• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຄົ້ນພົບ

ໂບດ ອິດສະລາມ ຊວນລົກ

ເມືອງ ຊວນລົກ, ແຂວງ ດົ່ງນາຍ ເປັນພື້ນທີ່ ທ່ີວົງຄະນາຍາດ ຊາວເຜົ່າຈຳ ເຕົ້າໂຮມກັນດໍາລົງຊີວິດ ເປັນຈຳນວນຫຼາຍ, ດ້ວຍເຫດນັ້ນ, ແຕ່ປີ 2006, ອຳນາດການປົກຄອງ ຕາແສງ ຊວນຮຶງ ໄດ້ກໍ່ສ້າງ ໂບດ ອິດສະລາມ ແຫ່ງໜຶ່ງຂຶ້ນ ເພື່ອຮັບ ໃຊ້ຕໍ່ການເຫຼື້ອມໃສ ທາງສາສະໜາ ແລະ ການດຳເນີນຊີວິດ ດ້ານວັດທະນະທຳ ຂອງ ພໍ່ແມ່ປະຊາຊົນ. ໂບດມີຊື່ວ່າ Masjid Nourul Ehsaan ຖືວ່າເປັນ ໂບດອິດສະລາມ ມີຂະ ໜາດໃຫຍ່ ອັນດັບ ສອງ ຢູ່ ຫວຽດນາມ, ຖັດຈາກ ໂບດອິດ ສະລາມ ທີ່ແຂວງ ອານຢາງ. 
ສະຖາປັດຕະຍະກຳຫຼັກ ຂອງ ໂບດອິດສະລາມ ໄດ້ເອົາໃຈ ໃສ່ຕົ້ນຕໍແມ່ນ ຫໍທຳມະສະພາ ຊຶ່ງເປັນບ່ອນອະທິຖານ, ເປັນ ບ່ອນທໍາພິທີ ທາງສາສະໜາ ປະຈຳວັນ ຂອງ ຊາວ ກາໂຕລິກ. ຫໍທໍາມະສະພາ ຂອງ ໂບດ ຊວນລົກ ມີເນື້ອທີ່ ປະມານ 700 ຕາຕະລາງແມັດ, ໄດ້ກໍ່ສ້າງຕາມແບບ ສະຖາ ປັດຕະຍະກຳ ທີ່ເປັນເອກະລັກ ຂອງ ບັນດາປະເທດ ອິດສະລາມເຊ່ັນ: ມາ ເລເຊຍ, ອາຣັບບີ ຊາອູດິດ ຄື ມີຮູບ ສີ່ແຈສາກ ກັບສີຂາວ ແລະ ສີຂຽວໃສ ເປັນຕົ້ນຕໍ. ໂບດຂອງ ຊາວ ອິດສະລາມ ສ່ວນຫຼາຍ ມີສ່ວນຫຼັງຄາ ທີ່ຮາບພຽງ, ທິດທຳພິທີ ອ່ວຍໜ້າສູ່ ທິດຕາເວັນຕົກ-ທິດໂບດ ອິດສະລາມ ທີ່ສັກສິດ Mecca (ໂບດ ອິດສະລາມ ໃຫຍ່ທີສຸດໂລກ) - ເມື່ອ ອະທິຖານ ຢູ່ສະເໝີ. ຢູ່ ເທິງ ຈອມມີຮູບ ສ້ຽວດວງເດືອນ ແລະ ຮູບດວງ ດາວຫ້າກີບ ຊຶ່ງເປັນ ສັນຍາລັກ ຂອງ ສາສະໜາ ອິດສະລາມ. ຮູບສັນຍາລັກ ແບບນີ້ ກໍໄດ້ ຮັບການ ປະດັບປະດາ ຢູ່ໂບດ ແຫ່ງອື່ນໆ ຈຳນວນໜຶ່ງ ແລະ ມີ ຂະໜາດຕ່າງກັນ.


ສະຖາປັດຕະຍະກຳຕົ້ນຕໍ ຂອງ ໂບດອິດສະລາມ ສ່ວນຫຼາຍ ແມ່ນເນັ້ນ ເຂົ້າໃນຫໍທຳມະສະພາ, ມີຮູບສີ່ແຈສາກ, ທິດ ທຳພິທີ
ຫັນໜ້າສູ່ທິດຕາເວັນຕົກ - ທິດໂບດ ອິດສະລາມ ທີ່ສັກສິດ Mecca.



ປະຕູໂຂງຂອງໂບດ Masjid Nourul Ehsaan ອອກແບບ ການສ້າງ ແບບສະຖາປັດຕະຍະກຳ ແລະ ການປະດັບປະດາ ຄືກັນກັບ ການສະຖາປັດຕະຍະກຳຕົ້ນຕໍ ຂອງຫໍທຳມະສະພາ. 


ສະຖາປັດຕະຍະກຳ ຢູ່ພາຍໃນຂອງ ໂບດ ແມ່ນງ່າຍດາຍ ທີ ສຸດ ແລະ ເນັ້ນໃສ່ຄວາມປອດໂປ່ງ ແລະ ສະດວກໃນການ ທຳພິທີ. ຈຸດແຕກຕ່າງຂອງໂບດອິດສະລາມ
Masjid Nourul Ehsaan ແມ່ນໄດ້ກໍ່ສ້າງຕື່ມອີກ ຊັ້ນລະຫວ່າງກາງ ເພື່ອ ສະ ຫງວນສະເພາະ ໃຫ້ແກ່ຜູ້ຍິງ ມາທຳພິທີ.



ສະຖາປັດຕະຍະກຳ ຢູ່ທາງໃນທາດແຫຼມ ຢູ່ກາງ ຫໍທຳມະ ສະ ພາ ມີປ່ອງຢ້ຽມ ຮູບໂຄ້ງຖືກຂວາໍ້ລົງ ຢ່າງສົມສ່ວນ ເພື່ອຮັບ ແສງ ສະຫວ່າງຢູ່ທາງນອກ ເຂົ້າໃນ. 


ຊົມອັດສະດົງລົງແລງ ຈາກຊັ້ນດາດຟ້າຂອງໂບດ ອິດສະລາມ Masjid Nourul Ehsaan

ຈຸດແຕກຕ່າງຂອງໂບດອິດສະລາມ ຊວນລົກ ກັບໂບດ ອິດສະ ລາມ ແຫ່ງອື່ນໆ ກໍຄື ໂບດໄດ້ກໍ່ສ້າງຕື່ມອີກ ຊັ້ນໜຶ່ງ ລະຫວ່າງ ກາງ ມີທັງຜ້າກັ້ງ ເພື່ອສະຫງວນສະເພາະ ໃຫ້ແກ່ ຜູ້ຍິງ ເມື່ອ ມາທຳພິທີ, ຍ້ອນຕາມກຳນົດ ຜູ້ຊາຍ ແລະ ຜູ້ຍິງ ບໍ່ໄດ້ນັ່ງໃກ້ ກັນ ໃນເວລາທຳພິທີ.

ຫ້ອງໂຖງ ຂອງ ວິຫານ ໄດ້ຮັບການ ກໍ່ສ້າງ ໃຫ້ອາກາດ ປອດ ໂປ່ງ, ເຢັນສະບາຍ, ສ່ວນຢູ່ທາງ ໃນໂບດ ໄດ້ຮັບການກໍ່ສ້າງ ແບບງ່າຍດາຍ. ຕາມທັດສະນະ ຂອງ ຊາວ ອິດສະລາມ ຮັບ ຮອງພຽງ Allah (ພະຜູ້ເປັນເຈົ້າ) ພຽງໜຶ່ງດຽວ ຜູ້ມີອຳນາດ ແລະ ຄວາມສາມາດ ສູງສຸດ ໂດຍບໍ່ມີ ໃຜສາມາດແບ່ງປັນ ໄດ້. ແຕ່ວ່າ ພະຜູ້ເປັນ ເຈົ້າ Allah ບໍ່ມີຮູບຮ່າງ, ດ້ວຍເຫດນັ້ນ ຢູ່ພາຍໃນ ຫໍທຳມະສະພາ ຈະມີບັນຍາ ກາດ ທີ່ອ້າງວ້າງເປົ່າ ແປນເປັນເອກະລັກ.
ເມື່ອມາຍັງບັນດາໝູ່ບ້ານ ມີຊາວເຜົ່າຈຳ ນັບຖືສາສະໜາ ອິດ ສະລາມ ອາໃສຢູ່, ຍັງສາມາດ ພົບເຫັນໄດ້ງ່າຍ ຮູບພາບ ປະຊາຊົນ ນຸ່ງ ຊຸດອາພອນມູນເຊື້ອ ໃນຊີວິດປະຈຳວັນເຊັ່ນ: ຜູ້ຊາຍ ນຸ່ງຜ້າສະໂລ້ງ, ຜູ້ຍິງນຸ່ງ abaja ແລະ ຜ້າຄຸມຫົວ hijab. ສໍາລັບຊາວເຜົ່າຈໍາ, ມື້ໜຶ່ງມີ 5 ເວລາ ເພື່ອທໍາພິທີ ເຊັ່ນ: ກ່ອນ ຕາເວັນຂຶ້ນ, ກ່ອນທ່ຽງວັນ, ຕອນບ່າຍ, ຕອນຄໍ່າ ແລະ ກ່ອນນອນ. ນັ້ນແມ່ນວັດທະນະທຳ ທີ່ເປັນ ເອກະລັກ ຂອງ ຊາວ ເຜົ່າ ຈຳ ຊຶ່ງເຂົາເຈົ້າໄດ້ປົກປັກຮັກສາ ປະເພນີເກົ່າ ແກ່ນີ້ໄວ້ ຈົນເຖິງປັດຈຸບັນ.

ເຈົ້າອາວາດ ໂບດ ອິດສະລາມ Adohamit ຫຼື ເອີ້ນວ່າ ນາຍບ້ານ ໃຫ້ຮູ້ວ່າ ຜູ້ທ່ີອາໃສຢູ່ໃກ້ກັບໂບດ, ສະດວກ ໃນການໄປມາ ຈະມັກເຕົ້າໂຮມກັນພາຍໃນໂບດ ເພື່ອທຳພິທີ 5 ເທື່ອ/ມື້ ຕາມກຳນົດ. ແຕ່ຫາກໃຜ ຢູ່ໄກ ຫຼື ຕິດຂັດກັບ ວຽກງານ ກໍສາມາດທຳພິທີຢູ່ເຮືອນ. ສະເພາະພິທີໃນວັນສຸກ ແມ່ນ ສຳຄັນທີ່ສຸດ, ເພາະສະນັ້ນ ເກືອບທຸກຄົນ ຈະມາ ເຕົ້າໂຮມ ກັນຢູ່ໂບດ ເພື່ອເຂົ້າຮ່ວມພິທີ. ເນື້ອໃນ ຂອງ ພາກ ເທສະໜາ ຈະຄັດຈາກ ຄຳພີ ໂກຣານ. ຜ່ານການທໍາພິທີດັ່ງນີ້, ນາຍບ້ານ ຫຼື ຜູ້ມີຍົດສັກຕຳແໜ່ງ ອື່ນໆ ຍັງໄດ້ຕັກເຕືອນ ທຸກຄົນ ຕ້ອງມີ ຄວາມລະມັດລະວັງ ກ່ຽວກັບ ໄພສັງຄົມ ຕ່າງໆ, ມີສະຕິ ໃນເວລາເດີນ ທາງ ພ້ອມກັບ ການເຄື່ອນໄຫວ ວັດທະນະທຳ, ສັງຄົມອື່ນໆ ອີກດ້ວຍ.



ເຈົ້າອາວາດ ໂບດ ອິດສະລາມ Adohamit ອ່ານຄຳພີ ໂກ ຣານ ໃນເວລາທຳພິທີ. 


ບ່ອນທຳພິທີທາງສະສາໜາ ຂອງຜູ້ຊາຍ ແລະ ຜູ້ຍິງ ໄດ້ແຍກອອກຈາກກັນ.


ຜູ້ທ່ີສັດທາ ທາງສາສະໜາ ກົ້ມຂາບ ອວ່ຍໜ້າໄປທາງທິດຕາ ເວັນຕົກ. 


ເດັກນ້ອຍຊາວເຜົ່າ ຈຳ ໃສ່ໝວກ ຜ້າແພ ພື້ນເມືອງ ມາຍັງ ໂບດ ເພື່ອການທຳພິທີ. 


ຜູ້ຖືສາສະໜາ ອິດສະລາມ ປະຕິບັດພິທີຢ່າງເຄັ່ງຄັດ, ຫາກໃຜ ຢູ່ໄກ ຫຼື ຕິດທຸລະວຽກງານ ກໍສາມາດ ທຳພິທີຢູ່ ເຮືອນ. 


ບັນດາເດັກຍິງ ຊາວເຜົ່າຈຳ ຢູ່ ຫ້ອງຮຽນ ກ່ຽວກັບ ຫຼັກພະທຳ ທາງສາສະໜາ. 


ເດັກຍິງຊາວເຜົ່າ ຈຳ ມັກນຸ່ງ abaja ແລະ ຜ້າຄຸມຫົວ hijab ຊຶ່ງເປັນເອກະລັກ ຂອງຊາວ ຊົນເຜົ່າຈຳ.


ບັນດາຫຼານນ້ອຍຊາວເຜົ່າຈຳ ເຕົ້າໂຮມ ກັນມ່ວນຊື່ນ ຢູ່ ໃນ ບ້ານ. 

ປັດຈຸບັນ, ໂບດ ຊວນລົກ ບໍ່ພຽງແຕ່ ເປັນບ່ອນທໍາພິທີທາງສາ ສະໜາ, ວັດທະນະທຳ ຂອງ ພໍ່ແມ່ຊາວເຜົ່າ ຈຳ ນັບຖືສາສະ ໜາ ອິດສະລາມເທົ່ານັ້ນ, ແຕ່ຍັງເປັນຈຸດນັດໝາຍ ດ້ານວັດ ທະນະທຳ, ທ່ອງທ່ຽວ ຊຶ່ງດຶງດູດນັກທ່ອງທ່ຽວ ເພື່ອມາທັດສະ ນະສຶກສາ, ຊອກຮູ້ ແລະ ຄົ້ນຄວ້າ ເປັນຈຳນວນ ຫຼວງຫຼາຍອີກດ້ວຍ. 
ບົດ: ເຊີນເງ້ຍ - ພາບ: ຫງວຽນລວນ

ເທດສະການ ນາງຮາຍ ຂອງ ຊາວເຜົ່າ ໄຕ່

ເທດສະການ ນາງຮາຍ ຂອງ ຊາວເຜົ່າ ໄຕ່

ຕັ້ງຢູ່ທາງພາກເໜືອຂອງ ຫວຽດນາມ, ກາວບັ່ງ ມີຄວາມ ພາກພູມໃຈ ໄດ້ເປັນດິນແດນ ທ່ີອະນຸລັກຮັກສາຄຸນຄ່າ ທາງວັດທະນະທຳ ພື້ນເມືອງ ທີ່ເປັນເອກະລັກຫຼາຍຢ່າງ ຂອງ ວົງຄະນາຍາດ ບັນດາເຜົ່າສ່ວນໜ້ອຍ. ໃນຈຳນວນນັ້ນ, ເທດສະການ ນາງຮາຍ (ນາງ ພະຈັນ) ຢູ່ຕາແສງ ຕຽນແທ່ງ, ແຂວງ ກາວບັ່ງ ແມ່ນຈຸດພົ້ນເດັ່ນ ເນື່ອງຈາກວ່າ ມີລັກສະນະ ທີ່ເຕັມໄປດ້ວຍ ສີສັນວັດທະນະທຳ ທີ່ເປັນເອກະລັກ ຂອງ ຊາວເຜົ່າ ໄຕ່. ເທດສະການ ໄດ້ຈັດຂຶ້ນ ເພື່ອສະແດງຄວາມຮູ້ ບຸນຄຸນ, ເຄົາລົບທຳມະຊາດ ແລະ ອະທິດຖານ ໃຫ້ພືດຜົນລະປູກ ອຸດົມສົມບູນ. 

Top