ພິທີ ຕູ໊ກ໊າຍ ຂອງ ຊາວເຜົ່າ ຢ້າວ ເດົ່າບັ່ງ

ພິທີ ຕູ໊ກ໊າຍ ຂອງ ຊາວເຜົ່າ ຢ້າວ ເດົ່າບັ່ງ


ພິທີ​ ຕູ໊ກ໊າຍ (ພິທີເລື່ອນຂັ້ນ) ​ຂອງ​ຊາວເຜົ່າ ຢ້າວເດົ່າບັ່ງ ຢູ່​ຕາ​ແສງ ​ໂຮ່ເທົ່າ, ເມືອງ ຕາມເດື່ອງ, ແຂວງ ລາຍເຈົາ ໄດ້​ຈັດ​ຂຶ້ນ​ເປັນ​ປົກກະຕິ​ ໃນຊ່ວງທ້າຍ​ເດືອນສຸດ​ທ້າຍ ຂອງ ປີ. ນີ້​ແມ່ນ​ພິທີ​ກຳ​ ທີ່​ສຳຄັນ​ເປັນ​ພິ​ເສດ ​ໃນ​ຊີວິດ​ຂອງ​ຜູ້ຊາຍເຜົ່າ ຢ້າວ ທຸກ​ຄົນ ​ເພາະເຂົາເຈົ້າ ​ເຊື່ອ​ວ່າ​ ເມື່ອ​ໄດ້​ເລື່ອນຂັ້ນ​ແລ້ວ​ ​ຈຶ່ງ​ຖື​ວ່າ​ເປັນ​ຜູ້​ໃຫຍ່ ​ແລະ ສາມາດ​ເຂົ້າ​ຮ່ວມ​ວຽກ​ງານ​ຄອບຄົວ ​ແລະ ຊຸມ​ຊົນ​ໄດ້, ​ເມື່ອ​ຕາຍ​ໄປ​ຈະໄດ້​​ພົບ​ປະ​ກັບ​ບັນ​ພະ​ບຸ​ລຸດ​ຂອງ​ເຂົາ​ເຈົ້າ​.

ໃນ​ເມື່ອ​ກ່ອນ, ​ພິທີ​ ຕູ໊ກ໊າຍ ໄດ້​ຈັດຂຶ້ນ​ແຕ່ 7- 9 ມື້ ຂຶ້ນກັບ​ໝໍເຢົາແຕ່ລະຄົນ, ​​ປັດຈຸ​ບັນ ​ພິທີ​ດັ່ງກ່າວ ​ຈະ​ຈັດຂຶ້ນ​ເປັນ​ເວລາ​ປະມານ 3 ວັນ. ໃນຕະຫຼອດເວລາດຳເນີນ ພິທີ, ຜູ້ທີ່ໄດ້ຮັບການເລື່ອນຂັ້ນ ຈະຕ້ອງຮຽນຮູ້ ແລະ ເອົາຊະນະ ກິດຈະກໍາທາງຈິດວິນຍານ ຫຼາຍຢ່າງ ທີ່ປະຕິບັດໂດຍ ບັນດາ ໝໍເຢົາ ຜູ້ມີປະ ສົບການ ຫຼື ນໍາພາຜູ້ໄດ້ຮັບການເລື່ອນຂັ້ນ ພ້ອມກັນເຮັດ. ຜ່ານ​ການ​ກິດຈະກໍາ​ເຫຼົ່າ​ນີ້, ບັນດາໝໍເຢົາ ຈະ​ສອນ​ໃຫ້​ນັກ​ຮຽນ​ ຮຽນ​ຮູ້​ ແລະ ​ປະ​ຕິ​ບັດບັນດາພິທີການ ໄຫວ້ບູຊາ, ຮຽນ​ຮູ້​ວິ​ທີ​ການ​ເຕັ້ນ, ຮຽນ​ຮູ້​ການ​ນໍາ​ໃຊ້​ເຄື່ອງ​ດົນ​ຕີ...ໂດຍ​ສະ​ເພາະ ​ແມ່ນ​ ນັກ​ຮຽນ​ຈະ​ໄດ້​ຮັບຟັງ​ຄໍາສັ່ງ​ສອນ​ກ່ຽວ​ກັບ​ຄວາມຮັບ​ຜິດ​ຊອບ,ການ ປະພຶດຕໍ່​ໃນ​ຄອບ​ຄົວ​ ແລະ​ ຊຸມ​ຊົນ.

ພິທີກຳ ທີ່​ສຳຄັນ​​ສຸດ​ໃນ​ພິທີ​ ຕູ໊ກ໊າຍ ຂອງ ຊາວເຜົ່າຢ້າວ ເດົ່າບັ່ງ ແມ່ນ​​ເວລາ​ທີ່​ນັກຮຽນ​ທໍາພິທີ “​ຕົກເວທີ”. 

ພິທີກຳ ທີ່​ສຳຄັນ​​ສຸດ​ໃນ​ພິທີ​ ຕູ໊ກ໊າຍ ຂອງ ຊາວເຜົ່າຢ້າວ ເດົ່າບັ່ງ ແມ່ນ​​ເວລາ​ທີ່​ນັກຮຽນ​ທໍາພິທີ “​ຕົກເວທີ”. ໃນເວລານີ້, ພາຍໃຕ້ການເປັນພະຍານ ຂອງ ບັນດາໝໍເຢົາ ແລະ ມວນຊົນ, ຜູ້ທີ່ໄດ້ຮັບການເລື່ອນຂັ້ນ ຕ້ອງປີນຂຶ້ນແທ່ນ ບູຊາ, ອ່ຽງຕົວ ແລ້ວປ່ອຍຕົວລົງແບບທຳມະຊາດ ລົງໄປໃນຕາໜ່າງ ຢູ່ຂ້າງລຸ່ມໂດຍໝໍ ເຢົາ 6 ຫຼື 7 ຄົນເປັນຜູ້ກາງ, ຈັບດ້ວຍມື. ຢູ່​ເທິງ​ຕາໜ່າງ ປົກ​ດ້ວຍ​ຜ້າ​ຫົ່ມ ລາຍດອກ​ໄມ້, ຜູ້ໄດ້ຮັບການເລື່ອນຂັ້ນ​ຈະ​ຕ້ອງ​ ໂດດລົງ ໃນ​ທ່າ​ຫົດຕົວ ຄື​ກັບ​ຕອນ​ທີ່​ເຂົາ​ເຈົ້າ​ຍັງ​ຢູ່​ໃນ​ທ້ອງ​ແມ່. ເວລາຕົກ​ລົງໄປ​ໃນ​ຕາໜ່າງ, ບັນດາໝໍເຢົາ​ຈະ​ວາງ ຕາໜ່າງເທິງໜ້າດິນ ແລ້ວມ້ວນ​ຜ້າ​ຫົ່ມ​ໃຫ້​ແໜ້ນ. ເຈົ້າພາບງານບູຊາເປັນຄົນດຽວ ທີ່ໄດ້ເປີດຜ້າ ຫົ່ມເພື່ອຮັບ ນັກຮຽນ ອອກມາ.

ບັນດາໝໍເຢົາ ປະຕິບັດພິທີການຢູ່ທາງໜ້າຂອງແທ່ນ ບູຊາ ໃນພິທີກໍາ​ ຕູ໊ກ໊າຍ.

ສຳລັບຊາວເຜົ່າ ຢ້າວ ເດົ່າບັ່ງ, ພິທີກຳ ດັ່ງກ່າວ ບໍ່ພຽງແຕ່ ທົດສອບຄວາມກ້າຫານເທົ່ານັ້ນ, ເຂົາເຈົ້າຍັງຖືວ່າ ນັກຮຽນໄດ້ເກີດ ໃໝ່ອີກຄັ້ງໜຶ່ງ ພາຍຫຼັງປະຕິບັດພິທີກຳ ຕົກແທ່ນບູຊາ ແລະ ນັບແຕ່ນີ້ເປັນຕົ້ນໄປ, ຜູ້ທີ່ໄດ້ຮັບການເລື່ອນຂັ້ນ ຈະກາຍເປັນຜູ້ໃຫຍ່ ຢ່າງເປັນທາງການ.

ພິທີກໍາ​ ຕູ໊ກ໊າຍ ແມ່ນ​ຂີດໝາຍ​ສຳຄັນ​ຂອງ​ແຕ່ລະຄົນ ​ແລະ ​ແມ່ນ​ກິດຈະກຳ ​ສຳຄັນ​ທີ່​ສຸດ​ຂອງ​ຊຸມ​ຊົນ​ຊາວເຜົ່າ ຢ້າວ. ນີ້ບໍ່​ພຽງ​ແຕ່​ແມ່ນ​ໂອກາດ​ເພື່ອ​ໃຫ້​ກຽດ​ແກ່​ຜູ້​ປະກອບ​ພິທີ, ຜູ້ໄດ້ຮັບ ການເລື່ອນຂັ້ນ ເທ່ົານັ້ນ, ນີ້​ຍັງ​ແມ່ນ​ໂອກາດ​ເພື່ອ​ໃຫ້​ປະຊາຊົນ​ສະ​ແດງ​ຄວາມ​ສາມັກຄີ​ ໃນ​ຊຸມ​ຊົນ. ສິ່ງ​ດັ່ງກ່າວ​ ໄດ້​ສ້າງ​ພິທີ​ປະ​ເພນີ​ທີ່​ເປັນ​ເອກະລັກ​ສະ​ເພາະ​, ເປັນ​ສັນຍາ​ລັກ​ແຫ່ງ​ຄວາມ​ສາ ມັກຄີ ​ແລະ ຄວາມ​ຈະເລີນຮຸ່ງເຮືອງ ຂອງ​ ຊຸມ​ຊົນ​ຊາວເຜົ່າ ຢ້າວ ເດົ່າບັ່ງ ຢູ່ ໂຮ່ເທົ່າ. 

  • ບົດ ແລະ ພາບ: VNP/ຫວຽດເກື່ອງ - ແປໂດຍ: ຢືຟຽນ

 



 

Top