• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ສິລະປະ

ແຕ້ມພາບເທິງໃບບົວ

ຕົ້ນບົວ ເປັນປະເພດພືດ ທ່ີສະໜິດຕິດພັນ ກັບຄົນ ຫວຽດ. ເພື່ອ ນຳຮູບພາບໃບບົວ, ດອກບົວ ເຂົ້າໃນຊີວິດການເປັນຢູ່ປະຈຳວັນ, ທ່ານ ກ່ຽວກາວຢຸ໊ງ ຢູ່ ຮ່າໂນ້ຍ ໄດ້ເຮັດໃຫ້ໃບບົວ ທຳມະດາ ກາຍເປັນ ຜົນງານການປະດິດແຕ່ງ ດ້ານສິລະປະ, ນໍານາຊຶ່ງ ລົມສາຍໃຈ ທາງວັດທະນະທຳມູນເຊື້ອ. 
ເພື່ອເຮັດໃຫ້ໃບບົວສົດ ກາຍເປັນຜົນງານການປະດິດແຕ່ງດ້ານສິລະປະສິ້ນເອກ ຕ້ອງຜ່ານຫຼາຍຂັ້ນຕອນ, ປະສານສົມທົບ ກັບ ສານເຄມີຕ່າງໆ ດ້ວຍຄວາມຮູ້ ແລະ ເຕັກນິກສະເພາະ ຂອງ ຜູ້ ທຳອາຊີບ. ຮູບແຕ້ມເທິງໃບບົວ ໄດ້ຜະລິດຢ່າງປານີດ, ນັບແຕ່ ຂັ້ນຕອນການເລືອກໃບບົວ, ຂັ້ນຕອນການຍ້ອມສີ, ຕາກແຫ້ງ ແລະ ໃຊ້ແຮງງານຜະລິດ ໃຫ້ກາຍເປັນ ຜະລິດຕະພັນ ສຳເລັດຮູບ. 

ທ່ານ ຢຸ໊ງ ມັກເລືອກປະເພດໃບບົວ ປູກຢູ່ບ່ອນນໍ້າເລິກ ກວ່າໝູ່ຢູ່ ໜອງໄຕ ແລ້ວເອົາມາລ້າງໃຫ້ສະອາດ ແລະ ຍ້ອມສີ ທ່ີຕ່າງກັນ, ເຮັດໃຫ້ ໃບບົວແຕ່ລະໃບ ຈະມີສີສັນ ແຕກຕ່າງກັນ, ຂຶ້ນກັບ ຮູບພາບ ທີ່ຈະສະແດງອອກມາ.  ນໍ້າສີ ທ່ີໃຊ້ ເພື່ອຍ້ອມສີ ໃບບົວ ແມ່ນປະເພດ ນໍ້າສີ ໄດ້ປຸງແຕ່ງ ດ້ວຍແຫຼ່ງວັດຖຸດິບ ທີ່ມີ ຈາກ ທຳ ມະຊາດ, ຮັບປະກັນ ດ້ານຄວາມງາມ ໃຫ້ແກ່ ໃບບົວ ແລະ ຄວາມ ປອດໄພ ໃຫ້ແກ່ຜູ້ນຳໃຊ້. ຕາມປົກກະຕິ, ໃບບົວ ຈະໄດ້ແຊ່ນໍ້າ ຢາເພື່ອສ້າງສີສັນ ໃນເວລາ 2-3 ວັນ. ທ່ານ ຢຸ໊ງ ໃຫ້ຮູ້ວ່າ: “ຂ້າ ພະເຈົ້າຕ້ອງກຳນົດ ເວລາຢ່າງຊັດເຈນ, ຖ້າແຊ່ນໍ້າຢາ ດົນເກີນໄປ ຈະເຮັດໃຫ້ໃບບົວເນົ່າ, ຖ້າເວລາ ບໍ່ພຽງພໍ ຈະເຮັດໃຫ້ໃບບົວ ບໍ່ດູດຊຶມນຳ້ສີ”. 

ລະດູຮ້ອນແມ່ນໄລຍະເວລາທີ່ຕົ້ນບົວ ອອກດອກ ທ່ີສວຍງາມ, ດອກບົວ ມີສີສັນສົດໃສ. ແຕ່ລະມື້, ທ່ານ ຢຸ໊ງ ໄດ້ໄປເລາະທົ່ວ ບັນດາໜອງປູກດອກບົວ ຢູ່ແຄມໜອງໄຕ. ເພິ່ນໃຫ້ຮູ້ວ່າ: “ຂ້າ ພະເຈົ້າ ນຳໃຊ້ດອກບົວຢູ່ ໜອງໄຕ ເພາະວ່າ ຕົ້ນບົວຢູ່ທີ່ນີ້ ມີໃບ ໜາ, ສີສັນສົດໃສ. ຖ້າຂ້າພະເຈົ້າ ບໍ່ໄປຫາໜອງ ດອກບົວ ເລືອກ ແລະ ເກັບໃບບົວ ໂດຍກົງ, ຍາກທີ່ຈະໄດ້ມາດຕະຖານ ດ້ານ ເຕັກນິກ ເພື່ອປະຕິບັດບັນດາຂັ້ນຕອນຕໍ່ໄປໄດ້”. 


ທ່ານ ກ່ຽວກາວຢຸ໊ງ ຢູ່ ຮ່າໂນ້ຍ ໄດ້ເຮັດໃຫ້ໃບບົວ ທຳມະດາ ກາຍເປັນ ຜົນງານການປະດິດແຕ່ງ ດ້ານສິລະປະ, ນໍານາຊຶ່ງ ລົມສາຍໃຈ ທາງວັດທະນະທຳມູນເຊື້ອ.


ຕາມປົກກະຕິ, ໃບບົວ ຈະໄດ້ແຊ່ນໍ້າຢາ ເພື່ອສ້າງສີສັນ ໃນເວລາ 2-3 ວັນ.


ໃບບົວ ໄດ້ເອົາໄປອົບແຫ້ງ. 


ຂັ້ນຕອນການສ້າງພາບເທິງກຸບ.


ຂັ້ນຕອນການແຕ່ງຮູບຊົງຂອງກຸບດ້ວຍໃບບົວ. 


ປະເພດພາບແຕ້ມ ດົງໂຮ່ ກໍ່ໄດ້ທ່ານ ກ່ຽວກາວຢຸ໊ງ ແຕ້ມໃສ່ໃບບົວ.
.

ຂັ້ນຕອນການແຕ້ມພາບໃສ່ໃບບົວ ກໍ່ຕ້ອງປະຕິບັດຢ່າງລະມັດລະວັງ ເພາະຢ້ານໃບບົວຈະຂາດ. 


ໄວໜຸ່ມຫຼາຍຄົນກໍ່ມາຮຽນອາຊີບນຳທ່ານ ຢຸ໊ງ.


ທ່ານ ກ່ຽວກາວຢຸ໊ງ ແນະນຳກັບນັກທ່ອງທ່ຽວຕ່າງປະເທດ ກ່ຽວກັບບັນດາຜົນງານການປະຕິດແຕ່ງຈາກໃບບົວ ຢູ່ທິງກຸບ. 

ຫຼັງຈາກເກັບໃບບົວມາ ຈະໄດ້ເອົາໄປອົບໃຫ້ແຫ້ງ ໃນຕູ້ອົບ ຕາມ ເຕັກໂນໂລຊີ ອົບແຫ້ງ ທີ່ທັນສະໄໝ. ສຸດທ້າຍ ແມ່ນການແຕ່ງຮູບ ຊົງ ເທິງໃບບົວ, ນີ້ແມ່ນຂັ້ນຕອນ ຍາກກວ່າໝູ່ ແລະ ເປັນສ່ວນສຳ ຄັນທີ່ສຸດ. 

ຮັກສາໄດ້ຮູບຊົງ, ສີສັນໃຫ້ແກ່ໃບບົວ ແມ່ນຍັງບໍ່ພໍ, ເຮັດແນວໃດເພື່ອນຳຜົນງານ ການປະດິດແຕ່ງ ຈາກໃບບົວ ມາຍັງຜູ້ຄົນ, ພິເສດ ແມ່ນເພື່ອນມິດສາກົນ, ນັ້ນແມ່ນ ສິ່ງທີ່ເຮັດໃຫ້ທ່ານ ກ່ຽວກາວຢຸ໊ງ ມີຄວາມກັງວົນໃຈ. ດ້ວຍປະສົບການ ທີ່ເຮັດບໍລິການ ທ່ອງທ່ຽວ ມາເປັນເວລາຫຼາຍປີ, ເພິ່ນຕັດສິນໃຈ ທົດລອງ ການປະສານ ສົມ ທົບ ລະຫວ່າງ ໃບບົວ ກັບບັນດາຜະລິດຕະພັນມູນເຊື້ອຄື: ກຸບ, ພາບແຕ້ມ ດົງໂຮ່, ໜັງສືໃບລານ... ຈາກໃບບົວ ທຳມະດາ, ເພິ່ນ ພ້ອມກັບ ເພື່ອນຮ່ວມງານ ໄດ້ເຮັດໃຫ້ມັນກາຍເປັນ ຜົນງານ ການ ປະດິດແຕ່ງ ດ້ານສິລະປະທີ່ ສຳເລັດຮູບ ແລະ ເຕັມໄປດ້ວຍ ສີສັນ ວັດ ທະນະທຳ ຫວຽດ. 

ຜົນງານປະດິດແຕ່ງຈາກໃບບົວ:
















ທ້າວ ຮວ່າງຮັ່ງ, ນັກສຶກສາ ມະຫາວິທະຍາໄລ ວິຈິດສິນ ເປັນຜູ້ ພ້ອມກັບ ທ່ານ ຢຸ໊ງ ເພື່ອແຕ້ມພາບເທິງໃບບົວ ໃຫ້ຮູ້ວ່າ: “ການ ແຕ້ມເທິງໃບບົວ ຍາກຢູ່ບ່ອນວ່າ ໃບບົວ ຍັງມີເສັ້ນໃຍ, ສະນັ້ນ ເວລາແຕ້ມ ຕ້ອງມີຄວາມລະມັດລະວັງກວ່າ. ແຕ່ສຳລັບຜູ້ ທີ່ ເຮັດວຽກ ໃນຂົງເຂດສິລະປະ ຄື ພວກຂ້າພະເຈົ້າ, ການແຕ້ມ ພາບ ມັນຕ້ອງໃຊ້ ເຕັກນິກສູງ ຍິ່ງສ້າງຄວາມປະທັບໃຈ ຍິ່ງຂຶ້ນ”.

ບັນດາຜົນງານການປະດິດແຕ່ງ ຈາກໃບບົວ ທີ່ຜະລິດອອກມາໄດ້ຮັບການຕີລາຄາສູງ ຈາກທ່ານຜູ້ຊົມຢູ່ພາຍໃນ ແລະ ຕ່າງປະ ເທດ, ນັ້ນແມ່ນກຳລັງໃຈ ເພື່ອໃຫ້ທ່ານ ກ່ຽວກາວຢຸ໊ງ ສືບຕໍ່ປະຕິ ບັດວຽກງານແຕ້ມພາບເທິງໃບບົວ ທ່ີເຂັ້ມຂຸ້ນ ໄປດ້ວຍສີສັນ ວັດທະນະທໍາ ຫວຽດ. 
 
ບົດ: ເງິນຮ່າ - ພາບ: ແຄ໋ງລອງ

ກາຈໍ້າ ມັງກອນ ທີ່ເປັນເອກະລັກຂອງບ້ານ ບາດຈ່າງ

ກາຈໍ້າ ມັງກອນ ທີ່ເປັນເອກະລັກຂອງບ້ານ ບາດຈ່າງ

ບັນດານາຍຊ່າງ ຂອງ ໝູ່ບ້ານ ​ເຄື່ອງ​ປັ້ນດິນ​ເຜົາ ​ບາດຈ່າງ (ເມືອງ ຢາເລີມ - ຮ່າ​ໂນ້ຍ) ​ໄດ້​ຮັບ​ແຮງ​ບັນດານ​ໃຈ​ຈາກ​ ກາຈໍ້າ ຮ່ວາງເດ໋ ຈີບ໋າວ  (ກາຈໍ້າ ຂອງ ມະຫາກະສັດ) ທີ່​ຫາ​ກໍ່​ນຳ​ມາ​ຈາກ ຝຣັ່ງ ​ເພື່ອ​ປະດິດ, ສ້າງ​ເປັນ ກາຈໍ້າ ​ມັງ ກອນ ​ຟອກຄຳ ​ທີ່​ເປັນ​ເອກະລັກ​ສະ​ເພາະ ​ເພື່ອ​ຮັບ​ໃຊ້​ຄວາມ​ຕ້ອງການ ​ຂອງ​ ປະຊາຊົນ ​ໃນ​ປີ ມະໂລງ 2024.

Top