ວັດ ກ໋ຽນອານກຸງ

ວັດ ກ໋ຽນອານກຸງ

ວັດ ກ໋ຽນອານກຸງ (ຍັງມີອີກຊື່ໜຶ່ງວ່າ ວັດ ອົງແກັວກ) ແມ່ນວັດທີ່ມີອາຍຸຫຼາຍຮ້ອຍປີ, ຕັ້ງຢູ່ໃຈກາງນະຄອນ ຊາແດັກ (ແຂວງ ດ່ົງທາບ). ວັດ ມີຄວາມງາມແບບເກົ່າແກ່ ທັງເປັນຂີດໝາຍ ສະຖາປັດຕະຍະກຳ ທີ່ເປັນຕົວແທນ ຂອງ ວັດທະນະທຳ ຈີນ ຊຶ່ງ ໄດ້ຮັບການຮັບຮອງວ່າ ເປັນສະຖານທີ່ປະຫວັດສາດ ແຫ່ງຊາດໃນປີ 1990.

ກ໋ຽນອານກຸງ ມີ​ອາ​ຍຸ​ເກືອບ​ຮ້ອຍ​ປີ, ຕັ້ງ​ຢູ່​ໃຈ​ກາງ​ນະ​ຄອນ ຊາແດັກ, ແຂວງ ດົ່ງ​ທາບ, ດ້ວຍ​ສະ​ຖາ​ປັດ​ຕະ​ຍະ​ກຳ​ທີ່ເກົ່າ​ແກ່ ເຂັ້ມຂຸນໄປດ້ວຍສີສັນ ​ຂອງ​ ຊາວ ຈີນ.

ຕາມ​ການຊອກຮູ້, ກ໋ຽນ​ອານກຸງ ​ໄດ້​ຮັບ​ການ​ກໍ່ສ້າງ​ໂດຍຊາວ​ຈີນກຸ່ມໜຶ່ງ ​ຢູ່​ແຂວງ ຝູຈ້ຽນ (ຈີນ) ​​ທີ່ອົບ​ພະຍົບ​ເຂົ້າ​ມາ​ຕັ້ງ​ຖິ່ນ​ຖານ​ຢູ່ ຊາແດັກ ​ໃນ​ປີ 1927 ​ເພື່ອສັກກາລະ​ບູຊາ​ ບັນພະບຸ ລຸດ ​ແລະ ​ເພື່ອ​ເຊື່ອມ​ໂຍງ ວົງຄະນາຍາດ ຊາວຈີນ ໃນເຂດ ເຂົ້າກັນ​. ວັດຫັນໜ້າສູ່ ຮ່ອງນໍ້າກ໋າຍເຊີນ, ໄດ້ຮັບການ ກໍ່ສ້າງ ຕາມແບບຕົວໜັງສື ວ່າ (ກົງ) ຢ່າງໃຫຍ່ໂຕ ແລະ ສະຫງ່າງາມ. ດ້ານໜ້າ ຂອງ ວັດ ຖືກອອກແບບໃຫ້ກົມກຽວກັບ 3 ຫ້ອງຫຼັກ, ຫຼັງຄາມຸງດ້ວຍ ດິນ ຂໍຜູ້ ແລະ ດິນຂໍແມ່ ຂວ້ຳໜ້າ ໃສ່ກັນ ເປັນຮູບຄື້ນມັງກອນ, ຢູ່ເທິງສຸດຂອງຫົກ ຫົວຄື້ນແມ່ນ ພະລາ ຊະວັງ ຫົກຫຼັງ ຖືກສ້າງແບບຫຍໍ້ສ່ວນ, ໄດ້ຖືວ່າ ເປັນສັນຍາລັກ ຂອງນໍ້າໃຈ ບຸກບືນຜ່ານຜ່າຄວາມຫຍຸ້ງຍາກ ແລະ ປະສົບ ຜົນສຳເລັດ. 



ຈຸດທີ່ເປັນເອກະລັກ ຂອງ ວັດ ແມ່ນແບບສະຖາປັດຕະຍະກຳ ທີ່ໃຫຍ່ໂຕ, ງົດງາມ ດ້ວຍສີສັນ ປະດັບປະດາ ພາຍໃນທີ່ສົດ ໃສ, ບັນດາຮ້ານບູຊາ ຖືກແບ່ງອອກ ຢ່າງຈະແຈ້ງ, ມີຄວາມງາມແບບເກົ່າແກ່ ກັບຝາກໍ່ດ້ວຍ ດິນຈີ່ ແລະ ຫຼັງຄາ ມຸງດິນຂໍ ຖືກປົກຄຸມເຕັມແຕ່ ໄຄນໍ້າ. ຢູ່ເທິງ ຫຼັງຄາວັດ ມີຫໍທາດຂະໜາດນ້ອຍ 4 ຫຼັງ, ພາຍໃນມີຮູບປັ້ນ ນາງ ຟ້າ, ພະພຸດທະຮູບ ແລະ ເທວະດາ, ຢູ່ກາງຫຼັງຄາ ມີຮູບມັງກອນ ສອງໂຕເຝົ້າພະຈັນ. ທັງສອງດ້ານ ຂອງ ທາງເຂົ້າຫຼັກ ມີກິເລນສອງໂຕ ສ້າງດ້ວຍຫີນສີຂຽວໃຫຍ່, ເບື້ອງຊ້າຍ ແລະ ເບື້ອງຂວາ ມີຮູບແຕ້ມເທວະດາສອງອົງ (ເປັນຕົວແທນ ໃຫ້ຄວາມດີ ແລະ ຄວາມ ຊ່ົວຮ້າຍ) ຢືນເຝົ້າປະຕູ. ພິ​ເສດ, ທຽນ​ຕີ໊ງ ຍັງຊ່ວຍ​ໃຫ້ວັດ​ ​ບັນ​ເທົາ​ຄວັນ​ທູບ​ ຢ່າງ​ວ່ອງ​ໄວ​ ໃນ​ໄລ​ຍະ​ວັນບຸນ​ ສຳ​ຄັນ, ເມື່ອ​ມີ​ປະ​ຊາ​ຊົນ​ ຈາກ​ທົ່ວທຸກ ສາລະທິດ​ ມາ​ຢ້ຽມ​ຢາມ​ວັດ ເປັນຈຳນວນຫຼວງຫຼາຍ. ​ພາຍໃນ​ວັດ ມີເສົາໃຫຍ່ສີດຳ​ຂະໜາດ​ໃຫຍ່ ຫຼາຍເສົາ, ມີ​ປ້າຍໂຕໜັງສື,  ຄໍາກອນຄູ່, ປະຕູ “ວ໊ອງ”... ທັງ​ໝົດ​ ແມ່ນຖືກ​ແກະສະຫຼັກ ​ຢ່າງ​ລະອຽດ​, ຟອກ ດ້ວຍຄຳປິວ ສີສົດໃສ. ຢູ່​ເທິງ​ຝາ​ ມີ​ຮູບ​ແຕ້ມ​ສີ​ນ້ຳ ບອກເລົ່າ ກ່ຽວກັບເລື່ອງລາວ ຕ່າງໆ ໃນສະໄໝກ່ອນ ທ່ີມີ​ຄວາມ​ໝາຍ​ດ້ານ​ການ​ສຶກສາ ​ແລະ ມີ​ຄວາມ​ໝາຍ​ເລິກ​ເຊິ່ງ.

ຢູ່​ກາງ​ຫ້ອງ​ໂຖງ​ໃຫຍ່​ ແມ່ນ​ແທ່ນ​ບູຊາ ​ທ່ານ ແກັວກ ຜູ້ໄດ້ຮັບຄວາມເຄົາລົບນັບຖື ເໝືອນດັ່ງພະອໍລະຫັນຈາກ ຊາວ ​ຈີນ​ ຍ້ອນມີ ການ​ປະກອບສ່ວນ​ອັນ​ດີ​ງາມ​ ​ຕໍ່​ປະຊາຊົນ ​ແລະ​ ປະ​ເທດ​ຊາດ. ດ້ານໜ້າມີຮູບປັ້ນ ກວນອູ, ຖືອາວຸດ ຢືນເປັນສອງແຖວ, ເບື້ອງຊ້າຍ ແລະ ເບື້ອງຂວາ ມີເຂດເອີ້ນວ່າ ໂດງລາງ ແລະ ໄຕລາງ ເພື່ອເປັນບ່ອນຕ້ອນຮັບແຂກຄົນ ທີ່ມາກາບໄຫວ້ບູຊາ. ທຸກໆ ປີ, ວັດ ມີສອງພິທີບູຊາ ຄື: ວັນທີ 22 ກຸມພາ (ຕາມຈັນທະປະຕິທິນ) ເປັນວັນເກີດ ຂອງ ທ່ານ ແກັວກ ແລະ ວັນທີ 22 ສິງຫາ (ຕາມຈັນທະປະຕິທິນ) ຈົນເຖິງ ເວລາເປັນພະອໍລະຫັນ. ວັດ ຈັດພິທີບູຊາ ຢ່າງເຄັ່ງຂຶມ, ​​ມີ​ປະຊາຊົນ​ເຂົ້າ​ຮ່ວມ ​ແລະ​ ໄຫວ້ບູຊາ​ເປັນ​ຈຳນວນ​ຫຼວງ​ຫຼາຍ.

ດ້ວຍ​ທີ່​ຕັ້ງ​ໃກ້​ກັບ​ເຮືອນ​ບູ​ຮານ​ ຮີ່ວນຖຸຍເລ, ສວນ​ດອກ​ໄມ້ ຊາແດັກ ຫຼື ​ອະນຸສອນສະຖານ​ບູ​ຮານ​ ອື່ນໆ ​ເຊັ່ນ: ​ວັດ ບ່າທຽນເຮົ້າ, ກ໋ຽນອານກຸງ ໄດ້​ປະ​ກອບ​ສ່ວນ​ສ້າງ​ພາບ​ພົດ ​ຂອງ ​ນະ​ຄອນ ຊາແດັກ ທີ່ເກົ່າແກ່, ງຽບສະຫງົບ ​ຕັ້ງ​ຢູ່​ແຄມ​ແມ່​ນ້ຳ ຕ່ຽນ ທີ່ມີຄວາມສວຍງາມ, ທັງ​ແມ່ນ​ສະຖານ​ທີ່​ທ່ອງ​ທ່ຽວ ​ທີ່​ນັກ​ທ່ອງ​ທ່ຽວ​ ​ທັງຢູ່​ໃກ້ ​ແລະ ​ໄກ​ ລ້ວນ​ແຕ່​ຢາກ​ມາ​ຢ້ຽມຢາມ ​ແລະ ​ກາບໄຫວ້​​ ທຸກ​ຄັ້ງ​ທີ່​ມາ​ຢ້ຽມຢາມ ຊາແດັກ.

ນັກທ່ອງທ່ຽວຕ່າງປະເທດ ມາຢ້ຽມຊົມ ວັດ ກ໋ຽນອານກຸງ. 

ບົດ: ເຊີນເງ້ຍ - ພາບ: ຫງວຽນລວນ - ແປໂດຍ: ບິກລຽນ


Top