• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ວັດທະນະທຳ

ທີມຫວຽດນາມຊະນະເລີດໃນງານແຂ່ງຂັນ Shell Eco-Marthon ອາຊີ

ຫວ່າງແລ້ວນີ້, ລົດ LH - Gold Energy ຂອງທີມງານ ຄົ້ນຄວ້າ ນັກສຶກສາມະຫາວິທະຍາໄລລາກຮົ່ງຂອງ ຫວຽດນາມ ໄດ້ຄອງ ຊະນະເລີດໃນງານແຂ່ງຂັນປະດິດສ້າງລົດປະຢັດເຊື້ອເພີງ ໃນພາກພື້ນ ອາຊີ (Shell Eco Marathon Asia 2016) ຢູ່ຟີລິບ ປິນດ້ວຍຜົນການແລ່ນໄລຍະທາງ 185 ກິໂລແມັດ ສິ້ນເປືອງພຽງ 1 ລິດອານໂກນ ethanol E100. ນີ້ແມ່ນຄັ້ງທີສອງລຽນຕິດກັນທີ່ທີມງານນັກສຶກສາດັ່ງກ່າວໄດ້ເປັນຜູ້ຊະນະເລີດໃນງານ ແຂ່ງຂັນນີ້. 
ລົດ 4 ລໍ້ LH - Gold Energy ໂດຍແມ່ນທີມງານນັກສຶກສາ ມະຫາວິທະຍາໄລລາກຮົ່ງ (ແຂວງດົ່ງນາຍ) ເປັນຜູ້ຄົ້ນຄວ້າ ແລະ ປະດິດສ້າງ ໄດ້ລື່ນທີມແຂ່ງຂັນອື່ນໆໃນງານແຂ່ງຂັນ. ບັນດາ ຜູ້ຊະນະເວົ້າວ່າ, ເຂົາເຈົ້າຕ້ອງໄດ້ດັດປ່ຽນສ່ວນປະກອບຫຼາຍຢ່າງຂອງເຄື່ອງຈັກ ແລະ ສິ່ງທີ່ສຳຄັນທີສຸດແມ່ນເຮັດໃຫ້ລົດສາມາດຕິດເຄື່ອງຈັກໄດ້ດ້ວຍນ້ຳມັນ ethanol ແລະ ເຄື່ອນຕົວໄດ້ດີ.

ທີມຄົ້ນຄວ້າໃຫ້ຮູ້ວ່າ, ຂໍ້ຫຍຸ້ງຍາກເມື່ອນຳໃຊ້ເຊື້ອເພີງນີ້ແມ່ນ ອຸ່ນຫະພູມເຜົາໄຫມ້ອານໂກນ ethanol  ຕຳ່ກວ່ານ້ຳມັນແອັດຊັງ, ຄວາມດັນລະເບີດອ່ອນສະນັ້ນຈຶ່ງຕິດຈັກໄດ້ຍາກ. ເພື່ອແກ້ໄຂບັນ ຫາດັ່ງກ່າວ, ທີມນັກສຶກສາໄດ້ຄົ້ນຄວ້າ ປະດິດສ້າງໃໝ່ລະບົບຫົວສູບ ແລະ ຊີແລັງ, ຕິດຕັ້ງເຂັມພົ່ນເອເລັກຕໂຣນິກເພີ່ມ ເພື່ອບັງຄັບເຊື້ອເພີງ. 

ຂັ້ນຕອນຈອດໂຄງລົດ. ພາບ: ທົງຫາຍ


ລົດ LH - Gold Energy  ໄດ້ຜະລິດຈາກວັດຖຸດິບທີ່ຜະລິດ ຄືນໃໝ່ ແລະ ສິ້ນສ່ວນຕ່າງໆຂອງລົດຈັກຫຼາຍຊະນິດ. ພາບ: ທົງຫາຍ


ທ້າວເຈີ່ນຮຸຍຮວ່າງ, ນັກສຶກສາປີ 3, ພະແນກກົນຈັກ ໄຟຟ້າ-ເອເລັກຕໂຣນິກ,
ມະຫາວິທະຍາໄລລາກຮົ່ງ, ເປັນໜຶ່ງໃນບັນດາ ສະມາຊິກຂອງກຸ່ມຄົ້ນຄ້ວາ
ພວມດັດແປງສິ້ນສ່ວນເຄື່ອງຈັກລົດຄືນໃໝ່. ພາບ: ທົງຫາຍ



ທີມນັກສຶກສາພວມຄົ້ນຄວ້າຜະລິດພາກສ່ວນເຄື່ອງຈັກຄືນໃໝ່ ໃຫ້ພໍເໝາະກັບຄວາມຕ້ອງການທີ່ໄດ້ວາງອອກ. ພາບ: ທົງຫາຍ


ຢາງລົດທີ່ໄດ້ຜະລິດຈາກລໍ້ລົດ Exciter. ພາບ: ເອກະສານ


ເປືອກນອກລົດໄດ້ເຮັດຈາກສ່ວນປະສົມຂອງເສັ້ນໄຍແກ້ວ ແລະ ປລາສຕິກ ແລະ ໄດ້ອອກແບບຕາມທິດ
ເຮັດໃຫ້ຫລຸດຜ່ອນ ແຮງ ຕ້ານເມື່ອລົດແລ່ນ.  ພາບ: ເອກະສານ



ພາກສ່ວນນຳເຊື້ອເພີງເຂົ້າເຄື່ອງຈັກທີ່ໄດ້ປະດິດສ້າງຄືນໃໝ່. ພາບ: ເອກະສານ


ພາກສ່ວນຂັບເຄື່ອນຂອງຕົວລົດ. ພາບ: ທົງຫາຍ


ພາກສ່ວນເຄື່ອງຈັກຂອງລົດໄດ້ຮັບການປະດິດສ້າງຄືນໃໝ່ຈາກ ລົດຈັກ. ພາບ: ເອກະສານ


ລົດທີ່ໄດ້ສຳເລັດພາກໂຄງຮ່າງ ແລະ ໄດ້ປະກອບ. ພາບ: ເອກະສານ

ລົດຄັນດັ່ງກ່າວໄດ້ຜະລິດຈາກວັດຖຸດິບຜະລິດຄືນໃໝ່ ແລະ ສິ້ນສ່ວນຕ່າງໆຂອງລົດຈັກຫຼາຍຊະນິດ. ໂຄງລົດແມ່ນໄດ້ ຜະລິດຈາກສ່ວນປະສົມເສັ້ນໄຍແກ້ວ ແລະ ຢາງປລາສຕິກ ໄດ້ອອກແບບຕາມທິດເຮັດໃຫ້ຫລຸດແຮງຕ້ານເມື່ອລົດແລ່ນ ແລະ ຕອບສະໜອງຕາມມາດຖານເບົາ, ທົນທານ ແລະ ສວຍງາມ.

ພາກສ່ວນເຄື່ອງຈັກ,  ຫົວເຄື່ອງຈັກແມ່ນຂອງ Honda Cub 81, ກະປຸກເກຍ ແລະ ພາກສ່ວນຂັບເຄື່ອນ (transmission) ແມ່ນຂອງລົດ Wave , ລໍ້ລົດແມ່ນຂອງ Exciter... ລົດໄດ້ຖືກປະກອບຢ່າງຄົບຖ້ວນຄື: ແກ, ແວ່ນຫນ້າ, ຫຼັງ, ໄຟສັນຍານ. ໃນຫ້ອງຂັບໄດ້ຕິດຕັ້ງລະບົບໂມງສະແດງໃຫ້ເຫັນຕົວເລກຕ່າງໆເຊັ່ນ: ຄວາມໄວ, ເຊື້ອເພີງ, ລະບົບເກຍ… ທຸກໆພາກສ່ວນລ້ວນແຕ່ໄດ້ຮັບການປະດິດສ້າງຄືນໃໝ່ ໃຫ້ເໝາະສົມ, ຮັບປະກັນການ ເຄື່ອນໄຫວທີ່ດີ ແລະ ປະຢັດເຊື້ອເພີງ.

ເບິ່ງທາງດ້ານນອກ, ລົດ LH - Gold Energy ເໝືອນດັ່ງລົດກິ ລາຂະໜາດນ້ອຍ, ມີນ້ຳໜັກປະມານ 60 ກິໂລ ແລະ ມີບ່ອນ ນັ່ງຫນຶ່ງດຽວ. ລົດໄດ້ທາເປັນສີຂາວ ແລະ ຕິດເຄື່ອງໝາຍ logo ງາມສະດຸດຕາ. ປະຕູລົດໄດ້ເປີດອອກແບບຍົກຂຶ້ນສູງ.

ໃນງານແຂ່ງຂັນ Shell Eco Marathon Asia 2015, ທີມນັກສຶກສາມະຫາວິທະຍາໄລລາກຮົ່ງຍັງໄດ້ຊິງຊະນະເລີດ ໃນປະເພດຮູບຈຳລອງຕົວເມືອງເຊື້ອເພີງປ່ຽນແທນ (Urban concept) ແລະ ລົດ LH - Gold Energy ມີຜົນການແລ່ນໄລ ຍະທາງ 164,4 ກິໂລແມັດ ສິ້ນເປືອງ 1 ລິດອານໂກນ ethanol E100. ຍັງບໍ່ພໍໃຈກັບຜົນງານທີ່ບັນລຸໄດ້, ທີມນັກສຶກສາ ໄດ້ກ້າ ຕັດສິນໃຈດັດແປງບາງພາກສ່ວນ, ລາຍລະອຽດຕ່າງໆດີຂຶ້ນ ເພື່ອໃຫ້ລົດສາມາດແລ່ນໄລຍະທາງໄດ້ໄກກວ່າເມື່ອໃຊ້ພຽງ 1 ລິດອານໂກນ ethanol .

ທ້າວເຈີ່ນຮຸຍຮວ່າງ, ນັກສຶກສາປີ 3, ພະແນກກົນຈັກ ໄຟຟ້າ-ເອເລັກຕໂຣນິກ, ມະຫາວິທະຍາໄລລາກຮົ່ງ, ເປັນໜຶ່ງໃນບັນດາ ສະມາຊິກຂອງກຸ່ມຄົ້ນຄ້ວາໃຫ້ຮູ້ວ່າ: “ຕົ້ນປີ 2016, ເມື່ອທົດລອງ, ລົດສິ້ນເປືອງພຽງ 1 ລິດອານໂກນ ethanol ແຕ່ແລ່ນໄດ້ 200 ກິໂລແມັດ ແລະ ບັນລຸຄວາມໄວສຸງສຸດເຖິງ 50 ກິໂລແມັດ/ຊົ່ວ ໂມງ. ຜົນສຳເລັດດັ່ງກ່າວເປັນແຫຼ່ງລະດົມກຳລັງໃຈພວກຂ້າພະ ເຈົ້າຢ່າງຫຼວງຫຼາຍ”.

ສ່ວນທ່ານປະລິນຍາໂທ ເລເຟືອງລອງ, ຄູສອນ ພະແນກກົນຈັກ ໄຟຟ້າ-ເອເລັກຕໂຣນິກ, ມະຫາວິທະຍາໄລລາກຮົ່ງໄດ້ແບ່ງປັນ ດ້ວຍຄວາມດີອົກດີໃຈວ່າ: “ຜົນສຳເລັດຂອງທີມນັກສຶກສາແມ່ນ ປະດິດຄິດສ້າງລົດທີ່ແລ່ນດ້ວຍເຊື້ອເພີງອານໂກນ ໄດ້ສ້າງໃຫ້ມີຊື່ສຽງໂດ່ງດັງ ແລະ ກໍ່ສາມາດໝູນໃຊ້ເຂົ້າໃນຊີວິດຕົວຈິງເພື່ອປະ ກອບສ່ວນຫຼຸດຜ່ອນແຫຼ່ງອາຍເສຍສົ່ງມົນລະພິດຕໍ່ ສິ່ງແວດລ້ອມ ລົງໃນລະດັບຕ່ຳສຸດ.


ລົດ LH - Gold Energy ແລ່ນດ້ວຍ ອານໂກນ ethanol ໂດຍທີມນັກສຶກສາມະຫາວິທະຍາໄລລາກຮົ່ງເປັນຜູ້ປະດິດສ້າງ. ພາບ: ເອກະສານ


ລົດແລ່ນດ້ວຍເຊື້ອເພີງອານໂກນ ethanol  ໄດ້ ນຳໄປສະໜາມ ແຂ່ງຂັນໃນງານແຂ່ງຂັນ
Shell Eco Marathon Asia 2015 ຢູ່ໄທ. ພາບ: ເອກະສານ



ລົດ LH - Gold Energy ສາມາດແລ່ນໄດ້ 185  ກິໂລແມັດ, ສິ້ນເປືອງ 1 ລິດອານໂກນ ethanol
ດ້ວຍຄວາມໄວສຸງສຸດເຖິງ 50 ກິໂລແມັດ/ຊົ່ວໂມງ. ພາບ: ເອກະສານ



ລົດມີນ້ຳໜັກປະມານ 60 ກິໂລ ແລະ ມີບ່ອນນັ່ງບ່ອນດຽວ. ພາບ: ເອກະສານ


ທີມຄົ້ນຄວ້ານັກສຶກສາມະຫາວິທະຍາໄລລາກຮົ່ງຂອງ ຫວຽດນາມ ໄດ້ຄອງຊະນະເລີດໃນງານແຂ່ງຂັນປະດິດສ້າງ
ລົດປະຢັດເຊື້ອ ເພີງພາກພື້ນອາຊີ 2016. ພາບ: ເອກະສານ

 
ບົດ: ຫງວຽນແອວງ-ພາບ: ທົງຫາຍ ແລະ ເອກະສານ


Top