“ຫຸ່ນເງົາ” ສາຍລົມໃໝ່ ບົນເວທີສະແດງລະຄອນ ຫວຽດນາມ

“ຫຸ່ນເງົາ” ສາຍລົມໃໝ່ ບົນເວທີສະແດງລະຄອນ ຫວຽດນາມ

ກ່ອນຈະໄດ້ຮັບການເລືອກເຟັ້ນ ແລະ ຈັດສາກ ໂດຍໂຮງລະຄອນ ຫວຽດນາມ, ບົດລະຄອນ “ຫຸ່ນເງົາ” ໂດຍ ທ່ານນາງ ຫວູຮວ່າງຮວາ ເປັນ 1 ໃນ 5 ບົດລະຄອນ ຖືກຈັດເຂົ້າ ບັນຊີລາຊື່ ສະເໜີຊີງລາງວັນ Patrick White Award 2023 ທີ່ສະຫງວນໃຫ້ ບົດລະຄອນ, ຊຶ່ງຈັດໂດຍໂຮງລະຄອນ ນະຄອນ Sydney (ອົດສະຕຣາລີ) ຈັດປະຈຳທຸກປີ.  ຜົນໄດ້ຮັບແມ່ນ “ຫຸ່ນເງົາ” ຖືກຈັດ ອັນດັບທີສອງ ແລະ ໄດ້ຮັບການຕີລາຄາສູງ ດ້ານຄຸນນະພາບ ຈາກສະພາວິຊາຊີບ ຂອງ ໂຮງລະຄອນ ນະຄອນ Sydney.

ພາຍໃຕ້ສີມືອັນຄ່ອງແຄ່ວ ຂອງ ນັກປະພັນ ຫວູຮວ່າງຮວາ ແລະ ຜູ້ ກຳກັບການສະແດງ ນັກສິລະປິນດີເດັ່່ນ ຕ້າຕ໋ວນມິງ, ສິ່ງທີ່ເຊື່ອງ ຊ້ອນເລິກລັບ ພາຍໃນແຕ່ລະຄົນ ໄດ້ຖືກເປີດເຜີຍ ຜ່ານຕົວລະຄອນ “ຫຸ່ນເງົາ”. ດ້ວຍ​ການ​ປະ​ສົມ​ປະ​ສານ ຢ່າງກົມກຽວ ​ຂອງ​ ຫຸ່ນ ​​ແລະ ​ເງົາ, ບົດ​ລະ​ຄອນ​ ໄດ້​ແຫກກົດ​​​ ລະຄອນພື້ນເມືອງ​, ວາດ​ພາບ​ການ​ຕໍ່​ສູ້ໃນຕົວ ​ແຕ່​ລະ​ຄົນ​ ບົນເສັ້ນ​ທາງ​ “ໄດ້ໃຊ້ຊີວິດ ເປັນຕົວເຮົາເອງ”.

ບົດລະຄອນ “ຫຸ່ນເງົາ” ​​ນຳລົມຫາຍໃຈ ຍຸກສະໄໝ, ແຫກກົດ ໃນລະຄອນພື້ນເມືອງ ແບບດັ້ງເດີມ ອອກສູ່ມວນຊົນ ທີ່ໂຮງລະຄອນ ຫວຽດນາມ. 

ບົດລະຄອນ “ຫຸ່ນເງົາ” ມີທິດທາງ ທ່ີເປັນເອກະລັກ ພ້ອມກັບຄວາມຮູ້ສຶກຮ່ວມສະໄໝ, ແຫກກົດ ບົດລະຄອນ ພື້ນເມືອງ. ຕະຫຼອດການ ສະແດງ ເປັນເວລາເກືອບ 120 ນາທີ, ບົດລະຄອນ ດັ່ງກ່າວໄດ້ເຮັດໃຫ້ຜູ້ຊົມ ຜ່ານຊ່ວງເວລາຮູ້ສຶກຫາຍໃຈບໍ່ເຕັມທ້ອງ, ຄວາມເຈັບປວດ ຢ່າງໜ້າປະທັບໃຈ ແລະ ຫຼັງຈາກນັ້ນ ແມ່ນຄວາມຮູ້ສຶກດີໃຈ ທີ່ເຕັມປ່ຽມໄປດ້ວຍຮອຍຍິ້ມ ໃຫ້ກັບສິ່ງທີ່ຕົນເອງຄົ້ນພົບ. 

ມີການນໍາໃຊ້ ເຕັກນິກການສະແດງ ເທິງເວທີ ຫຼາຍຢ່າງ ເພື່ອເຮັດໃຫ້ຜູ້ຊົມຈະຕ້ອງບໍ່ໄດ້ລະເຫຼີງ ເພື່ອໃຫ້ເພີດເພີນ ແລະ ຮຽນຮູ້ຈົນຈົບ ຈິດວິທະຍາ ຂອງ ຕົວລະຄອນ ທີ່ບໍ່ພຽງແຕ່ ຖືກເຊື່ອງຊ້ອນໄວ້ ດ້ວຍສິ ລະປະ ການສະແດງ ເທິງເວທີເທົ່ານັ້ນ, ແຕ່ຍັງຢູ່ເບື້ອງຫຼັງ ຂອງ ຫຸ່ນ ແລະ ສາກການສະແດງ ທີ່ໜ້າປະທັບໃຈ ຂອງພວກມັນ. ຮູບ​ພາບ​ຫຸ່ນ​ ໃນ​ບົດລະຄອນ​ປະ​ກົດ​ຕົວ ​ໃນ​ເວ​ລາ ​​ຄົນ​ເຮົາ ມີ​ບາງ​ສິ່ງ​ບາງ​ຢ່າງທີ່​ຍາກຈະເວົ້າອອກມາ ​ຫຼື ​ບໍ່​ສາ​ມາດ ເປີດເຜີຍອອກ​ມາໄດ້​. ພວກມັນເປັນສັນຍາລັກ  ຂອງ ຕົວລະຄອນເອກ ເມື່ອຜ່ານການຕໍ່ສູ້ກັບຄວາມນຶກຄິດໃນໃຈ ທີ່ເຕັມໄປດ້ວຍ ຄວາມທຸກທໍລະມານ. ແຕ່ຫຸ່ນ ຈິງໃຈກວ່າຄົນ ເມື່ອກ້າໃຊ້ຊີວິດ ເປັນຕົວ ຂອງ ຕົນເອງ. ກ້າສະແດງຄວາມ ໂກດເຄືອງ, ແຄ້ນໃຈ, ກ້າປ່ອຍດ່າ, ກ້າໃຝ່ຝັນ. 



ຈາກບົດລະຄອນ “ຫຸ່ນເງົາ”,  ຜູ້ຊົມຈະເຫັນໄດ້ວ່າ ຢູ່ພາຍໃນ ຂອງ ແຕ່ລະຄົນ, ຫຼາຍ ຫຼື ໜ້ອຍ ກໍຈະຕ້ອງມີ ມຸມ ປິດບັງ, ລັບໆ ໃນສ່ວນເລິກຂອງຈິດໃຈຢູ່ສະເໝີ. ນັ້ນອາດຈະແມ່ນຄວາມເສຍຫາຍ, ຄວາມ ຜິດພາດ, ຄວາມກະຫາຍ ຂອງ ມະນຸດ, ແຕ່ຂັດກັບຄວາມເຊື່ອ, ຄວາມຄິດທົ່ວໄປ; ນັ້ນແມ່ນການຕໍ່ສູ້ ທີ່ເກີດຂຶ້ນ ຢູ່ເຂດແດນ ທີ່ບອບບາງ ລະຫວ່າງ ສະຕິ ແລະ ຂາດສະຕິ, ແຕ່ເຂັ້ມແຂງ, ດຸເດືອດ ແລະ ປ່ວງບ້າ... ການຕໍ່ສູ້ ເພື່ອໃຫ້ໄດ້ມີຊີວິດ ເປັນ ຂອງ ຕົວເຮົາເອງ.


ຕາມຜູ້ຂຽນບົດລະຄອນ “ຫຸ່ນເງົາ” ທ່ານນາງ ຫວູຮວ່າງຮວາ, “ຫຸ່ນ ເງົາ” ຖືກຂຽນເປັນບົດລະຄອນ ແບບທົດລອງ, ຂ້ອນຂ້າງ ສັບຊ້ອນເມື່ອມີເຖິງ 26 ສາກ ແລະ ການຍ້ອນກັບລຳດັບ ກາລະເທສະ ແລະ ເວລາ. ມັນຄ້າຍຄືກັບເກມ ຊຶ່ງໃນນັ້ນ ທ່ານນາງ ຫວູຮວ່າຍຮວາ ຢາກຈັດລຽງກາລະເທສະ ແລະ ເວລາ ທີ່ແຕກຕ່າງກັນ ຢູ່ຂ້າງກັນ ແລະ ເຮັດໃຫ້ຕົວ ລະຄອນ ຈາກຄວາມຝັນ, ຈາກຈິນຕະນາການ ໄປສູ່ ຄວາມເປັນຈິງ ໃນປັດຈຸບັນ.

ອາດ​ເວົ້າ​ໄດ້​ວ່າ, ການ​ປະສົມປະສານ ​ຂອງ ​ທ່ານນາງ ຫວູຮວ່າງ​ຮວາ ​ແລະ ຜູ້​ກຳກັບການສະແດງ​ ນັກ​ສິລະ​ປິນດີເດັ່ນ ຕ້າຕ໋ວນມິງ ພ້ອມ​ກັບ​ ຄະນະນັກ​ສະ​ແດງ ​ທີ່​ດີ​ເດັ່ນ ​ຂອງ​ໂຮງ​ລະຄອນ ​ລະຄອນ ​ຫວຽດ ນາມ ​ໄດ້​ນຳ​ມາ​ເຊິ່ງປະ​ສົບ​ການ ຕົວຈິງ ດ້ານ​ສິລະ​ປະ​ ລະຄອນ ທີ່ເຕັມໄປດ້ວຍລັກສະນະ​ ຍຸກ​ປັດຈຸ​ບັນ, ແຫກ​ທຸກກົດລະບຽບ ຂອງ​ລະຄອນ​ພື້ນ​ເມືອງ.

ບົດລະຄອນ “ຫຸ່ນເງົາ” ໄດ້ຮັບຄວາມຊື່ນຊົມ ຈາກຜູ້ຊົມສໍາລັບເນື້ອ ໃນ ກໍຄືການສະແດງ ຂອງ ທີມງານທັງໝົດ.

ປະຕິບັດໂດຍ: ແຄ໋ງລອງ - ແປໂດຍ: ບິກລຽນ


Top