KB EcoLife ສ້າງບາດກ້າວບຸກທະລຸ ການສົ່ງອອກ ໄຍໝາກບວບ

KB EcoLife ສ້າງບາດກ້າວບຸກທະລຸ ການສົ່ງອອກ ໄຍໝາກບວບ

ວິທີການຜະລິດ ດ້ວຍມືແບບດັ້ງເດີມ ໃນການ ໄຍໝາກບວບ ເປັນຜະລິດຕະພັນທີ່ສະດວກ ຕໍ່ການໃຊ້ຊີວິດປະຈໍາວັນເຊັ່ນ: ຟອງອາບນ້ຳ, ແຜ່ນລ້າງຈານ, ແຜ່ນຮອງເກີບ... ຜະລິດຕະພັນ ຂອງ ບໍລິສັດ KB EcoLife ໄດ້ສົ່ງອອກໄປຫຼາຍປະເທດ ເຊັ່ນ: ສ ອາເມລິກາ, ສ ເກົາຫຼີ, ຍີ່ປຸ່ນ, ໂຮນລັງ ແລະ ອື່ນໆ.

ຜະລິດຕະພັນ ສໍາລັບການລ້າງໝໍ້ ທີ່ເຮັດດ້ວຍ ໄຍໝາກບວບ. ພາບ: ແທງຢາງ/VNP

ເສັ້ນທາງສູ່ການເລີ່ມຕົ້ນທຸລະກິດ ແລະ ການສ້າງເຄື່ອງໝາຍ ການຄ້າ ໄຍໝາກບວບ KB EcoLife ແມ່ນຂະບວນການ ທີ່ ຫຍຸ້ງຍາກ. ທ່ານ ຕ້າກຸຍໂຕນ, ຜູ້ກໍ່ຕັ້ງ KB EcoLife ກ່າວວ່າ ໃນ ປີ 2019, ເພິ່ນກ້າ ທີ່ຈະລາອອກຈາກວຽກ ໃນຂະແໜງການ ທະ ນາຄານ ໃນຂະນະທ່ີຕໍາແໜ່ງ ແລະ ລາຍໄດ້ສູງ ເພື່ອເປີດໂຮງ ງານ ຜະລິດ ໄຍໝາກບວບ. ຄອບຄົວ ແລະ ໝູ່ເພື່ອນບໍ່ສະໜັບ ສະໜູນ ການຕັດສິນໃຈ ຂອງ ເພິ່ນ ເພາະພວກເຂົາ ຄິດວ່າ ເພິ່ນ ພວມ “ມີຄວາມສ່ຽງ”. ​ແຕ່​ທ່ານ​ ໂຕນ​ ຍັງ​ຍຶດໝັ້ນ​ໃນ​ອາຊີບ​ຂອງ​ຕົນ​ດ້ວຍ​ຈຸດ ໝາຍ​ນຳ​ເອົາ​ຜະລິດ​ຕະພັນ​ໄຍໝາກບວບ ເພື່ອ​ສົ່ງ​ອອກ, ຢືນຢັນ​ເຄື່ອງ​ໝາຍ​ການຄ້າ ໄຍໝາກບວບ ຫວຽດນາມ - ຜະລິດ​ຕະພັນ​ຂຽວ​ຂອງບ້ານ​ເກີດ​ເມືອງນອນ ​ກິງ​ບັກ. ເພິ່ນປາດ ຖະໜາ ຢາກສ້າງທົ່ງນາສີຂຽວ ຂອງ ບ້ານເກີດ ເມືອງນອນ ດ້ວຍ ຕົ້ນໝາກບວບ, ພ້ອມກັບຊາວກະສິກອນເພື່ອຫາເງິນ ຈາກ ຕົ້ນ ໝາກບວບ, ເປັນພືດທີ່ຄຸ້ນເຄີຍ ໃນທຸກຄົວເຮືອນຊາວ ຫວຽດ ນາມ ຢູ່ຊົນນະບົດ.

 

ທ່ານ ຕ້າກຸຍໂຕນ(ຊ້າຍ) ຜູ້ກໍ່ຕັ້ງ KB EcoLife ໂອ້ລົມກັບເພື່ອນຮ່ວມງານ ກ່ຽວກັບຜະລິດຕະພັນທີ່ເຮັດຈາກ ໄຍໝາກບວບ. ພາບ: ແທງຢາງ/VNP

ການ​ເຊື່ອມ​ໂຍງ ​ເຂົ້າ​ກັບ​ຊາວ​ກະ​ສິ​ກອນ ເພື່ອ​ເປີດກວ້າງ ການ​ປູກ​ໝາກ​ບວບ ​ຢູ່​ແຂວງ ບັກ​ນິງ ຕ້ອງ​ໃຊ້​ຄວາມ​ພະ​ຍາ​ຍາມ ແລະ ສ້າງ​ຄວາມ​ໄວ້​ວາງ​ໃຈ​ ກັບ​ເຂົາ​ເຈົ້າ. KB EcoLife ຕ້ອງ ປະເຊີນ ກັບບັນຫາໃນການ ສັ່ງຊື້ ຈາກຕ່າງປະເທດ ທ່ີມີ, ແຕ່ພື້ນທີ່ການ ຜະລິດຍັງໜ້ອຍ. ​ໃນ 3 ປີ​ທຳ​ອິດ​ ທີ່​ເປີດ​ໂຮງງານ, ​ເນື້ອ​ທີ່​ປູກ​ໝາກບວບ ມີ 90 ​ເຮັກຕາ ​ແລະ ​ເຊື່ອມ​ໂຍງ​ກັບ​ຊາວ​ກະສິກອນ​ແຂວງ ບັກ​ນິງ, KB EcoLife ​ໄດ້​ເລີ່​ມວາງ​ຮາກ​ຖານ​ຜະລິດ.


ແຕ່ເສັ້ນທາງ ບໍ່ໄດ້ປູດ້ວຍດອກກຸຫຼາບ ສໍາລັບນັກທຸລະກິດ ໜຸ່ມ. ​ປີ 2020, ພະຍາດ​ໂຄ​ວິດ-19 ​ໄດ້ລະບາດ ສົ່ງ​ຜົນ​ກະທົບ​ຢ່າງ​ໜັກໜ່ວງ​ຕໍ່​ການ​ຜະລິດໄຍໝາກບວບ. ເຖິງແມ່ນວ່າໃນ ຊ່ວງລະ ດູເກັບກ່ຽວ, ພື້ນທີ່ປູກໝາກບວບຂອງ KB EcoLife ແມ່ນນອນ ຢູ່ໃນເຂດທີ່ມີການແຜ່ລະບາດ, ການແຍກຫ່າງ ທາງສັງຄົມທີ່ແກ່ ຍາວ ເປັນຫຼາຍເດືອນໄດ້ເຮັດ ໃຫ້ວຽກງານ ເກັບກ່ຽວ ໝາກບວບ ປະຕິບັດ ບໍ່ໄດ້. ບໍ່ປະຕິບັດໄດ້ຕາມສັນຍາ, ບໍ່ສາມາດສົ່ງອອກ ໄດ້, ແຕ່ KB EcoLife ຍັງຮັກສາຄວາມໄວ້ວາງໃຈ ດ້ວຍການ ທົດແທນ ແລະ ເກັບຊື້ ຜະລິດຕະພັນ ໝາກບວບ ໃຫ້ແກ່ ຊາວ ກະສິກອນ.


ຜ່ານ​ຜ່າ​ຄວາມ​ຫຍຸ້ງ​ຍາກ​, KB EcoLife ເລີ່ມ​ມີ​ລູກ​ຄ້າ ຈາກ ສ ອາ​ເມ​ລິ​ກາ, ຍີ່​ປຸ່ນ, ສ ເກົາ​ຫຼີ... ມາ​ຢ້ຽມຢາມໂຮງ​ງານ ແລະ ເຊັນ​ສັນຍາສັ່ງຊື້ສິນຄ້າ. ເຂົາ​ເຈົ້າ​ມີ​ຄວາມ​ສົນ​ໃຈ​ຫຼາຍ​ກ່ຽວ​ກັບ​ຜະ​ລິດ​ຕະ​ພັນ​ທຳ​ມະ​ຊາດ ​ຈາກ​ໄຍໝາກບວບ ທີ່​ປະ​ດິດ​ສ້າງ​ຂອງ​ຊາວ​ກະ​ສິ​ກອນ ​ຫວຽດ​ນາມ. ນັ້ນ​ແມ່ນ​ແຮງ​ຈູງ​ໃຈ​ໃຫ້ KB EcoLife ຍຶດ​ໝັ້ນ​ໃນ​ເສັ້ນທາງ​ທີ່​ຕົນ​ໄດ້​ເລືອກ​ໄວ້​ຄື: ຂະຫຍາຍ​ການ​ເຊື່ອມ​ໂຍງ​ກັບ​ຊາວ​ກະສິກອນ, ຜະລິດ​ສິນຄ້າ​ຫຼາຍ​ຢ່າງ​ເພື່ອ​ສົ່ງ​ອອກ.

ໃນປີ 2021, ຄໍາສັ່ງຊື້ທໍາອິດຂອງ KB EcoLife ທີ່ສົ່ງອອກ ໄປ ສ ອາເມລິກາ ກັບຜະລິດຕະພັນໄຍໝາກບວບ 200.000 ຜະ ລິດຕະພັນ ຊຶ່ງໄດ້ຮັບການຕີລາຄາສູງຈາກລູກຄ້າ. ຕັ້ງແຕ່ນັ້ນມາ, KB EcoLife ໄດ້ພັດທະນາຫຼາຍກວ່າ 20 ປະເພດຜະລິດຕະ ພັນ, ໃນນັ້ນມີ 3 ກຸ່ມຕົ້ນຕໍຄື: ໄຍໝາກບວບ ສຳລັບເຮືອນຄົວ, ໄຍ ໝາກບວບ ສຳລັບຫ້ອງນ້ຳ ແລະ ໄຍໝາກບວບ ສຳລັບ ບຸກຄົນ. ປັດຈຸບັນ KB EcoLife ມີຄໍາສັ່ງຊື້ຈາກ ສ ເກົາຫຼີ 30.000 ຜະລິດຕະພັນ/ເດືອນ, ການສັ່ງຊື້ຈາກຍີ່ປຸ່ນ ແລະ ເອີ ຣົບ ມີປະລິມານ ແຕ່ 20.000 ຫາ 50.000 ຜະລິດຕະພັນ/ເດືອນ. 

 



ຄວາມ​ຫວັງ​ອັນແຮງກ້າ ຢາກ​ບັນ​ລຸ​ຄວາມ​ໄຝ່​ຝັນ​ທີ່​ຈະ​ນຳ ໄຍ ໝາກບວບ ກິງບັກ ໄປ​ທົ່ວ​ໂລກ ເພື່ອ​ໃຫ້​ທຸກ​ຄົນ​ໄດ້​ຊອກ​ເຫັນ​ຜະ​ລິດ​ຕະ​ພັນ ໄຍໝາກບວບ, ນຳ​ໃຊ້ໄຍໝາກບວບ ແມ່ນ​ ຄວາມ​ມຸ່ງ​ມາດ​ປາດ​ຖະ​ໜາ​ທີ່​ທ່ານ ຕ້າກຸຍໂຕນ ທ່ີກໍາລັງ​ປະ​ຕິ​ບັດ. ທ່ານ ໂຕນ ​ໃຫ້​ຮູ້​ວ່າ: ​ໃນ 5 ປີ​ຕໍ່ໜ້າ, KB EcoLife ຫວັງ​ວ່າ​ ຈະ​ເປີດ​ກວ້າງ​ພື້ນທີ່ປູກໝາກບວບ ​ໄປ​ທົ່ວຫວຽດນາມ, ພິ​ເສດ​ແມ່ນ​ພັດ ທະນາ ​ບັນດາ​ຜະລິດ​ຕະພັນໄຍໝາກບວບ ສຳລັບ​ໃຫ້​ເດັກນ້ອຍ ​ເພື່ອ​ພ້ອມກັບບັນດານ້ອງນ້ອຍນັກຮຽນ ຝຶກຝົນຫຼໍ່ຫຼອມ ຄວາມ​ເປັນເອກະລາດ, ປົກ​ປັກ​ຮັກສາ​ສິ່ງ​ແວດ​ລ້ອມ​ສີຂຽວ ​ແລະ ຮັກ​​ປະເທດ ຫວຽດນາມ​ ຍິ່ງຂຶ້ນ.

 


Top