ການສົ່ງອອກຜະລິດຕະພັນກະເສດ ແລະ ປ່າໄມ້ຂອງ ຮ່າໂນ້ຍ ປີ 2023 ບັນລຸລາຍຮັບ 1,345 ຕື້ ໂດລາສະຫະລັດ

ການສົ່ງອອກຜະລິດຕະພັນກະເສດ ແລະ ປ່າໄມ້ຂອງ ຮ່າໂນ້ຍ ປີ 2023 ບັນລຸລາຍຮັບ 1,345 ຕື້ ໂດລາສະຫະລັດ

ປູກ​ຜັກ​ປອດສານພິດ ດ້ວຍ​ເຕັກ​ໂນ​ໂລ​ຊີ​ສູງ ​ຢູ່ໃນ​ຟາມ   ​ຮວາ​ວຽນ, ​ເມືອງ ແທັກເທີດ, ຮ່າ​ໂນ້ຍ. ພາບ: ຮວ່າງຮ່າ/VNP

ໃນ​ຊຸມ​ປີ​ມໍ່ໆ​ມາ​ນີ້, ນະຄອນ​ ຮ່າ​ໂນ້ຍ​ໄດ້​ສືບ​ຕໍ່​ຊຸກຍູ້​ບັນດາ​ຂົງ​ເຂດ​ຜະລິດ​ກະສິກຳ​ແບບ​ລວມສູນ, ສ້າງ​ແຫຼ່ງວັດຖຸ​ດິບ​ທີ່​ມີ​ຜົນຜະລິດສູງ​ເພື່ອ​ຮັບ​ໃຊ້​ການ​ບໍລິ​ໂພ​ກພາຍ​ໃນ​ແລະ ສົ່ງ​ອອກ.

9 ເດືອນຕົ້ນປີ 2023, ການສົ່ງອອກຜະລິດຕະພັນກະເສດ ແລະ ປ່າໄມ້ຂອງຮ່າໂນ້ຍ ໄດ້ບັນລຸ 1.345 ຕື້ໂດລາ ສະຫະລັດ, ໃນນັ້ນ ຜະລິດຕະພັນກະເສດບັນລຸ 777 ລ້ານ ໂດລາສະຫະລັດ, ເພີ່ມຂຶ້ນ 22,9% ເມື່ອທຽບໃສ່ໄລຍະດຽວກັນ. ປັດຈຸ​ບັນ, ນະຄອນ​ມີ 13.474 ​ພື້ນຖານການ​ຜະລິດ, ​ປຸງ​ແຕ່ງໃນຂັ້ນຕົ້ນ, ປຸງ​ແຕ່ງ ​ແລະ ຄ້າ​ຂາຍຜະລິດ​ຕະພັນ​ກະເສດ, ປ່າ​ໄມ້ ​ແລະ ສິນໃນນໍ້າ, ໃນນັ້ນ 1.700 ກວ່າ​ແຫ່ງ ດຳເນີນການ​ປຸງ​ແຕ່ງ​ຜະລິດຕະພັນກະເສດ, ປ່າ​ໄມ້ ​ແລະ ສິນໃນນໍ້າ ມີວິສາຫະກິດ 250 ກວ່າ​ແຫ່ງດຳເນີນການ​ປຸງ​ແຕ່ງ​ຜະລິດຕະພັນກະເສດ, ປ່າ​ໄມ້ ​ແລະ ສິນໃນນໍ້າ, ສະຫະກອນ ​ແລະ ບຸກຄົນ ດຳເນີນການປຸງແຕ່ງໃນຂັ້ນຕົ້ນ, ປຸງແຕ່ງ ແລະ ຮັກສາໄວ້ເພື່ອຮັບໃຊ້ການບໍລິໂພກໃນທ້ອງຖິ່ນ 1.421 ​ແຫ່ງ.

ພິທີ​ລົງ​ນາມ​ ສົ່ງເສີມ​ການ​ສົ່ງ​ອອກ​ຜະລິດ​ຕະພັນ​ກະ​ເສດ ​ລະຫວ່າງ​ບັນດາ​ວິ​ສາ​ຫະກິດ, ໂດຍ​ພະແນກກະສິກຳ ​ແລະ ພັດທະນາ​ຊົນນະບົດ ຮ່າ​ໂນ້ຍ ​ເປັນ​ເຈົ້າພາບ. ພາບ: ຮວ່າງຮ່າ/VNP

9 ເດືອນຕົ້ນປີ 2023, ການສົ່ງອອກຜະລິດຕະພັນກະເສດ ແລະ ປ່າໄມ້ຂອງຮ່າໂນ້ຍ ໄດ້ບັນລຸ 1.345 ຕື້ໂດລາ ສະຫະລັດ, ໃນນັ້ນ ຜະລິດຕະພັນກະເສດບັນລຸ 777 ລ້ານ ໂດລາສະຫະລັດ, ເພີ່ມຂຶ້ນ 22,9% ເມື່ອທຽບໃສ່ໄລຍະດຽວກັນ. ປັດຈຸ​ບັນ, ນະຄອນ​ມີ 13.474 ​ພື້ນຖານການ​ຜະລິດ, ​ປຸງ​ແຕ່ງໃນຂັ້ນຕົ້ນ, ປຸງ​ແຕ່ງ ​ແລະ ຄ້າ​ຂາຍຜະລິດ​ຕະພັນ​ກະເສດ, ປ່າ​ໄມ້ ​ແລະ ສິນໃນນໍ້າ, ໃນນັ້ນ 1.700 ກວ່າ​ແຫ່ງ ດຳເນີນການ​ປຸງ​ແຕ່ງ​ຜະລິດຕະພັນກະເສດ, ປ່າ​ໄມ້ ​ແລະ ສິນໃນນໍ້າ ມີວິສາຫະກິດ 250 ກວ່າ​ແຫ່ງດຳເນີນການ​ປຸງ​ແຕ່ງ​ຜະລິດຕະພັນກະເສດ, ປ່າ​ໄມ້ ​ແລະ ສິນໃນນໍ້າ, ສະຫະກອນ ​ແລະ ບຸກຄົນ ດຳເນີນການປຸງແຕ່ງໃນຂັ້ນຕົ້ນ, ປຸງແຕ່ງ ແລະ ຮັກສາໄວ້ເພື່ອຮັບໃຊ້ການບໍລິໂພກໃນທ້ອງຖິ່ນ 1.421 ​ແຫ່ງ.

ເພື່ອ​ຄວບ​ຄຸມ​ຄຸນ​ນະພາ​ບ ​ແລະ ຍົກສູງວຽກງານການ​ສົ່ງ​ອອກ​ຜະລິດ​ຕະພັນ​ກະເສດ, ປ່າ​ໄມ້ ​ແລະ ສິນໃນນໍ້າ ໃນທ້ອງ​ຖິ່ນ, ຂະແໜງການກະສິກຳ​ໄດ້​ເພີ່ມ​ທະວີ​ການ​ເຄື່ອນ​ໄຫວ​ກວດກາ​ຄຸນ​ນະພາ​ບ ​ແລະ ຄວາມ​ປອດ​ໄພ​ດ້ານສະບຽງ​ອາຫານ, ​ໃນ 11 ​ເດືອນ​ຂອງ​ປີ 2023 ​ໄດ້​ເກັບຕົວຢ່າງ​ຜະລິດ​ຕະພັນ​ກະ​ເສດ, ປ່າ​ໄມ້ ​ແລະ ສິນໃນນໍ້າ 1.984 ​ຕົວຢ່າງ, ໃນນັ້ນມີ 306 ຕົວຢ່າງ ມີຕົ້ນກຳເນີດ ຈາກບັນດາແຂວງ, ນະຄອນ, 94% ຕົວຢ່າງ ໄດ້ຜ່ານການກວດກາ ຄຸນນະພາບ.

ນອກ​ນີ້, ຮ່າ​ໂນ້ຍ ຍັງ​ສົ່ງເສີມ ​ແລະ ​ຊ່ວຍເຫຼືອ​ບັນດາ​ອົງການ​ກໍ່ສ້າງ ​ແລະ ນຳ​ໃຊ້​ບັນດາ​ໂຄງການ​ຄຸ້ມ​ຄອງ​ຄຸນ​ນະພາ​ບທີ່ກ້າວໜ້າເຂົ້າ​ໃນ​ການ​ຜະລິດ ​ແລະ ປຸງ​ແຕ່ງ​ສະບຽງ​ອາຫານ​ຄື VietGAP, HACCP, ISO 22000 ​ເພື່ອ​ຍົກ​ສູງ​ຄຸນ​ນະພາ​ບ ​ແລະ ຮັບປະກັນ​ຄວາມ​ປອດ​ໄພ​ດ້ານສະບຽງອາຫານ​. ມາ​ຮອດ​ປັດຈຸ​ບັນ, ສະເພາະຂະ​ແໜງ​ກະ​ສິກຳ​ຮ່າ​ໂນ້ຍ ​ໄດ້​ຊ່ວຍເຫຼືອ 95 ​ພື້ນຖານ ກໍ່ສ້າງ, ນຳ​ໃຊ້ ​ແລະ ໄດ້ຮັບ​ຮອງ​ເປັນໂຄງການ​ຄຸ້ມ​ຄອງ​ຄຸນ​ນະພາ​ບ ກ້າວໜ້າ​ຕາມ HACCP ​ແລະ 45 ​ພື້ນຖານ ​ໄດ້​ຮັບ​ການ​ຊີ້​ນຳ ​ແລະ ​ຊ່ວຍ​ເຫຼືອ ໃນ​ການ​ກໍ່ສ້າງ, ຈົດ​ທະບຽນ​ປົກ​ປັກ​ຮັກສາ​ເຄື່ອງໝາຍ​ການ​ຄ້າ​ຢູ່ ກົມກຳມະສິດ ພູມປັນຍາ.

 


ນະຄອນ​ ຮ່າ​ໂນ້ຍ ​ໄດ້​ຮັບ​ 16 ລະຫັດ​ສໍາລັບພື້ນທ່ີ​ປູກ​ຕົ້ນ​ໄມ້ ກິນໝາກ ​ແລະ 04 ​ພື້ນຖານ​ຫຸ້ມ​ຫໍ່ ດ້ວຍ​ກຳລັງ​ການ​ຜະລິດ ແຕ່ 30-50 ​ໂຕນ/ວັນ/ພື້ນຖານ ​ເພື່ອ​ຮັບ​ໃຊ້​ການ​ສົ່ງ​ອອກ, ​ໃນ​ນັ້ນ​ 08 ລະຫັດ​ ສຳລັບໃຫ້​ເຂດ​ປູກ​ກ້ວຍແລະ 08 ລະຫັດ​ສຳລັບໃຫ້​ເຂດ​ປູກ​ລຳ​ໄຍ. ​ໃນ​ໄລຍະ​ຈະ​ມາ​ເຖິງ, ນະຄອນ​ຈະ​ສືບ​ຕໍ່​ພັດທະນາ​ຫຼາຍ​ຜະລິດ​ຕະພັນ​ທີ່​ມີ​ທ່າ​ແຮງ​ສົ່ງ​ອອກ​ເຊັ່ນ: ​ເຂົ້າ​ Japonica 7.000 ກວ່າ​ເຮັກຕາ; ກ້ວຍ ງ້າວ 3.200 ເຮັກຕາ; ຜັກປອດສານພິດ 5.000 ກວ່າເຮັກຕາ; ຜັກອິນຊີ ແລະ ຜະລິດຕະພັນປຸງແຕ່ງຫຼາຍຊະນິດ ມີຄວາມສາມາດສົ່ງອອກອີກ 50 ເຮັກຕາ.

ມາ​ຮອດ​ປັດຈຸ​ບັນ, ນະຄອນ​ໄດ້​ຕີ​ລາຄາ, ຈັດລະດັບໃຫ້ແກ່1.649 ຜະລິດ​ຕະພັນ OCOP, ​ໃນ​ນັ້ນ​ມີ 20 ຜະລິດຕະພັນ​ທີ່​ມີ​ທ່າ​ແຮງ​ສົ່ງ​ອອກລະດັບ 5 ດາວ, 1.098 ຜະລິດ​ຕະພັນ 4 ດາວ, 534 ຜະລິດ​ຕະພັນ 3 ດາວ, ໃນນັ້ນ 1.071 ຜະລິດ​ຕະພັນ​ສະບຽງ​ອາຫານ ໄດ້ຮັບຮອງມາດຕະຖານOCOP. ຜະລິດ​ຕະພັນ​ກະ​ເສດ ຈຳນວນໜຶ່ງ​ຂອງ ​ຮ່າ​ໂນ້ຍ ​ມີ​ຄຸນ​ນະພາ​ບສູງ ​ແລະ ສົ່ງ​ອອກ​ໄປ​ຍັງ​ຕ່າງປະ​ເທດ​​ຄື: ລຳ​ໄຍ ດ້າຍແທ່ງ - ກວັກອວາຍ​ ໄດ້​ສົ່ງ​ອອກ​ໄປ​ຍັງ ສ ອາ​ເມ​ລິ​ກາ; ເຂົ້າສານອິນຊີດົ່ງຟູສົ່ງອອກໄປເຢຍລະມັນ; ຜັກ ວັນດຶກສົ່ງອອກໄປ ສ ເກົາຫຼີ; ໝາກກ້ວຍງ້າວ ສົ່ງອອກໄປ ສປ ຈີນ...


ຮ່າໂນ້ຍ ສືບຕໍ່ຜັນຂະຫຍາຍການນຳໃຊ້ເຕັກໂນໂລຊີຂໍ້ມູນຂ່າວສານ ແລະ ເຕັກໂນໂລຊີ ດີຈີຕອນ ເພື່ອຊ່ວຍເຫຼືອການສື່ສານ, ໂຄສະນາ, ຄວາມໂປ່ງໃສຂອງຂໍ້ມູນຂ່າວສານ ແລະ ແຫຼ່ງກຳເນີດຂອງບັນດາພື້ນຖານການຜະລິດ, ວິສາຫະກິດເຖິງຜູ້ບໍລິໂພກ ຜ່ານ ລະບົບຕິດຕາມກວດກາຕົ້ນກຳເນີດຜະລິດຕະພັນກະເສດ, ປ່າໄມ້ ແລະ ສິນໃນນໍ້າ ແລະ ສະບຽງອາຫານ ນະຄອນຮ່າໂນ້ຍ (check.hanoi.gov.vn).​ ປັດຈຸ​ບັນ, ລະບົບ​ດັ່ງກ່າວ​ໄດ້​ສະໜັບສະໜູນ​ການແນະນຳ, ໄດ້​ອອກ​ລະຫັດ​ບັນຊີ​ບໍລິຫານ​ໃຫ້​ພື້ນຖານ​ຜະລິດ​ ຜະລິດຕະພັນກະເສດ, ປ່າ​ໄມ້ ​ແລະ ສິນໃນນໍ້າ ທີ່​ປອດ​ໄພ 3.275 ​ແຫ່ງ​ແລະ​ໄດ້​ອອກ QR code​ເພື່ອ​ຕິດຕາມຕົ້ນກຳເນີດ ກວ່າ 12.286 ຜະລິດ​ຕະພັນ, ​ໃນ​ນັ້ນກວ່າ ​2.000 ​ຜະລິດ​ຕະພັນ ມີຕົ້ນກຳເນີດຈາກ 48 ແຂວງ, ນະຄອນທີ່ຂຶ້ນກັບລະບົບຂອງ ຮ່າໂນ້ຍ.

ຮ່າ​ໂນ້ຍ ມີ​ປະລິມານຜະ​ລິດ​ຕະ​ພັນ​ຜັກ​ ແລະ ​ຫົວ​​ກວ່າ 700.000 ໂຕນ​ຕໍ່​ປີ; ສະບຽງອາຫານກວ່າ 1 ລ້ານໂຕນ; ໝູ 1,4 ລ້ານໂຕ ແລະ ສັດປີກ 33 ລ້ານໂຕ. ຮ່າໂນ້ຍ ມີເຂດປູກເຂົ້າ 48 ເຂດ, ປູກຜັກ 127 ເຂດ, ຕົ້ນໄມ້ກິນໝາກ 87 ເຂດ, ລ້ຽງສິນໃນນໍ້າ 102 ເຂດ ແລະ 128 ເຂດຈຸດສຸມໃນການລ້ຽງສັດ, ເຕົ້າໂຮມ. ມາ​ຮອດ​ປະຈຸ​ບັນ, ນະຄອນ​ໄດ້​ຈັດຕັ້ງການຕີ​ລາຄາ, ຈັດລະດັບໃຫ້ແກ່ 1.871 ຜະລິດ​ຕະພັນ OCOP, ​ໃນ​ນັ້ນ​ມີ 06 ຜະລິດ​ຕະພັນ​ສົ່ງ​ອອກ 5 ດາວ, 11 ຜະລິດຕະພັນທີ່ມີ​ຄວາມສາມາດບົ່ມຊ້ອນ 5 ດາວ, 1.162 ຜະລິດ​ຕະພັນ 4 ດາວ, 692 ຜະລິດ​ຕະພັນ 3 ດາວ, ​ໃນ​ນັ້ນ​ ກວ່າ 1000 ​ຜະລິດ​ຕະພັນ​ສະບຽງ​ອາຫານ​ໄດ້​ຮັບ​ຮອງ​ຈາກ OCOP.

ບົດ ແລະ ພາບ: VNP/ຮວ່າງຮ່າ - ແປໂດຍ: ຢືຟຽນ


Top