• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ວັດທະນະທຳ

ຊາວພີ່ນ້ອງຮ່ວມຊາດທີ່ອາໄສຢູ່ຕ່າງປະເທດມາຢ້ຽມຢາມເຈື່ອງຊາ

ໃນເດືອນເມສາເປັນວັນປະຫວັດຊາດ, ໄດ້ມີປະຊາຊົນ ຊາວ ຫວຽດນາມທີ່ຢູ່ຕ່າງປະເທດປະມານ 80 ຄົນ ມາຈາກ 22 ປະເທດ ແລະ ເຂດແຄ້ວນໄດ້ພ້ອມກັນເຂົ້າຮ່ວມຂະບວນການເດີນທາງພິເສດເພື່ອຢ້ຽມຢາມທະຫານ ແລະ ປະຊາຊົນ ເມືອງເກາະ ເຈື່ອງຊາ (ແຂວງແຄ໋ງຮ່ວາ). ນີ້ເປັນການຢ້ຽມຢາມ ໂດຍຄະນະກຳມະການແຫ່ງລັດວ່າດ້ວຍຊາວຫວຽດນາມອາໄສ ຢູ່ຕ່າງປະເທດ ແລະ  ເຫຼົ່າທັບເຮືອປະສານສົມທົບກັນ ຈັດຕັ້ງຂຶ້ນດ້ວຍສາຍທາງຍາວ 11 ວັນຄືນ, ຜ່ານ 14 ໝູ່ເກາະ ແລະ ຮ້ານເຈາະນ້ຳມັນ DK1. ຖ້າວ່າກ່ອນໜ້ານີ້, ພໍ່ແມ່ພີ່ນ້ອງຊາວຫວຽດນາມທີ່ອາໄສ ຢູ່ຕ່າງປະເທດ ໄດ້ເຫັນເຈື່ອງຊາຢູ່ແຕ່ໃນພາບແຜນທີ່ຫວຽດນາມ ເທົ່ານັ້ນ, ມື້ນີ້ເຂົາເຈົ້າໄດ້ເຫັນກັບຕາການຄົງຕົວຂອງບັນດາ ໝູ່ເກາະຢູ່ກາງທະເລທີ່ກວ້າງໃຫຍ່ໄພສານ. ທ່ານນາງເຈືອງ ກິມແອງ, ອະດີດທີ່ປຶກສາການຕ່າງປະເທດ ວົງຄະນາຍາດ ອາຊີຂອງກະຊວງຍຸຕິທຳອາເລມິກາເປັນໜຶ່ງໃນຈຳນວນ ຊາວຫວຽດນາມອາໄສ ຢູ່ຕ່າງປະເທດ ກໍໄດ້ມີໜ້າຢູ່ໃນການ ເດີນທາງຄັ້ງນີ້. ເມື່ອມາເຖິງເຈື່ອງຊາ, ໄດ້ເຫັນກັບຕາ ຊີວິດ ການເປັນຢູ່ຂອງທະຫານ ແລະ ປະຊາຊົນຢູ່ຕາມໜ່ວຍເກາະ ຕ່າງໆ, ນາງໄດ້ໄຂຄວາມໃນໃຈອອກມາດ້ວຍຄວາມຕື້ນ ຕັນໃຈວ່າ: “ໄດ້ເຂົ້າຮ່ວມການຢ້ຽມຢາມຄັ້ງນີ້, ພວກຂ້າພະເຈົ້າ ຈຶ່ງເຂົ້າໃຈຢ່າງຈະແຈ້ງວ່າ, ເຈື່ອງຊາໄດ້ເປັນ ແລະ ຈະເປັນ ເລືອດເນື້ອສ່ວນໜຶ່ງຂອງຫວຽດນາມຕະຫຼອດໄປ”.

ເຖິງວ່າອາຍຸໄດ້ 70 ປີ ແລະ ນີ້ແມ່ນເທື່ອທີສາມເຂົ້າຮ່ວມ ການຢ້ຽມຢາມເຈື່ອງຊາ, ແຕ່ສຳລັບນັກຂ່າວ ຫງວຽນເຟືອງຮຸ່ງ (ຊາວຫວຽດນາມອາໄສຢູ່ອາເມລິກາ), ຫົວໜ້າ ບັນນາທິການ ໃຫຍ່ສະຖານີວິທະຍຸ KBC ຢູ່ຕ່າງປະເທດຍັງຄົງໝົກມຸ່ນກັບ ບັນຫາ ອຳນາດອະທິປະໄຕໝູ່ເກາະທະເລຂອງຫວຽດນາມ. ແຕ່ລະໄລຍະ, ແຕ່ລະຍານຂອງການເດີນທາງສູ່ໝູ່ເກາະ ທ່ານຮຸ່ງ ໄດ້ບັນທຶກໄວ້ສິ່ງທີ່ປະທັບໃຈຕ່າງໆ ແລະ ຄວາມຮູ້ສຶກ ຂອງພໍ່ແມ່ພີ່ນ້ອງຊາວຫວຽດນາມຢູ່ຕ່າງດ້າວທີ່ມີຕໍ່ທະຫານ ແລະ ປະຊາຊົນເຂດດ່ານໜ້າປະເຊີນກັບຄື້ນທະເລ ແລະ ພາຍຸລົມແດງ.
 

ກຳປັ່ນກວດກາການປະມົງ KN – 490 ນຳເອົາຄະນະປະ ຕິບັດງານ ແລະ ພໍ່ແມ່ພີ່ນ້ອງຊາວຫວຽດນາມ
ອາໄສ ຢູ່ທົ່ວທຸກມູມໂລກອອກສູ່ທະເລເພື່ອຢ້ຽມຢາມເມືອງເກາະເຈື່ອງຊາ
ແລະ ຮ້ານເຈາະນ້ຳມັນ DK 1.


ເຮືອຈັກນຳເອົາຄະນະປະຊາຊົນຊາວຫວຽດນາມອາໄສຢູ່ ຕ່າງປະເທດຈາກກຳປັ່ນ KN 490 ເຂົ້າຢ້ຽມເກາະເຈື່ອງຊາເລີ໋ນ. 


ບັນດາພະນັກງານ ນັກຮົບຂອງຮ້ານເຈາະນ້ຳມັນ DK1/18 ຕ້ອນຮັບຄະນະຂຶ້ນມາຢ້ຽມຢາມ. 


ຄະນະປະຊາຊົນຊາວຫວຽດນາມອາໄສຢູ່ຕ່າງປະເທດເຂົ້າຮ່ວມພິທີເຄົາລົບທຸງຊາດ ແລະ ກວດແຖວທີ່ເກາະເຊີນກາ. 


ຄະນະປະຊາຊົນຊາວຫວຽດນາມອາໄສຢູ່ຕ່າງປະເທດໄຕ້ທູບວາງດອກໄມ້ທີ່ວັດຢູ່ເທິງເກາະເຊີນກາ. 


ຄະນະປະຊາຊົນຊາວຫວຽດນາມອາໄສຢູ່ຕ່າງປະເທດຮ້ອງເພງກັບນັກຮົບຢູ່ເກາະເຊີນກາ.


ຄະນະປະຊາຊົນຊາວຫວຽດນາມອາໄສຢູ່ຕ່າງປະເທດພ້ອມກັບທະຫານ ແລະ ປະຊາຊົນຮ້ອງເພງຢູ່ໃຕ້ທຸງຊາດຫວຽດນາມ ຢູ່ເກາະເຊີນກາ. 


ຊາວຫວຽດນາມອາໄສຢູ່ສ.ເກົາຫຼີຜູ້ໜຶ່ງເຊັດເຫື່ອໃຫ້ແກ່ນັກຮົບທີ່ກຳລັງເຝົ້າຍາມຫຼັກໝາຍອະທິປະໄຕຢູ່ເກາະຊິງໂຕ່ນ.


ນັກຮົບເກາະເຈື່ອງຊາເລີ໋ນມອບດອກໄມ້ໃຫ້ແກ່ຊາວຫວຽດນາມອາໄສຢູ່ຕ່າງປະເທດໃນລາຍການແລກປ່ຽນສິລະປະວັນນະຄະດີ. 


ຄະນະປະຊາຊົນຊາວຫວຽດນາມອາໄສຢູ່ຕ່າງປະເທດມອບເຮືອອີໂມ CQ ໃຫ້ແກ່ບັນດານັກຮົບໝູ່ເກາະເຈື່ອງຊາຈາກກອງທຶນ “ເພື່ອເຈື່ອງຊາທີ່ຮັກ”. 


ຄະນະປະຊາຊົນຊາວຫວຽດນາມອາໄສຢູ່ສິງກະໂປມອບໃຫ້ທະຫານ ແລະ ປະຊາຊົນເກາະເຈື່ອງຊາເລີ໋ນ
ແຜ່ນພາບທຸງຊາດຫວຽດນາມຊຶ່ງໄດ້ຕິດຕໍ່ເຂົ້າກັນດ້ວຍຮູບຫົວໃຈ.



ຊາວຫວຽດນາມອາໄສຢູ່ຕ່າງປະເທດຂໍລາຍເຊັນໄວ້ ເປັນທີ່ລະນຶກຈາກບັນດານາຍທະຫານ
ແລະ ນັກຮົບຢູ່ຕາມ ບັນດາໜ່ວຍເກາະທີ່ຄະນະແວ່ຢ້ຽມຢາມ. 



ນັກຂ່າວຫງວຽນເຟືອງຮຸ່ງ, ຫົວໜ້າບັນນາທິການໃຫຍ່ ສະຖາ ນີວິທະຍຸ KBC ຢູ່ຕ່າງປະເທດ ໄດ້ມາຢ້ຽມຢາມເມືອງເກາະ ເຈື່ອງຊາ 3 ຄັ້ງແລ້ວ
ແຕ່ຍັງມີຄວາມຮູ້ສຶກຕື່ນເຕັ້ນ ແລະ ສະເທືອນໃຈໃນການມາຢ້ຽມຢາມຄັ້ງນີ້. 



ຊາວຫວຽດນາມອາໄສຢູ່ຕ່າງປະເທດມີຄວາມຮູ້ສຶກຕືື່ນຕັນໃຈ ໃນພິທີໄຕ້ທູບໄຫວ້ອາໄລ
ບັນດານັກຮົບຜູ້ເສຍສະຫຼະຊີວິດ ເພື່ອຊາດເກາະເຈື່ອງຊາເລີ໋ນ. 



ພິທີລະນຶກເຖິງບັນດານັກຮົບຜູ້ເສຍສະຫຼະຊີວິດເພື່ອຊາດເມື່ອ ເຮັດໜ້າທີ່ຢູ່ທະເລຕາເວັນອອກທີ່ກຳປັ່ນ KN - 490.


ຊາວຫວຽດນາມອາໄສຢູ່ຕ່າງປະເທດຖ່າຍຮູບເປັນທີ່ລະນຶກກັບທຸງຊາດ ແລະ ເສື້ອມີຮູບທຸງຊາດຫວຽດນາມ.


ການບົກມືທີ່ເຕັມໄປດ້ວຍຄວາມຜູກພັນຄິດຮອດຄິດການບົກມືທີ່ເຕັມໄປດ້ວຍຄວາມຜູກພັນຄິດຮອດຄິດເຖິງຂອງນັກຮົບຢູ່ເຈື່ອງຊາເມື່ອສະແດງຄວາມອຳລາຄະນະປະຕິບັດງານ. ຂອງນັກຮົບຢູ່ເຈື່ອງຊາເມື່ອສະແດງຄວາມອຳລາຄະນະປະຕິບັດງານ. 

“ພັກ ແລະ ລັດຖະບານຍາມໃດກໍຖືພໍ່ແມ່ພີ່ນ້ອງຊາວຫວຽດນາມ ອາໄສຢູ່ຕ່າງປະເທດທັງຫມົດ 4,5 ລ້ານຄົນແມ່ນພາກສ່ວນໜຶ່ງ ທີ່ບໍ່ອາດແຍກອອກໄດ້ຂອງຊາດຫວຽດນາມ. ໃນວຽກງານ ຕໍ່ສູ້ປົກປັກຮັກສາອຳນາດອະທິປະໄຕຂອງຊາດ, ຊາວຫວຽດ ນາມອາໄສຢູ່ຕ່າງປະເທດແຕ່ລະຄົນເປັນນັກການທູດ, ເປັນນັກ ຊວນເຊື່ອສຳຄັນຄົນໜຶ່ງ, ສ້າງຄວາມໄວ້ເນື້ອເຊື່ອໃຈ ແລະ  ເຂົ້າໃຈຢ່າງຖີ່ຖ້ວນໃຫ້ເພື່ອນມິດສາກົນ ສະໜັບສະໜູນພາ ລະກິດ ອັນຊອບທຳຂອງທະຫານ ແລະ ປະຊາຊົນຢູ່ພາຍໃນ ປະເທດ”. 
(ທ່ານນາງເລທິຮັ່ງ, ຜູ້ຮັກສາການຫົວໜ້າກົມ, ກົມສື່ຂ່າວ ແລະ ວັດທະນະທຳ-ຄະນະກຳມະການແຫ່ງລັດວ່າດ້ວຍຊາວ ຫວຽດນາມຢູ່ຕ່າງປະເທດ)
ພ້ອມກັບຄວາມຕື້ນຕັນໃຈດັ່ງກ່າວ, ເຂົາເຈົ້າກໍບໍ່ໄດ້ລືມນຳເອົາຂອງຂວັນທັງທາງວັດຖຸ ແລະ ຈິດໃຈທີ່ເຕັມໄປດ້ວຍຄວາມ ໝາຍຫຼາຍຢ່າງມອບໃຫ້ ເຈື່ອງຊາ, ເປັນການຕາງໜ້າໃຫ້ແກ່ປະ ຊາຊົນຊາວຫວຽດນາມຢູ່ຕ່າງປະເທດຫລາຍກວ່າ 4,5 ລ້ານຄົນ ໃນທົ່ວໂລກ, ພໍ່ແມ່ພີ່ນ້ອງຊາວຫວຽດນາມທີ່ອາໄສ ຢູ່ຕ່າງປະເທດກວ່າ 80 ຄົນໄດ້ມອບເຮືອກູ້ໄພ CQ ໜຶ່ງລຳ ລວມມູນຄ່າ 3,4 ຕື້ດົ່ງເພື່ອເປັນຂອງຂວັນໃຫ້ທະຫານ ແລະ ປະຊາຊົນຢູ່ເກາະເຈື່ອງຊາເລີ໋ນ. ພີ່ນ້ອງຊາວຫວຽດນາມອາໄສຢູ່ ສ.ເກົາຫຼີ ກໍໄດ້ນຳເອົາຂອງຂວັນສຸດພິເສດມອບໃຫ້ແກ່ທະຫານ ແລະ ປະຊາ ຊົນ ຢູ່ເກາະໃຕ້ນ້ຳໂກລິນ, ດ໋າລາດ ແລະ ຮ້ານເຈາະນ້ຳມັນ DK1/17 ຊຶ່ງລວມມີເຄື່ອງຈັກດູດປັບ ຄວາມຊຸ່ມໃນອາກາດເປັນນ້ຳຈືດ, ເຄື່ອງຈັກປັ່ນໄຟຟ້າດ້ວຍ ພະລັງງານແສງຕາເວັນ ແລະ ລະບົບຮ້ານປູກຜັກໃນດິນ ແລະ ໃນນ້ຳລວມມູນຄ່າສູງເຖິງ 28.000 ໂດລາສະຫະລັດ. ວົງຄະນາຍາດຊາວ ຫວຽດນາມທີ່ຢູ່ສິງກະໂປ ກໍມອບຂອງຂວັນ ເປັນແຜ່ນພາບຮູບທຸງຊາດ ຫວຽດນາມ ຊຶ່ງໄດ້ສ້າງຈາກ 800  ຂໍ້ຄວາມຂອງພໍ່ແມ່ພີ່ນ້ອງເຖິງທະຫານ ແລະ ປະຊາຊົນທີ່ພວມໃຊ້ຊີວິດຢູ່ຕາມໝູ່ເກາະທີ່ແສນໄກ.

ຕາມເສັ້ນທາງເດີນມາຢ້ຽມຢາມໝູ່ເກາະເຈື່ອງຊາ, ຄະນະໄດ້ ເຂົ້າຮ່ວມພິທີໄຫວ້ອາໄລເຖິງບັນດາພະນັກງານ, ນັກຮົບຜູ້ທີ່ເສຍ ສະຫຼະຊີວິດໃນບັ້ນຮົບກາກມາ ແລະ ຢູ່ເຂດຮ້ານເຈາະນ້ຳມັນ DK1. ໃນຄັ້ງຕ່າງໆທີ່ໄດ້ພົບປະ ແລະ ໂອ້ລົມກັນກັບຊາວເກາະ ແລະ ບັນດາພົນທະຫານໜຸ່ມມີອາຍຸເທົ່າກັບລູກຫຼານຂອງຕົນ, ແຕ່ພັດໄດ້ຮັບຜິດຊອບພາລະໜ້າທີ່ອັນສູງສົ່ງ ແລະ ຊົງກຽດ ທີ່ປະເທດຊາດມອບໝາຍໃຫ້, ໄດ້ນຳເອົາຄວາມຮູ້ສຶກປາບປື້ມສະເທືອນໃຈຢ່າງແຮງກ້າ ໃນດວງໃຈຂອງພໍ່ແມ່ພີ່ນ້ອງ ຫວຽດນາມຢູ່ຕ່າງປະເທດແຕ່ລະຄົນ.

ສາຍໂຄຈອນທາງທະເລໃນ 11 ວັນຄືນ, ໄດ້ຜ່ານ 14 ເກາະ ແລະ ຮ້ານເຈາະນ້ຳມັນ DK1 ສິ້ນສຸດລົງ ໄດ້ສ້າງໄວ້ຄວາມ ປະທັບໃຈ ຫຼາຍຢ່າງສຳລັບພໍ່ແມ່ພີ່ນ້ອງຊາວຫວຽດນາມ ຢູ່ຕ່າງດ້າວຄວາມຮູ້ສຶກເອກອ້າງທະນົງໃຈທັງເຄົາລົບນັບຖື. ຄູ່ຜົວເມຍທ່ານບຸ່ຍບ໊ານ ແລະ ທ່ານນາງ ຫງວຽນທິທູ (ຊາວຫວຽດນາມອາໄສຢູ່ອາເມລິກາ) ໄດ້ຖ່າຍຮູບ ແລະ ຖ່າຍວີດີໂອ, ບັນທຶກໄວ້ສາຍໂຄຈອນທາງທະເລ ຜ່ານ ໜ່ວຍເກາະຕ່າງໆຢ່າງຫຼວງຫຼາຍ ແລະ ມີແຜນເມື່ອກັບເມືອ New Caledonia ຈະສ້າງເປັນຮູບເງົາເພື່ອສາຍໃຫ້ພໍ່ແມ່ ພີ່ນ້ອງເຊື້ອຊາດຫວຽດເບິ່ງ. ທ່ານນາງທູໃຫ້ຮູ້ວ່າ: “ເມື່ອກັບເມືອ New 
Caledonia, ພວກຂ້າພະເຈົ້າຈະ ເລົ່າເລື່ອງ ສາຍໂຄຈອນນີ້ໃຫ້ທ່ານປະທານສະມາຄົມປະສານມິດ ຫວຽດນາມ ແລະ ປະຊາຊົນຊາວຫວຽດນາມອາໄສ ຢູ່ອາເມລິກາຮູ້ ໃນຂະນະທີ່ເຂົາເຈົ້າຍັງມີຄວາມເຟີ້ຝັນບໍ່ຈະແຈ້ງ ແນ່ນອນກ່ຽວກັບບັນຫາທະເລໝູ່ເກາະ. ຂ້າພະເຈົ້າມີຄວາມ ປາດຖາໜາວ່າພໍ່ແມ່ພີ່ນ້ອງຫວຽດນາມອາໄສຢູ່ຕ່າງປະເທດ ຈະມີຄວາມເຂົ້າໃຈຈະແຈ້ງກວ່າ ແລະ ຈາກນັ້ນກໍ່ຈະມີສ່ວນ ຮ່ວມຢ່າງຫຼວງຫຼາຍໃຫ້ແກ່ພາລະກິດ“ຂ້າພະເຈົ້າບໍ່ນຶກບໍ່ຝັນວ່າ, ບັນດາໜ່ວຍເກາະຢູ່ເຂດໝູ່ເກາະ ເຈື່ອງຊາມີຄວາມສວຍງາມເໝືອນດັ່ງເທດສະບານແຫ່ງໜຶ່ງຢູ່ ດິນຕໍ່ແຜ່ນມີຕົ້ນໄມ້ທີ່ເກົ່າແກ່ຫຼາຍຕົ້ນ. ສີຂຽວດັ່ງກ່າວ ຢູ່ ກາງທະເລທີ່ກວ້າງໃຫຍ່ໄພສານ ມັນສະແດງ ໃຫ້ເຫັນວ່າ ພວກເຮົາຮັກຫອມສັນຕິພາບທີສຸດ. ສີຂຽວດັ່ງກ່າວກຳລັງ ເວົ້າ ເຖິງ ຄວາມປາດຖະໜາອັນແຮງກ້າຂອງຊາວຫວຽດນາມແຕ່ ລະຄົນຢູ່ທີ່ນີ້”. ປົກປັກຮັກສາ ແລະ ສ້າງສາສິດອຳນາດອະທິປະໄຕທະເລໝູ່ເກາະອັນສັກສິດຂອງ ປະເທດຊາດບ້ານເມືອງຂອງຕົນ”. 
 

“ຂ້າພະເຈົ້າບໍ່ນຶກບໍ່ຝັນວ່າ, ບັນດາໜ່ວຍເກາະ ຢູ່ເຂດໝູ່ເກາະເຈື່ອງຊາ ມີຄວາມສວຍງາມ ເໝືອນດັ່ງເທດສະບານແຫ່ງໜຶ່ງຢູ່ດິນຕໍ່ແຜ່ນ ມີຕົ້ນໄມ້ທີ່ເກົ່າແກ່ຫຼາຍຕົ້ນ. ສີຂຽວ​ດັ່ງ​ກ່າວ ຢູ່ ກາງທະເລທີ່ກວ້າງໃຫຍ່ໄພສານມັນສະແດງໃຫ້ເຫັນວ່າ ພວກເຮົາຮັກຫອມສັນຕິພາບທີສຸດ. ສີຂຽວດັ່ງ​ກ່າວ​ ກຳ​ລັງເວົ້າເຖິງຄວາມປາດຖະໜາອັນແຮງກ້າຂອງຊາວຫວຽດນາມແຕ່ ລະຄົນຢູ່ທີ່ນີ້”. 

(ທ່ານທ່ຽວວັນກວາງ, ຮອງປະທານສາຂາສະມາຄົມຊາວ ຫວຽດນາມຢູ່ສູນການຄ້າຊາປາ, ປຣາຮາ ແຫ່ງ ສ.ແຊັກ)

ບົດ: ຮື້ວຈຸງ - ພາບ: ຫງວຽນລວນ


Top