• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ເຫດການ ແລະ ບັນຫາ

ການທະເລາະພິພາດຢູ່ທະເລຕາເວັນອອກ: ກົດໝາຍສາກົນຄວນໄດ້ຮັບການເຄົາລົບ

ການທີ່ສານກຳມະການປະຈຳ(PCA) ຢູ່ລາໄຮ(ໂຮນລັງ) ເມື່ອວັນທີ 12 ກໍລະກົດໄດ້ອອກຄຳຕັດສິນສຸດທ້າຍ ກ່ຽວກັບເລື່ອງຟີລິບປິນຮ້ອງຟ້ອງຈີນນັ້ນສາມາດຖືໄດ້ວ່າເປັນຂີດໝາຍອັນສຳຄັນ ໃນບັນດາຄວາມມານະພະຍາຍາມແກ້ໄຂການທະເລາະພິພາດ ຢູ່ທະເລ ຕາເວັນອອກໂດຍສັນຕິວິທີ ແລະ ສອດຄ່ອງກັບກົດໝາຍສາກົນ. 
ພາຍຫຼັງ 3 ປີກວ່າພິຈາລະນາໂດຍລະອຽດ ບົນພື້ນຖານເອກະສານຊ້ອນທ້າຍທີ VII ຂອງສົນທິສັນຍາ ສະຫະປະຊາຊາດວ່າດ້ວຍກົດໝາຍທະເລ 1982 (UNCLOS), PCA ໄດ້ປະຕິເສດການຮຽກສິດ ທີ່ໄຮ້ເຫດຜົນຂອງຈີນກ່ຽວກັບ “ບັນດາສິດປະຫວັດສາດ” ທີ່ມີຕໍ່ບັນດາເຂດທະເລນອນຢູ່ໃນ “ທາງ 9 ຕອນ”.

ຕາມການຕັດສິນຂອງ PCA, ຈີນບໍ່ມີ “ຖານະປະຫວັດສາດ” ຕໍ່ບັນດາເຂດທະເລ ຢູ່ທະເລຕາເວັນອອກ ແລະ ບໍ່ມີພື້ນຖານນິຕິກຳ ເພື່ອອອກຖະແຫຼງການກ່ຽວກັບ “ບັນດາສິດປະຫວັດສາດ” ຕໍ່ແຫຼ່ງຊັບພະຍາກອນໃນ “ທາງ 9 ຕອນ”. ສານກຳມະການກໍ່ສະຫຼຸບວ່າ, ບໍ່ມີໂຄງປະກອບໃດໆ ທີ່ຂຶ້ນກັບ ໝູ່ເກາະເຈື່ອງຊາອ້າງອີງໃຫ້ຈີນມີສິດມີເຂດເສດຖະກິດຈຳເພາະ.

ສານກຳມະການປະຈຳສະຫະປະຊາຊາດ(PCA). ພາບ: PCA


ໃນຕົວຈິງ, ການທີ່ຈີນມີຄຳປະກາດຝ່າຍດຽວກ່ຽວກັບ “ທາງ 9 ຕອນ” ແລະ ໃນຫຼາຍປີຜ່ານມາ ໄດ້ມີການກະທຳ ຢ່າງຕໍ່ເນື່ອງແນໃສ່ “ຫັນເປັນຕົວຈິງ”, ສິ່ງດັ່ງກ່າວ ໄດ້ປະເຊີນກັບການຄັດຄ້ານຢ່າງຮ້າຍແຮງ ຂອງປະຊາຄົມໂລກ. ມີຫຼາຍປະເທດໄດ້ນໍາເອົາຫຼັກຖານປະຫວັດສາດ ແລະ ນິຕິກຳເດັ່ນຊັດຫຼາຍຢ່າງພິສູດຄວາມໄຮ້ເຫດຜົນໃນ “ທາງ 9 ຕອນ” ທີ່ຈີນໄດ້ນຳອອກມາ ເພື່ອຫວັງຢຶດຄອງເກືອບທັງໝົດທະເລຕາເວັນອອກ. ດ້ວຍເຫດນັ້ນ, ຄຳຕັດສິນຂອງ PCA ເປັນພື້ນຖານນິຕິກຳເພື່ອຢືນຢັນວ່າ “ທາງ 9 ຕອນ” ຂອງຈີນແມ່ນໄຮ້ຫຼັກຖານຢ່າງແນ່ນອນ.

PCA ກໍໄດ້ມີການຕັດສິນຢ່າງຈະແຈ້ງກ່ຽວຂ້ອງເຖິງເລື່ອງ ຈີນ ແຊກແຊງເຂົ້າສິດຈັບຫາປາທີ່ເປັນມູນເຊື້ອຂອງ ຟີລິບປີນຢູ່ທີ່ຫາດ Scarborough ບົນທະເລຕາເວັນອອກ, ເຮືອກຳປັ່ນປະຕິບັດກົດໝາຍຂອງຈີນ ໄດ້ສ້າງຄວາມສ່ຽງຊົນຕໍາທີ່ຮ້າຍແຮງ ຢ່າງບໍ່ຖືກຕ້ອງກັບກົດໝາຍ ໃນເວລາກີດຂວາງເຊິ່ງໜ້າບັນດາກຳປັ່ນ ຂອງ ຟີລິບປິນ, ພ້ອມກັນນັ້ນໄດ້ເນັ້ນໜັກການກະທຳຂອງຈີນ ເຮັດໃຫ້ບັນດາການທະເລາະພິພາດ ກັບຟີລິບປິນ ຍິ່ງຮ້າຍແຮງຂຶ້ນຕື່ມອີກ ໃນຂະນະຝ່າຍຕ່າງໆກຳລັງ ອອກແຮງພະຍາຍາມເພື່ອແກ້ໄຂບັນຫາ. ພິເສດ, ການຕັດສິນຂອງ PCA ກໍໄດ້ຊີ້ແຈ້ງວ່າ ຈີນພວມມີບັນດາການກະທຳທີ່ບໍ່ເໝາະສົມກັບ UNCLOS ຊຶ່ງຈີນກໍເປັນໜຶ່ງໃນບັນດາປະເທດທຳອິດລົງນາມເຊັນສັນຍາ ແລະ ໃຫ້ສັດຕະຍາບັນ.

ຕາມ PCA, ບັນດາການເຄື່ອນໄຫວຄູນຖົມດິນຊາຍ ແລະ ກໍ່ສ້າງເກາະທຽມຂອງຈີນ ບົນ 7 ໂຄງປະກອບຂອງ ໝູ່ເກາະເຈື່ອງຊາໃນມໍ່ໆມານີ້ໄດ້ກໍ່ຜົນເສຍຫາຍຢ່າງຮ້າຍແຮງຕໍ່ສິ່ງແວດລ້ອມຂອງບັນດາກຸ່ມປະກາລັງ ແລະ ລ່ວງລະເມີດພັນທະອະນຸລັກຮັກສາລະບົບນິເວດ ທີ່ງ່າຍຕໍ່ການຖືກສູນຫາຍກໍຄືສິ່ງແວດລ້ອມແຫ່ງການ ມີຊີວິດຂອງບັນດາປະເພດທີ່ກຳລັງອ່ອນເພຍ, ຖືກນາບຂູ່ ແລະ ຖືກທຳລາຍລ້າງ. ໃນຖານະເປັນສະມາຊິກຜູ້ໜຶ່ງ ຂອງ UNCLOS, ຈີນພວມເດີນສວນທາງກັບບັນດາ ຂໍ້ກຳນົດຂອງສົນທິສັນຍາດັ່ງກ່າວ ແລະ ຍິ່ງສະແດງ ໃຫ້ໂລກເຫັນວ່າປັກກິ່ງບໍ່ແມ່ນສະມາຊິກຜູ້ໜຶ່ງທີ່ມີຄວາມຮັບຜິດຊອບ ເມື່ອເມີນເສີຍຕໍ່ກົດໝາຍສາກົນໂດຍເຈດຕະນາ.


ໂຄສົກກະຊວງການຕ່າງປະເທດຫວຽດນາມທ່ານ ເລຫາຍບິ່ງໄດ້ຍົກໃຫ້ເຫັນຢ່າງຈະແຈ້ງວ່າ: “ຫວຽດນາມ ຊົມເຊີຍເລື່ອງສານກຳມະການໄດ້ອອກຄຳຕັດສິນສຸດທ້າຍ
ເມື່ອວັນທີ 12 ກໍລະກົດຜ່ານມາ. ຫວຽດນາມ ຈະມີຖະແຫຼງການກ່ຽວກັບເນື້ອໃນຄຳຕັດສິນ”. ພາບ: ອານດັງ/VNA



ທ່ານຮອງປະທານາທິບໍດີອາເມລິກາ Joe Biden ໄດ້ຖະແຫຼງວ່າ ຈີນຕ້ອງເຄົາລົບຄຳຕັດສິນຂອງPCA ກ່ຽວກັບບັນຫາທະເລຕາເວັນອອກ. ພາບ: AFP/ VNA


ທ່ານລັດຖະມົນຕີການຕ່າງປະເທດຍີ່ປຸ່ນ Fumio Kishida ໄດ້ອອກຖະແຫຼງການວ່າ ຄຳຕັດສິນຂອງ PCA ເປັນຄໍາ ຕັດສິນສຸດທ້າຍ
ແລະ ມີລັກສະນະຜູກມັດດ້ານນິຕິກຳ, ຕາມນັ້ນຝ່າຍຕ່າງໆທີ່ກ່ຽວຂ້ອງຕ້ອງປະຕິບັດ ຕາມ ຄຳຕັດສິນດັ່ງກ່າວ.  ພາບ: AFP/ VNA



ທ່ານປະທານສະພາເອີຣົບ (EC) Donald Tusk ຢືນຢັນວ່າ ອີຢູ (EU) ມີຄວາມເຊື່ອໝັ້ນຢ່າງສິ້ນເຊີງ” ຕໍ່ PCA ແລະ ວິວັດທະນາການຮ້ອງຟ້ອງ,
ພ້ອມດຽວກັນນັ້ນ ກໍສະແດງຄວາມປາດຖະໜາວ່າ ຄຳຕັດສິນຈະໄດ້ນຳໃຊ້ ເພື່ອ “ສ້າງກຳລັງໜູນທີ່ຕັ້ງໜ້າ”ໃນການອອກແຮງພະຍາຍາມ
ຊອກຫາວິທີການແກ້ໄຂການທະເລາະພິພາດຢູ່ທະເລຕາເວັນອອກ.  ພາບ: AFP/ VNA


ທ່ານລັດຖະມົນຕີການຕ່າງປະເທດອົສຕາລີ Julie Bishop ຮຽກຮ້ອງຟີລິບປິນ ແລະ ຈີນ ປະຕິບັດຕາມ ຄຳຕັດສິນຂອງ PCA 
ຍ້ອນວ່າ“ນັ້ນແມ່ນຄຳຕັດສິນ ສຸດທ້າຍ ແລະ ມີລັກສະນະຜູກມັດຕໍ່ທັງສອງຝ່າຍ”. ພາບ: AFP/ VNA



ເປັນອັນຈະແຈ້ງວ່າ, ການທີ່PCA ອອກຄໍາຕັດສິນສຸດທ້າຍ ໂດຍອີງໃສ່ UNCLOS ໄດ້ສະແດງໃຫ້ເຫັນບົດບາດຂອງ ກົດໝາຍສາກົນ ໃນການແກ້ໄຂບັນດາການ ທະເລາະພິພາດໂດຍສັນຕິວິທີ, ຈາກນັ້ນປະກອບສ່ວນ ຫຼີກລ້ຽງວິທີການນຳໃຊ້ກຳລັງອາວຸດ. ນອກນັ້ນ, ນີ້ແມ່ນ ຄຳຕັດສິນສາກົນທຳອິດທີ່ກ່ຽວຂ້ອງເຖິງ ການທະເລາະພິພາດຢູ່ທະເລຕາເວັນອອກມັນໄດ້ເປັນພື້ນຖານເພື່ອໃຫ້ ບັນດາບັນຫາທະເລາະພິພາດ ຢູ່ເຂດທະເລນີ້ ສາມາດຖືກແກ້ໄຂຢ່າງຖືກຕ້ອງ ຕາມບັນດາຫຼັກການຂອງກົດໝາຍສາກົນ, ໂດຍສະເພາະ ແມ່ນ UNCLOS. ດ້ວຍເຫດນັ້ນ, ຫຼັງຈາກ PCA ອອກຄໍາຕັດສິນ, ມີຫຼາຍປະເທດ ແລະ ອົງການຈັດຕັ້ງ ໄດ້ໃຫ້ທັດສະນະວ່າ ຄຳຕັດສິນດັ່ງກ່າວແມ່ນມີລັກສະນະ ຜູກມັດດ້ານນິຕິກຳ ແລະ ສາມາດສ້າງເປັນກຳລັງໜູນ ໃນການແກ້ໄຂບັນດາບັນຫາພົ້ນເດັ່ນຢູ່ທະເລຕາເວັນອອກໂດຍສັນຕິວິທີ. ຫາງສຽງພາກພື້ນ ແລະ ທົ່ວໂລກພ້ອມກັນ ຮຽກຮ້ອງຝ່າຍຕ່າງໆຈົ່ງເຄົາລົບ ແລະ ເຈລະຈານຳກັນ ກ່ຽວກັບການປະຕິບັດຄຳຕັດສິນດັ່ງກ່າວ.

ແຕ່ໃດໆມາ UNCLOS ຍາມໃດປະຊາຊົມໂລກກໍ່ເບິ່ງ ແລະ ຮັບຮູ້ປຽບເໝືອນບາດກ້າວໜຶ່ງທີ່ສຳຄັນທີສຸດ ໃນການຈັດຄວາມເປັນລະບຽບບົນທະເລ. ດ້ວຍເຫດນັ້ນ, ບໍ່ວ່າສະມາຊິກຜູ້ໃດທີ່ເຂົ້າຮ່ວມສົນທິສັນຍາດັ່ງກ່າວ ກໍຕ້ອງມີໜ້າທີ່ປະຕິບັດຢ່າງຄົບຖ້ວນ ໝົດທຸກຂໍ້ກຳນົດ ແລະ ລະບຽບການໃນນັ້ນ, ນັບທັງການແກ້ໄຂທຸກການທະເລາະພິພາດທີ່ກ່ຽວຂ້ອງ.

ໜ້າເສຍດາຍ, ໃນປະຕິກິລິຍາທຳອິດ, ຈີນໄດ້ສະແດງທ່າທີ ຂາດເຈດຕະນາດີ ເມື່ອປະກາດວ່າປະເທດນີ້ “ບໍ່ຍອມຮັບ ກໍຄືບໍ່ຮັບຮອງ” ຄຳຕັດສິນຂອງ PCA, ໂດຍໃຫ້ເຫດຜົນວ່າ ຄຳຕັດສິນຂອງ PCA ແມ່ນ “ບໍ່ມີພື້ນຖານ, ໄຮ້ຄຸນຄ່າ ແລະ ບໍ່ມີຜົນສັກສິດຜູກມັດ”. ບັນດາຄຳປະກາດດັ່ງກ່າວ ພ້ອມກັບບັນດາການກະທຳຝ່າຍດຽວ ແລະ ຈອງຫອງ ຂອງຈີນບົນທະເລຕາເວັນອອກກຳລັງກໍ່ຄວາມເສຍຫາຍ ເຖິງພາບພົດຂອງກະໂຕປະເທດນີ້ບົນເວທີສາກົນ, ຍ້ອນວ່າຈີນໃນຖານະເປັນມະຫາອໍານາດປະເທດໜຶ່ງ ໃນຫຼາຍຂົງເຂດ, ທັງເປັນກຳມະການຜູ້ປະຈຳການ ສະພາຄວາມໝັ້ນຄົງແຫ່ງສະຫະປະຊາຊາດ, ກໍຍິ່ງຕ້ອງ ສະແດງອອກມາວ່າເປັນຄູ່ຮ່ວມມືຜູ້ໜຶ່ງທີ່ມີຄວາມ ຮັບຜິດຊອບໃນການປົກປັກຮັກສາ ແລະ ຮັກສາໄວ້ ສະພາບແວດລ້ອມແຫ່ງສັນຕິພາບ ແລະ ຄວາມໝັ້ນຄົງໃນພາກພື້ນກໍຄືໃນໂລກ.

ບັນດາກິດຈະກຳທີ່ໄດ້ຮັບການກໍ່ສ້າງຢ່າງຜິດກົດໝາຍຂອງຈີນຢູ່ເທິງເກາະກາກມາທີ່ຂຶ້ນກັບໝູ່ເກາະເຈື່ອງຊາຂອງ ຫວຽດນາມ. ພາບ: ແທງຫາຍ


ຮູບພາບເກາະຫີນຈື໊ເຖີບທີ່ຂຶ້ນກັບໝູ່ເກາະເຈື່ອງຊາ ຂອງ ຫວຽດນາມ ເມື່ອເດືອນກັນຍາ 2015 ສະແດງໃຫ້ເຫັນວ່າ ຈີນໄດ້ດຳເນີນການກໍ່ສ້າງຫຼາຍກິດຈະການ
ຢ່າງຜິດກົດໝາຍ: ລານບິນ, ທ່າກຳປັ່ນ, ຕຶກອາຄານຖາວອນຕ່າງໆ… ພາບ: Reuters/VNA

ທະເລຕາເວັນອອກແມ່ນໜຶ່ງໃນບັນດາສາຍທາງເດີນ ທະເລສຳຄັນອັນດັບແຖວໜ້າຂອງໂລກ ແລະ ມີຄວາມ ກ່ຽວພັນເຖິງຜົນປະໂຫຍດຂອງຫຼາຍຝ່າຍ. ດັ່ງນັ້ນ, ການຮັກສາສັນຕິພາບ, ສະຖຽນລະພາບໃນພາກພື້ນ ກໍຄືຄວາມໝັ້ນຄົງ, ຄວາມສະຫງົບປອດໄປໃນດ້ານ ການເດີນທະເລ ແລະ ການເດີນອາກາດ ຢູ່ທະເລ ຕາເວັນອອກ ຍາມໃດກໍເປັນຈຸດໝາຍທີ່ເປັນບຸລິມະສິດ ແຖວໜ້າ. ຝ່າຍຕ່າງໆທີ່ກ່ຽວຂ້ອງຕ້ອງສະແດງໃຫ້ເຫັນ ຄວາມຮັບຜິດຊອບຂອງຕົນໃນການປະຕິບັດກົດໝາຍ ສາກົນ, ໂດຍສະເພາະກໍ່ແມ່ນຮັບປະກັນຫລັກການເຄົາລົບ ກົດໝາຍສູງສຸດໃນທະເລຕາເວັນອອກ. ທຸກປະຕິກິລິຍາເກີນເຫດ ຫຼື ການກະທຳບໍ່ນັບຖື ແລະ ເມີນເສີຍກົດໝາຍສາກົນຈະຍິ່ງເຮັດໃຫ້ສະພາບການເຄັ່ງຕຶງຂຶ້ນຕື່ມ. 
ປະຕິບັດໂດຍ: VNA/VNP

ການພົວພັນ ຫວຽດນາມ-ອົດສະຕຣາລີ ຍົກລະດັບເປັນຄູ່ຮ່ວມມືຍຸດທະສາດຮອບດ້ານ

ການພົວພັນ ຫວຽດນາມ-ອົດສະຕຣາລີ ຍົກລະດັບເປັນຄູ່ຮ່ວມມືຍຸດທະສາດຮອບດ້ານ

ພາຍຫຼັງກວ່າ 50 ປີແຫ່ງການສ້າງຕັ້ງ ສາຍພົວພັນທາງການທູດ, ຫວຽດນາມ ແລະ ອົດສະຕຣາລີ ໄດ້ສ້າງສາຍພົວພັນທີ່ໜັກແໜ້ນ ແລະ ຮອບດ້ານ ບົນພື້ນຖານຄວາມໄວ້ເນື້ອເຊື່ອໃຈ ດ້ານຍຸດທະ ສາດ ແລະ ຄວາມເຂົ້າໃຈເຊິ່ງກັນ ແລະ ກັນ. ໃນກອບການຢ້ຽມຢາມ ປະເທດ ອົດສະຕຣາລີ ຢ່າງເປັນທາງການ ຂອງ ທ່ານນາຍົກລັດຖະ ມົນຕີ ຟ້າມມິງຈິ໋ງ ໃນເດືອນ ມີນາ ຜ່ານມາ ຕາມຄຳເຊີນ ຂອງ ທ່ານນາຍົກລັດຖະມົນຕີ ອົດສະຕຣາລີ Anthony Albanese, ສອງຝ່າຍໄດ້ປະກາດ ຍົກລະດັບການພົວພັນ ສອງຝ່າຍ ຂຶ້ນເປັນຄູ່ຮ່ວມມືຍຸດທະສາດຮອບດ້ານ.

Top