• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ເສດຖະກິດ

ຮ່າໂນ້ຍ ຜະລິດ ແລະ ຊົມໃຊ້ຜະລິດຕະພັນກະເສດປອດ ສານພິດ ໃນສະພາບ ໂຄວິດ - 19

ຕໍ່ໜ້າສະພາບການລະບາດເຊື້ອໂຄວິດ-19 ຄັ້ງທີ 4, ຂະ ແໜງ ກະສິກຳ ຮ່າໂນ້ຍ ໄດ້ເປັນເຈົ້າການ, ມີຫຼາຍວິທີແກ້ ໄຂ ຢ່າງມີປະສິດທິຜົນ ແນໃສ່ຮັບປະກັນການຜະລິດ, ເຊື່ອມຕໍ່ ຈຳໜ່າຍ ຜະລິດຕະພັນກະເສດປອດສານພິດ ຮັບໃຊ້ຊາວ ນະຄອນຫຼວງ ຮ່າໂນ້ຍ. 
ເລີ່ມແຕ່ຕົ້ນປີ 2021, ຕໍ່ໜ້າການລະບາດເຊື້ອ ໂຄວິດ - 19 ທ່ີຜັນແປຢ່າງສັບສົນ ແລະ ແຜ່ກວ້າງໄປໃນທົ່ວໂລກ, ເພື່ອຮັບປະກັນຄວາມປອດໄພດ້ານສະບຽງອາຫານ, ຂະ ແໜງ ກະສິກຳ ຮ່າໂນ້ຍ ໄດ້ສ້າງແຜນສັງລວມໃຫ້ແກ່ເຂດ ຜະລິດກະສິກຳ ນຳໃຊ້ເຕັກໂນໂລຊີສູງ, ລວມມີເຂດຜະ ລິດ ເຂົ້າ 35 ແຫ່ງ, ເຂດປູກຜັກ 104 ແຫ່ງ, ເຂດປູກຕົ້ນ ໄມ້ ກິນໝາກ 56 ແຫ່ງ, ເຂດລ້ຽງສິນໃນນໍ້າ 66 ແຫ່ງ, ເຂດລ້ຽງໝູ 48 ແຫ່ງ, ເຂດລ້ຽງ ງົວນົມ 15 ແຫ່ງ, ເຂດ ລ້ຽງງົວຊີ້ນ 39ແຫ່ງ, ເຂດລ້ຽງສັດປີກ 60 ແຫ່ງ, ເຂດລ້ຽງ ສັດ ລວມສູນ 48 ແຫ່ງ ແລະ ນິຄົມລ້ຽງສັດ ຂະໜາດ ໃຫຍ່ 3.800 ແຫ່ງ. 

ນອກນັ້ນ, ຮ່າໂນ້ຍ ໄດ້ວາງແຜນ ກ່ຽວກັບ ຄວາມຕ້ອງ ການ ດ້ານຜະລິດຕະພັນ ທີ່ຈຳເປັນ ຂອງ ຈໍານວນປະຊາ ກອນ 10,5 ລ້ານຄົນ ໃນແຕ່ລະເດືອນຄື: ເຂົ້າສານ 94.500 ໂຕນ (ສະໜອງໄດ້ 56.338 ໂຕນ, ເທົ່າກັບ 57,8% ຄວາມຕ້ອງການ); ຊີ້ນໝູ 18.900 ໂຕນ (ສະໜອງ ໄດ້ 17.500 ໂຕນ, ເທົ່າກັບ 92,6%  ຄວາມຕ້ອງ ການ); ຊີ້ນ ງົວ 6.153 ໂຕນ (ສະໜອງໄດ້ 896 ໂຕນ, ເທົ່າກັບ 14,5% ຄວາມຕ້ອງການ); ຊີ້ນສັດປີກ 6.300 ໂຕນ (ສະໜອງໄດ້12.700 ໂຕນ) ; ສິນໃນນໍ້າ, ເຄື່ອງທະ ເລສົດ ແລະ ແຊ່ແຂງ 5.200 ໂຕນ (ສະໜອງ ໄດ້ 9.080 ໂຕນ); ສະບຽງອາຫານ ປຸງແຕ່ງ 5.250 ໂຕນ (ສະໜອງ ໄດ້ 925 ໂຕນ, ເທົ່າກັບ 15,3% ຄວາມຕ້ອງການ); ໝາກໄມ້ 52.000 ໂຕນ (ສະໜອງໄດ້ 35% ຄວາມຕ້ອງ ການ); ໄຂ່ສັດປີກ 126 ລ້ານ ໜ່ວຍ(ສະໜອງ ໄດ້ 117 ລ້ານ ໜ່ວຍ, ສະໜອງໄດ້ 64% ຄວາມຕ້ອງ ການ)... 


ສະຫະກອນ ແທງຮ່າ (ຕາແສງ ນິງເຊີ, ເມືອງ ເທ່ືອງຕີນ) ມີເນື້ອທີ່ ປູກຝັງ ທີ່ນຳໃຊ້ເຕັກໂນໂລຊີ ລະດັບສູງ 1,2 ເຮັກ ຕາ. ພາບ: ກົງດາດ/VNP


ຮ່າໂນ້ຍ ມີຫຼາຍຕົວແບບປູກຜັກ ປອດສານພິດ ໄດ້ອອກ ແບບໃຫ້ເໝາະສົມກັບສະພາບແວດລ້ອມ ການເປັນຢູ່ ຕາມ  ບັນດາຕົວເມືອງ. ຕອບສະໜອງກັບທີ່ ໃນສະພາບການແຜ່ ລະບາດເຊື້ອພະຍາດໂຄວິດ-19 ທ່ີຜັນແປຢ່າງສັບສົນ. ພາບ: ແທງຢາງ/VNP


ສວນປູກ ໜໍ່ໄມ້ ຝຣັ່ງ ໄດ້ປູກໃນເຮືອນຕາໜ່າງ ຕາມ ມາດຕະຖານ VietGap ຂອງສະຫະກອນ ໂຮ່ງຖາຍ, ເມືອງ ຟູຊວຽນ ຮັບປະກັນການສະໜອງຜັກປອດສານພິດ ໃຫ້ແກ່ ຊາວນະຄອນຫຼວງ. ພາບ: ເຕິດເຊີນ/VNP


ບັນດາຕົວແບບລ້ຽງໄກ່, ລ້ຽງ ກະຕ່າຍ ໄດ້ສະຫະກອນ ຫຼາຍແຫ່ງຢູ່ ຮ່າໂນ້ຍ ເອົາໃຈໃສ່ໃນການພັດທະນາ ດ້ານປະ ລິມານ ແຕ່ຕົ້ນປີ 2021. ພາບ: VNP






ຮ່າໂນ້ຍ ພັດທະນາເຂດປູກຜັກປອດສານພິດ 104 ແຫ່ງ. ພາບ: VNP


ຜັກປອດສານພິດ ຢູ່ຮ່າໂນ້ຍ ໄດ້ຂາຍ ຕາມຮ້ານຊັບພະ ສິນຄ້າ127 ແຫ່ງ, ຮັບປະກັນ ແຫຼ່ງຜັກປອດສານພິດໃຫ້ ແກ່ ຊາວນະຄອນຫຼວງ. ພາບ: VNP


ຊາວ ຮ່າໂນ້ຍ ເລືອກຊື້ຜັກປອດສານພິດຕາມຮ້ານຊັບ ພະສິນຄ້າ. ພາບ: VNP
ນອກຈາກແຫຼ່ງຜະລິດຕະພັນກະເສດທີ່ມີໃນຂົງເຂດ, ນະຄອນ ຮ່າໂນ້ຍ ຍັງໄດ້ຮ່ວມມື, ເຊື່ອມຕໍ່ການແລກປ່ຽນຊື້ຂາຍ ຜະລິດຕະພັນກະເສດ, ເຄື່ອງປ່າ ແລະ ສິນໃນນໍ້າ ກັບບັນດາ ແຂວງ,​ ນະຄອນຕ່າງໆ ໃນທົ່ວປະເທດ. ຈາກນັ້ນພະແນກກະສິກຳ ແລະ ພັດທະນາຊົນນະບົດ ຮ່າໂນ້ຍ ແລະ 21 ແຂວງ,​ ນະຄອນ ໃນການຈັດທໍາລະບົບ ສະໜອງຜັກ, ຊີ້ນ ສະອາດ ໃຫ້ແກ່ນະຄອນ ຮ່າໂນ້ຍ ໄດ້ສ້າງ ແລະ ພັດທະນາ ລະບົບສະໜອງສະບຽງອາຫານປອດສານພິດ 786 ແຫ່ງ, ໃນນັ້ນ 253 ແຫ່ງໄດ້ຮັບຮອງ ຕາມມາດຖານ ຂອງ ກະຊວງກະສິກຳ ແລະ ພັດທະນາຊົນນະບົດ. ໃນ 4 ເດືອນ ຕົ້ນປີ 2021, ບັນດາສາຂາ ຈຳໜ່າຍ, ຮ້ານຊັບພະສິນຄ້າ, ລະບົບຈຳໜ່າຍ ສະບຽງອາຫານ ຮ່າໂນ້ຍ ໄດ້ນຳໃຊ້ ຈຳນວນສິນຄ້າ ຈາກບັນດາແຂວງ, ນະຄອນ ໃນທົ່ວປະເທດ ຈໍານວນ 43.000 ໂຕນ, ມີມູນຄ່າ 550 ຕື້ດົ່ງ. 

“ດ້ວຍຈິດໃຈ ຮ່າໂນ້ຍ ເພື່ອທົ່ວປະເທດ, ຮ່ວມກັບທົ່ວປະ ເທດ, ນະຄອນ ຮ່າໂນ້ຍ ໄດ້ໜູນຊ່ວຍໃຫ້ແກ່ວຽກງານໂຄສະ ນາ, ເຊື່ອມຕໍ່ການສະໜອງ-ຕ້ອງການຜະລິດຕະພັນ ຂອງ ບັນດາແຂວງ, ນະຄອນ ໃນທົ່ວປະເທດ ຢ່າງຕັ້ງໜ້າ. ໃນ 4 ເດືອນຕົ້ນປີ, ບັນດາສາຂາຈຳໜ່າຍ, ຮ້ານຊັບພະສິນຄ້າ, ລະ ບົບ ຕ່ອງໂສ້ສະໜອງ ສະບຽງອາຫານ ຮ່າໂນ້ຍ ໄດ້ຊ່ວຍ ຈຳ ໜ່າຍສິນຄ້າຈາກຈາກບັນດາແຂວງ, ນະຄອນ ໄດ້ 43.000 ໂຕນ, ບັນລຸມູນຄ່າ 550 ຕື້ດົ່ງ, ພິເສດແມ່ນ ໜູນຊ່ວຍ ການ ຈຳໜ່າຍ ຜະລິດຕະພັນກະເສດ ແລະ ສິນໃນນຳ້ ຂອງ ບັນ ດາທ້ອງຖິ່ນ ທີ່ໄດ້ຮັບຜົນສະກະທົບຈາກ ໂຄວິດ-19 ຄື: ໄກ່ ລາດ ຈີ໋ລິງ-ຫາຍເຢືອງ ກວ່າ 130 ໂຕນ; ຜັກ, ໝາກໄມ້ ແລະ ສິນໃນນຳ້ ຂອງບັນດາແຂວງ ຫາຍເຢືອງ, ກວາງນິງ, ຮ່າຢາງ, ຊອກຈັງ... ກວ່າ 13.000 ໂຕນ”.
ທ່ານ ຫງວຽນ ແມ້ງກວ່ຽນ - ຮອງປະທານ ຄະນະກໍາມະການ ປະຊາຊົນ ນະຄອນ ຮ່າໂນ້ຍ. 
i
ປັດຈຸບັນ, ນະຄອນ ຮ່າໂນ້ຍ ມີສູນການຄ້າ 29 ແຫ່ງ; ຮ້ານ ຊັບພະສິນຄ້າ 127 ແຫ່ງ; ຕະຫຼາດ 458 ແຫ່ງ, ໃນນັ້ນ ມີ ຕະຫຼາດຂາຍຍົກ ຜະລິດຕະພັນກະເສດ 2 ແຫ່ງ ຄືຕະຫຼາດ ຂາຍຍົກທາງທິດໃຕ້ ແລະ ຕະຫຼາດຂາຍຍົກ ມິງ ຄາຍ. ຮ້ານຄ້າ ກວ່າ 1.800 ແຫ່ງ, ຮ້າຍຂາຍໝາກໄມ້ 786 ແຫ່ງ, ລະບົບ ແລກປ່ຽນ ຊື້-ຂາຍ ຜະລິດຕະພັນກະ ເສດ, ສະບຽງອາຫານ ກວ່າ 128 ແຫ່ງ... ທີ່ຍັງເຄື່ອນ ໄຫວເປັນຢ່າງດີ, ຕອບສະໜອງໃຫ້ແກ່ຄວາມຕ້ອງການ ຂອງ ຊາວນະຄອນຫຼວງ. 

ແຕ່ຕົ້ນປີ ເປັນຕົ້ນມາ, ຂະແໜງກະສິກຳ ຮ່າໂນ້ຍ ສືບຕໍ່ ຮັກສາ, ພັດທະນາລະບົບເຊື່ອມຕໍ່ການຜະລິດ-ຈຳໜ່າຍ ຜະລິດຕະພັນ ກະເສດປອດສານພິດ ມີ 141 ແຫ່ງ, ໃນ ນັ້ນ 56 ແຫ່ງ ຂາຍສັດປີກ ແລະ 85 ແຫ່ງຂາຍຜັກ, ໝາກ ໄມ້. ບັນດາລະບົບດັ່ງກ່າວ ໄດ້ດຶງດູດການເຂົ້າຮ່ວມຂອງ ວິສາຫະກິດ ຈຳນວນຫຼາຍ, ສະຫະກອນຫຼາຍແຫ່ງ, ຊາວ ກະສິກອນຫຼາຍຄອບຄົວ. ສ້າງໄດ້ກວ່າ 40 ກາໝາຍ ສິນຄ້າຄື: ໄກ່ລາດ ບາວີ່, ໄກ່ລາດ ຊອກເຊີນ, ໄກ່ ເຊີນ ໄຕ, ເປັດ ເວິນດິ່ງ, ໝາກລຳໄຍ ດ້າຍແທ່ງ, ເຂົ້າຫອມ ໂບ໋ຍເຄ... ຫຼາຍລະບົບໄດ້ຈັດຕັ້ງ ແບບຄົບວົງຈອນ, ເປັນ ເຈົ້າການ ຕັ້ງແຕ່ ຂັ້ນຕອນການຜະລິດ ແນວພັນ, ຜະລິດ ອຸປະກອນ, ຈັດຕັ້ງ ການປູກຝັງ, ລ້ຽງສັດ, ປຸງແຕ່ງ, ຈຳ ໜ່າຍ ຜະລິດຕະພັນ, ສ້າງບັນດາເຄື່ອງໝາຍການຄ້າ ທີ່ມີຊື່ສຽງໃນຕະຫຼາດ ຄື: ເຂົ້າ ບາວມິນ, ເຫັດ ກິໂນໂກ ແທງກາວ, ຊີ້ນໝູ ຮວ່າງລອງ, ຜັກກວຍກຸ໊ຍ ແລະ ອື່ນໆ. 

ຄຽງຂ້າງນັ້ນ, ແນໃສ່ເພີ່ມທະວີ ຮັບປະກັນຄວາມປອດໄພ ດ້ານສະບຽງອາຫານ, ກົມຄຸ້ມຄອງ ຄຸນນະພາບຜະລິດ ຕະພັນກະເສດ, ເຄື່ອງປ່າ ແລະ ສິນໃນນໍ້າ ຮ່າໂນ້ຍ ໄດ້ ເພີ່ມທະວີວຽກງານກວດກາ, ສະກັດກັ້ນ ແລະ ແກ້ໄຂ ຢ່າງທັນການ. ແຕ່ຕົ້ນປີ 2021, ສາຂາ ຂອງ ກົມຄຸ້ມຄອງ ຄຸນນະພາບຜະລິດຕະພັນກະເສດ, ເຄື່ອງປ່າ ແລະ ສິນ ໃນນໍ້າ ຮ່າໂນ້ຍ ໄດ້ປະຕິບັດ ການກວດກາ ແລະ ຄົ້ນພົບ 19 ກໍລະນີ ລະເມີດກົດລະບຽບ ກ່ຽວກັບຄວາມປອດໄພ ດ້ານສະບຽງອາຫານ, ປັບໃໝກວ່າ 655 ລ້ານ ດົ່ງ. 
 
ບົດ ແລະ ພາບ: VNP - ແປໂດຍ: ຢືຟຽນ
 

ການສົ່ງອອກຜະລິດຕະພັນກະເສດ ແລະ ປ່າໄມ້ຂອງ ຮ່າໂນ້ຍ ປີ 2023 ບັນລຸລາຍຮັບ 1,345 ຕື້ ໂດລາສະຫະລັດ

ການສົ່ງອອກຜະລິດຕະພັນກະເສດ ແລະ ປ່າໄມ້ຂອງ ຮ່າໂນ້ຍ ປີ 2023 ບັນລຸລາຍຮັບ 1,345 ຕື້ ໂດລາສະຫະລັດ

ໃນ​ຊຸມ​ປີ​ມໍ່ໆ​ມາ​ນີ້, ນະຄອນ​ ຮ່າ​ໂນ້ຍ​ໄດ້​ສືບ​ຕໍ່​ຊຸກຍູ້​ບັນດາ​ຂົງ​ເຂດ​ຜະລິດ​ກະສິກຳ​ແບບ​ລວມສູນ, ສ້າງ​ແຫຼ່ງວັດຖຸ​ດິບ​ທີ່​ມີ​ຜົນຜະລິດສູງ​ເພື່ອ​ຮັບ​ໃຊ້​ການ​ບໍລິ​ໂພ​ກພາຍ​ໃນ​ແລະ ສົ່ງ​ອອກ.

Top