“ສິ່ງຍອດຍິ່ງ ຂອງ ຫວຽດນາມ” ເທິງເພັດ

“ສິ່ງຍອດຍິ່ງ ຂອງ ຫວຽດນາມ” ເທິງເພັດ

ນັກ​ສະສົມເພັດ ອວຽນຊາ (ຮ່າ​ໂນ້ຍ) ມີ​ຄວາມສະໜິດ ຕິດພັນ ກັບການເກັບ​ກຳ​ເພັດ​ ມາເປັນ​ເວລາ 15 ປີ​ແລ້ວ. ​ໃນ​ຊຸມ​ປີ​ມໍ່ໆ​ມາ​ນີ້, ນາງ​ ໄດ້ມີຄວາມພະຍາຍາມ ໃນການສະສົມ ​ແລະ ​ເກັບ​ກຳ​ຕົວຢ່າງ​ເພັດ ​ນັບ​ພັນ​ຊະນິດ ໃນ​ຫົວ​ຂໍ້​ “​ສິ່ງຍອດຍິ່ງ ຂອງ ​ຫວຽດ ນາມ ​ເທິງເພັດ”.

ເພື່ອ​ໄດ້​ຮັບ​ຜະ​ລິດ​ຕະ​ພັນ​ອັນ​ລ້ຳ​ຄ່າ, ອວຽນຊາ ຕ້ອງ​ເຊື່ອມ​ຕໍ່​ກັບ​ນັກ​ສະ​ສົມ ແລະ ນັກ​ສິ​ລະ​ປິນ​ຫຼາຍ​ຄົນ​ຈາກ​ຕ່າງ​ປະ​ເທດ ເພື່ອໃຫ້ສາມາດເປັນເຈົ້າຂອງຜະລິດຕະພັນ ເພັດ ທີ່ເປັນເອກະລັກ.

ອວຽນຊາ ​ແມ່ນ​ຊື່​ສ່ວນ​ຕົວ​ຂອງ​ນັກ​ສະສົມ​ເພັດ ຫງອກຮ່ົງຈາງ ຢູ່ ຮ່າ​ໂນ້ຍ. ເລີ່ມມີຄວາມສົນໃຈກັບເພັດ ຕັ້ງແຕ່ອາຍຸ 18 ປີ ເມື່ອ ນາງ ໄດ້ຮັບສາຍແຂນທຳອິດຈາກແມ່ຕູ້. ນັບ​ແຕ່​ນັ້ນ​ເປັນ​ຕົ້ນ​ມາ, ຄວາມ​ຮູ້​ກ່ຽວ​ກັບ​ເພັດຂອງ ອວຽນຊາ ຄ່ອຍໆ​ ໄດ້ສະ​ສົມ. ອວຽນ ຊາ ເລີ່ມຕົ້ນຮຽນຮູ້ ຈາກຄົນທີ່ມີ ຄວາມມັກ ແລະ ມີຄວາມສົນ ໃຈ ຄືກັນກັບນາງ ກ່ຽວກັບຕົ້ນ ກຳເນີດຂອງເພັດ ແລະ ກ່ຽວກັບ ຜົນປະໂຫຍດຂອງຄົນ ເຮົາເມື່ອໃຊ້ເພດເປັນເຄື່ອງປະດັບ.

ດ້ວຍ​ປະສົບ​ການ​ຫຼາຍ​ປີ​ ໃນ​ການ​ສໍາຫຼວດ ​ແລະ ຄົ້ນ​ພົບ, ອວຽນ ຊາ ​ໄດ້​ເຊື່ອມ​ໂຍງ​ກັບ​ຊ່າງ​ຫັດຖະກຳ​ຈາກ ​ມຽນມາ - ບ່ອນ​ທີ່​ມີ​ບໍ່​ເພັດ​ ທີ່​ມີ​ຊື່​ສຽງ ​ເພື່ອ​ແກະສະຫຼັກ​ໃສ່ເພັດ ບັນດາຮູບພາບ ກ່ຽວ ກັບ​ວັດທະນະທຳ​ ຫວຽດນາມ.

 


ທີ່​ພົ້ນ​ເດັ່ນ​ໃນຊຸດ​ສະ​ສົມ​ຂອງ ອວຽນຊາ ​ແມ່ນ “ດອກ​ບົວ” - ເປັນ​ດອກ​ໄມ້​ປະຈຳ​ຊາດ​ ຂອງ​ ຫວຽດນາມ. ນາງ​ ແລະ ​ຊ່າງ​ແກະສະ ຫຼັກ​ ທີ່​ມີ​ພອນ​ສະຫວັນ​ໄດ້​ປະສົບ​ຜົນສຳ​ເລັດ​ໃນ​ການ​ນຳ​ເອົາ​ດອກ​ບົວເພັດ ​ໄປ​ສູ່​ມື​ຂອງ​ເພື່ອນ​ມິດສາ​ກົນ. ທ່ານນາງ Camille Lavirotte (ຊາວ ຝຣັ່ງ) ມີຄວາມສົນໃຈເປັນພິເສດ ເມື່ອໄດ້ ຟັງ ບັນດາເລື່ອງລາວ, ປັດຊະຍາຂອງມະນຸດທີ່ເຊື່ອງໄວ້ ຢູ່ເບື້ອງ ຫຼັງ ຜະລິດຕະພັນ ທີ່ເຮັດຈາກ ເພັດ ແຕ່ລະຊະນິດ.

ອວຽນຊາ ​ຍັງ​ໄດ້​ເປັນ​ເຈົ້າພາບ​ຕ້ອນຮັບ​ທ່ານ Erich Muller ​ມາ ຈາກ ​ແດນ​ມາກ ​ແລະ ​ໄດ້​ອະທິບາຍ​ໃຫ້​ເພິ່ນ​ຮູ້​ເຖິງ​ຄວາມ​ໝາຍ​ຂອງ​ ສາຍ​ແຂນເພັດ​ ​ທີ່​ໄດ້​ຮັບ​ແຮງບັນດານ​ໃຈ​ ຈາກ​ເງິນ​ບູຮານ​ຂອງ ​ຫວຽດນາມ.

 


ໃນ​ແຕ່​ລະ​ມື້, ອວຽນຊາ ​ຍັງ​ໝົກມຸ່ນກັບການ​ເກັບ​ກຳ ​ແລະ​ອອກ​ແບບ​ຕົວ​ຢ່າງເພັດ ​ເພື່ອ​ເຮັດ​ໃຫ້​ຫ້ອງ​ວາງສະ​ແດງ​ເພັດ​ຂອງ​ຕົນ​ ອຸດົມສົມບູນກວ່າ​ເກົ່າ. ​ໃນ​ໄລຍະ​ຈະ​ມາ​ເຖິງ, ອວຽນຊາ ຈະ​ຈັດ​ການ​ພົບ​ປະ​ ແລກປ່ຽນ​ກ່ຽວ​ກັບ​ເພັດ ເພື່ອ​ໃຫ້​ບັນດາ​ຜູ້​ມີ ຄວາມ ຮັກມັກ ກ່ຽວກັບ​ເພັດ ມີໂອກາດໄດ້​ສົນທະນາ ​ແລະ ​ເຜີຍ​ແຜ່​ເລື່ອງ​ລາວຕ່າງໆ ກ່ຽວກັບ​ວັດທະນະທຳ ​ຫວຽດນາມ.

 





                                                                                       ບົດ: VNP/ບິກເວິນ - ພາບ: ແຄ໋ງລອງ - ແປໂດຍ: ຢຶຟຽນ

 


Top