ໄຊຊະນະ ດ້ຽນບຽນຝູ ຜ່ານມຸມມອງສາກົນ

ໄຊຊະນະ ດ້ຽນບຽນຝູ ຜ່ານມຸມມອງສາກົນ

 ໄຊຊະນະ ດ້ຽນບຽນຝູ ທີ່ “ສະໜັ່ນຟ້າ ສະເທືອນດິນ” ຂອງຊົນຊາດ ຫວຽດນາມ ມາຮອດປັດຈຸບັນ ຍັງຄົງມີຄຸນຄ່າເໝືອນເດີມ ຕໍ່ ຂະບວນວິວັດແຫ່ງປະຫວັດສາດຂອງໂລກ ໂດຍຜ່ານການສັງເກດ ຂອງ ບັນດານັກວິທະຍາສາດ ແລະ ນັກຮຽນຮູ້ທີ່ ມີຊື່ສຽງ ໃນທົ່ວໂລກ.


ໄຊຊະນະ ດ້ຽນບຽນຝູ ໄດ້ສ້າງແຮງບັນດານໃຈ ໄປທົ່ວທັງ 5 ທະວີບ

ນັກ​ທ່ອງ​ທ່ຽວ​ຕ່າງ​ປະ​ເທດ ​ເຂົ້າ​ຢ້ຽມ​ຊົມ ​ງານ​ວາງ​ສະ​ແດງ ​ພາບຖ່າຍ “ຈາກ ດ້ຽນ​ບຽນ​ຝູ ປີ 1954 ເຖິງ ຮ່າ​ໂນ້ຍ-ດ້ຽນ​ບຽນ​ຝູ ເທິງ​ອາ​ກາດ ປີ 1972” ຢູ່ ຮ່າ​ໂນ້ຍ. ພາບ: VNA

ກ່ອນໜ້ານີ້ 70 ປີ ພໍດີ, ພາຍໃຕ້ການນຳພາ ຂອງຄະນະ ບໍລິຫານງານ ສູນກາງພັກ, ກອງທັບ ແລະ ປະຊາຊົນ ຫວຽດນາມ ໄດ້ຈັດຕັ້ງເປີດບັ້ນຮົບ ດ້ຽນບຽນຝູ ດ້ວຍການສູ້ຮົບຢ່າງເດັດດ່ຽວ ໜຽວແໜ້ນ ຈົນໄດ້ຮັບໄຊຊະນະ ຢ່າງເດັດຂາດ. ໄຊຊະນະ ດ້ຽນບຽນຝູ ແມ່ນເຫດການສຳຄັນຍິ່ງ, ມີຄວາມໝາຍອັນໃຫຍ່ຫຼວງ ແລະ ຍຸກສະໄໝ, ບັງຄັບໃຫ້ສັດຕູ ຕ້ອງເຊັນສັນຍາ ເຊີແນວ, ຢຸດຕິສົງຄາມ ແລະ ຮັບຮູ້ຄວາມເປັນເອກະລາດ ຂອງ ສາມປະເທດ ອິນດູຈີນ. 

ເນື່ອງໃນໂອກາດນີ້, ທ່ານ Pedro De Oliveira, ເລຂາທິການໃຫຍ່ ສະມາຄົມ ມິດຕະພາບ ບຣາຊິນ-ຫວຽດນາມໄດ້ໃຫ້ຂໍ້ສັງເກດວ່າ ໄຊຊະນະ ດ້ຽນບຽນຝູ ມີຜົນກະທົບຢ່າງແຮງເຖິງການ ຕໍ່ສູ້ ຕ້ານ ລັດທິລ່າເມືອງຂຶ້ນ ຂອງ ບັນດາປະຊາຊາດຢູ່ໃນໂລກ. ອາໄສ ສິ່ງດັ່ງກ່າວ, ໃນຊຸມປີສຸດທ້າຍ ໃນທົດສະວັດ 60 ຂອງ ສະຕະວັດທີ XX, ມີ 40 ກວ່າຊົນຊາດໃນໂລກ ຍາດໄດ້ ເອກະລາດ ຢ່າງລຽນຕິດ.

ງານ​ວາງສະ​ແດງ ໃນ​ຫົວ​ເລື່ອງ “ລະດັບສຽງ ການ​ສູ້ຮົບ” ​ເພື່ອ​ສະ​ເຫຼີມສະຫຼອງ 70 ປີ ​ແຫ່ງ​ວັນ​ໄຊຊະນະ ດ້ຽນບຽນ​ຝູ ຢູ່ ​ຮ່າ​ໂນ້ຍ. ພາບ: VNA

ທ່ານ Pedro De Oliveira, ເລຂາທິການໃຫຍ່ສະມາຄົມມິດ ຕະພາບ ບຣາຊິນ-ຫວຽດນາມ ຢືນຢັນວ່າ:  “ໄຊຊະນະ ດ້ຽນບຽນຝູ ແມ່ນການເຕົ້າໂຮມ ຂອງຫຼາຍປັດໄຈ, ໃນນັ້ນຕ້ອງກ່າວເຖິງ ບົດບາດການນຳພາ ຂອງ ພັກ, ວິໄສທັດ, ສາຍຕາ ຍຸດທະສາດ ທີ່ດີເລີດ ຂອງ ທ່ານປະທານ ໂຮ່ຈີມິນ ແລະ ບົດບາດຊີ້ນຳ ນຳພາ ບັ້ນຮົບ ຂອງ ທ່ານພົນເອກ ຫວໍງວຽນຢາບ. ທ່ານປະທານ ໂຮ່ຈີມິນ ຖືວ່າ ສົງຄາມຕໍ່ສູ້ ຕ້ານລ່າເມືອງຂຶ້ນ ຝຣັ່ງ ແມ່ນການຕໍ່ສູ້ ປະກອບ ອາວຸດ ໂດຍມີການເຂົ້າຮ່ວມ ຂອງທົ່ວປວງຊົນທັງຊາດ ທ່ີຖືກກົດຂີ່ ຂົ່ມເຫັງ”.

ທ່ານ Alberto Anaya Guitierrez, ເລຂາທິການໃຫຍ່ ພັກແຮງງານ ເມັກຊິກໂກ (PT) ໄດ້ໃຫ້ຄຳສັງເກດວ່າ: “ໄຊຊະນະອັນຍິ່ງໃຫຍ່ນີ້ ໄດ້ເປີດໜ້າປະຫວັດສາດໃໝ່ ໃຫ້ຂະບວນການປະຕິວັດສາກົນ, ທັງເປັນແຫຼ່ງລະດົມກຳລັງໃຈ ອັນໃຫຍ່ຫຼວງ ໃຫ້ແກ່ຂະບວນການ ຕໍ່ສູ້ ຍາດເອົາເອກະລາດ ຢູ່ບັນດາປະເທດ ໃນທົ່ວໂລກ”.

ໃນຂະນະດຽວກັນ, ທ່ານ Alain Ruscio ນັກປະຫວັດສາດຊາວ ຝຣັ່ງ ໄດ້ເນັ້ນໜັກວ່າ ບົດຮຽນຂອງເຫດການນີ້ ຍັງມີຄຸນຄ່າ ປະ ຫວັດສາດຈົນເຖິງປັດຈຸບັນ. ທ່ານ Ruscio ເຄີຍເປັນນັກຂ່າວ ຂອງ ໜັງສືພິມ L'Humanité (ມະນຸດສະທຳ) ຂອງ ຝຣັ່ງ ປະຈຳ ຫວຽດນາມ ແລະ ເປັນຜູ້ຂຽນບົດຄົ້ນຄວ້າຫຼາຍສະບັບ ກ່ຽວກັບ ສະໄໝ ເມືອງຂຶ້ນຂອງ ຝຣັ່ງ ຢູ່ ອິນດູຈີນ ແລະ ສົງຄາມ ອິນດູຈີນ ເຊັ່ນ: “ສົງຄາມ ອິນດູຈີນ ຂອງ ຝຣັ່ງ”, “ຫວໍງວຽນຢາບ, ໜຶ່ງຊີວິດ”, “ດ້ຽນບຽນຝູ-ຕຳນານ ແລະ ຄວາມເປັນຈິງ”...

 ມາຮອດປັດຈຸບັນ, ນັກຮົບເກົ່າ ຝຣັ່ງ ສ່ວນຫຼາຍ ທີ່ເຂົ້າຮ່ວມສົງຄາມ ຢູ່ ອິນດູຈີນ, ໂດຍສະເພາະແມ່ນບັນດາຜູ້ທີ່ມີໜ້າ ຢູ່ສະ ໜາມຮົບ ດ້ຽນບຽນຝູ ທີີ່ທໍລະຫົດໃນເມື່ອກ່ອນ ລ້ວນແຕ່ລ່ວງລັບໄປແລ້ວ. ຜູ້ຍັງມີຊີວິດຢູ່ ດ້ວຍຈຳນວນໜ້ອຍ ຕ່າງກໍສະແດງ ຄວາມປາດຖະໜາ ຢາກນຳດິນ ພຽງເລັກນ້ອຍ ຂອງ ດ້ຽນບຽນ ແລະ ຄວາມຮັກແພງທີ່ມີຕໍ່ ຫວຽດນາມ ເມື່ອເຂົາເຈົ້າເຂົ້າສູ່ ນິລັນດອນ. ຄວາມຊົງຈຳ ທີ່ເຈັບປວດ ຂອງເຂົາເຈົ້າໃນມື້ນັ້ນ ໄດ້ຖືກປ່ຽນແທນ ດ້ວຍຄວາມຮັກ ອັນພິເສດ ຕໍ່ແຜ່ນດິນນີ້. ທ່ານ ນາຍພົນ Philippe de Maleissye, ປະທານສະມາຄົມ ອະດີດ ນັກໂທດ ອິນດູຈີນ (ANAPI) ຂອງ ຝຣັ່ງ ໄດ້ກ່າວວ່າ: “ຂ້າພະເຈົ້າເອົາດິນມາໃຫ້ ເພື່ອນ ຂອງຂ້າພະເຈົ້າ, ພວກເຂົາເຈົ້າ ຖືວ່າ ມັນເປັນຮ່ອງຮອງ ຂອງປະຫວັດສາດຢູ່ສະເໝີ”.

ໄຊຊະນະ ແຫ່ງຄວາມສາມັກຄີ ກຳມາຊີບ 

ໄຊຊະນະ ດ້ຽນບຽນຝູ ແມ່ນຈຸດເດັ່ນໃນປະຫວັດສາດ ແຫ່ງການ ປົດປ່ອຍ ປະຊາຊາດໃນໂລກ. ຫວຽດນາມ ເຄີຍໄດ້ຮັບການ ສະໜັບສະໜູນ ແລະ ການຊ່ວຍເຫຼືອອັນລໍ້າຄ່າຫຼາຍຢ່າງ ຈາກ ເພື່ອນມິດສາກົນ ທັງດ້ານວັດຖຸ ແລະ ຈິດໃຈ, ໃນດ້ານກຳລັງ ທີ່ປຶກສາ-ບຳລຸງສ້າງພະນັກງານ ແລະ ແລກປ່ຽນປະສົບການ ດ້ານການສູ້ຮົບ. ຕາມສະຖິຕິ, “ແຕ່ເດືອນ ພຶດສະພາ ປີ 1950 ຫາ ເດືອນ ມິຖຸນາ ປີ 1954, ຫວຽດນາມ ໄດ້ຮັບເຄື່ອງ ຊ່ວຍເຫຼືອ 21.517 ໂຕນ, ໃນນັ້ນມີ ປືນ, ລູກປືນ, ອາຫານ, ພາຫະນະຂົນສົ່ງ, ອຸປະກອນການແພດ, ອຸປະກອນການທະຫານ... ລວມມູນຄ່າ 37 ລ້ານ ຣຸບ ຈາກ ສະຫະພາບ ໂຊວຽດ, ສປ ຈີນ ແລະ ບັນດາປະເທດ ປະຊາທິປະໄຕ” (ໜັງສືພິມແຮງງານ, ວັນທີ 13 ເມສາ 2004).

ນັກ​ທ່ອງ​ທ່ຽວ ​​ຢ້ຽມຊົມ​ ຫໍ​ພິ​ພິ​ທະ​ພັນ ໄຊຊະນະ​ປະ​ຫວັດ​ສາດ ​ດ້ຽນ​ບຽນ​ຝູ. ພາບ: VNA

ໄຊຊະນະ ດ້ຽນບຽນຝູ ຂອງຊາວ ຫວຽດນາມ ແມ່ນສັນຍາລັກ ແຫ່ງຂະບວນການປົດປ່ອຍ ບັນດາຊົນຊາດຫົວເມືອງຂຶ້ນ, ບັນດາ ຊົນຊາດ ທ່ີຖືກກົດຂີ່ຂົ່ມເຫັງໃນໂລກ. ນີ້ແມ່ນຄຳຢືນຢັນ ຂອງ ທ່ານ ສຈ Ezequiel Ramoneda, ຜູ້ປະສານງານ ສູນຄົ້ນຄວ້າ ອາຊີ ຕາເວັນອອກສ່ຽງໃຕ້ (CESEA) ສັງກັດ ສະຖາບັນ ພົວພັນສາກົນ ຂອງ ມະຫາວິທະຍາໄລແຫ່ງຊາດ La Plata ອາກຊັງຕີນ (UNLP).

ນອກຈາກນັ້ນ, ຄວາມສາມັກຄີ ແລະ ຄວາມຕັດສິນໃຈຂອງ ປະຊາຊົນ ຫວຽດນາມ ກໍ່ໄດ້ເສີມຂະຫຍາຍໃນລະດັບສູງສຸດ. ເມື່ອຕີລາຄາກ່ຽວກັບ ຄວາມຍິ່ງໃຫຍ່ ແລະ ຄວາມໝາຍ ຂອງ ໄຊຊະນະນີ້, ທ່ານປະທານ ໂຮ່ຈີມິນ ໄດ້ຢືນຢັນວ່າ: “ເປັນຄັ້ງ ທຳອິດໃນປະຫວັດສາດ, ປະເທດຫົວ ເມືອງຂຶ້ນທີ່ນ້ອຍ ແລະ ອ່ອນແອ ໄດ້ເອົາຊະນະ ປະເທດ ລ່າເມືອງຂຶ້ນທີ່ເຂັ້ມແຂງ. ນັ້ນ ແມ່ນໄຊຊະນະ ອັນສະຫງ່າລາສີ ຂອງ ປະຊາຊົນ ຫວຽດນາມ, ພ້ອມກັນນັ້ນ ແມ່ນໄຊຊະນະ ຂອງກຳລັງສັນຕິພາບ, ປະຊາທິ ປະໄຕ ແລະ ສັງຄົມນິຍົມ ໃນໂລກອີກດ້ວຍ”.

ຄູ​ ແລະ​ ບັນດານັກຮຽນ ​ຢູ່ໂຮງ​ຮຽນ​ອະ​ນຸ​ບານ ​ນາມ​ແທງ, ນະ​ຄອນ ດ້ຽນ​ບຽນ​ຝູ ຢ້ຽມ​ຢາມ ​ເນີນ A1. ພາບ: VNA

 

  •                     ບົດ: VNP- ພາບ: VNA- ເຕັກນິກກະຣາຟິກ: ຈາງຍຸງ - ແປໂດຍ: ບິກລຽນ

Top