP



ປ່າປ້ອງກັນກອນຕູມຖືກປະຊາຊົນເຜົາທຳລາຍເພື່ອເຮັດໄຮ່ ເຮັດນາ. ພາບ: ກວາງຖ໋າຍ/VNA


ປ່າປ້ອງກັນຢູ່ກອນຕູມຖືກຂຸດຄົ້ນໄມ້ຢ່າງຜິດກົດໝາຍ. ພາບ: ກວາງຖ໋າຍ/VNA


ປ່າໂຄກຢູ່ໄຕງວຽນຫ່ຽວແຫ້ງໃນລະດູແລ້ງ. ພາບ: ຫງວຽນລວນ/VNP

ສະພາບການທຳລາຍປ່າ, ຂຸດຄົ້ນປ່າແບບຜິດກົດໝາຍເກີດຂຶ້ນ ຢ່າງຮ້າຍແຮງ. ປີ 2015 ບັນດາກຳລັງເຈົ້າໜ້າທີ່ທີ່ກ່ຽວຂ້ອງ ໄດ້ກວດພົບ ແລະ ດໍາເນີນການແກ້ໄຂ 6.034 ຄະດີລ່ວງລະເມີດ, ເພີ່ມຂຶ້ນ 463 ຄະດີເມື່ອທຽບກັບປີ 2014 (ເທົ່ານັບ 8,3% ຈຳນວນ ຄະດີທັງໝົດ). ໃນ 5 ເດືອນຕົ້ນປີ 2016, ບັນດາກຳລັງເຈົ້າໜ້າທີ່ປ່າໄມ້ກໍໄດ້ກວດພົບ ແລະ ດໍາເນີນການແກ້ໄຂ 1.724 ຄະດີ. 
ສາຍເຫດມີສະພາບ “ເລືອດໄຫລ” ຂອງປ່າດົງດິບໄຕງວຽນ ແມ່ນຍ້ອນການທຳລາຍປ່າ, ຍ້ອນໂຄງການຕ່າງໆທີ່ແອບອ້າງ ຫັນປ່ຽນປ່າໂຄກປ່າເຊື່ອມໂຊມເພື່ອປູກຕົ້ນໄມ້ອຸດສາຫະກຳ, ແຕ່ທາດແທ້ແມ່ນທໍາລາຍປ່າເພື່ອຂຸດຄົ້ນໄມ້, ຍ້ອນບັນດາ ໂຄງການກໍ່ສ້າງເຂື່ອນໄຟຟ້ານ້ຳຕົກ, ຍ້ອນປະຊາຊົນຍົກຍ້າຍຖິ່ນຖານແບບເສລີບໍ່ມີລະບຽບທໍາລາຍປ່າເຮັດໄຮ່ ແລະ ອື່ນໆຕາມລຳພັງໃຈ.

ຫວ່າງມໍ່ໆນີ້, ຢູ່ທີ່ນະຄອນບວນມາຖວດ, ແຂວງດັກລັກໃນການພົບປະເຮັດວຽກກັບຄະນະນຳຂອງ 5 ແຂວງເຂດພູດອຍໄຕງວຽນ, ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ໄດ້ຊີ້ໃຫ້ເຫັນຢ່າງຈະແຈ້ງວ່າ, ສະພາບການທຳລາຍປ່າໄມ້ ຢູ່ໄຕງວຽນພວມຢູ່ໃນ ລະດັບຮ້າຍແຮງທີສຸດ, ຄວາມຫລາກຫລາຍດ້ານຊີວະນາໆພັນຖືກທໍາລາຍ, ນາບຂູ່ໂດຍກົງເຖິງການປ່ຽນແປງຂອງດິນຟ້າອາກາດ ຢູ່ເຂດ ໄຕງວຽນ,ຖ້າຫາກບໍ່ມີການປັບປຸງປ່ຽນແປງຢ່າງຮີບດ່ວນປ່າໄຕງວຽນຈະຖືກຊຸດໂຊມເຖິງຂັ້ນວິກິດ, ຜົນຮ້າຍທີ່ຍາກຄາດຄະເນໄດ້ລ່ວງໜ້າຍ່ອມຈະເກີດຂຶ້ນຢ່າງແນ່ນອນ.

ວິເຄາະກ່ຽວກັບສາຍເຫດ ແລະ ວິທີການແກ້ໄຂໄລຍະຍາວ, ທ່ານນາຍົກລັດຖະມົນຕີມີຄວາມເຫັນວ່າ, ບັນຫາປ່າໄມ້ຖືກເສຍຫາຍເກີດຂຶ້ນຢ່າງແພ່ຫລາຍ ແມ່ນຍ້ອນສະພາບປ່າຍັງ “ບໍ່ມີເຈົ້າຂອງ” ບວກກັບປະກົດການຫຍໍ້ທໍ້, ການສໍ້ລາດບັງຫຼວງ ເກີດຂຶ້ນໃນພາກສ່ວນໜຶ່ງຂອງຖັນແຖວພະນັກງານຂະແໜງການທີ່ກ່ຽວຂ້ອງ.

ຕໍ່ໜ້າສະພາບການດັ່ງກ່າວ, ເພື່ອກອບກູ້ເອົາປ່າໄຕງວຽນ, ທ່ານນາຍົກລັດຖະມົນຕີຈໍາເປັນຕ້ອງປະກາດປິດປ່າທຳມະຊາດ; ບໍ່ໃຫ້ຫັນເອົາ 2,25 ລ້ານເຮັກຕາປ່າທຳມະຊາດທີ່ຍັງເຫຼືອໄປສູ່ຈຸດປະສົງອື່ນ; ບໍ່ໃຫ້ຫັນທີ່ດິນປ່າໂຄກໄປເປັນທີ່ດິນເພື່ອ ປູກຕົ້ນໄມ້ອຸດສາຫະກຳ. ພ້ອມກັນນັ້ນ, ເພື່ອຫຼີກລ້ຽງສະພາບການ “ພໍ່ລວມບໍ່ມີໃຜຮ້ອງໄຫ້” ໃນການຄຸ້ມຄອງ, ປົກປັກຮັກສາ ແລະ ພັດທະນາປ່າ, ທ່ານນາຍົກລັດຖະມົນຕີໄດ້ແນະນໍາໃຫ້ທ່ານ ປະທານຄະນະກຳມະການປະຊາຊົນບັນດາແຂວງ ຢູ່ເຂດໄຕງວຽນ ຕ້ອງມອບພັນທະໜ້າທີ່ປົກປັກຮັກສາ ແລະ ພັດທະນາປ່າໃຫ້ແກ່ບັນດາປະທານຄະນະກຳມະການປະຊາຊົນເມືອງ ແລະ ຕາແສງຢູ່ທ້ອງຖິ່ນທີ່ກ່ຽວຂ້ອງພ້ອມນັ້ນກໍ່ຕ້ອງກຳນົດໃຫ້ແຈ້ງໜ້າທີ່ ຄວາມຮັບຜິດຊອບຂອງພະນັກງານຂະແໜງການທີ່ກ່ຽວຂ້ອງໃນພື້ນທີ່.

ບໍ່ພຽງແຕ່ເທົ່ານັ້ນ, ທ່ານນາຍົກລັດຖະມົນຕີຍັງເດັດດ່ຽວຮຽກຮ້ອງໃຫ້ປິດປະຕູບັນດາຫົວໜ່ວຍຮາກຖານປຸງແຕ່ງໄມ້ຈາກທຳມະຊາດ, ສັບຊ້ອນບັນດານິຄົມກະເສດ, ນິຄົມປ່າໄມ້ຄືນໃໝ່ເພື່ອຮັບປະກັນທີ່ດິນ ແລະ ປ່າໄມ້ຕ້ອງມີເຈົ້າຂອງ, ຢຸດຕິການອອກໃບອະນຸຍາດໃຫ້ແກ່ບັນດາກິດຈະການໄຟຟ້ານ້ຳຕົກທີ່ກ່ຽວພັນເຖິງທີ່ດິນປ່າ; ໃຫ້ຢຸດເຊົາການເຄື່ອນໄຫວຂອງບັນດາໂຄງການທີ່ບໍ່ມີການປູກປ່າທົດແທນ, ປະຕິເສດບໍ່ໃຊ້ຈ່າຍທົດແທນຄ່າເສຍຫາຍຈາກທີ່ດິນປ່າ ແລະ ປ່າ…


ທີ່ກອງປະຊຸມວ່າດ້ວຍວິທີການຟື້ນຟູປ່າແບບຍືນຍົງໃນເຂດ ໄຕງວຽນແນໃສ່ຮັບມືກັບການປ່ຽນແປງຂອງດິນຟ້າອາກາດໄລຍະ 2016-2020,
ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ໄດ້ປະກາດປິດປ່າເພື່ອກອບກູ້ເອົາປ່າໄຕງວຽນໃຫ້ຫຼູດພົ້ນ ອອກຈາກ
ສະພາບເຊື່ອມໂຊມໝົດກ້ຽງຄືດັ່ງປັດຈຸບັນ. ພາບ: ຖົ໋ງເຍິດ/VNA



N
ພະນັກງານເຈົ້າໜ້າທີ່ເຂດອະນຸລັກຮັກສາປະເພດຕົ້ນແປກນ້ຳ (Glyptostrobus pensilis)ທີ່ມີຄ່າ ແລະ ຫາຍາກຢູ່ຕາແສງ Ea Ral,
ແຂວງ Ea H’leo, ແຂວງດັກລັກ ຕິດປ້າຍກ່າວເຕືອນລະວັງໄຟໄໝ້. ພາບ: ເຢືອງຢາງ/VNA



ເຂດອະນຸລັກຮັກສາປະເພດຕົ້ນແປກນ້ຳ (Glyptostrobus pensilis)ທີ່ມີຄ່າ ແລະ ຫາຍາກຢູ່ຕາແສງ Ea Ral, ແຂວງ Ea H’leo, ແຂວງດັກລັກ ປັບປຸງໃຫ້ແຂງແກ່ນແໜ້ນໜາລະບົບຮົ້ວໜາມໝາກຈັບ ເພື່ອປົກປັກຮັກສາປ່າ. ພາບ: ເຮືອງຢາງ/VNA

ທ່ານນາຍົກລັດຖະມົນຕີໄດ້ຢືນຢັນວ່າລັດຖະບານຈະປຸກລະດົມ ທຸກກຳລັງແຮງຂອງທົ່ວລະບົບການເມືອງ, ປະຊາຄົມວິສາຫະກິດ ແລະ ປະຊາຊົນເພື່ອຕັດສິນໃຈຟື້ນຟູ ແລະ ພັດທະນາປ່າໃຫ້ຍືນຍົງ, ສູ້ຊົນຮອດປີ 2020 ຍົກອັດຕາສ່ວນປົກຄຸມປ່າຢູ່ເຂດໄຕງວຽນ ຂຶ້ນໃຫ້ບັນລຸ 59%.

ອາດເວົ້າໄດ້ວ່າ, ນີ້ແມ່ນການຕັດສິນໃຈ “ກູ້ຊີບ” ປ່າໄຕງວຽນ ຢ່າງແທ້ຈິງ ແລະ ນີ້ກໍແມ່ນສິ່ງທີ່ປະຊາຊົນໄຕງວຽນມີຄວາມຄອງຄອຍລັດຖະບານແຕ່ດົນມາແລ້ວ.



ຕາມລາຍງານນຂອງກະຊວງກະສິກຳ ແລະ ພັດທະນາຊົນນະບົດ, ໄລ່ມາຮອດທ້າຍປີ 2014, ລວມຍອດເນື້ອທີ່ປາ ແລະ ແຜນກໍານົດ ທີ່ດິນສໍາລັບການປູກປ່າໄມ້ຂອງ 5 ແຂວງຢູ່ໄຕງວຽນແມ່ນ 3.354.194 ເຮັກຕາ, ໃນນັ້ນທີ່ດິນທີ່ມີປ່າຫຼຸດລົງ 180.000 ເຮັກຕາເມື່ອທຽບກັບປີ 2010. 

ປະຕິບັດໂດຍ: VNA/VNP


Top