• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ອາຫານການກິນ

ຕົ້ມຍຳປູກ່າເມົາ

ກ່າເມົາແມ່ນແຖບດິນ ທີ່ຫຼາກຫຼາຍຄອງນ້ຳຄວັກໄຂ່ວໄປມາ ໄດ້ເປັນບ່ອນອາໄສຂອງກຸ້ງ, ປູ, ປາໃຫຍ່ນ້ອຍ ນາໆຊະນິດ. ເມື່ອຊອກຈັງມີ ເຍື່ອງອາຫານງົວເຜົາເ ປັນທີ່ຂຶ້ນຊື່ລືຊາ ໄປທົ່ວ ພາກໃຕ້. ຢູ່ກ່າເມົາພັດບໍ່ໜ້ອຍໜ້າ ດ້ວຍອາຫານ ຕົ້ມຍຳກະປູ ທີ່ໂດ່ງດັງທົ່ວສາຍນະທີ ເຂດ ໃຕ້ສຸດຫວຽດນາມ...
 
 
 
ເຍື່ອງອາຫານຕົ້ມຍຳປູກ່າເມົາໄດ້ຮັບການປຸງແຕ່ງຈາກປະເພດປູໄຂ່ຂອງຄຸ້ມເດີດມຸຍ, ເມືອງຫງອກຫຽນ, ແຂວງກ່າເມົາ ຊຶ່ງເປັນບ່ອນໃຕ້ສຸດຂອງປະເທດຫວຽດນາມ. ໃນພູມອາດາດທີ່ມີຝົນຕົກລິນຂອງລະດູນ້ຳ ຢຶງ, ໄດ້ນັ່ງກັບໝູ່ຄູ່ຢູ່ຄຽງຂ້າງໝໍ້ຍຳປູທີ່ຍັງຟົດຮ້ອນສົ່ງກິ່ນຫອມໄປທົ່ວຫ້ອງອາຫານ, ຊິມລົດຊາດແຊບ ນົວຂອງກະປູເຈືອຈານກັບລົດສົ້ມຂອງໝາກເລັ່ນ ແລະ ຄວາມເຜັດຮ້ອນຂອງໝາກເຜັດ ກໍຖືວ່າເປັນຄວາມ ອອນຊອນໃຈ ຍາກທີ່ຈະຫຼົງລືມໄດ້ເຂດແຄວ້ນແດນເດີດມຸຍແຫ່ງນີ້.
            ວັດຖຸດິບ: (ສຳລັບ 6 ຄົນ)
          - ກະປູໄຂ່: 1,5 ກິໂລກຣາມ
          - ໝາກເລັ່ນ: 5 ໜ່ວຍ
          - ກຸງແຫ້ງ: 100 ກຣາມ
          - ເຫັດເຟືອງ: 50 ກຣາມ
          - ໄຂ່ໄກ່: 2 ໜ່ວຍ
          - ໝາກພ້າວ: 1 ໜ່ວຍ
          - ນ້ຳມັນພືດ: ½ ບ່ວງ
          - ປາແດກ: 2 ບ່ວງ
          - ເຂົ້າປຸ້ນ: 0,5 ກິໂລກຣາມ
          - ນ້ຳປາ, ແປ້ງນົວ, ເກືອ, ໝາກເຜັດ, ພິກໄທ, ຫົວຜັກບົ່ວ, ຜັກທຽມ, ຜັກຫອມຫໍ້, ຜັກຫອມແກ້ວ,  
            ຜັກບົ້ງ, ຜັກກາດຂາວ, ຍອດກ້ວຍຊອຍ… ແນວລະໜ້ອຍ.
 
 

            ວິທີປຸງ: 
          - ກະປູແກ້ກະດອງ, ລ້າງໃຫ້ສະອາດ.
          - ໄຂ່ໄກ່ຕີໃຫ້ແຫຼກ.
          - ຫົວຜັກບົ່ວຄົ້ວກັບນ້ຳມັນໃຫ້ມີກິ່ນຫອມແລ້ວເອົາໝາກເລັ່ນລົງຄົ້ວໃຫ້ທົ່ວ. ຕື່ມນ້ຳ ໝາກພ້າວ ແລະ ນ້ຳ 3 ບ່ວງ ລົງໃສ່ ເມື່ອນ້ຳຟົດກໍໃສ່ປູ, ໄຂ່, ກຸ້ງແຫ້ງ, ເຫັດເຟືອງລົງ ແລະ ຕົ້ມໃຫ້ສຸກດີ ແລ້ວຕື່ມເກືອ, ນ້ຳ ປາ, ແປ້ງນົວ ໃຫ້ພໍກິນ.
          ເວລາຮັບປະທານ, ຄວນໃຊ້ໄຟອ່ອນເພື່ອໃຫ້ໝໍ້ຍຳຮ້ອນຢູ່ຕະຫຼອດ. ອາຫານເຍື່ອງນີ້ກິນແກ້ມ ກັບເຂົ້າປຸ້ນ ແລະ ຜັກປະເພດຕ່າງໆ.
                                                                                     ບົດ: ຫງວຽນຫວູທັນດາດ    ພາບ:
ຫືວແທ່ງ

Bài: Nguyễn Vũ Thành Đạt - Ảnh: Hữu Thành

ໝາກກໍ່ ຈຸ່ງແຄ໋ງ

ໝາກກໍ່ ຈຸ່ງແຄ໋ງ

ໝາກກໍ່ ຈຸ່ງແຄ໋ງ ແມ່ນຜະລິດຕະພັນພິເສດ ຂອງເມືອງ ຈຸ່ງແຄ໋ງ, ແຂວງ ກາວບັ່ງ. ໝາກກໍ່ ຈຸ່ງແຄ໋ງ ມີຊື່່ສຽງ ຍ້ອນມີຂະໜາດໃຫຍ່, ເປືອກໜາ, ແກ່ນສີເຫຼືອງ, ຫອມມັນ ແລະ ບັນຈຸປະລິມານ ທາດ ບຳລຸງສູງ. 

Top