ສຳຫຼວດ ຫໍພິພິທະພັນ ສິລະປະ ວັດທະນະທຳ ອິນດູຈີນ

ສຳຫຼວດ ຫໍພິພິທະພັນ ສິລະປະ ວັດທະນະທຳ ອິນດູຈີນ

ປັດຈຸບັນ, ຫໍພິພິທະພັນ ສິລະປະ ວັດທະນະທຳ ອິນດູຈີນ (ນະ ຄອນ ຫາຍຟ່ອງ) ກຳລັງເກັບຮັກສາ ແລະ ວາງສະແດງ ວັດຖຸພັນກວ່າ 15.000 ສິ້ນ ທີ່ມີອາຍຸ ຫຼາຍຮ້ອຍປີ ເຖິງຫຼາຍພັນປີ. ນີ້ແມ່ນຫໍພິພິທະພັນ ເອກະຊົນ ທີ່ຖືກສ້າງຂຶ້ນ ຈາກຄວາມຫຼົງໄຫຼໃນດ້ານ ປະຫວັດສາດ ແລະ ຄວາມຮັກມັກ ສິລະປະ ຂອງ ນັກທຸລະກິດ ກາວວັນຕ໋ວນ.

ພື້ນທີ່ຊັ້ນໜຶ່ງ ແມ່ນບ່ອນວາງສະແດງຫຼັກ ຂອງ ຫໍພິພິທະພັນ ສິລະປະ ວັດທະນະທຳ ອິນດູຈີນ.

ເຖິງ​ວ່າ​ວຽກ​ຕົ້ນຕໍ​ ​ແມ່ນເຮັດ​ທຸລະ​ກິດ, ​ແຕ່​ນັກ​ທຸລະ​ກິດ ກາວວັນ ຕ໋ວນ (ອາຍຸ 62 ປີ ​ຢູ່ນະຄອນ ຫາຍຟ່ອງ) ຍັງມີ​ຄວາມຫຼົງໄຫຼຢ່າງແຮງກ້າ ກັບສິລະ​ປະ ວັດທະນະທຳ. ທ່ານ ​ເລີ່ມ​ເກັບ​ກຳ​ວັດ​ຖຸ​ບູ​ຮານ ແລະ ຜົນການປະດິດແຕ່ງ ລະບາຍສີ, ແກະສະຫຼັກ ຕັ້ງແຕ່ອາຍຸ 20 ປີ. ໃນເບື້ອງຕົ້ນ, ມັນພຽງແຕ່ ເຄື່ອງຂອງ ແລກປ່ຽນ ລະຫວ່າງ ຜູ້ທີ່ມີຄວາມມັກດຽວກັນ ຫຼື ຊອກຊື້ຈາກ ຜູ້ເປັນເຈົ້າຂອງ ຊື້ຂາຍຂອງເກົ່າ. ຕໍ່ມາ, ເມື່ອການເຮັດທຸລະກິດ ພັດທະນາຂຶ້ນ, ທ່ານ ຈຶ່ງມີໂອກາດ ທີ່ຈະເກັບກໍາຫຼາຍກວ່າ ຈາກການພົວພັນ ໃກ້ຊິດ ກັບນັກຈິດຕະກອນ, ນັກສະສົມຫຼາຍຄົນ. ​ຕັ້ງແຕ່ຕົ້ນ, ທ່ານ​ ຕ໋ວນ​ ໄດ້ກຳນົດທັດສະນະ ສະສົມ ຂອງຕົນຢ່າງຈະແຈ້ງວ່່າ ແມ່ນຄວາມລະອຽດ ກ່ຽວກັບ ຕົ້ນກຳເນີດ, ຊີວະປະຫວັດຫຍໍ້ ແລະ ​ເລື່ອງລາວ ທີ່ກ່ຽວພັນ ເຖິງວັດຖຸ​ບູຮານ​ ນັ້ນໆ.


ຫຼັງຄາເຮືອນ ສະໄໝລາຊະວົງ ຫຼີ (ສະຕະວັດທີ XI) ດ້ວຍ ບັນດາລາຍລະອຽດ ຂອງທໍ່ໄໝ, ໃບໂພ, ດິນຂໍ ຮູບມັງກອນ ດ້ວຍ​ມາດ​ຕາສ່ວນ 1/1, ໄດ້ຮັບການສ້າງຄືນໃໝ່ ໂດຍ ທ່ານ ກາວວັນຕ໋ວນ. 

ມາ​ຮອດ​ປັດຈຸ​ບັນ, ນອກຈາກຮູບແຕ້ມ​ 300 ແຜ່ນ, ​ໃນ​ນັ້ນ​ມີ​ບັນ ດາຮູບແຕ້ມ ຂອງ ​ນັກ​ຈິດຕະກອນ ສິລະປະ ອິນດູຈີນ ​ທີ່​ມີ​ຊື່​ສຽງ​ແລ້ວ, ໃນຊຸດສະສົມ​ຂອງທ່ານ ກາວວັນຕ໋ວນ ຍັງມີວັດຖຸພັນ ເຖິງ ​15.000 ​ສິ້ນ, ມີວັດຖຸ​ບູຮານ ​ທີ່​ຫາ​ຍາກ ປະມານ 2.000 ສິ້ນ. ນີ້​ແມ່ນ​ໝາກຜົນ​ຂອງການ​ສະສົມ ໃນຕະຫຼອດ ຊ່ວງເວລາຫຼາຍ​ສິບ​ປີ​ ​ທີ່​ເພິ່ນໄດ້​ເດີນທາງ​ໄປ​ທົ່ວ​ປະ​ເທດ ​ເພື່ອ​ຊອກ​ຫາ​ວັດຖຸ​ບູຮານ ​ແລະ ​ເປັນ​ພື້ນຖານ ໃນການສ້າງ ​ຫໍພິພິທະ​ພັນ​ ສິລະປະ ວັດທະ ນະທຳ ​​ອິນ​ດູ​ຈີນ ກວ້າງກວ່າ 1.000 ມ2 ໃນສວນ ພື້ນທ່ີກວ້າງກວ່າ 1,3 ເຮັກຕາ. 



ນັບ​ຕັ້ງ​ແຕ່​ເລີ່ມຫຼົງຮັກ​​ ວັດ​ຖຸ​ບູ​ຮານ​, ທ່ານ ​ຕ໋ວນ​ ຈິ່ງໄດ້ເກີດ ແນວຄິດສ້າງ​ຫໍ​ພິ​ພິ​ທະ​ພັນ​, ຈົນເຖິງ​ຊຸມ​ປີ​ມໍ່ໆ ​ມາ​ນີ້ ​ແນວ​ຄວາມ​ຄິດນັ້ນຈຶ່ງ​ໄດ້ກາຍ​ເປັນ​ຈິງ​. ຍ່າງ​ຜ່ານຫ້ອງຕ່າງໆ ທີ່ໄດ້ຮັບການ ວາງສະແດງ ຕາມຫົວເລື່ອງຂອງ​ຫໍ​ພິ​ພິ​ທະ​ພັນ, ພວກ​ເຮົາຈຶ່ງ​ສາ​ມາດ​ຮູ້ສຶກໄດ້ເຖິງ ຄວາມ​ພະ​ຍາ​ຍາມ​ຂອງ​ທ່ານ ກາວວັນ ຕ໋ວນ. ລະບົບແສງໄຟ ພາຍໃນພື້ນທີ່ວາງສະແດງ ໄດ້ຖືກຈັດລຽງ ຢ່າງພິຖີພິຖັນ, ເຮັດໃຫ້ບັນດາຜົນງານ ຮູບແຕ້ມ, ຄວັດສະຫຼັກ ແລະ ວັດຖຸບູຮານ ປາກົດຂຶ້ນ ເປັນປະກາຍ ແລະ ລະອຽດອ່ອນ. ໃນ​ຂະ​ບວນ​ການ​ສ້າງ​ສຳ​ເລັດ​ຫໍ​ພິ​ພິ​ທະ​ພັນ, ທ່ານ ຕ໋ວນ ​ຕ້ອງ​ໄດ້ທາບທາມຄວາມເຫັນ ​ຂອງ​ ຜູ້​ຊ່ຽວ​ຊານ​ຫຼາຍ​ຄົນ, ນັບແຕ່ການ​ນຳ​ໃຊ້​ແສງ​ສະ​ຫວ່າງ, ການ​ຈັດ​ວາງ​ວັດ​ຖຸ​ບູ​ຮານ ​ແຕ່ໄລຍະ​ເວ​ລາ​ ຫຼື ​ພື້ນທີ່ ແລະ​ ການ​ເຊື່ອມ​ຕໍ່​ ຂອງບັນດາວັດ​ຖຸ​ບູ​ຮານ ໃນເວລາຈັດ​ວາງ…


ຕາມ​ການ​ອະທິບາຍ​ຂອງ​ທ່ານ ​ຕ໋ວນ​, ຊຸດ​ສະ​ສົມ​ເຄື່ອງ​ປັ້ນ​ດິນ​ເຜົາ​ ແຕ່​ສະ​ໄໝ ​ດົງ​ເຊີນ​ ເຖິງສະ​ຕະ​ວັດ​ທີ XX ຖືກ​ຈັດ​ວາງ​ຕາມ​ເວ​ລາ. ໃນ​ຂະ​ນະ​ດຽວກັນ, ບັນດາວັດ​ຖຸພັນ ທີ່ເປັນເຄື່ອງບູຊາ, ຮູບປັ້ນ​ບູ​ຮານ​​ ໄດ້​ຖືກ​ຈັດ​ວາງຕາມ​ພື້ນທີ່.

ຫໍພິພິທະພັນ ສິລະປະ ວັດທະນະທຳ ອິນດູຈີນ ໄດ້ຮັບອະນຸຍາດ ເຄື່ອນໄຫວ ດ້ວຍຮູບການຫໍພິພິທະພັນ ນອກລັດ  ຈາກຄະນະກຳ ມະການ ປະຊາຊົນ ນະຄອນ ຫາຍຟ່ອງ ພາຍໃຕ້ການຄຸ້ມຄອງ ຂອງພະແນກ ວັດທະນະທຳ ແລະ ກິລາ ນະຄອນ ຫາຍຟ່ອງ ແລະ ອຳນາດການປົກຄອງ ທ້ອງຖິ່ນ. ປັດຈຸ​ບັນ, ຫໍພິພິທະ​ພັນ​ໄດ້​ເປີດ ​ໃຫ້​ນັກ​ທ່ອງ​ທ່ຽວ ​ເຂົ້າ​ຊົມ​ໂດຍ​ບໍ່​ເສຍ​ຄ່າ ​ແລະ ຫວັງວ່າ​ຈະ​ກາຍ​ເປັນຈຸດສົນໃຈ​ສຳລັບ​ນັກ​ທ່ອງ​ທ່ຽວ​ ໃນການຊອກ​ຮູ້ ສິລະປະ ​ວັດທະນະທຳ ​​ອິນ​ດູ​ຈີນ.

ບົດ: ກົງດາດ, ແທງຢາງ - ແປໂດຍ: ບິກລຽນ


Top