ເຮືອນບູຮານ ຢູ່ໝູ່ບ້ານ ລົກອຽນ

ເຮືອນບູຮານ ຢູ່ໝູ່ບ້ານ ລົກອຽນ


ໜຶ່ງໃນຈຳນວນເຮືອນບູຮານ 8 ຫຼັງທີ່ຍັງເຫຼືອຂອງໝູ່ ລົກອຽນ. ພາບ: ແທງຮ່ວາ/VNP

ໝູ່​ບ້ານ ລົກອຽນ ຕັ້ງ​ຢູ່​ຮ່ອມ​ພູ​ທີ່​ສວຍ​ງາມ ​ໃນຕອນກາງ ຂອງ​ຕາ​ແສງ ຕຽນແກງ, ເມືອງ ຕຽນເຟືອກ, ແຂວງ ກວາງ​ນາມ. ສະຖານ​ທີ່ ແຫ່ງ​ນີ້​ຍັງ​ຄົງ​ຮັກສາ​ເຮືອນ​ບູຮານ 8 ຫຼັງ​ທີ່​ມີ​ອາຍຸ​ແຕ່ 100 ຫາ 150 ປີ ​ຂຶ້ນໄປ. ​ເຮືອນ​ ສ່ວນຫຼາຍ​ແມ່ນ​ເຮັດ​ດ້ວຍ​ໄມ້​ມີ້, ​ເປັນ​ຕົ້ນ​ໄມ້​ກິນ​ໝາກ​ທີ່​ອຸດົມສົມບູນ​ຢູ່​ທ້ອງ​ຖິ່ນ, ​ໄດ້​ຮັບ​ການ​ອອກ​ແບບ​ ສາມຫ້ອງ​ ສອງເທີບ ຂອງ​ຊາວ ກວາງ​ນາມ. ​ຜ່ານການເວລາ, ບັນດາ​ເຮືອນ​ບູຮານ​ຢູ່​ ລົກອຽນ ​ໄດ້​ຮັບ​ການ​ອະນຸລັກຮັກສາ ​ຄວາມ​ງາມ​ຕາມການ​ເວລາ ​ແລະ ສັນຍະລັກດ້ານ​ວັດທະນະທຳ​ຂອງ​ຊາວ ກວາງນາມ ແບບດັ້ງເດີມ, ເປັນ​ຈຸດ​ນັດ​ພົບ​ທີ່​ໜ້າປະທັບໃຈ​ຂອງ​ນັກ​ທ່ອງ​ທ່ຽວ​ທັງ​ຢູ່​ໃກ້ ​ແລະ ​ໄກ. ເດືອນ ກັນຍາ 2019, ລົກອຽນ ໄດ້ຖືກຈັດອັນດັບ ເປັນຮ່ອງຮອຍແຫ່ງຊາດ ແລະ ເປັນໜຶ່ງໃນ 4 ໝູ່ບ້ານ ບູຮານ ທີ່ສວຍງາມທີ່ສຸດ ຂອງ ຫວຽດນາມ.

 

ລົກອຽນ ​ແມ່ນ​ດິນ​ແດນ “​ເກີດໃໝ່ໃຫຍ່ລຸນ​ໃນ​ຂະ​ບວນການ​ເຄື່ອນ​ຍ້າຍ​ມາ​ຢູ່​ພາກ​ໃຕ້​ ຂອງ​ ເຈົ້າ​ຊີວິດ ຫງວຽນ​. ໝູ່​ບ້ານ ລົກອຽນ ຖືກ​ສ້າງ​ຂຶ້ນ ​ໃນທ້າຍ ​ສະ​ຕະ​ວັດ​ທີ XVIII ເມື່ອ​ບັນ​ດາ​ຕະກຸນ ຈາກ​ເຂດ​ ແທງເຫງ້ ​ຕິດຕາມ ເຈົ້າຊີວິດຫງວຽນ ​ເຂົ້າ​ສ້າງ​ໝູ່​ບ້ານ​ ຢູ່​ເຂດ​ທົ່ງ​ພຽງ​ ແຄມ​ທະ​ເລ​ພາກ​ກາງ ແລະ ຈາກ​ນັ້ນ​ ຂະ​ຫຍາຍ​ຕົວ​ອອກໄປຍັງພາກ​ຕາ​ເວັນ​ຕົກ​ ຂອງ​ ກວາງ​ນາມ​.

ຄວາມ​ງາມ​ຜ່ານການ​ເວ​ລາ​ຂອງ​ບັນດາເຮືອນ​ບູ​ຮານ​ ໄດ້​ດຶງ​ດູດ​ນັກ​ທ່ອງ​ທ່ຽວ​ ເມື່ອ​ມາ​ເຖິງ​ເຂດ​ພາກ​ກາງ​ ກວາງນາມ. ພາບ: ແທງຮ່ວາ/VNP

ສິ່ງ​ທີ່​ໜ້າ​ສົນ​ໃຈ​ຂອງ​ໝູ່​ບ້ານ ​ລົກ​ອຽນ ​ແມ່ນ​ປະຊາຊົນ​ ຂຸດ​ຄົ້ນຫີນ​ຢູ່​ເຂດ​ດັ່ງກ່າວ ​​ມາ​ສ້າງ​ນໍ້າສາງ, ຮົ້ວ, ປະຕູ​ຮົ້ວ, ເດີ່່ນບ້ານ, ເສັ້ນທາງ​ໃນ​​ບ້ານ, ທາງ​ຊອຍ...ເມື່ອ​ການເວລາ​ຜ່ານ​ໄປ ດ້ວຍ ລົມ​, ​ຝົນ ແລະ ໄຄຫີນ​ ໄດ້​ເກີດຕິດໃສ່​ຫີນ​ ສ້າງຄວາມເກົ່າແກ່ ແບບງຽບສະຫງົບຂອງເຂດພາກກາງໃຫ້ແກ່ ໝູ່ບ້ານແຫ່ງນີ້. ເທິງຖານຂອງ ຫີນພູ​ເຂົາ, ປະຊາຊົນ​ໄດ້​ສ້າງ​ເຮືອນ​ໄມ້​ທີ່​ສວຍ​ງາມຫຼາຍຫຼັງ. ເຮືອນສ່ວນຫຼາຍ ປຸກ ຫັນໜ້າ ໃສ່ທົ່ງນາ, ຫັນຫຼັງໃສ່ ພູເຂົາ, ຈາກເຮືອນ ລົງທາງ ຕ້ອງຜ່ານ ຊອຍຫີນຫຼາຍຂັ້ນທີ່ສວຍງາມ, ໂດຍສະເພາະຢ່າງຍິ່ງ ເມື່ອລະດູຝົນ ມາເຖິງ, ຫຍ້າ ແລະ ໄຄ ຈະປົກຄຸມຂຽວຂະຈີ ຝັ່ງຫີນ ທັງໝົດ.

ເຮືອນ​ບູຮານ​ ແມ່ນ​ບ່ອນ​ດຳລົງ​ຊີວິດ ​ແລະ ຮັກສາ​ຄວາມ​ຊົງ​ຈຳ ​ຂອງ​ ຊາວ​ບ້ານ​ ລົກ​ອຽນ. ພາບ: ແທງຮ່ວາ/VNP

ຜ່ານ​ຫຼາຍ​ຮ້ອຍ​ປີ, ໂຄງ​ສ້າງ​ທີ່​ເຮັດ​ດ້ວຍ​ໄມ້​ພາຍ​ໃນ​ເຮືອນ​ຍັງ​ຄົງ​ທົນ​ທານ​ ແລະ ​ສວຍ​ງາມ​ ດ້ວຍ​ລວດລາຍ​ແກະ​ສະ​ຫຼັກ​ຢ່າງ ປານີດ. ເຮືອນບູຮານຢູ່ ລົກອຽນ ບໍ່ພຽງແຕ່ມີຄຸນຄ່າທາງດ້ານ ວັດຖຸ ເທົ່ານັ້ນ, ຫາກຍັງເປັນບ່ອນດຳລົງຊີວິດ ຂອງ ປະຊາ ຊົນ, ເປັນບ່ອນເກັບຮັກສາພື້ນຖານດ້ານວັດທະນະທຳ, ປະ ຫວັດສາດອັນລ້ຳຄ່າ ຂອງ ບັນດາຕະກຸນ ແລະ ໝູ່ບ້ານ ອີກດ້ວຍ.

ເຮືອນ​ບູຮານ ​ໃຫຍ່​ ແລະ ສວຍ​ງາມ​ທີ່​ສຸດ​ ໃນ​ໝູ່​ບ້ານ ມີ​ອາຍຸ​ປະມານ 200 ປີ, ​ເປັນ​ ຂອງ ສອງ​ອ້າຍ​ນ້ອງ ຫງວຽນ​ດິ່ງ​ຊືວ. ໄດ້ຍິນວ່າ ກ່ອນປີ 1975, ປະທານາທິບໍດີ ໂງດິ່ງຢ້ຽນ ເຄີຍສະເໜີຊື້ເຮືອນຫຼັງນີ້ 2 ຄັ້ງ, ແຕ່ເຈົ້າ ຂອງ ເຮືອນຫຼັງນີ້ ໄດ້ປະ ຕິເສດ ບໍ່ຍອມຂາຍ.

 

ເຕັກນິກການແກະສະຫຼັກ ທີ່ສວຍງາມກ່ຽວກັບໂຄງສ້າງໄມ້ ຂອງ ເຮືອນບູຮານ. ພາບ: ແທງຮ່ວາ/VNP

ສຈ ສະຖາປະນິກ ຮວ່າງດ້າວກິ໋ງ, ເມື່ອມາເຖິງບ້ານບູຮານ ລົກອຽນ ຄັ້ງທຳອິດໄດ້ໃຫ້ຄຳເຫັນວ່າ: ຖ້າປະຊາຊົນ ມາເຖິງ ທ້ອງຖິ່ນນີ້, ມາເຖິງໝູ່ບ້ານແຫ່ງນີ້, ເຂົາເຈົ້າຮູ້ທັນທີວ່າ ຢູ່ເຂດ ຫ່າງໄກສອກຫຼີກ, ຍັງມີບັນດາເຮືອນ ໄດ້​ຮັບ​ການ​ກໍ່​ສ້າງມີອາ ຍຸ ​ຫຼາຍ​ຮ້ອຍ​ປີ​ ​ດ້ວຍ​ໂຄງ​ສ້າງ,​ ທັງການ​ຕົບ​ແຕ່ງ​ ດ້ານສະຖາປັດຕະຍະກໍາ ທ່ີສົມບູນແບບ ອີກດ້ວຍ. ຖ້າ​​ພວກ​ເຮົາ​ສາມາດ​ຮັກສາ​ໝູ່ບ້ານ ລົກອຽນ ໄດ້, ພວກ​ເຮົາ​ຈະ​ມີ​ສະຖານ​ທີ່​ດຶງດູດນັກທ່ອງ​ທ່ຽວ​ ໃນດິນແດນ ​ເຄິ່ງ​ພູດອຍ.

ປັດຈຸ​ບັນ, ເຮືອນ​ບູຮານ ລົກອຽນ ​ຍັງແມ່ນ​ບ່ອນ​ດຳລົງ​ຊີວິດ​ດ້ານ​ວັດທະນະທຳ​ ທີ່​ດຶງ​ດູດ​ໃຈ​ເພື່ອ​ຮັບ​ໃຊ້​ນັກທ່ອງ​ທ່ຽວ. ພາບ: ແທງຮ່ວາ/VNP

ບົດ ແລະ ພາບ: VNP/ແທງຮ໋ວາ - ແປໂດຍ: ຢືຟຽນ


Top