ໂຄມໄຟ ສະແດງເຖິງຄວາມງາມ ທາງວັດທະນະທໍາ ຫວຽດ

ໂຄມໄຟ ສະແດງເຖິງຄວາມງາມ ທາງວັດທະນະທໍາ ຫວຽດ

ໂຄມໄຟ​ ຂອງ​ໂຄງການ Magic of color (MOC) ​ເມື່ອ​ຖືກ​ໃຕ້ຂຶ້ນ ໄດ້​ສ້າງ​ບັນຍາກາດ ທີ່ອົບອຸ່ນ, ມີຊິີວິດຊີວາ ແລະ ສວຍ​ງາມ​ ທີ່​ສ້າງ​ຈາກ​ເຈ້ຍ ​ສາ ​ແລະ ​ໄມ້​ໄຜ່ ​ໃນ​ພື້ນ​ຖານ​ຂອງ​ ບັນດາ​ລາຍແຕ້ມ ຈາກຮູບ​ແຕ້ມພື້ນ​ເມືອງ ຮ່າງຈົງ ​ແລະ ດົງ​ໂຮ່.


ທ່ານ​ນາງ ຫງວຽນ​ທິ​ຮື໊ວ, ຜູ້​ກໍ່​ຕັ້ງ​ໂຄງ​ການ MOC ​ໃຫ້​ຮູ້​ວ່າ ​ໃນ​ເບື້ອງ​ຕົ້ນ ​ແມ່ນ​ເລີ່​ມຈາກ​ການຈັດຕັ້ງ ​ພິມ​ຈຳໜ່າຍ​ຮູບ​ແຕ້ມ​ພື້ນ​ເມືອງໃຫ້ແກ່ລູກຄ້າ. ຫຼັງຈາກນັ້ນ, ພວກຂ້າພະເຈົ້າ ໄດ້ມີແນວ ຄວາມຄິດ ຈະເຮັດແນວໃດເພື່ອໃຫ້ຮູບແຕ້ມ ພື້ນເມືອງໄດ້ ໃກ້ຊິດກັບຊີວິດຍິ່ງຂຶ້ນ. MOC ໄດ້​ເລືອກ​ເອົາ​ເຄື່ອງ​ປັ້ນດິນ​ເຜົາ, ເຄື່ອງ​ໃຊ້ຫ້ອງການ, ຖົງເປ້... ​ເພື່ອ​ພິມ​ຮູບ​ແຕ້ມ​ພື້ນ​ເມືອງ. ຢ່າງໃດກໍຕາມ, ໂຄມໄຟ ແມ່ນຜະລິດຕະພັນ ໄດ້ຮັບຄວາມນິຍົມ ຊື້ຫຼາຍກວ່າໝູ່ ເພາະວ່າ ຮູບແຕ້ມ ທີ່ໂດດເດັ່ນຂຶ້ນເມື່ອກະທົບ ກັບແສງສະຫວ່າງ.

ເພື່ອເຮັດໄດ້ໂຄມໄຟ ໜ່ວຍໜຶ່ງ, ກ່ອນອື່ນໝົດ ທ່ານຕ້ອງແຕ້ມ ແນວຄວາມຄິດກ່ຽວກັບຮູບຊົງ ແລະ ຫຼັງຈາກນັ້ນ ຈຶ່ງເຮັດຂອບ. ​ຮູບຊົງຂອງໂຄມ​ໄຟ​ໄດ້​ຮັບ​ການ​ອອກ​ແບບ​ຕາມສັນຍະລັກຂອງ​ວັດທະນະ​ທຳ ​ພື້ນ​ເມືອງ​ຄື​ ຮູບ​ກອງ​ທອງ​ຂອງ​ ຫວຽດນາມ, ຮູບ​ວັດ​ເສົາ​ດຽວ... ນອກຈາກ​ນັ້ນ, MOC ຍັງ​ເຮັດ​ຕາມ​ຄວາມ​ຕ້ອງການ​ຂອງ​ລູກ​ຄ້າອີກດ້ວຍ.



ເມື່ອການອອກແບບໂຄມໄຟ ຖືກສ້າງຂຶ້ນແລ້ວ, ສະມາຊິກ ຂອງ MOC ຈະແຕ້ມຮູບໃສ່ເຈ້ຍສາ ແລະ ຕິດໃສ່ຂອບ ໂຄມໄຟ. ​ໃນ​ບັນດາ​ຊຸດ​ໂຄມ​ໄຟ, MOC ຍາມ​ໃດ​ກໍ່​ມຸ່ງ​ໄປ​ເຖິງ​ການເລືອກເຟັ້ນ ບັນດາ​ຮູບ​ແຕ້ມ​ພື້ນ​ເມືອງ​​ຫວຽດນາມ ຄື: ຮູບ​ແຕ້ມ​ພື້ນ​ເມືອງ ດົງ​ໂຮ່ ​ກ່ຽວກັບຫົວ​ເລື່ອງ​ຄື: ການດຳລົງ​ຊີວິດ​ປະຈຳ​ວັນ, ຮູບ​ແຕ້ມ​ອວຍພອນໄຊ, ຮູບ​ແຕ້ມ​ໄຫວ້​ອາ​ໄລ... ຫຼື​ ເລືອກ​ເຟັ້ນບັນດາ​ຮູບ​ແຕ້ມ​ພື້ນ​ເມືອງ ຮ່າງຈົງ ​ເຊັ່ນ: ຟ້ອນ​ສິງ​ໂຕ, ຂະບວນ​ແຫ່ມັງ​ກອນ, ການ​ຫຼິ້ນ​​ພື້ນ​ເມືອງ ​ຂອງ ​ເດັກ​ໆ​ ເຊັ່ນ: ປິດຕາ ຈັບ​ແບ້​, ດຶງເຊືອກ ແລະ ມັງ​ກອນ ຂຶ້ນ​ສູ່​ເມກ... ບັນດາຮູບ​ແຕ້ມ​ ຈະໄດ້​ປະຕິບັດ ໂດຍສະ​ມາ​ຊິກ​ຂອງ MOCແມ່ນ​ນັກ​ສຶກ​ສາ​ມະ​ຫາ​ວິ​ທະ​ຍາ​ໄລ ​ວິ​ຈິດ​ສິນ.


ທ່ານ​ນາງ ຮື໊ວ ​ແບ່ງປັນ​ວ່າ: “​ໃນ​ຊີວິດ​ການ​ເປັນ​ຢູ່​ຍຸກ​ປັດຈຸ​ບັນ, ຄົນ​ທັງ​ຫຼາຍ​ຈະ​ຄິດ​ວ່າ​ ຮູບ​ແຕ້ມ​ພື້ນ​ເມືອງ​ ບໍ່​ເໝາະ​ສົມ, ດັ່ງ​ນັ້ນ​ ຄວາມປາດຖະໜາ ຂອງ ພວກ​ຂ້າພະ​ເຈົ້າ ແມ່ນເຮັດແນວໃດ ໃຫ້ຮູບ​ແຕ້ມ​ປະເພດນີ້​ ເໝາະ​ສົມ​ກັບ​ການ​ດຳລົງ​ຊີວິດ ​ທີ່​ທັນ​ສະ​ໄໝ, ​ເພື່ອໃຫ້ຮູບແຕ້ມພື້ນເມືອງ ​ຄ່ອຍໆ​ ຊຶມເຂົ້າໃນຊີວິດ ປະຈໍາວັນ”.

ມີ​ບາງ​ສິ່ງ​ທີ່​ພິ​ເສດ​ກ່ຽວ​ກັບ​ໂຄມ​ໄຟ​ ອື່ນ ​ທີ່​ໃຊ້​ໃນ​ການ​ແຫ່​ ​ໃນ​ບຸນ​ໄຫວ້ພະຈັນ, ​ແຕ່​ໂຄມ​ໄຟ​ຂອງ MOC ​ແມ່ນ​ແນ​ໃສ່​ນຳ​ໃຊ້​ເຂົ້າໃນຊີວິດປະຈຳວັນ. ເຮົາສາມາດ ນຳມາ ໃຊ້ເປັນໄຟປະດັບ ບ່ອນຢູ່ອາໄສເຊັ່ນ: ສະຖານທີ່ພັກຜ່ອນ, ບ່ອນຮັບປະທານ ອາຫານ.



ບົດ: VNP/ເງິນຮ່າ - ພາບ: ແຄ໋ງລອງ - ແປໂດຍ: ຢືຟຽນ

Top