ສຸສານ ເຈົ້າຊີວິດ ຕຶດຶກ

ສຸສານ ເຈົ້າຊີວິດ ຕຶດຶກ

ພາບລວມຂອງສຸສານ ເຈົ້າຊີວິດ ຕຶດຶກ ເບິ່ງຈາກດ້ານເທິງ. ພາບ: ຮວ່າງຮ່າ/VNP

ສຸສານເຈົ້າຊີວິດ ຕຶດຶກ ເປັນຊື່ສາມັນວ່າ ຄຽມລັງ, ຊຶ່ງເປັນສຸສານ ມະຫາກະສັດ ທີ່ສວຍງາມທີ່ສຸດ ແລະ ເປັນແບບຢ່າງ ໃນສະຖາ ປັດຕະຍະກຳ ສຸສານ ຂອງ ລາຊະວົງ ຫງວຽນ ເວົ້າສະເພາະ ແລະ ສະຖາປັດຕະຍະກຳ ສຸສານ ແບບດັ້ງເດີມຂອງ ຫວຽດນາມ ໃນສະໄໝສັກດິນາ ເວົ້າລວມ.

ເຈົ້າຊີວິດ ຕຶດຶກ (1829-1883) ແມ່ນກະສັດ ອົງທີ 4 ຂອງ ລາຊະ ວົງ ຫງວຽນ, ຂຶ້ນຄອງລາດເປັນເວລາ 36 ປີ (1848-1883). ເພິ່ນເປັນອົງກະສັດ ທີ່ມີພອນສະຫວັນ, ເກັ່ງໃນການ ຮຽນໜັງສື ແລະ ສຸຂຸມເລິກເຊິ່ງໃນລັດທິ ຂົງຈື້. ໃນ​ຈຳນວນ​ມໍ​ລະ​ດົກ ​ເຈົ້າ​ຊີ​ວິດ​ ຕຶດຶກ ​ໄດ້​ປະ​ໄວ້, ບາງ​ທີ ຄຽມລັງ ແມ່ນ​ກິດຈະການ ​ເປັນ​ເອ​ກະ​ລັກ​ສະ​ເພາະ ແລະ ມີ​ຄຸນ​ຄ່າ​ທີ່​ສຸດ.

 

ຄວາມສວຍງາມຊວນຝັນຂອງໜອງ ລືວຄຽມ ຢູ່ຕໍ່ໜ້າ ຄຽມກຸງມົນ. ພາບ: ແທງຮ່ວາ/VNP

ປີ 1993, ເມື່ອກຸ່ມ​ສະ​ຖາ​ປັດ​ຕະ​ຍະ​ກຳ ​ເຫວ້ ​ໄດ້​ຮັບ​ກຽດເຊີດຊູ​ຈາກອົງການ UNESCO ໃຫ້ເປັນ​ມໍ​ລະ​ດົກ ​ວັດ​ທະ​ນະ​ທຳ​ໂລກ, ຄຽມລັງ ແມ່ນ​ໜຶ່ງ​ໃນ 15 ກິດຈະການ​ສະ​ຖາ​ປັດ​ຕະ​ຍະ​ກຳ ​ທີ່​ເປັນຕົວແທນ ແລະ ມີ​ຊື່​ສຽງ ​ໃນ​ບັນ​ຊີ​ລາຍ​ຊື່ ກິດຈະການ ສັງກັດກຸ່ມສະຖາປັດຕະຍະກຳ​ນີ້. ເຂດສຸສານນີ້ ແມ່ນຜົນງານ ອັນລໍ້າຄ່າ ດ້ານສະຖາປັດຕະຍະກຳ ສິລະປະ ພະລາຊະວັງ ໃນສະໄໝລາ ຊະວົງ ຫງວຽນ ຢ່າງແທ້ຈິງ ເພາະມັນມີຄວາມງາມສະຫງ່າ, ຊວນຝັນ ແລະ ເພີດເພີນ ເມື່ອນັກທ່ອງທ່ຽວມາເຖິງ ເຫວ້ ລ້ວນແຕ່ປາດຖະໜາ ຢາກໄດ້ມາຢ້ຽມຊົມ.

ເຈົ້າຊີວິດ ຕຶດຶກ ຂຶ້ນຄອງລາດ ເມື່ອອາຍຸ 19 ປີ (1848), 16 ປີ ຕໍ່ມາ, ຄືໃນ ປີຊວດ (1864), ພະອົງ ເລີ່ມໃຫ້ກໍ່ສ້າງ ຄຽມລັງ ຢູ່ເທິງພື້ນທ່ີດິນ ທີ່ໄດ້ຖືວ່າ “ວ້ານນຽນກາດເດ້ຍ” (ດິນແດນ​ທີ່​ມີ​ພູມ​ສັນ​ຖານ​ດີ​ນັບໝື່ນ​ປີ) ຢູ່​ໝູ່​ບ້ານ ເຢືອງຊວນເຖື້ອງ, ຕາແສງ ກືແຈ໋ງ, ປັດຈຸ​ບັນ ​ແມ່ນ​ໝູ່​ບ້ານ​ ເຖື້ອງບາ, ຕາແສງ ຖຸຍຊວນ, ນະຄອນ ​ເຫວ້.

 

ນອກ​ຈາກ​ຄວາມສວຍງາມຊວນຝັນ, ຄຽມລັງ ຍັງເປັນກຸ່ມກິດຈະການສະຖາປັດຕະຍະກຳ ທີ່ໃຫຍ່ໂຕມະໂຫຖານ ດ້ວຍກິດຈະການ ສະຖາປັດຕະຍະກຳໃຫຍ່, ນ້ອຍ 50 ແຫ່ງ ທີ່ແຕກຕ່າງກັນ. ພາບ: ແທງຮ່ວາ/VNP

ເນື້ອ​ທີ່​ດິນ​ທັງ​ໝົດ​ຖືກ​ວາງ​ແຜນ​ກໍ່​ສ້າງ ຄຽມລັງ​​ ມີ​ເນື້ອທ່ີກວ່າ 220 ​ເຮັກຕາ, ​ແກ່ຍາວແຕ່ໂນນ ວ້ອງແກ໊ງ ເຖິງ​ພູ​ ລາວຄຽມເຊີນ, ​ແຕ່​ວ່າ ພື້ນທີ່​ສຸສານ ພາຍ​ໃນ​ ມີ​ລວງກວ້າງ​ພຽງ 13,5 ​ເຮັກຕາ ​ແລະ ​ມີກຳແພງຫີນ ຍາວ 1.823 ​ມ ອ້ອມຮອບ. 

ການ​ກໍ່ສ້າງ​ ຄຽມລັງ ໄດ້​ດຳ​ເນີນ​ໄປຜ່ານ​ຫຼາຍ​ຂັ້ນ​ຕອນ, ​ໄດ້ຊື່ວ່າ​ຮັບ​ການ​ສ້າງ​ສຳ​ເລັດ​ ໃນ​ເດືອນ​ ກັນຍາ 1867, ​ແຕ່​ໃນ​ຄວາມ​ຈິງ​​ແລ້ວ ໃຊ້ເວລາກໍ່ສ້າງຮອດ​ປີ 1902 ຈຶ່ງ​ສຳ​ເລັດ​ ແລະ ​ສິ້ນ​ສຸດ​ວຽກງານກໍ່ສ້າງ. ເພາະສະ​ນັ້ນ, ​ເວລາ​ກໍ່ສ້າງ​ ຄຽມລັງ ​ແກ່ຍາວ​ເຖິງ 38 ປີ ​ແລະ ໃຊ້ກຳລັງ​ທະຫານ, ກຳມະກອນ ເຖິງ 3.000 ຄົນ​ເຂົ້າ​ຮ່ວມ​ການກໍ່ສ້າງ.

ບັນດາອົງກະສັດ​ ຫງວຽນ ​ເກືອບ​ທັງ​ໝົດ​ ລ້ວນ​ແຕ່​ມີແນວຄິດ ອອກ​ແບບກໍ່ສ້າງ​ສຸສານ​ ດ້ວຍ​ຕົນ​ເອງ. ເພາະສະນັ້ນ, ສຸສານແຕ່ລະແຫ່ງ ມັກຈະສະແດງໃຫ້ເຫັນຢ່າງຈະແຈ້ງ ບຸກຄະລິກກະພາບ ແລະ ຄວາມມັກຂອງເຂົາເຈົ້າ. ຕົວຢ່າງ: ສຸສານ ຢາລອງ ມີຄວາມງາມສະຫງ່າ ແລະ ກວ້າງຂວາງ; ສຸສານ ມິງມ້າງ ສົມສ່ວນ, ເຄັ່ງ ຂຶມ, ສຸສານ ຕຶດຶກ ມີຄວາມສວຍງາມຊວນຝັນ, ສຸສານ ຂາຍດິ້ງ ມີຄວາມງົດງາມ ອະລັງການ...

 

ເຂດ​ເຮືອນ​ວາງສິລາເລກ ແລະ ຝັງສົບ ຂອງ ເຈົ້າຊີວິດ ຕຶດຶກ. ພາບ: ແທງຮ່ວາ/VNP

ໃນດ້ານຈັດໂຄງປະກອບ, ຄຽມລັງ ຖືກແບ່ງອອກເປັນ 2 ສ່ວນໃຫຍ່ຄື: ສຸສານ ແລະ ບ່ອນບູຊາ. ນອກຈາກ ບ່ອນຝັງສົບ ແລະ ໄຫວ້ບູຊາ, ຄຽມລັງ ຍັງມີກິດຈະກຳໃຫຍ່ ແລະ ນ້ອຍເກືອບ 50 ແຫ່ງ ເຊັ່ນ: ສວນປະດັບເອ້, ໜອງນໍ້າ ແລະ ບັນດາກິດຈະການ ຮັບໃຊ້ມະຫາກະສັດ ແລະ ເສນາອາມາດ ໃນການດຳລົງຊີວິດ, ເຮັດວຽກ, ພັກຜ່ອນ ແລະ ມ່ວນຊື່ນ.

 

ຄວາມງາມອັນສະຫງ່າຂອງ ຄຽມລັງ. ພາບ: ແທງຮ່ວາ/VNP

ໃນ​ບົດ​ຂຽນ “ຄຽມກຸງກີ໋” ​ແຕ່ງ​ໂດຍ​ເຈົ້າ​ຊີວິດ ຕຶດຶກ ແລະ ​ໄດ້​ໃຫ້ແກະສະ​ຫຼັກໃສ່​ຫີນສີລາແຜ່ນ​ໃຫຍ່​ທີ່​ວາງ​ໄວ້​ຢູ່ ຄຽມລັງ, ​ໃນນັ້ນ​ກ່າວຢ່າງຈະ​​ແຈ້ງ​ ກ່ຽວ​ກັບ​ວຽກ​ງານ​ກໍ່ສ້າງ​ ໃນ​ສຸສານ ດັ່ງ​ນີ້: “ວັງຢູ່ຕໍ່ໜ້າເອີ້ນວ່າ ຮ່ວາຄຽມ, ເປັນບ່ອນສັກກະລະບູຊາ ທູບທຽນ; ວັງຢູ່ເບື້ອງຫຼັງເອີ້ນວ່າ ເລືອງຄຽມ​, ເປັນບ່ອນພັກຜ່ອນ, ຫຼິ້ນມ່ວນຊື່ນ. ທາງທິດຕາເວັນອອກ ຂອງ ວັງ ຮ່ວາຄຽມ ແມ່ນໂຮງລະຄອນ ມິງ ຄຽມເດື່ອງ ໃຊ້ເປັນບ່ອນ ສະແດງ ຟ້ອນລຳທຳເພງຮັບໃຊ້ເຈົ້າຊີ ວິດ, ທາງທິດຕາເວັນຕົກ ແມ່ນ ອົນຄຽມເດື່ອງ, ໃຊ້ເປັນບ່ອນເກັບມ້ຽນ ເຄື່ອງແຕ່ງກາຍ ຊອງ ລາຊະວົງ. ພາຍໃນ ແລະ ນອກປະຕູ ສຸສານ ມີເຮືອນສຳຮອງ 4 ຫຼັງ, ເປັນບ່ອນ ສຳລັບອາດຍາເຝົ້າ ເປັນປະຈຳ. ຢູ່ເບື້ອງຫຼັງສອງວັງ​ ແມ່ນ​ບ່ອນ​ຢູ່​ອາ​ໄສ​ຂອງ ສະໜົມ. ຢູ່ເບື້ອງຫຼັງສອງວັງ​ ຍັງມີຫໍນ້ອຍຫຼັງໜຶ່ງເອີ້ນວ່າ ອີກຄຽມ, ເຖິງວ່າຕ່ຳ ແຕ່ພໍທີ່ຈະຊົມພາບທິວທັດ ຢູ່ໃກ້ນັ້ນ. ຢູ່ນອກ ປະຕູທາງໜ້າ, ມີລະບຽງໜຶ່ງ ເອີ້ນວ່າ: ຈີ໋ຄຽມ, ເຖິງວ່າ ແຄບ ແຕ່ພໍດີເພື່ອການໄຫວ້ບູຊາ ນາງກຳນັນ ຜູ້ລ່ວງລັບໄປແລ້ວ”.

 

ຄຽມລັງ ​ແມ່ນ​ສະຖານ​ທີ່​ທ່ອງ​ທ່ຽວ​ທີ່​ມີ​ຊື່​ສຽງ ​ຂອງ​ກຸ່ມປູສະນີຍະສະຖານກຸງເກົ່າ ເຫວ້. ພາບ: ແທງຮ່ວາ/VNP

ສະ​ນັ້ນ​ສາມາດ​ເຫັນ​ໄດ້​ວ່າ ​ເຖິງ​ຈະເປັນ​ບ່ອນ​ພັກຜ່ອນ ​ຂອງ​ຜູ້​ລ່ວງລັບໄປ​ແລ້ວ, ​ແຕ່​ໃນ​ຕົວ​ຈິງ​, ​ຄຽມລັງ ເໝືອນດັ່ງ​ທີ່ປະທັບຊົ່ວຄາວ ຂອງ ເຈົ້ົ້ົ້າຊີວິດ ຕຶດຶກ ເມື່ອອອກຈາກລາຊະວັງ. ເພາະສະຖານທີ່ແຫ່ງນີ້ ມີກິດຈະການ ສະຖາປັດຕະຍະກຳ ແລະ ກົງຈັກຈັດຕັ້ງ ທີ່ກ່ຽວຂ້ອງ ເກືອບຄົບຊຸດ ເພື່ອຮັບໃຊ້ຊີວິດການເປັນຢູ່, ການເຮັດວຽກ ແລະ ພັກຜ່ອນ ຂອງ ກະສັດ ແລະ ອາດຍາກເຈົ້ານາຍຜູ້ຕິດຕາມ.

 

ນັກ​ທ່ອງ​ທ່ຽວ​ທັງ​ພາຍ​ໃນ​ແລະ​ຕ່າງ​ປະ​ເທດ​ ໄປ​ຢ້ຽມ​ຢາມ​ສຸ​ສານ​ເຈົ້າ​ຊີວິດ​ ຕຶດຶກ. ພາບ: ແທງຮ່ວາ/VNP

ສຸສານ ເຈົ້າຊີວິດ ຕຶດຶກ ເປັນຈຸດສູງສຸດ ຂອງ ສະຖາປັດຕະຍະກຳ ສຸສານ ພະບໍລົມວົງສານຸວົງ ແລະ ຍັງເປັນ ຈຸດສູງສຸດ ຂອງສະຖາ ປັດຕະຍະກຳສຸສານ ຫວຽດນາມ ສະໄໝ ລາຊາທິປະໄຕ, ເປັນສວນດອກໄມ້ຂອງເຈົ້າຊີວິດທີ່ ເປັນຕົວແທນ ໃນສະໄໝ ລາຊະ ວົງ ຫງວຽນ. ມາ​ຮອດ​ປັດຈຸ​ບັນ, ສຸສານ​ເຈົ້າ​ຊີວິດ ຕຶດຶກ ​ບໍ່​ພຽງ​ແຕ່​ໄດ້​ຮັບ​ການເຊີດຊູ ​ດ້ວຍ​ນາມມະຍົດ​ສູງ ຫຼາຍຢ່າງ​ເທົ່າ​ນັ້ນ, ແຕ່ຍັງ​ແມ່ນບ່ອນດຶງດູດ ນັກທ່ອງທ່ຽວ ​ໃຫ້ມາ​ຢ້ຽມ​ຢາມ ຫຼາຍ​ທີສຸດ ໃນ​ບັນດາ​ສຸສານ ​ລາຊະວົງ ຫງວຽນ​ ຢູ່ ​ເຫວ້ ​ແລະ ​ຍັງແມ່ນ​ຈຸດໝາຍປາຍທາງ ດຶງດູດນັກທ່ອງທ່ຽວ ​ອັນ​ດັບ 2 ຖັດຈາກ ດ້າຍໂນ້ຍ (ພາຍໃນວັງ) ​ເຊິ່ງ​ເປັນ​ບ່ອນ​ດຳລົງ​ຊີວິດ ​ແລະ ​ເຮັດ​ວຽກທາງ​ການ ​ຂອງ​ບັນດາ ກະສັດ​ລາຊະວົງ ຫງວຽນ. 

  • ປະຕິບັດໂດຍ: ແທງຮ່ວາ, ຮວ່າງຮ່າ - ແປໂດຍ: ບິກລຽນ

Top