ສະໜາບູຊາເຈົ້າແມ່ໃນພາບສີຂັດມັນ

ສະໜາບູຊາເຈົ້າແມ່ໃນພາບສີຂັດມັນ

ພາບສີຂັດມັນຂະໜາດໃຫຍ່​ ກ່ຽວ​ກັບ ສາສະໜາ ບູຊາ ເຈົ້າແມ່ 20 ແຜ່ນ ໂດຍນັກ​ຈິດ​ຕະກອນ ເຈິ່ນ​ຕ໋ວນ​ລອງ ເປັນຜູ້ສະສົມ ແລະ ຈັດວາງ ສະແດງ ທີ່ມີຊື່ວ່າ “ເວິນຢູ” ໄດ້​ຊ່ວຍ​ໃຫ້​ທ່ານຜູ້ຊົມ ​ຄົ້ນພົບ​ຈຸດ​ທີ່​ເປັນ​ເອກະລັກ​ສະ​ເພາະ​ ດ້ານ​ວັດທະນະທຳ​ ຂອງ​ ສິລະ​ປະ ການເຂົ້າທຽມ ຢູ່ ຫວຽດນາມ ຈາກມຸມມອງ ດ້ານຈິດຕະກໍາ.

ມຸມໜຶ່ງຂອງສະຖານທີ່ວາງສະແດງ ເວິນຢູ.

ທ່ານ ເຈິ່ນຕ໋ວນລອງ ໄດ້​ໃຊ້​ເວ​ລາ 25 ປີ​ ເພື່ອປະຕິບັດຫົວ​ເລື່ອງ​ດັ່ງ ກ່າວ. ​ເມື່ອ​ຊົມ​ພາບ​ແຕ້ມ ​ຂອງ ທ່ານ ​ຕ໋ວນ​ລອງ​ ກ່ຽວ​ກັບ​ພິທີ​ເຂົ້າທຽມ, ທ່ານຜູ້​ຊົມ​ຮູ້ສຶກ​ຄື​ວ່າ ຕົນເອງ ພວມເຂົ້າຮ່ວມ​ໃນ​ພິທີ ​ເຂົ້າທຽມ ນັ້ນ, ພູມ​ພາບ, ຮູບ​ຄົນ, ພິທີ​ກຳ, ສີສັນ​ມະນຸດ ​ທີ່​ເພິ່ນແຕ້ມ​ ແມ່ນ​ຕົວ​ຈິງ​ ແຕ່​ບໍ່ເປັນຈິງ, ບໍ່ເປັນຈິງແຕ່ແມ່ນຕົວຈິງ. 


ເວິນຢູ ​ແມ່ນ​ທຳນອງເພງ​ ທີ່​ໄດ້ຮ້ອງໃນບັນດາພິທີ ເຂົ້າ ທຽມ, ເວິນຢູ ມີຄວາມໝາຍວ່າ  ຂີ່ເມກ ແມ່ນ​ຮູບພາບ ເຈົ້າຂຸນມຸນນາຍ, ເຈົ້າແມ່, ພະຍາ, ພະນາງ ປັບຕົວເຂົ້າ​ໄປ​ໃນ​ຮ່າງກາຍ​ຂອງ​ຜູ້​ຮັບ​ໃຊ້ “ແທງດົ່ງ” ​ເພື່ອສ້າງບັນຍາກາດ ຄຶກຄື້ນສູງສຸດ ກັບເນື້ອ​ຮ້ອງທຳນອງເພງ, ຈັງ ຫວະຟ້ອນ, ສຽງດົນຕີ. ບັນດາພາບສີຂັດມັນໃນ ເວິນຢູ ໄດ້ພັນລະນາ ເຖິງບັນດາ ພິທີກຳ, ສີສັນຂອງແຕ່ລະສາກ ໃນພິທີ ເຂົ້າທຽມ ແລະ ເໝືອນດັ່ງໄດ້ດຶງຜູ້ຊົມໃຫ້ເຂົ້າສູ່ໂລກແຫ່ງ ຈິດວິນຍານ ໃນ ບໍລິເວນວິຫານ ແລະ ວັງ ອັນສັກສິດ.


ບັນດາລາຍລະອຽດ, ຮີດຄອງປະເພນີບູຊາເຊື່ອຖື ເຈົ້າແມ່ ແມ່ນການສັງລວມ ອົງປະກອບສິລະປະ ທັງໝົດໃນພິທີ ເຂົ້າທຽມ ສາກໜຶ່ງ, ລວມທັງສິລະປະ ການຈັດຕັ້ງ, ສິລະປະການສະແດງ, ການຟ້ອນ, ດົນຕີ ແລະ ແຟຊັ່ນ. ນັກຈິດ​ຕະກອນ ເຈິ່ນ​ຕ໋ວນ​ລອງ ປາດ​ຖະໜາ​ຢາກ​ນຳ​ໃຊ້​ສິລະ​ປະ ​ຈິດຕະກຳ ​ເພື່ອ​ຮັກສາໄວ້ ​ແລະ ອະນຸລັກ​ມໍລະ ດົກ​ວັດທະນະທຳ ເຂົ້າທຽມ ຢູ່ ຫວຽດນາມ.

ຜົນງານການປະດິດແຕ່ງ “ຕອນ​ບ່າຍ​ຢູ່ ຫໍ​ ໄຕ​ໂຮ່”.
ຜົນງານການປະດິດແຕ່ງ “ວັດ ກະສັດ ບ່າ” (ກວາງອຽນ). 


 

ບົດ: VNP/ບິກເວິນ - ພາບ: ແຄ໋ງລອງ - ແປໂດຍ: ຢືຟຽນ


Top