HONECO ແລະ ການເດີນທາງ ເພື່ອຂຽນຊື່ນ້ໍາເຜິ້ງ ຫວຽດນາມອອກສູ່ໂລກ

HONECO ແລະ ການເດີນທາງ ເພື່ອຂຽນຊື່ນ້ໍາເຜິ້ງ ຫວຽດນາມອອກສູ່ໂລກ

 

ປີ 1993, ທ່ານ​ນາງ ເລ​ທິ​ງາ, ອາຈານສອນຂະແໜງ ຊີວະ​ສາດ ​ ມາເປັນໃພ້ ​ຢູ່​ດິນ​ແດນ ເຮືອງ​ລົກ, ແຂວງ ຫ​ວິງ​ຟຸກ. ທ່ານນາງ ງາ ໄດ້ເຫັນກັບຕາ ຄອບຄົວສາມີ ກັບ 3 ຮຸ່ນຄົນທຳອາຊີບຜະ ລິດນໍ້າເຜິ້ງ ແລະ ໄດ້ພ້ອມກັບ ເຂົາເຈົ້າ ເຂົ້າຮ່ວມການຄົ້ນຄວ້າ ຜະລິດຕະພັນ ໃຫ້ສະຫະກອນ ອອງເມິດ (ເຜິ້ງ ທີ່ໃຫ້ນໍ້າເຜິ້ງ) ຫວິງຟຸກ. 

ການລ້ຽງເຜິ້ງ ມີຄວາມລຳບາກຫຼາຍ ເພາະວ່າ ເຜິ້ງ ໄປຕາມ ກິ່ນຫອມຂອງດອກໄມ້ ສີ່ລະດູ, ດັ່ງນັ້ນຜູ້ລ້ຽງເຜິ້ງ ຈໍາຕ້ອງ “ຊັດເຊພະເນຈອນ” ຕາມເຜິ້ງ ຂຶ້ນພູ, ເຂົ້າປ່າ. ໃນ​ຖາ​ນະ​ເປັນ​ຜູ້ຮຽນຂະແໜງ ຊີວະວິທະຍາ, ທ່ານນາງ ​ງາ ​ໄດ້​ຄົ້ນ​ຄວ້າ​ ປຸງ​ແຕ່ງ​ນ້ຳ​ເຜິ້ງ, ​ສ້າງເປັນຜະລິດຕະພັນ ທີ່ມີລັກສະນະ “ການຢາ” ຈາກ ຜະລິດຕະພັນກະເສດ​ຂອງ ​ຫວຽດ​ນາມ ​ເຊັ່ນ: ຂີງ, ໝາກນອດ, ໝາກແປ້ນ… ດ້ວຍ​ຄວາມ​ຫວັງ​ວ່າ ນ້ຳ​ເຜິ້ງ ໄດ້ນຳ​ໃຊ້​ດີ​ໃນ​ຊີ​ວິດ. ເປັນເວລາ 10 ປີ ທ່ານນາງ ງາ ​ຮ່ວມກັບ​ຄອບ​ຄົວ​ສາ​ມີ​ ​ພັດ​ທະ​ນາ​ສະ​ຫະ​ກອນ​ ອອງເມິດ ຫວິງຟຸກ. 

ເຖິງ​ຢ່າງ​ໃດ​ກໍ​ຕາມ, ທ່ານນາງ​ ຍັງ​ມີ​ຄວາມຄິດຄ້ອງຄາໃຈ ຢູ່ບໍ່ເຊົາ​ວ່າ: ເຮັດແນວໃດໃຫ້ນໍ້າເຜິ້ງ ຫວຽດນາມ ພັດທະນາ? ເຮັດແນວໃດ ເພື່ອປັບ​ຊີວິດ​ການ​ເປັນ​ຢູ່ ​ຂອງ​ ຜູ້​ລ້ຽງ​ເຜິ້ງ​?

 

 

ປີ 2002, ບໍລິສັດຫຸ້ນສ່ວນ ເຜິ້ງ ຕາມດ໋າວ ໄດ້ຮັບການສ້າງຕັ້ງ ຢູ່ບ້ານເກີດ ຫວິງຟຸກ ໃນເບື້ອງຕົ້ນໄດ້ຊ່ວຍເຫຼືອຊາວລ້ຽງເຜິ້ງ ໃຫ້ຢູ່ລອດ ດ້ວຍອາຊີບຂອງຕົນ. HONECO ຂະຫຍາຍ ແນວພັນ​ເຜິ້ງໄດ້ 1.000 ຝູງ, ເປີດກວ້າງນິຄົມລ້ຽງ​ເຜິ້ງ 50 ​ແຫ່ງ​ໃນ​ທົ່ວ​ປະ​ເທດ, ​ຝຶກອົບຮົມ ເຕັກນິກລ້ຽງເຜິ້ງ ໃຫ້ຄອບຄົວ ຊາວກະສິກອນ ຫວຽດນາມ ນັບຫຼາຍພັນຄອບຄົວ... ປີ 2010, HONECO ​ໄດ້​ສ້າງ​ໂຮງງານ​ປຸງ​ແຕ່ງ​ຜະລິດ​ຕະພັນ​ນ້ຳ​ເຜິ້ງ​ຫວຽດນາມ ​ໄດ້​ມາດຕະຖານ​ສາກົນ GMT ​ແລະ FSCC 22000. ​ນີ້ແມ່ນ​ໂຮງງານ​ ທີ່​ມີ​ກຳລັງ​ການ​ຜະລິດ​ນ້ຳ​ເຜິ້ງ​ ໃຫຍ່​ທີ່​ສຸດ ​​ຫວຽດນາມ ສາມາດຜະລິດ ນໍ້າເຜິ້ງ ໄດ້ 500 ​ໂຕນ/ເດືອນ. ໂດຍສະເພາະ, HONECO ເປັນວິສາຫະກິດ ທໍາອິດ ໃນອຸດສາຫະກໍາເຜິ້ງ ສ້າງຫ້ອງ Lab ກວດກາ ແລະ ຕີລາຄາຄຸນນະພາບຂອງນໍ້າເຜິ້ງ ບັນລຸ ມາດຕະຖານສາກົນ, ເປີດທາງໃຫ້ຜະລິດຕະພັນ ທາງການຢາ ຈາກນໍ້າເຜິ້ງ ມີຄວາມຫຼາກຫຼາຍ ແລະ ຕໍ່ມາ ໄດ້ຮັບການຢັ້ງຢືນ FDA ຈາກ ສ ອາເມລິກາ.

ໃນ​ຖາ​ນະ​ເປັນ​ຜູ້​ຊ່ຽວ​ຊານ​ ດ້ານ​ຊີ​ວະ​ເຄ​ມີ, ທ່ານນາງ​ ເລ​ທິ​ງາ​ ຍາມ​ໃດ​ກໍ່ທຸ້ມເທ ໃຫ້ແກ່ການຄົ້ນ​ຄວ້າ ແລະ ສ້າງ​ຜະ​ລິດ​ຕະ​ພັນ​ ທີ່​ຫຼາກ​ຫຼາຍ​ ທ່ີເປັນຢາ ນາໆ ຊະນິດ ຈາກ​ນ້ຳ​ເຜິ້ງ​. ພາບ: ຫວຽດເກື່ອງ

ປັດຈຸ​ບັນ, HONECO ມີ​ເກືອບ 50 ​​ຜະລິດ​ຕະພັນ​ນ້ຳ​ເຜິ້ງ ​ຄຸນ​ນະພາ​ບສູງ​ ​ຄື: Tacumin, ນ້ຳ​ເຜິ້ງ Tacumin, ນ້ຳ​ເຜິ້ງ ໝາກແປ້ນ ຕາມດາ໋ວ, ນ້ຳ​ເຜິ້ງ ໝາກ​ນອດ, ນ້ຳ​ເຜິ້ງ ຂີງ ໝາກແປ້ນ ຫົວສີໄຄ, ນ້ຳ​ນົມ ລາຊີນີເຜິ້ງ​… ສົ່ງ​ອອກ​ໄປຍັງ  ຕະຫຼາດ EU, ສ ອາ​ເມ​ລິ​ກາ,  ສ ເກົາຫຼີ, ຍີ່ປຸ່ນ, ສະວິດ, ສິງກະໂປ...

 

 

ເສັ້ນ​ທາງ​ຂຽນ​ຊື່​ນ້ຳ​ເຜິ້ງ ​ຫວຽດ​ນາມ ​ເທິງແຜນ​ທີ່​ໂລກ​ ​ແມ່ນຈຸດ    ​ໝາຍ​ປາຍ​ທາງ, ແມ່ນຄວາມ​ມຸ່ງ​ມາດ​ປາດ​ຖະ​ໜາ​ ກ້າວຂຶ້ນ ຂອງ HONECO ໃນ​ການ​​ສົ່ງ​ອອກ​ນ້ຳ​ເຜິ້ງ. ທ່ານ​ນາງ ​ງາ, ຜູ້ອຳນວຍການ​ໃຫຍ່​ບໍລິສັດ HONECO ​ໃຫ້​ຮູ້​ວ່າ ຜະລິດ​ຕະພັນ​ທຳ​ອິດ ​ທີ່​ທ່ານນາງ ​ຄົ້ນ​ຄວ້າ​ ແມ່ນ​ນ້ຳ​ເຜິ້ງ​ໝາກ​ນອດ, ​ເລີ່​ມ ຈາກ​ການ​ດູ​ແລ​ລູກ. ເມື່ອລູກຊາຍ ອາຍຸ 3 ປີ ຂອງ ທ່ານນາງ ມີອາການໄອເລື້ອຍໆ, ທ່ານນາງ ເອົານໍ້າເຜິ້ງ ປະສົມ ໃສ່ໃນນໍ້າໃຫ້ລູກດື່ມ, ແຕ່ລູກບໍ່ຍອມດື່ມ ຢ່າງເດັດຂາດ. ແຕ່ເມື່ອຕື່ມນໍ້າໝາກນອດ ໃສ່ ນໍ້າເຜິ້ງ, ລູກດື່ມຢ່າງກະຕືລືລົ້ນ. ຈາກ​ນັ້ນ, ທ່ານນາງ ​ຈິ່ງຮູ້ໄດ້ວ່າ: ການ​ຜະລິດ​ນ້ຳ​ເຜີ້ງ​ ບໍ່​ສາມາດ​ຢຸດຢູ່ຄົງທີ່, ຕ້ອງ​ສົມທົບ​ກັບ ​ຢາ​ສະ​ໝູນ​ໄພ​ທຳ​ມະ​ຊາດ​ ເພື່ອ​ດຶງ​ດູດ​ລົດ​ຊາດ ​ຂອງ​ ແຕ່ລະຄົນ. ນ້ຳ ເຜິ້ງ ໝາກນອດ ແມ່ນໄດ້ ຜະລິດຈາກຫົວໃຈ ຂອງຜູ້ເປັນແມ່ ໃນເວລານັ້ນ ແລະ ມາຮອດປັດຈຸບັນ ຍັງເປັນຜະລິດຕະພັນຫຼັກ ຂອງບໍລິສັດ, ໄດ້ສົ່ງອອກໄປຍັງ ປະເທດ ສິງກະໂປ ແລະ ຈຳໜ່າຍ ຢ່າງກວ້າງຂວາງ ຢູ່ຮ້ານສັບພະສິນຄ້າ Hao Mart (ສິງກະໂປ).

 

ເຜິ້ງ ທີ່ລ້ຽງຕາມທໍາມະຊາດ ໃຫ້ນໍ້າເຜິ້ງ ທ່ີມີຄຸນນະພາບສູງ.  ພາບ: ເອກະສານ

ອີກເລື່ອງລາວທີ່ສ້າງຄວາມສະເທືອນໃຈຄື ມີລູກຄ້າຄົນໜຶ່ງ ຂອງ HONECO ສັ່ງຊື້ ນໍ້າເຜິ້ງ ປະສົມຂີ້ໝີ້ນ ເພື່ອບໍາລຸງ ສຸຂະພາບ ໃນເວລາປິ່ນປົວພະຍາດມະເຮັງ ກະເພາະ. ສຸຂະພາບ ເຂົາ ດີຂື້ນຢ່າງເຫັນໄດ້ຊັດ ຕັ້ງແຕ່ໃຊ້ນ້ຳເຜິ້ງຂີ້ໝີ້ນ ໂດຍນາງ ງາ ປຸງແຕ່ງສະເພາະໃຫ້. ນັບຕັ້ງແຕ່ນັ້ນມາ, HONECO ໄດ້ພັດທະນາ ສາຍຜະລິດຕະພັນນໍ້າເຜິ້ງ Tacumin ເພື່ອຊ່ວຍດູແລ ສຸຂະພາບຂອງຄົນເຈັບ. Tacumin ໄດ້​ແຂວງ ຫວິງຟຸກ ນຳ​ເຂົ້າ​ ​​ກຸ່ມ​ຜະລິດ​ຕະພັນ​ຊ່ວຍເຫຼືອດ້ານ ສຸຂະພາບ ມວນຊົນ ໃນ “ປຶ້ມຄຳ ​ຫົວ​ຄິດ​ປະດິດ​ສ້າງ ​ຫວຽດນາມ”. ປັດຈຸບັນ, ຜະລິດຕະພັນນີ້ ກຳລັງ ຖືກຜະລິດ ເປັນຈຳນວນຫຼາຍ ໂດຍ HONECO ເພື່ອຮັບໃຊ້ ໃບສັ່ງ ສົ່ງອອກໄປຍັງ Dubai ແລະ ສ ເກົາຫຼີ.

 

ສະເພາະສຳລັບ​ນ້ຳ​ເຜິ້ງ​ດິບ, HONECO ໄດ້ສົ່ງ​ອອກ 60 ໂຕນ​ຕໍ່​ປີ​ ໄປຍັງ​ຕະ​ຫຼາດ ສ ​ເກົາ​ຫຼີ ແລະ ເຢຍ​ລະ​ມັນ. ຢູ່ຕະຫຼາດ ສ ອາເມລິກາ, HONECO ກໍາລັງສົ່ງອອກ 80 ໂຕນຕໍ່ປີ ແລະ ມີໃບສັ່ງສິນຄ້າ ອີກຈໍານວນຫຼາຍຈາກ ສະວິດ, Dubai ແລະ ຍີ່ປຸ່ນ. HONECO ໄດ້​ກາຍ​ເປັນ​ບໍ​ລິ​ສັດ​ ຈັດ​ອັນ​ດັບ 1 ຂອງ ​ຫວຽດ​ນາມ ສົ່ງ​ອອກ​ນ້ຳ​ເຜີ້ງ ສູ່​ໂລກ, ເປັນ​ສັນ​ຍາ​ລັກ​ແຫ່ງ​ຄວາມ​ໄວ້​ເນື້ອ​ເຊື່ອ​ໃຈ ​ຂອງ​ຜະ​ລິດ​ຕະ​ພັນ​ນ້ຳ​ເຜິ້ງ ຂັ້ນສູງ ​ຍີ່​ຫໍ້​ ຫວຽດ​ນາມ. 

ທ່ານ ຫງວຽນ​ວັນ​ເຈື່ອງ, ປະທານ​ສະພາບໍລິຫານ ​ບໍລິສັດເຜິ້ງ ຕາມດ໋າວ ​ໃຫ້​ຮູ້​ວ່າ: ຍຸດ​ທະ​ສາດ​ໃນ 3 ປີ​ຕໍ່ໜ້າ, HONECO ບັນລຸ​ເປົ້າ​ໝາຍ​ສົ່ງ​ອອກ​ຜະລິດ​ຕະພັນ 70% ​ໄປ​ຕ່າງປະ​ເທດ ​ແລະ ພ້ອມ​ກັນ​ນັ້ນ ​ກໍ່​ສ້າງ ທົວ​ທ່ອງ​ທ່ຽວ​ ຜ່ານປະສົບ​ການ​ຕົວຈິງ ກັບອາຊີບລ້ຽງ​ເຜິ້ງ ຫວຽດນາມ; “ເສັ້ນທາງ​ ການຢາ ນ້ຳ​ເຜິ້ງ” ສະຫງວນ​ໃຫ້​ນັກ​ທ່ອງ​ທ່ຽວ​ສາ​ກົນ ​ບົນເສັ້ນທາງຄົ້ນພົບ ​ຫວຽດ​ນາມ. ຫວ່າງ​ມໍ່ໆ ​ນີ້, ສະມາຄົມ​ສົ່ງ​ເສີມ​ການລົງທຶນ ແລະ ການ​ຄ້າ​ ​ສາກົນ ​ ASEAN-ຄຸນ​ໝິງ (ສປ ​ຈີນ) ​ໄດ້​ເຊັນ​ສັນຍາ​ຮ່ວມ​ມື​ຍຸດ​ທະ​ສາດ​ຮອບດ້ານ​ ກັບ​ HONECO ​ເພື່ອ​ຈຳໜ່າຍ​ຜະລິດ​ຕະພັນ ​ນ້ຳ​ເຜິ້ງ ​ໃນທົ່ວ​ຕະຫຼາດ ​ຈີນ ​ແລະ ​ອາຊີ. ຈາກນັ້ນ ຢືນຢັນ​ຄຸນ​ນະພາ​ບ ​ນ້ຳ​ເຜິ້ງ HONECO ​ໄດ້​ດຳ​ເນີນ​ຕາມຂັ້ນຕອນ​ຍຸດ​ທະ​ສາດຂອງຕົນ​ຄື: ​ເຮັດ​ໃຫ້​ຍີ່ຫໍ້ ນ້ຳ​ເຜີ້ງ​ ຫວຽດນາມ​ ໄດ້ຂຽນຊື່ໃນແຜນທີ່ໂລກ​.

ເຂດພື້ນທີ່ລ້ຽງເຜິ້ງ ຂອງ ບໍລິສັດຫຸ້ນສ່ວນເຜິ້ງ ຕາມດ໋າວ. ພາບ: ເອກະສານ

ບົດ: ບິກເວິນ - ພາບ: ຫວຽດເກື່ອງ, ເອກະສານ - ແປໂດຍ: ບິກລຽນ


Top