• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ເຫດການ ແລະ ບັນຫາ

CLV 9: ກາລະໂອກາດ ແລະ ແບ່ງປັນ ຜົນປະໂຫຍດ ຮ່ວມກັນ

ກອງປະຊຸມຂັ້ນສູງເຂດ 3 ຫລ່ຽມພັດທະນາ ກຳປູເຈຍ - ລາວ - ຫວຽດນາມ ຄັ້ງທີ 9 (CLV 9) ໄດ້ຈັດຂຶ້ນຢູ່ນະຄອນ ຊຽມຣຽບ ແຫ່ງ ລາຊະອານາຈັກ ກຳປູເຈຍ ແຕ່ວັນທີ 23-24 ພະຈິກ 2016 ໂດຍ ການເຂົ້າຮ່ວມຂອງ ນາຍົກລັດຖະມົນຕີ ຫວຽດນາມ ຫງວຽນຊວນຟຸກ,  ນາຍົກລັດຖະມົນຕີ ກຳປູເຈຍ ສົມເດັດ ອັກຄະມະຫາ ເສ ນາບໍດີ ເຕໂຊ ຮຸນແຊນ ແລະ ນາຍົກລັດຖະມົນຕີ ລາວ ທອງລຸນ ສີສຸລິດ. 
ກ່າວປາໄສທີ່ກອງປະຊຸມ, ນາຍົກລັດຖະມົນຕີ ຫງວຽນຊວນຟຸກ ເນັ້ນໜັກວ່າ, ສາມປະເທດ ພ້ອມກັນ ຜ່ານຜ່າສິ່ງທ້າທາຍ ລວມ ຂອງພາກພື້ນ, ກຳກາລະໂອກາດ ແລະ ແບ່ງປັນຜົນປະໂຫຍດ ນຳ ກັນ. ບົນຈິດໃຈດັ່ງກ່າວນັ້ນ, ເພື່ອໃຫ້ການຮ່ວມມື CLV ສາມາດ ເສີມຂະຫຍາຍໄດ້ໝົດທ່າແຮງ, ປະກອບສ່ວນໃຫ້ແກ່ສັນຕິພາບ ແລະ ຄວາມວັດທະນາຖາວອນ ຂອງແຕ່ລະປະເທດ ແລະ ທົ່ວພາກ ພື້ນ, ນາຍົກລັດຖະມົນຕີ ຫງວຽນຊວນຟຸກ ໄດ້ສະເໜີ ສາມປະເທດ ຕ້ອງສຸມໃສ່ ຊຸກຍູ້ ການເຊື່ອມຕໍ່ລະຫວ່າງ ສາມພື້ນຖານເສດຖະກິດ ເພື່ອຍົກສູງຄວາມສາມາດໃນການແກ່ງແຍ້ງແຂ່ງຂັນ, ດຶງດູດນັກ ລົງທຶນ ແລະ ເປີດກວ້າງຕະຫຼາດ.

ນາຍົກລັດຖະມົນຕີ ຫງວຽນຊວນຟຸກ ໄດ້ເນັ້ນໜັກ 7 ຂໍ້ສະເໜີ ຂອງ ຫວຽດນາມ ທີ່ພົວພັນເຖິງການປະຕິບັດການກວດກາ “ໜຶ່ງປະຕູ, ໜຶ່ງຄັ້ງຢຸດ”; ກໍ່ສ້າງກົນໄກສົນທະນາ ກັບວິສາຫະກິດ ເປັນໄລຍະ ຕາມກຳນົດ; ເພີ່ມຈຳນວນທຶນການສຶກສາ ຝຶກອົບຮົມ ແລະ ສອນ ວິຊາຊີບ ແລະ ຮຽກຮ້ອງໃຫ້ລາວ, ກຳປູເຈຍ ເຂົ້າຮ່ວມສົນທິສັນຍາ ວ່າ ດ້ວຍການປົກປັກຮັກສາ ແລະ ນຳໃຊ້ກົດບັດວ່າດ້ວຍການນຳ ໃຊ້ ກະແສນຳ້ ຜ່ານຊາຍແດນ ແລະ ໜອງສາກົນ; ຊຸກຍູ້ການລົງ ທຶນດ້ານ ການ ທ່ອງທ່ຽວ ແລະ ອື່ນໆ.

ນາຍົກລັດຖະມົນຕີ ຫງວຽນຊວນຟຸກ ກໍມີຂໍ້ສະເໜີແນະ ໃຫ້ບໍລິສັດ ໂທລະຄົມມະນາຄົມ ຫວຽດແທວ (Viettel) ຂອງຫວຽດນາມ ລົງ ທຶນ ຫັນເປັນທັນສະໄໝ ຕາໜ່າງ ໂທລະຄົມມະນາຄົມ ຂອງ ສາມ ປະເທດດ້ວຍເຕັກໂນໂລຊີ 4G, ຊ່ວຍກໍ່ສ້າງ ລັດຖະບານ ເອເລັກ ໂຕຣນິກ ໃຫ້ສາມປະເທດ ແລະ ໝູນໃຊ້ ຄ່າໂທລະສັບ ລະຫວ່າງ ຜູ້ຈອງໃຊ້ໂທລະສັບຂອງ ຫວຽດແທວ ຢູ່ສາມປະເທດໃຫ້ ທຽບເທົ່າ ກັນ ກັບ ຄ່າໂທລະສັບ ຢູ່ພາຍໃນປະເທດ

ນາຍົກລັດຖະມົນຕີ ຫງວຽນຊວນຟຸກ, ນາຍົກລັດຖະມົນຕີ ກຳປູເຈຍ ສົມເດັດ ອັກຄະມະຫາເສນາບໍດີ ເຕໂຊ ຮຸນແຊນ ແລະ ນາຍົກລັດ ຖະມົນຕີ ລາວ ທອງລຸນ ສີສຸລິດ
ຖ່າຍຮູບຮ່ວມກັນ ໃນພິທີ ໄຂກອງ ປະຊຸມ. ພາບ: ຖົ໋ງເຍິດ/VNA



ບັນຍາກາດພາຍໃນກອງປະຊຸມ. ພາບ: ຖົ໋ງເຍິດ/VNA


ນາຍົກລັດຖະມົນຕີ ຫງວຽນຊວນຟຸກ ທີ່ກອງປະຊຸມ. ພາບ: ຖົ໋ງເຍິດ/VNA


ຜູ້ນຳສາມປະເທດ ໃນພິທີລົງນາມ ໃນຖະແຫຼງການຮ່ວມ ຂອງ ກອງປະຊຸມ. ພາບ: ຖົ໋ງເຍິດ/VNA


ຜູ້ນຳສາມປະເທດພົບປະ ກັບບັນດາສື່ມວນຊົນ ພາຍຫຼັງກອງ ປະ ຊຸມ. ພາບ: ຖົ໋ງເຍິດ/VNA

ໂດຍຕອບສະໜອງຕໍ່ຂໍ້ສະເໜີ ຂອງ ນາຍົກລັດຖະມົນຕີ ຫງວຽນ ຊວນຟຸກ, ນາຍົກລັດຖະມົນຕີ ກຳປູເຈຍ ສົມເດັດ ອັກຄະມະຫາ ເສ ນາບໍດີ ເຕໂຊ ຮຸນແຊນ ໄດ້ສະເໜີ ໃຫ້ກຸ່ມບໍລິສັດຫວຽດແທວ ຊ່ວຍ ສ້າງຂົວເຊື່ອມຕໍ່ທາງໂທລະພາບ ລະຫວ່າງ ນາຍົກລັດຖະມົນຕີ ທັງ ສາມ ແລະ  ບັນດາອົງການ ຂອງ ສາມປະເທດ ເພື່ອເພີ່ມທະວີການ ແລກປ່ຽນ ກໍຄືປະຢັດໄດ້ງົບປະມານ.

ຫຼັງຈາກກອງປະຊຸມ, ນາຍົກລັດຖະມົນຕີສາມປະເທດໄດ້ລົງນາມ ໃນຖະແຫຼງການຮ່ວມຂອງກອງປະຊຸມຂັ້ນສູງ CLV 9; ຮັບຮອງ ເອົາ  15 ໂຄງການບູລິມະສິດ ຂອງເຂດ 3 ຫລ່ຽມພັດທະນາ CLV ເພື່ອ ປະສານສົມທົບ ຂົນຂວາຍ ການລົງທຶນ ຈາກບັນດາຄູ່ຮ່ວມມືພັດ ທະນາ.

ຈາກນັ້ນນາຍົກລັດຖະມົນຕີທັງສາມໄດ້ເຂົ້າຮ່ວມກອງປະຊຸມຂ່າວ, ເປັນສັກຂີພິຍານໃນພິທີລົງນາມ “ສັນຍາຊຸກຍູ້ ແລະ ສ້າງເງື່ອນໄຂ ອຳນວຍຄວາມສະດວກ ດ້ານການຄ້າໃນເຂດ 3 ຫລ່ຽມພັດທະນາ CLV” ແລະ ຕົກລົງກັນຈັດຕັ້ງກອງປະຊຸມຂັ້ນສູງ CLV 10 ທີ່ ຫວຽດ ນາມ ເປັນເຈົ້າພາບ ໃນປີ 2018.

ເນື່ອງໃນໂອກາດນີ້, ນາຍົກລັດຖະມົນຕີ ຫງວຽນຊວນຟຸກ ໄດ້ ພົບ ປະເຈລະຈາ ກັບ ນາຍົກລັດຖະມົນຕີ ກຳປູເຈຍ ສົມເດັດ ອັກຄະມະ ຫາເສນາບໍດີ ເຕໂຊ ຮຸນແຊນ ແລະ ພົບປະ ກັບ ນາຍົກລັດຖະມົນຕີ ລາວ ທອງລຸນ ສີສຸລິດ ທີ່ ນະຄອນ ຊຽມຣຽບ.

ຜູ້ນຳສາມປະເທດຮັບປະທານອາຫານເຊົ້າ ແລະ ໂອ້ລົມກັນ ຢ່າງ ເປັນກັນເອງ.  ພາບ: ຖົ໋ງເຍິດ/VNA


ນາຍົກລັດຖະມົນຕີ ຫງວຽນຊວນຟຸກ ພົບປະກັບ  ນາຍົກລັດຖະ ມົນຕີ ກຳປູເຈຍ ສົມເດັດ ອັກຄະມະຫາເສນາບໍດີ ເຕໂຊ ຮຸນແຊນ
ເນື່ອງໃນໂອກາດເຂົ້າຮ່ວມກອງ ປະຊຸມ. ພາບ: ຖົ໋ງເຍິດ/VNA



ນາຍົກລັດຖະມົນຕີ ຫງວຽນຊວນຟຸກ ພົບປະກັບ ນາຍົກລັດຖະມົນ ຕີ ລາວ ທອງລຸນ ສີສຸລິດ. ພາບ: ຖົ໋ງເຍິດ/VNA
ໂດຍ: VNA/VNP

ໄຊຊະນະ ດ້ຽນບຽນຝູ ຜ່ານມຸມມອງສາກົນ

ໄຊຊະນະ ດ້ຽນບຽນຝູ ຜ່ານມຸມມອງສາກົນ

ໄຊຊະນະ ດ້ຽນບຽນຝູ ທີ່ “ສະໜັ່ນຟ້າ ສະເທືອນດິນ” ຂອງຊົນຊາດ ຫວຽດນາມ ມາຮອດປັດຈຸບັນ ຍັງຄົງມີຄຸນຄ່າເໝືອນເດີມ ຕໍ່ ຂະບວນວິວັດແຫ່ງປະຫວັດສາດຂອງໂລກ ໂດຍຜ່ານການສັງເກດ ຂອງ ບັນດານັກວິທະຍາສາດ ແລະ ນັກຮຽນຮູ້ທີ່ ມີຊື່ສຽງ ໃນທົ່ວໂລກ.

Top