• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຄົ້ນພົບ

ເລົ່າເລື່ອງ ກ່ຽວ ເທິງເວທີສະແດງລະຄອນຫຸ່ນ

ບົດສະແດງລະຄອນຫຸ່ນ “ຊາຕາກຳ ນາງ ກ່ຽວ” (ໂດຍນັກສິລະປິນ ດີເດັ່ນ ເລຈຶກ ເປັນຜູ້ແຕ່ງ ແລະ ປະພັນໂດຍ ຫງວຽນຮ໋ຽວ; ຜູ້ກຳກັບ ການສະແດງ ນັກສິລະປິນ ປະຊາຊົນ ຫງວຽນຕ໋ຽນຢຸ້ງ ເປັນຜູ້ຈັດ ສາກ ໄດ້ດັດແປງ ຈາກບົດປະພັນແບບຕົ້ນສະບັບ ເລື່ອງ ກ່ຽວ ຂອງ ນັກກະວີ ຜູ້ຍິ່ງໃຫຍ່ ຫງວຽນຢູ ມາເປັນລະຄອນ. ນີ້ເປັນຄັ້ງທໍາ ອິດ ຕົວ ລະຄອນ ນາງ ກ່ຽວ ຈາກບົດກະວີນິພົນປະເພດ ຫົກ-ແປດ ຂອງ ນັກກະວີຜູ້ຍິ່ງໃຫຍ່ ຫງວຽນຢູ  ຖືກເຜີຍຄວາມລັບ ດ້ວຍການສະແດງ ບົນເວທີ (ຫຸ່ນ ແລະ ຄົນ). 
ເພື່ອທ່ີຈະເຮັດໃຫ້ການສະແດງປະສົບ ຄວາມສຳເລັດນັ້ນ ຕ້ອງມີ ສ່ວນຮ່ວມ ຂອງ ທຸກຄົນໃນທີມງານ, ນັບແຕ່ຜູ້ແຕ່ງບົດລະຄອນ ຈົນ ເຖິງ ຜູ້ກຳກັບການສະແດງ, ນັກສະແດງ, ນັກດົນຕີ, ນັກອອກ ແບບ ດ້ານ ແສງສະຫວ່າງ, ນັກອອກແບບດ້ານສິລະປະ... ແຕ່ສະເພາະ ສຳລັບການສະແດງລະຄອນຫຸ່ນ ເພື່ອສອດຄ່ອງ ກັບແຕ່ລະ ຕົວລະ ຄອນ ແມ່ນສຸດທີ່ສຳຄັນ ແລະ ສິລະປິນ ທ່ີປະຕິບັດ ວຽກນີ້ຕ້ອງແມ່ນ ຜູ້ສ້າງ “ແກນຫຼັກ” ໃຫ້ບົດລະຄອນ. ຜູ້ຮັກສາບົດບາດ ຂອງການສ້າງ ຫຸ່ນໃນ “ຊາຕາກຳ ຂອງ ນາງ ກ່ຽວ” ແມ່ນນັກຈິດຕະກອນ ເລດິ່ງ ງວຽນ. 


ບົດລະຄອນ ນຳໃຊ້ຕົວລະຄອນເປັນຫຸ່ນ ໜ້າກາກເປັນຕົ້ນຕໍ, ຈຸດ ເດັ່ນກ່ຽວກັບ ບຸກຄະລິກ ຂອງ ຕົວລະຄອນ ໄດ້ສະແດງໃຫ້ເຫັນ ໂດຍ ຜ່ານບັນດາ ໜ້າກາກ.


ນັກສິລະປິນ ສະແດງລະຄອນ ທຳການແຕ່ງຕົວກ່ອນເວລາສະແດງ.


ບັນດານັກສິລະປິນ ກະກຽມອຸປະກອນສະແດງໃຫ້ຕົວລະຄອນ ຮວ້ານທື. 


ຮູບພາບບັນດາໂຕຫຸ່ນ ສະແດງ ໃຫ້ເຫັນບຸກຄະລິກຕົວລະຄອນ ໃນ ເລື່ອງ ກ່ຽວ ຢ່າງຈະແຈ້ງ. 


ດ້ວຍຄວາມສາມາດ ຂອງ ນັກຈິດຕະກອນ ເລດິ່ງງວຽນ, ບັນດາໂຕ ຫຸ່ນ ໄດ້ກາຍມີຊີວິດຊີວາ ແລະ ນຳມາຊຶ່ງສີສັນ ຫຼາກຫຼາຍ ໃນຕະ ຫຼອດ ເວລາ ສະແດງ.
 
“ຊາຕາກຳ ນາງ ກ່ຽວ” ໄດ້ເລົ່າຄືນໃໝ່ ດ້ວຍຄວາມກະທັດລັດ, ໃຫ້ ຜູ້ຊົມເຂົ້າໃຈໄດ້ ຄວາມຜັນແປຫຼາຍຢ່າງ ໃນຊີວິດ ຂອງ ນາງກ່ຽວ. ທຸກລາຍລະອຽດ ໃນ “ຊາຕາກຳ ນາງ ກ່ຽວ” ບໍ່ພຽງແຕ່ໄດ້ຈັດແກ້ ດ້ວຍບັນດາສິ້ນສ່ວນ, ການສະແດງລະຄອນຫຸ່ນ ເທົ່ານັ້ນ, ແຕ່ດ້ວຍ ການສ້າງພື້ນທ່ີ-ແສງສະຫວ່າງ ທ່ີແປກໃໝ່, ດົນຕີພື້ນເມືອງ ປະສົມ ປະສານ ກັບຍຸກໃໝ່, ສະຫຼັບສັບຫວ່າງກັນ ແມ່ນຄວາມຕະຫຼົກເຮຮາ ມີລັກສະນະເຍາະເຍີ້ຍ ສຽດສີ ສຸດ ທີ່ເຈັບແສບ, ມີແບບລີລາ ຂອງ ຍຸກໃໝ່ ອີກດ້ວຍ. ບັນດາປັດໃຈດັ່ງກ່າວ ໄດ້ເຮັດໃຫ້ຜົນການປະດິດ ແຕ່ງ ວັດທະນະທຳ ທີ່ເປັນຕົ້ນສະບັບ ກາຍເປັນທີ່ເຂົ້າໃຈງ່າຍ ແລະ ມີຄວາມດຶງດູດ ຈັບໃຈ ຢູ່ເທິງເວທີ ສະແດງ. 
ບົດສະແດງລະຄອນຫຸ່ນ ຄວ້າໄດ້ຫຼາຍລາງວັນສູງ ໃນງານມະໂຫ ລານ ການສະແດງ ເວທີທົດລອງ ສາກົນ 2019 ເຊັ່ນ ຫຼຽນຄຳ ໃຫ້ ບົດລະຄອນດີເດັ່ນ, ລາງວັນສະຫງວນໃຫ້ນັກກຳກັບ ດີ ເດັ່ນ, ລາງ ວັນ ສະຫງວນໃຫ້ນັກຈິດຕະກອນ ປະດິດສ້າງຮູບດີເດັ່ນ, 2 ຫຼຽນ ຄຳ ສະຫງວນ ໃຫ້ນັກສະແດງດີເດັ່ນ, 5 ຫຼຽນເງິນ ສະຫງວນໃຫ້ບັນດາ ນັກສະແດງ ເຂົ້າຮ່ວມສະແດງບົດລະຄອນ. 


ໂດຍບໍ່ຈັດສາກ ຕາມລຳດັບ ການເວລາ ຂອງ ເລື່ອງ ກ່ຽວ, ຜູ້ກຳກັບ ການສະແດງ ເລືອກບາງສ່ວນ ໃນຊີວິດຂອງ ຖຸ໋ຍກ່ຽວ ຊຶ່ງເລີ່ມຕົ້ນ ຈາກການຖືກໃສ່ຮ້າຍ ຂອງ ຜູ້ຂາຍຜ້າໄໝ ໄດ້ເຮັດໃຫ້ຄອບຄົວ ທ່ານ ເວືອງອົງ ຕົກເຂົ້າສູ່ສະພາບແສນລໍາບາກ. ຕົວນາງ ຖຸ໋ຍກ່ຽວ ມີສອງ ເທື່ອຕົກເຂົ້າສູ່ຊ່ອງ ໂສເພນີ, ສອງເທື່ອຕ້ອງຍອມເປັນຄົນໃຊ້, ຊີວິດ ສ່ວນຕົວ ເຕັມໄປດ້ວຍຄວາມ ລົ້ມລຸກຄຸກຄານຕະຫຼອດ ໄລຍະ ເວ ລາ 15 ປີ. 


ສາກການສະແດງ ຫວນຄືນໃຫ້ເຫັນ ຮູບພາບບິດາ ມານດາ ຂອງ ຖຸ໋ຍກ່ຽວ ຖືກຈັບໂຕ. 


ສາກການສະແດງ ຖຸ໋ຍກ່ຽວ ຂາຍໂຕ ໄຖ່ ບິດາ.


ສາກການສະແດງ ການຕໍ່ລາຄາ ຂອງ ໝ໊າຢ໋າມຊິງ ແລະ ຕູ໋ບ່າ.


ສາກການສະແດງ ຖຸ໋ຍກ່ຽວ ພົບກັບ ຕື່ຫາຍ.


ສາກການສະແດງ ຕື່ຫາຍ ພິພາກສາ ພວກນັກເລງອັນທະພານ ຜູ້ ເຄີຍທັບຖົມ ຊີວິດຂອງ ຖຸ໋ຍກ່ຽວ.


ສາກການສະແດງ ຕື່ຫາຍ ພົບກັບ ໂຮ່ໂຕນຮ໋ຽນ.


ສາກການສະແດງ ຖຸ໋ຍກ່ຽວ ຕັກເຕືອນ ຕ່ືຫາຍ ຍອມມອບຕົວ ຕໍ່ລາ ຊະວົງ. 


ສາກການສະແດງ ຕື່ຫາຍ ຖືກຫຼອກໃຫ້ຍອມມອບຕົວ ແລະ ຖືກທະ ຫານ ຂອງ ໂຮ່ໂຕນຫ໋ຽນ ຂ້າຕາຍ.


ສາກການສະແດງ ຮວ້ານທື ຂີ້ຫຶງ ໄດ້ສ້າງຄືນໃໝ່ ຢູ່ເທິງເວທີ ສະ ແດງ.

ການສະແດງສ່ວນຫຼາຍ ເປັນຫຸ່ນ ສວມໜ້າກາກ, ການເນັ້ນບຸກ ຄະ ລິກ ຂອງ ຕົວລະຄອນ ສະແດງຜ່ານໜ້າກາກ ເຫຼົ່ານັ້ນ ທ່ີແຝງຕົວ ຢູ່ ເບື້ອງຫຼັງຫຸ່ນ ແຕ່ລະໂຕນັ້ນ ແມ່ນຄູ່ມື ທີ່ຄ່ອງແຄ້ວ ຂອງ ບັນດານັກ ສິລະປິນ ສະແດງລະຄອນຫຸ່ນ. ດ້ວຍຄວາມສາມາດ ຂອງ ນັກຈິດ ຕະກອນ ເລດິ່ງງວຽນ, ບັນດາຫຸ່ນ ແຕ່ລະໂຕ ໄດ້ກາຍມີຊີວິດຊີວາ ແລະ ນຳມາຊຶ່ງສີສັນ ຫຼາກຫຼາຍ ໃນຕະຫຼອດເວລາສະແດງ.

ນັກສິລະປິນ ຫງວຽນຕ໋ຽນຢຸ້ງ ໄດ້ນຳໃຊ້ດົນຕີ ເຂົ້າໃນການຈັດສາກ ບົດລະຄອນຫຸ່ນ ດ້ວຍຜົນການປະດິດແຕ່ງ ຂອງ ນັກດົນຕີ ຫງວຽນ ຫວີງຕ໋ຽນ ແລະ ເຈິ່ນດຶກມິງ. ບັນດາທຳນອງນີ້ ແມ່ນເຕັມໄປ ດ້ວຍ ຄວາມເມດຕາສົງສານ ກ່ຽວກັບຊາຕາກຳ ຂອງ ນາງ ກ່ຽວ.

ບົດສະແດງລະຄອນຫຸ່ນ “ຊາຕາກຳຂອງ ນາງ ກ່ຽວ” ຂອງ ໂຮງສະ ແດງ ລະຄອນຫຸ່ນ ຫວຽດນາມ ໄດ້ອີງໃສ່ເລື່ອງເກົ່າ ເພື່ອກ່າວເຖິງ ບັນຫາຕ່າງໆ ທີ່ໜ້າກ່າວປະນາມໃນສັງຄົມປັດຈຸບັນ, ບັນຫາເກົ່າ ແຕ່ໃໝ່, ໃໝ່ແຕ່ຍັງມີຄວາມສະຫຼັບຊັບຊ້ອນ ລະຫວ່າງ ບັນຫາ ຂອງ ສັງຄົມ, ຂອງ ຍຸກສະໄໝກ່ອນ ແລະ ປັດຈຸບັນ.

 
ປະຕິບັດ: ກົງດາດ

ເທດສະການ ນາງຮາຍ ຂອງ ຊາວເຜົ່າ ໄຕ່

ເທດສະການ ນາງຮາຍ ຂອງ ຊາວເຜົ່າ ໄຕ່

ຕັ້ງຢູ່ທາງພາກເໜືອຂອງ ຫວຽດນາມ, ກາວບັ່ງ ມີຄວາມ ພາກພູມໃຈ ໄດ້ເປັນດິນແດນ ທ່ີອະນຸລັກຮັກສາຄຸນຄ່າ ທາງວັດທະນະທຳ ພື້ນເມືອງ ທີ່ເປັນເອກະລັກຫຼາຍຢ່າງ ຂອງ ວົງຄະນາຍາດ ບັນດາເຜົ່າສ່ວນໜ້ອຍ. ໃນຈຳນວນນັ້ນ, ເທດສະການ ນາງຮາຍ (ນາງ ພະຈັນ) ຢູ່ຕາແສງ ຕຽນແທ່ງ, ແຂວງ ກາວບັ່ງ ແມ່ນຈຸດພົ້ນເດັ່ນ ເນື່ອງຈາກວ່າ ມີລັກສະນະ ທີ່ເຕັມໄປດ້ວຍ ສີສັນວັດທະນະທຳ ທີ່ເປັນເອກະລັກ ຂອງ ຊາວເຜົ່າ ໄຕ່. ເທດສະການ ໄດ້ຈັດຂຶ້ນ ເພື່ອສະແດງຄວາມຮູ້ ບຸນຄຸນ, ເຄົາລົບທຳມະຊາດ ແລະ ອະທິດຖານ ໃຫ້ພືດຜົນລະປູກ ອຸດົມສົມບູນ. 

Top