ພາບ ປະກອບດ້ວຍຜ້າ

ພາບ ປະກອບດ້ວຍຜ້າ

ໂດຍ​ບໍ່​ໄດ້​ໃຊ້ແປງ ຫຼື ນໍ້າສີ, ນັກ​ສິ​ລະ​ປິນ ຫງວຽນ​ທູ​ຮວ່ຽນ ໄດ້​ປ່ຽນຜ້າ​ ທີ່ທໍາຈາກວັດສະດຸ​ ທ່ີຫຼາກຫຼາຍ ໃຫ້ກາຍ​ເປັນ​ບັນດາ ຜະລິດຕະພັນ​ສິ​ລະ​ປະ.

ນັກ​ສິລະ​ປິນ ຫງວຽນ​ທູ​ຮວ່ຽນ ​ໄດ້​ທຳອາຊີບຜະລິດພາບແຕ້ມດ້ວຍຜ້າ​ມາ​ເປັນ​ເວລາ 10 ກວ່າ​ປີ.

ນັບ​ແຕ່​ຍັງ​ນ້ອຍ, ​ນາງ ຮວ່ຽນ ໄດ້​ຊອກ​ຫາ​ວັດສະດູຸຕ່າງໆ​ ເຊັ່ນ: ຫີນ​ແຮ່, ​ໃນໝາກ​ຂຽບ, ​ໃນ​ໝາກ​ພຸກ... ​ເພື່ອ​ເຮັດ​ຮູບ​ແຕ້ມ​ນ້ອຍໆ ​ທີ່​ສວຍ​ງາມ​ ເອົາໄປມອບ​ໃຫ້​ໝູ່​ເພື່ອນ.

ຈົບການສຶກສາ ພາກວິຊາອອກແບບ ແຟຊັ່ນ ຈາກມະຫາ ວິທະ ຍາໄລ ເປີດ, ຈາກນັ້ນ ຮຽນຕໍ່ປະລິນຍາໂທ ຢູ່ມະຫາວິທະຍາ ໄລ ວິຈິດສິນຫວຽດນາມ, ໂດຍໄດ້ສຳຜັດກັບຜ້າຫຼາກຫຼາຍສີສັນ, ນັກ ແຕ້ມ ຫງວຽນທູຮວ່ຽນ ເລີ່ມທົດລອງ ສ້າງຜົນງານນ້ອຍໆ ທີ່ສວຍ ງາມ. ໃນປີ 2006, ນາງ ໄດ້ເລີ່ມສ້າງຜົນງານ ແລະ ໂພດລົງໃນ blog ສ່ວນຕົວ. ນາງ ຮວ່ຽນ ຫຼໍ່ລ້ຽງຄວາມມັກຂອງຕົນ ແລະ ປ່ຽນ ມັນ ໃຫ້ກາຍເປັນຜົນງານສິລະປະ ທີ່ລະອຽດຖີ່ຖ້ວນ ແລະ ຊັບ ຊ້ອນ ຍິ່ງຂຶ້ນ.


ຊົ່ວໂມງຮຽນການ​ຜະລິດພາບແຕ້ມດ້ວຍຜ້າຂອງ​ນັກ​ສິລະ​ປິນ ຫງວຽນ​ທູ​ຮວ່ຽນ ກັບ​ບັນ​ດາ​ນັກ​ຮຽນ​ໜຸ່ມ.

ພາບແຕ້ມທຳອິດ ຂອງ ນາງ ຫງວຽນ​ທູຮວ່ຽນ ເຮັດ​ກັບ​ເພື່ອນຜູ້ ໜຶ່ງ ທີ່​ຮຽນມະ​ຫາ​ວິ​ທະ​ຍາ​ໄລ ​ກ່ຽວ​ກັບ​ຊຸດ​ອາ​ພອນ​ ຂອງ 54 ຊົນ​ເຜົ່າ​ ຫວຽດ​ນາມ ມີ​ຂະ​ໜາດ 2 x 1.5 ໃຊ້ເວລາ 6 ເດືອນ ແລະ ປັດ​ຈຸ​ບັນ ​ຮູບ​ແຕ້ມ​ດັ່ງກ່າວ ຍັງ​ຖືກ​ເກັບ​ຮັກ​ສາ​ໄວ້​ຢູ່​ ຫໍ​ພິ​ພິ​ທະ​ພັນ​ແມ່​ຍິງ ຫວຽດນາມ.

ງານ​ວາງສະ​ແດງສ່ວນຕົວ ເຊິ່ງໄດ້ຈັດຕັ້ງເມື່ອ​ປີ 2018 ພາຍໃຕ້​ຫົວ​ຂໍ້​  “ຂ້າພະເຈົ້າ​ແຕ້ມ​ຄວາມຝັນ” ​ແມ່ນ​ຂີດ​ໝາຍ 10 ປີ​ແຫ່ງ​ການ​ທຳອາຊີບ ​ຂອງ​ ນັກ​ແຕ້ມ ຫງວຽນ​ທູ​ຮວ່ຽນ.

ນັກ​ແຕ້ມ ຫງວຽນ​ທູ​ຮວ່ຽນ ​ໃຫ້​ຮູ້​ວ່າ: “ຂ້າພະ​ເຈົ້າ​ຢາກ​ມີ​ລັກສະ ນະ​ຕົວ​ເອງ, ​ເພື່ອ​ໃຫ້​ຄົນ​ທັງ​ຫຼາຍ​ເບິ່ງ, ​ເຂົາ​ເຈົ້າ​ໄດ້​ຮູ້​ວ່າ​ ຂ້າພະ​ເຈົ້າ​ໄດ້​ປະດິດ​ສ້າງ​ຈາກ​ຜ້າ jean, kaki, cotton…”.

ເພື່ອ​ສ້າງ​ຮູບ​ແຕ້ມ​ ດ້ວຍຜ້າ​, ນັກ​ແຕ້ມ ຫງວຽນ​ທູ​ຮວ່ຽນ ​ມັກ​ແຕ້ມ​ຮູບ​ດ້ວຍ​ສໍ​ໃສ່​ເຈ້ຍ​ ເມື່ອ​ມີ​ແນວຄວາມ​ຄິດ. ຫຼັງຈາກນັ້ນ, ນາງ ຈະ ໃຊ້ຜ້າ ແລະ ວັດສະດຸ ປະເພດໃດຈະເໝາະສົມ ເພື່ອໃຫ້ຮູບ ແຕ້ມ ມີລົມຫາຍໃຈ ແບບສິລະປະ. ຜ້າທີ່ເລືອກ ຈະຖືກຊັກ ແລະ ຕາກ ໃຫ້ແຫ້ງ, ຕິດກາວ ແລະ ຕັດສ່ວນເສດ ເພື່ອຕັດໂດຍບໍ່ມີ ເສັ້ນໃຍ. ຫຼັງຈາກນັ້ນ ເພີ່ມລາຍລະອຽດແຕ່ລະຢ່າງ ເຂົ້າໄປ ແລະ ຫຍິບຂອບດ້ວຍດ້າຍ ເພື່ອສ້າງ ໃຫ້ເປັນຜະລິດຕະພັນ ສຳ ເລັດຮູບ. 

 

ຫຼັງຈາກການຊັກ, ຕາກໃຫ້ແຫ້ງ ແລະ ຕິດກາວເພື່ອສ້າງພື້ນ ຜິວຮາບພຽງ ໃຫ້ຂັ້ນຕອນການສ້າງລວດລາຍໄດ້ງ່າຍຂຶ້ນ. 
ຫົວ​ຂໍ້ໃນພາບແຕ້ມດ້ວຍຜ້າ ​ຂອງ​ ນັກແຕ້ມ ຫງວຽນ​ທູ​ຮວ່ຽນ ມັກ​ເນັ້ນ​ໃສ່​ແມ່ຍິງ​ ເພື່ອ​ສະ​ແດງ​ໃຫ້​ເຫັນ​ລັກສະນະ​ຕ່າງໆ ​ເຊັ່ນ: ຄວາມ​ຮັກ​ລະຫວ່າງ​ແມ່ - ລູກ, ການ​ລຸກ​ຂຶ້ນ​ ຂອງ ​ແມ່ຍິງ​ບັນດາ​ເຜົ່າ, ຄວາມ​ສວຍ​ງາມ ​ຂອງ ​ແມ່ຍິງ ​ຮ່າ​ໂນ້ຍ​ ສະໄໝບູຮານ. ຮູບ ແຕ້ມແຕ່ລະແຜ່ນ, ນາງ​ ໄດ້​ຄົ້ນ​ຫາ​ລັກ​ສະ​ນະ ​ຂອງ​ ​ແມ່ຍິງ​ ຍຸກ ປັດຈຸບັນ ແລະ ສະໄໝບູຮານ.

 



ມາ​ຮອດ​ປັດຈຸ​ບັນ, ນັກ​ແຕ້ມ ຫງວຽນ​ທູ​ຮວ່ຽນ ​ບໍ່​ພຽງ​ແຕ່​ເຮັດ​ຮູບ​ແຕ້ມດ້ວຍ​ຜ້າ​ ​ໃນ​ຫຼາຍ​ຫົວ​ເລື່ອງ​ທີ່​ແຕກ​ຕ່າງ​ ກັນ​ເທົ່າ​ນັ້ນ, ແຕ່​ຍັງ​ຝຶກ​ອົບຮົມ ​ນັກຮຽນ​ໜຸ່ມ​ໃຫ້​ມີຄວາມຮັກ​ມັກ ກັບພາບ​ແຕ້ມດ້ວຍ​ຜ້າ​ ເວົ້າ​ສະ​ເພາະ ​ແລະ ສິລະ​ປະ​ ໂດຍທົ່ວ​ໄປ ​ຢູ່​ສູນ​ສິລະ​ປະ​ House of Art (ຮ່າ​ໂນ້ຍ) ອີກດ້ວຍ.

ບົດ: VNP/ເງິນຮ່າ - ພາບ: ແຄ໋ງລອງ ແລະ ເອກະສານ - ແປໂດຍ: ຢືຟຽນ


Top