ຢາງຫວໍເຈື່ອງ ແລະ ຊຸດສະສົມອາວຸດ ສະໄໝ ລາຊະວົງ ເລ

ຢາງຫວໍເຈື່ອງ ແລະ ຊຸດສະສົມອາວຸດ ສະໄໝ ລາຊະວົງ ເລ


ຫວ່າງ​ມໍ່ໆ ​ມາ​ນີ້, ຫໍພິພິທະ​ພັນ​ ຮ່າ​ໂນ້ຍ ​ໄດ້​ຈັດ​ຕັ້ງ​ງານ​ວາງສະ​ແດງ ​ວັດ​ຖຸ​ບູຮານ ​ແລະ ​ເອກະສານ​ກວ່າ 200 ​ຊຸດ ກ່ຽວ​ກັບ​ ຢາງ ຫວໍເຈື່ອງ ໃນ​ຫົວ​ຂໍ້​: “​ຢາງຫວໍເຈື່ອງ ແລະ ຊຸດສະສົມອາວຸດ ສະ ໄໝ ລາຊະວົງ ເລ”. ນີ້​ແມ່ນ​ໂອກາດ​ເພື່ອ​ໃຫ້​ນັກ​ທ່ອງ​ທ່ຽວ​ ທັງ​ພາຍ​ໃນ ​ແລະ ຕ່າງປະ​ເທດ​ ໄດ້​ຊົມ​ໂຮງຮຽນມວຍ​ແຫ່ງ​ທຳ​ອິດ​ຂອງ ກຳແພງ ທັງລອງ ໃນເມື່ອກ່ອນ ດ້ວຍ​ຊຸດສະ​ສົມ​ ສົມບັດ ແຫ່ງ​ຊາດ ແລະ ອາວຸດ ສະໄໝ ລາຊະວົງ ​ເລ.

ຢາງຫວໍເຈື່ອງ ເປັນທ່ີ​ຮູ້​ຈັກວ່າ ​ເປັນ​ສະ​ຖານ​ທີ່​ ສໍາ​ຄັນ ໃນຍຸກ ທັງ ລອງ ສະໄໝກ່ອນ. ນີ້​ແມ່ນ​ເຂດ​ຝຶກ​ຊ້ອມ​ມວຍ, ສອນ​ເຕັກນິກ​ການ​ທະຫານ ແລະ ​​ຊ້ອມການສະແດງ ທາງ​ທະຫານ​ຊັ້ນ​ສູງ​ ສະ ໄໝສັກດິນາ. ປະຫວັດ​ສາດ​ ອັນ​ຄົບ​ຖ້ວນ​ຂອງ ດ້າຍຫວຽດ ຍັງ​ໄດ້​ບັນທຶກ​ເຫດການ​ ດັ່ງ​ນີ້: ປີ 1010, ລາຊະວົງ ຫຼີ ​ໄດ້​ສ້າງ​ຕັ້ງ​ວັງ ຢາງຫວໍ; ປີ 1070, ຊາ​ດິ່ງ​ (ເຂດ​ຝຶກ​ຊ້ອມ​ການຍິງທະນູ) ໄດ້​ຮັບ​ການ​ສ້າງ​ຕັ້ງ​ຂຶ້ນ. ເດືອນ ​ສິງຫາ ​ປີ 1253, ​ເຈົ້າຊີວິດ ເຈິ່ນຖາຍ​ ຕົງ​ ໄດ້​ສ້າງ​ ຢາງຫວໍເຈື່ອງ ​ເປັນ​ບ່ອນ​ຮຽນ ຂອງບັນດາ​ນາຍ​ທະ ຫານ. ​ແຕ່​ຕົ້ນສະ​ໄໝ​ ລາຊະວົງ​ ເລ, ຂົງ​ເຂດ ທິດ​ຕາ​ເວັນ​ຕົກ​ ທັງ​ລອງ (ລວມທັງ​ເຂດ​ ຢາງຫວໍ, ​ກິມ​ໝາ໊ ​ແລະ ຫງອກ​ແຄ໋ງ ໃນປັດ ຈຸບັນ) ​ໄດ້​ກາຍ​ເປັນ​ສູນ​ຝຶກ​ຊ້ອມ, ທົດ​ລອງ ​ແລະ ຊ້ອມການ ສະ ແດງ​ທາງ ​ທະຫານ​ທີ່​ສຳຄັນ. ເຂດຮ່ອງຮອຍ ຢາງຫວໍ ທາງ​ທິດ​ຕາ​ເວັນ​ຕົກ ​ຂອງ ທັງລອງ  ​ແມ່ນ​ເຂດຮ່ອງຮອຍກ່ຽວກັບ​ໂຮງຮຽນ ມວຍ​ ແຫ່ງ​ຊາດ ​ໃນ​ສະ​ໄໝ​ ລາຊະວົງ ​ເລ​ ທີ່​ແກ່ຍາວ​ກວ່າ 3 ສະ ຕະວັດ (ແຕ່​ສະຕະວັດ​ທີ XV ຫາ​ ສະຕະວັດ​ທີ XVIII).

ນັບ​ແຕ່​ຊຸມ​ປີ 1960 ​ເປັນ​ຕົ້ນ​ມາ, ການ​ຄົ້ນຄວ້າເຂດ ຮ່ອງຮອຍ ໂຮງຮຽນມວຍ ຢາງຫວໍ ​ໄດ້​ຮັບ​ຄວາມ​ສົນ​ໃຈ​ຈາກ​ນັກ​ຄົ້ນ​ຄວ້າ​ປະຫວັດສາດ ​ແລະ ບູຮານ​ຄະດີ​ ຫຼາຍ​ຄົນ. ໂດຍເລີ່ມຈາກການ ຄົ້ນພົບ ວັດຖຸບູຮານ ອາວຸດ ຢູ່ໂຮງຮຽນ ຄົມມະນາຄົມ ຊັ້ນກາງ ເກົ່າໄຢ  (ປັດຈຸບັນ ແມ່ນມະຫາວິທະຍາໄລຄົມມະນາຄົມຂົນ ສົ່ງ) ແລະ ພິເສດແມ່ນການຄົ້ນພົບວັດຖຸບູຮານຢູ່ໜອງ ຫງອກ ແຄ໋ງ (ເມືອງ ບາດິ່ງ - ຮ່າໂນ້ຍ) ໃນປີ 1983 ດ້ວຍຊຸດສະສົມ ອາວຸດ ເຮັດດ້ວຍໂລຫະ ທີ່ອຸດົມສົມບູນ ທີ່ສຸດຂອງ ສະໄໝລະ ຫວ່າງກາງບູຮານ, ອະນຸຍາດໃຫ້​ເຂດ​ນີ້ ​ໄດ້​ກຳນົດ​ວ່າ​ ແມ່ນ​ໂຮງຮຽນມວຍ ຢາງຫວໍ ສະໄໝ​ລາຊະວົງ ເລ.

ນັກ​ທ່ອງ​ທ່ຽວ​ໄປ​ຢ້ຽມ​ຢາມ​ເອ​ກະ​ສານ​ທີ່​ມີ​ຄ່າ​ກ່ຽວ​ກັບ ​ຢາງຫວໍເຈື່ອງ

ພິເສດ, ມາຍັງງານວາງສະແດງ ຄັ້ງນີ້, ນັກທ່ອງທ່ຽວ ຈະໄດ້ຊົມ ສົມບັດ ແຫ່ງຊາດ, ນັ້ນຄື ຊຸດສະສົມ ອາວຸດ ສະໄໝລາຊະວົງ ເລ ລວມມີ ອາວຸດ 111 ປະເພດ ແບ່ງເປັນ13 ກຸ່ມ ທີ່ມີຂະໜາດ ແຕກຕ່າງກັນ, ໄດ້ຈັດແບ່ງ ຕາມພາລະບົດບາດ ຂອງ ການນຳ ໃຊ້, ລວມມີ 2 ປະເພດ ຄື: ແບກຄີ໊ (ອາ​ວຸດທີ່ຄວບຄຸມໂດຍກ້າມ​ ເນື້ອຂອງ​ຄົນ​) ແລະ​ ຫວາຄີ໊ (ອາ​ວຸດ​ທີ່​ດໍາ​ເນີນ​ການ​ໂດຍ ໝື້ ປືນ​)​.

ອາວຸດ ຢູ່ ຢາງຫວໍເຈື່ອງ ສ່ວນຫຼາຍແມ່ນຜະລິດຈາກ ໂລຫະເຫຼັກ ແລະ ປະດິດສ້າງ ດ້ວຍວິທີການຕີດ້ວຍມື, ດັ່ງນັ້ນ ຈິ່ງບໍ່ມີການ ຊໍ້າ ກັນກັບປະເພດອາວຸດໃດໜຶ່ງຢູ່ ຫວຽດນາມ. ນອກຈາກ ການ ສະສົມອາວຸດ, ນັກຄົ້ນຄວ້າ ວັດຖຸບູຮານ ຍັງຄົ້ນພົບຮ່ອງຮອຍ ຂອງ ເຕົາຫຼໍ່, ຂີ້ເຫຼັກ ແລະ ຮອຍແຕ້ມຂອງອາວຸດ ທີ່ຍັງບໍ່ທັນ ສ້າງສຳເລັດ, ສິ່ງດັ່ງກ່າວສະແດງໃຫ້ເຫັນວ່າ ອາວຸດ ໄດ້ຫຼໍ່ ຢູ່ທີ່ນີ້ ພິສູດຢ່າງຈະແຈ້ງວ່າ ໂຮງຮຽນມວຍ ຢາງຫວໍ ນອກເໜືອ ໄປ ຈາກບົດບາດເປັນບ່ອນຝຶກແອບ, ຝຶກ​ອົບ​ຮົມ​ທາງທະຫານ, ຍັງ​ເປັນ​ບ່ອນ​ສະ​ໜອງ​ອາ​ວຸດ, ອຸ​ປະ​ກອນ​ການ​ທະ​ຫານ​ດ້ວຍ​ຕົນ​ເອງ, ຮັບ​ໃຊ້​ການ​ຝຶກ​ອົບ​ຮົມ​ການ​ທະ​ຫານ ອີກດ້ວຍ. ພິເສດ, ເມື່ອຄົ້ນພົບຄັ້ງທຳອິດ, ອາວຸດສ່ວນຫຼາຍມີດ້າມ ເຮັດດ້ວຍໄມ້ ໄຜ່ ຫຼື ດ້າມໄມ້, ສິ່ງດັ່ງກ່າວຍັງໄດ້ສະແດງໃຫ້ເຫັນວ່າ ອາວຸດ ຈຳນວນ ດ່ັງກ່າວ ຖືກນຳໃຊ້ເປັນເຄື່ອງມືຝຶກຊ້ອມ ເພື່ອຕໍ່ສູ້ ປົກ ປັກຮັກສາ ປະເທດຊາດ.

ທ່ານ ຫງວຽນ​ຕຽນ​ດ່າ ຜູ້​ອຳ​ນວຍ​ການ​ຫໍ​ພິ​ພິ​ທະ​ພັນ​ ຮ່າ​ໂນ້ຍ ໄດ້ ກ່າວວ່າ “​ໃນ​ປະຫວັດສາດ​ ກວ່າ 4.000 ປີ​ແຫ່ງ​ການ​ສ້າງສາ ​ແລະ ປົກ​ປັກ​ຮັກສາ​ປະ​ເທດ​ຊາດ, ບັນພະບຸລຸດ​ ຂອງ ​ພວກ​ເຮົາ​ໄດ້​ຕໍ່ສູ້​ຢ່າງ​ກ້າຫານ​ກັບ​ສັດຕູຜູ້​ຮຸກ​ຮານ​ ຫຼາຍ​ຄັ້ງ​ເພື່ອ​ປົກ​ປັກ​ຮັກ ສາ​ເອກະລາດ ​ແລະ ​ເສລີພາບຂອງປະ​ເທດ​ຊາດ. ໃນສົງຄາມ, ປະຊາຊົນ ແມ່ນປັດໃຈຕັດສິນ, ແຕ່ອາວຸດກໍ່ມີບົດບາດສໍາຄັນ. ການ​ ຄົ້ນ​ຄວ້າ​ດ້ານ​ອາ​ວຸດ​ເພື່ອ​ແນ​ໃສ່​ປະ​ກອບ​ສ່ວນ​ຊອກຮູ້​ບັນ​ດາ​ສາ​ເຫດ​ ​ໄຊ​ຊະ​ນະ ຂອງ​ ການຕໍ່ສູ້​ ​ປ້ອງ​ກັນ​ປະ​ເທດ ຂອງ ບັນພະບຸລຸດ”.

 

 
 
 

ບົດ ແລະ ພາບ: VNP/ແທງຢາງ - ແປໂດຍ: ຢືຟຽນ

  •  

 


Top