ກາຈໍ້າ ມັງກອນ ທີ່ເປັນເອກະລັກຂອງບ້ານ ບາດຈ່າງ

ກາຈໍ້າ ມັງກອນ ທີ່ເປັນເອກະລັກຂອງບ້ານ ບາດຈ່າງ

ໃນ​ຊຸມ​ມື້​ນີ້, ທ່ານ ຟ້າ​ມວຽດຄວາ ​ແລະ ​ເພື່ອນ​ຊ່າງ​ປັ້ນດິນ​ເຜົາ ພວມ​ຕັ້ງໃຈ​ໃນ​ການ​ສ້າງ​ຜະລິດ​ຕະພັນ​ໃຫ້​ສົມບູນ​ແບບມີສັນຍາລັກ ມັງກອນ ຕາມຄໍາສັ່ງ ຂອງຜູ້ບໍລິໂພກ.

ພາຍ​ໃນ​ໂຮງ​ງານ​ແຫ່ງໜຶ່ງ ​ຕັ້ງ​ຢູ່​ເລິກ​ເຂົ້າໄປໃນ​ໝູ່​ບ້ານ, ບັນ​ຍາ​ກາດ​ແມ່ນ​ຄຶກ​ຄື້ນ ​ຜິດ​ປົກ​ກະ​ຕິ. ບັນດານາຍຊ່າງ ຊຳນານງານ ພວມຕັ້ງໃຈ ແລະ ລະມັດລະວັງ ໃນການສ້າງລວດລາຍ ເທິງ ກາຈໍ້າ ມັງກອນ ຟອກຄຳ ທີ່ເປັນເອກະລັກສະເພາະ. ຜະລິດຕະພັນນີ້ ແມ່ນໄດ້ຮັບແຮງບັນດານໃຈ ຈາກ ກາຈໍ້າ ຄຳ ຮ່ວາງເດ໋ ຈີບ໋າວ” - ຂອງປະເສີດອັນລ້ຳຄ່າໜຶ່ງຂອງ ຫວຽດນາມ ແລະ ການອອກແບບແມ່ນໄດ້ຮັບແຮງ ບັນດານໃຈ ຈາກໂຕ ມັງກອນ ແຕ່ສະໄໝລາຊະວົງ ເລ ທີ່ພວມນອນຢູ່ ໃນວັງ ກິງທຽນ - ກຳ ແພງ ທັງລອງ.

ເພື່ອສ້າງກາຈໍ້າ ໜ່ວຍໜຶ່ງທີ່ສົມບູນແບບ ຕ້ອງໄດ້ຜ່ານຫຼາຍຂັ້ນຕອນ. ຊ່າງຫັດຖະກຳ ຕ້ອງສ້າງຮູບຊົງຈາກດິນ ດາກ, ນີ້ແມ່ນ ຂັ້ນຕອນທີ່ຕ້ອງການຄວາມພິຖີພິຖັນ ແລະ ລະມັດລະວັງ ເພື່ອບັນດາລວດລາຍແກະສະຫຼັກ ຕ້ອງມີຄວາມ ຊັດເຈນ. ຫຼັງຈາກນັ້ນ, ກາຈໍ້າ ຈະຖືກເອົາໄປເຜົາເປັນຄັ້ງທໍາອິດ. ຫຼັງຈາກອອກຈາກເຕົາເຜົາ ຈະເຖິງຂັ້ນຕອນທີ່ໄດ້ ລໍຖ້າທີ່ສຸດ ແມ່ນການແຕ້ມຮູບຄຳ. ຊ່າງຫັດຖະກໍາ ຈະໃຊ້ສີນໍ້າຄຳ ເພື່ອສ້າງບັນດາລວດລາຍເທິງກາຈໍ້າມັງກອນ, ຫຼັງຈາກນັ້ນ ຈະເອົາໄປເຜົາ ເປັນຄັ້ງທີສອງ ໃຊ້ເວລາແຕ່ 6 - 8 ຊົ່ວໂມງ ເພື່ອສ້າງຈຸດເດັ່ນ ແລະ ຄວາມ ຫຼູຫຼາ.


ທ່ານ ຟ້າມ​ວຽດ​ຄວາ ຢູ່​ບ້ານ ​ບາດ​ຈ່າງ, ມີ​ປະ​ສົບ​ການ​ເກືອບ 40 ປີ ​ໃນ​ດ້ານ​ຜະລິດເຄື່ອງ​ປັ້ນ​ດິນ​ເຜົາ ​ໃຫ້​ຮູ້​ວ່າ ເພື່ອ​ສ້າງ​ກາຈໍ້າ ຟອກຄຳ ​ທີ່​ເປັນ​ເອ​ກະ​ລັກ​ສະ​ເພາະໜ່ວຍໜຶ່ງ, ນາຍຊ່າງ 5 ຄົນຕ້ອງ​ປ່ຽນກັນເຮັດ ແຕ່ຂັ້ນຕອນການສ້າງ​ຂອບຫຼໍ່,​ ແຕ່ງຮູບຊົງ, ສຳ​ເລັດການຜະລິດວັດຖຸດິບ, ເຄືອບສີເຄືອບ, ນໍາໄປເຜົາ ໄປຈົນເຖິງຂັ້ນຕອນການ ແຕ້ມສີຄຳ ໃຫ້ແກ່ຜະລິດຕະພັນ.

ແຕ່ລະຂັ້ນຕອນ ມີຄວາມຕ້ອງການ ແລະ ເວລາປະຕິບັດທີ່ ແຕກຕ່າງກັນ ແລະ ບໍ່ແມ່ນ ກາຈໍ້າ ທຸກໜ່ວຍທີ່ຜະລິດອອກມາ ແມ່ນໄດ້ມາດຕະຖານ. ພຽງແຕ່ ກາຈໍ້າ ບໍ່ມີຮອຍແຕກ ແລະ ສີເຄືອບສວຍງາມ ຈຶ່ງໄດ້ຖືກນໍາໄປສູ່ຂັ້ນຕອນການ ແຕ້ມສີຄຳ.


ທ່ານ ມາກຈ່ຽວເຢືອງ, ຊ່າງ​ແຕ້ມ​ຮູບ​ ເທິງ​ຜະ​ລິດ​ຕະ​ພັນ​ເຄື່ອງ​ປັ້ນ​ດິນ​ເຜົາ​ ເປັນ​ເວ​ລາ 4 ປີ​ ໃຫ້​ຮູ້​ວ່າ ເພື່ອ​ສຳ​ເລັດ​ການ​ແຕ້ມ​ຮູບໂຕ ​ມັງກອນ ​ປີ ມະໂລງ 2024, ສະ​ເລ່ຍ​ແລ້ວ​ຕ້ອງ​ໃຊ້​ເວ​ລາປະມານ 2,5 ຊົ່ວ​ໂມງ, ແຕ້ມ​ຫຼາຍ​ສຸດ​ແມ່ນໄດ້ 5 ຜະ​ລິດ​ຕະ​ພັນຕໍ່ມື້. ສິ່ງທີ່ຍາກທີ່ສຸດແມ່ນການແຕ້ມສ່ວນລາຍລະອຽດ ທີ່ຖືກເຊື່ອງໄວ້, ເລິກຢູ່ໃນຊ່ອງແຄບຂະໜາດນ້ອຍ ໃນຜະລິດຕະພັນ.

ສຳລັບ ກາຈໍ້າ ມັງ​ກອນ​ ໜ່ວຍໜຶ່ງສໍາ​ເລັດ​ຮູບ,​ ​ສາມ​ດ້ານ ເທິງຜະລິດຕະພັນຈະຕ້ອງມີ 3 ຄໍາຄື: ອານ-ທ້ວນ-ຟາດ, ອີກ​ດ້ານ​ໜຶ່ງ ​ຖືກ​ແກະ​ສະ​ຫຼັກຮູບພາບ ປາໄນ ກາຍເປັນ ມັງກອນ, ສະ​ແດງ​ໃຫ້​ເຫັນ​ການ​ຫັນ​ປ່ຽນ, ລື່ນກາຍ, ກ້າວ​ໄປ​ສູ່​ໄລ​ຍະ​ໃໝ່.

ທ່ານ ຫງວຽນ​ວັນ​ລຶກ, ຜູ້​ທີ່​ມີ​ແນວ​ຄິດ​ດ້ານ​ສິລະ​ປະ ​ແລະ ​ໄດ້​ສັ່ງ​ໃຫ້​ຊ່າງຫັດຖະກຳ ​ບ້າ​ນ ບາດຈ່າງ ລົງມື​ຜະລິດ ກີ່​ລິງ​ ຢາບຖິ່ນ​ໃຫ້​ຮູ້​ວ່າ: ກະຈໍ້າ ​ໄດ້​ຮັບ​ແຮງ​ບັນ ດານ​ໃຈ​ ຈາກ ​ກາຈໍ້າ ຄຳ “​ຮ່ວາງເດ໋ ຈີບ໋າວ”, ​ຂອງປະເສີດອັນລໍ້າຄ່າ ຂອງຫວຽດນາມ ໃນ​ສະ​ໄໝ​ ເຈົ້າຊີວິດ ​ມິງມ້າງ, ລາ ຊະວົງ ຫງວຽນ. ຮູບມັງກອນ ຢູ່ເທິງ ກາຈໍ້າ ໄດ້ອອກແບບ ຈາກໂຕ ມັງກອນ ໃນສະໄໝລາຊະວົງ ເລ ທີ່ພວມນອນໃນ ວັງ ກິງທຽນ - ກໍາແພງທັງລອງ. ຜ່ານບັນດາ​ການ​ເຄື່ອນ​ໄຫວ ຂອງໝູ່​ບ້ານຫັດຖະກຳ ໄດ້ເພື່ອ​ເຜີຍ​ແຜ່​ບັນ ດາ​ຄຸນຄ່າ ​ແລະ ຄວາມ​ງາມ​ຂອງ​ ປະຫວັດສາດ, ວັດທະ ນະທຳ ຫວຽດນາມ.

ບັນດາ ກາຈໍ້າ ໄດ້ຕັ້ງຊື່ວ່າ ກີ່ລິງ ຢາບຖິ່ນ 2024 ແລະ ເປັນສ່ວນໜຶ່ງ ຂອງ ຊຸດສະສົມທີ່ມີຊື່ວ່າ “ກາຈໍ້າ ມັງກອນ ສັກສິດ”. ຜູ້ຕາງໜ້າວິສາຫະກິດ ທີ່ສັ່ງຊື້ຜະລິດຕະພັນດັ່ງ ກ່າວ ໃຫ້ຮູ້ວ່າ ຊຸດສະສົມນີ້ ມີຄວາມໝາຍ ຄືຈຸດໝາຍໜຶ່ງ ໃຫ້ແກ່ສະໄໝໃໝ່, ກ້າວເຂົ້າສູ່ໄລຍະໃໝ່ ແຫ່ງຄວາມ ຈະ ເລີນຮຸ່ງເຮືອງ.


ບັນດາ ກາຈໍ້າ ໄດ້ຕັ້ງຊື່ວ່າ ກີ່ລິງ ຢາບຖິ່ນ 2024 ແລະ ເປັນ ສ່ວນໜຶ່ງ ຂອງ ຊຸດສະສົມທີ່ມີຊື່ວ່າ “ກາຈໍ້າ ມັງກອນ ສັກ ສິດ”. 

ບົດ: VNP/ແຄ໋ງລອງ - ພາບ: ກົງດາດ - ແປໂດຍ: ຢືຟຽນ


Top