• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຄົ້ນພົບ

ໄປ ຮ່າຕຽນ ຢ້ຽມຢາມສຸສານ ມາກກື່ວ

ເຂດບູຮານສະຖານ ສຸສານ ເຈົ້າຄອງ ແຄວ້ນ ຮ່າຕຽນ ມາກກື່ວ-ຜູ້ມີຄຸນງາມຄວາມດີຢ່າງໃຫຍ່ຫຼວງ ໃນການບຸກເບີກ ແລະ ພັດທະນາ ເຂດດິນ ທາງທິດ ຕາເວັນຕົກສ່ຽງໃຕ້ ຂອງ ປະເທດຊາດ ເມື່ອ 3 ສະຕະວັດ ຜ່ານມາ ໄດ້ຮັບການ ສັກ ກາລະບູຊາ ຈາກຊາວ ຫວຽດນາມ ຮຸ່ນຫຼັງ ຕະຫຼອດປີ. 

ຕາມຕຳນານໃຫ້ຮູ້ວ່າ ມາກກື່ວ (1655-1735) ມີເຊື້ອສາຍ ຈີນ, ຍ້ອນຍຸກສະໄໝ ມີການປ່ຽນແປງ, ທ່ານ ໄດ້ພາຄອບຄົວ ມາຍັງ ຫວຽດນາມ ແລ້ວລົງໄປທາງພາກໃຕ້ ເພື່ອສ້າງອາຊີບ. ປີ 1680, ທ່ານມາຍັງ ຮ່າຕຽນ ແລະ ເຫັນໄດ້ໂອກາດ ໃນການ ພັດທະນາເສດຖະກິດ, ເພາະສະນັ້ນ ຈຶ່ງຢຸດຢູ່ ທີ່ນີ້, ຄ່ອຍໆ ສ້າງພື້ນຖານ ແລະ ດຶງດູດປະຊາຊົນ ທີ່ຢູ່ໃກ້ ແລະ ຢູ່ໄກ ມາຕັ້ງ ຖິ່ນຖານຢູ່ທີ່ນີ້. ໂດຍຮັບຮູ້ວ່າ ເຈົ້າຊີວິດ ສະໄໝລາຊະວົງ ຫງວຽນ ເວລານັ້ນ ກຳລັງຂະຫຍາຍ ອານາເຂດ ຂອງຕົນ ໄປທາງທິດໃຕ້, ສະນັ້ນທ່ານ ມາກກື່ວ ໄດ້ເປັນເຈົ້າການ ມອບ ດິນແດນແຫ່ງນີ້ ໃຫ້ລາຊະວົງ ຫງວຽນ ໃນປີ 1708. ຍ້ອນເຫດນັ້ນ, ທ່ານ ຈຶ່ງໄດ້ຮັບການແຕ່ງຕັ້ງ ໃຫ້ເປັນເຈົ້າຄອງ ແຄວ້ນ ຮ່າຕຽນ, ຮັກສາຮີດຄອງປະເພນີ ສືບທອດ ຮຸ່ນ ຕໍ່ຮຸ່ນ. ຜ່ານ 7 ຮຸ່່ນເຊື້ອສາຍ ມາກ ກຳອຳນາດປົກຄອງ ໄດ້ພັດທະນາ ດິນແດນ ຮ່າຕຽນ ໃຫ້ກາຍເປັນ ບ່ອນພົວພັນແລກປ່ຽນ ຄ້າຂາຍ ທີ່ຄຶກຄັກໃນພາກພື້ນ. 

ພາຍຫຼັງ ມາກກື່ວ ລ່ວງລັບໄປ, ຜູ້ເປັນລູກຊາຍກົກຄື ທ່ານ ມາກທຽນຕິກ ໄດ້ໃຫ້ສ້າງສຸສານ ຢູ່ຕີນພູ ບິ່ງຊານ ໃຊ້ເວລາ 4 ປີ (1735 – 1739), ເຊິ່ງເປັນບ່ອນ ປົງສົບທ່ານ ມາກກື່ວ ແລະ ຍາດຕິພີ່ນ້ອງໃນວົງຕະກຸນ ມາກ ໃນເວລາຕໍ່ມາ. 

ພາບລວມ ຂອງກຸ່ມ ບູຮານສະຖານ ປະຫວັດສາດ-ວັດທະນະ ທຳ ພູ ບິ່ງຊານ, ຕັ້ງຢູ່ຕີນພູ ແມ່ນຫຼຸມຝັງສົບ ທ່ານ ມາກກື່ວ, ຢູ່ຕໍ່ໜ້າ ແມ່ນ ໜອງບົວໃຫຍ່ ສ້າງພາບພູຜາ ທີ່ສະຫງົບສຸກ.
ສຸສານ ມາກກື່ວ ຖືກສ້າງຂຶ້ນ ຕາມແບບ ສະຖາປັດຕະຍະກຳ 3 ຫ້ອງ, ມີທາງເຂົ້າ 3 ທາງ ຢູ່ທາງໜ້າ, ພາຍໃນ ແມ່ນສາລາ ຂະໜາດນ້ອຍ ແລະ ຈາກນັ້ນແມ່ນບໍລິເວນວິຫານຫຼັກ.
ເຂດວິຫານຫຼັກ ມີຫຼັງຄາມຸງດ້ວຍດິນຂໍຜູ້ ແລະ ດິນຂໍແມ່ ຂວ້ຳໜ້າໃສ່ກັນ ດ້ວຍສະຖາປັດຕະຍະກຳເກົ່າແກ່ ທີ່ທົນທານ ຕາມການເວລາ.
ຫຼັງ​ຄາ ​ຂອງ ​ສຸສານ​ ​ທີ່ເກົ່າແກ່​ ຕາມ​ການ​ເວລາ.
ນັກທ່ອງທ່ຽວ ມາຢ້ຽມຢາມສຸສານ ມາກກື່ວ.

ປັດຈຸບັນ, ບູຮານສະຖານ ສຸສານ ມາກກື່ວ ສັງກັດກຸ່ມປູສະນີ ຍະສະຖານປະຫວັດສາດ-ວັດທະນະທຳ ພູ ບິ່ງຊານ ໄດ້ ຖືກຮັບຮອງວ່າ ເປັນເຂດທິວທັດ ທີ່ມີຊື່ສຽງແຫ່ງຊາດ ນັບແຕ່ປີ 1989.

ເຂດບູຮານສະຖານ ມາກກື່ວ ໄດ້ແບ່ງອອກເປັນ 2 ສ່ວນຄື: ສ່ວນວິຫານ ສັກກາລະບູຊາ ວົງຕະກຸນ ມາກ ແລະ ສ່ວນ ຂອງ ສຸສານ. ເຂດບູຮານສະຖານແຫ່ງນີ້ ນອກຈາກມີຄຸນຄ່າ ທາງ ປະຫວັດສາດແລ້ວ, ຍັງເປັນກິດຈະການ ທີ່ມີຄຸນຄ່າ ດ້ານ ສິລະປະສູງອີກດ້ວຍ ຍ້ອນມີຮູບແບບການກໍ່ສ້າງ ປະດັບປະດາ ທີ່ເປັນເອກະລັກສະເພາະ ແລະ ກົມກຽວ.

ໃນນັ້ນ, ເຂດວິຫານ ວົງຕະກຸນ ມາກ ໄດ້ຮັບການກໍ່ສ້າງ ດ້ວຍ ຮູບແບບ ສະຖາປັດຕະຍະກຳ 3 ຫ້ອງ. ໃນຫ້ອງຫຼັກ ແມ່ນບູຊາ ທ່ານ ມາກກື່່ວ, ເບື້ອງຂວາບູຊາ ເຈົ້ານາຍຜູ້ ປົກຄອງ ພົນລະເຮືອນ, ເສນາດ້ານການທະຫານ, ເບື້ອງຊ້າຍ ບູຊາ ບັນດາ ພັນລະຍາ ຂອງ ວົງຕະກຸນ ມາກ. ຢູ່ວິຫານຫຼັກ ມີປ້າຍ ແຜ່ນໃຫຍ່ ກັບແຖວໜັງສື “ຄາຍເຈິ໋ນຈຸກວັກ” ຊຶ່ງມີ ຄວາມໝາຍ ຮັບຮູ້ສິນທຳ ແລະ ຄຸນງາມຄວາມດີ ຂອງວົງຕະກຸນ ມາກ ໃນ ຂະບວນວິວັດແຫ່ງການ ບຸກເບີກຂະຫຍາຍດິນແດນ. ສະຖານທີ່ ແຫ່ງນີ້ຍັງໄດ້້ຮັກສາ ຄຳກອນຄູ່, ພະລາຊະໂອງການ ວ່າດ້ວຍ ປະດັບຍົດ ຂອງ ລາຊະວົງ ຫງວຽນ ໄວ້ເປັນຈໍານວນຫຼວງຫຼາຍ. 

ຮູບປັ້ນເຈົ້າຄອງແຄວ້ນ ຮ່າຕຽນ ມາກກື່ວ ຢູ່ຫໍກາງ. 
ສະຖານທີ່ແຫ່ງນີ້ ຍັງໄດ້ຮັກສາ ຄຳກອນຄູ່, ພະລາຊະໂອງການ ວ່າດ້ວຍປະດັບຍົດ ຂອງ ລາຊະວົງ ຫງວຽນ ໄວ້ເປັນຈໍານວນ ຫຼວງຫຼາຍ. 
ສີລາຈາລຶກຊື່, ອາຍຸ ແລະ ຕຳແໜ່ງສະມາຊິກ ໃນວົງຕະກຸນ ມາກ ຜູ້ມີຄວາມຕິດພັນ ກັບແຜ່ນດິນແຫ່ງນີ້.
ນັກ​ທ່ອງ​ທ່ຽວ​ ຈາກ​ທົ່ວ​ທຸກສາລະທິດ​ ໄດ້​ມາ​ຢ້ຽມ​ຢາມ​ສຸສານ ແລະ ໄຕ້​ທູບ​ທຽນ ເພື່ອ​​ສະແດງຄວາມ​ຮູ້​ບຸນ​ຄຸນຕໍ່ ທ່ານ ມາກກື່ວ​ ຕໍ່​ແຜ່ນ​ດິນ​ແຫ່ງນີ້.

ສ່ວນສຸສານ ຕັ້ງຢູ່ເທິງພູ ບິ່ງຊານ, ຈາກເຂດວິຫານ ຍ່າງຂຶ້ນໄປ ຕາມຂັ້ນໄດຫີນຜ່ານປ່າ. ຫຼຸມຝັງສົບ ຂອງ ທ່ານ ມາກກື່ວ ມີທີ່ຕັ້ງສູງສຸດໃນບໍລິເວນສຸສານ, ສ້າງຂຶ້ນຕາມຄວາມເຊື່ອ ດ້ານ ຫວາງຈຸ້ຍ ດ້ວຍຮູບເຄິ່ງວົງກົມ, ດ້ານຫຼັງອີງໃສ່ພູເຂົາ, ດ້ານໜ້າ ຫັນໄປສູ່ທະເລ, ມີຮູບປັ້ນນາຍພົນສອງອົງ ດ້ວຍຫີນກ້ອນໃຫຍ່ ຢືນຍາມຢູ່ທັງສອງດ້ານ. ນອກຈາກ ຫຼຸມຝັງສົບ ຂອງ ທ່ານ ມາກກື່ວ ແລ້ວ, ເຂດສຸສານແຫ່ງນີ້ ຍັງມີຫຼຸມຝັງສົບບູຮານ 60 ກວ່າຫຼຸມ ຖືກແບ່ງອອກເປັນ 4 ເຂດຄື: ເຂດສຸສານວົງຕະກຸນ ມາກ, ເຂດສຸສານບັນດາພັນລະຍາ, ເຂດສຸສານເຈົ້ານາຍ ແລະ ເຂດສຸສານ ບັນດາສະມາຊິກ ໃນວົງຕະກຸນ ມາກ. 

 

ເຂດ​ສຸສານວົງ ຕະກຸນ ມາກ ມີ​ຫຼຸມຝັງສົບ ​ທັງໝົດ 60 ​ຫຼຸມ, ​ແບ່ງ​ອອກ​ເປັນ 4 ​ເຂດ, ລວມມີ​ບັນດາ​ສະມາຊິກ ​ແລະ ນາຍ​ພົນທະຫານ​ທຸກ ຄົນໃນວົງຕະກຸນ ມາກ. 
ໜອງບົວ ຢູ່ຕໍ່ໜ້າ ປະຕູໂຂງສຸສານ.
ນັກ​ທ່ອງ​ທ່ຽວ ​ຈາກ​ທົ່ວທຸກສາລະທິດ ມາ​ຢ້ຽມ​ຢາມ​ ຫຼຸມຝັງສົບ ທ່ານ ມາກກື່ວ ຢູ່​ເທິງ​ພູ ​ບິ່ງ​ຊານ.

ບົດ: ເຊີນເຫງ້ຍ - ພາບ: ຫງວຽນລວນ - ແປໂດຍ: ບິກລຽນ

ເທດສະການ ນາງຮາຍ ຂອງ ຊາວເຜົ່າ ໄຕ່

ເທດສະການ ນາງຮາຍ ຂອງ ຊາວເຜົ່າ ໄຕ່

ຕັ້ງຢູ່ທາງພາກເໜືອຂອງ ຫວຽດນາມ, ກາວບັ່ງ ມີຄວາມ ພາກພູມໃຈ ໄດ້ເປັນດິນແດນ ທ່ີອະນຸລັກຮັກສາຄຸນຄ່າ ທາງວັດທະນະທຳ ພື້ນເມືອງ ທີ່ເປັນເອກະລັກຫຼາຍຢ່າງ ຂອງ ວົງຄະນາຍາດ ບັນດາເຜົ່າສ່ວນໜ້ອຍ. ໃນຈຳນວນນັ້ນ, ເທດສະການ ນາງຮາຍ (ນາງ ພະຈັນ) ຢູ່ຕາແສງ ຕຽນແທ່ງ, ແຂວງ ກາວບັ່ງ ແມ່ນຈຸດພົ້ນເດັ່ນ ເນື່ອງຈາກວ່າ ມີລັກສະນະ ທີ່ເຕັມໄປດ້ວຍ ສີສັນວັດທະນະທຳ ທີ່ເປັນເອກະລັກ ຂອງ ຊາວເຜົ່າ ໄຕ່. ເທດສະການ ໄດ້ຈັດຂຶ້ນ ເພື່ອສະແດງຄວາມຮູ້ ບຸນຄຸນ, ເຄົາລົບທຳມະຊາດ ແລະ ອະທິດຖານ ໃຫ້ພືດຜົນລະປູກ ອຸດົມສົມບູນ. 

Top