Vinapharma: ກ້າວໄປສູ່ມາດຕະຖານ Halal

Vinapharma: ກ້າວໄປສູ່ມາດຕະຖານ Halal

ກັບ​ຄືນ​ ຫວຽດ​ນາມ ພາຍຫຼັງ​ການ​ຢ້ຽມ​ຢາມ​ສົ່ງ​ເສີມ​ການ​ຄ້າ​ຢູ່​ຕະ​ຫຼາດ ​ສະ​ຫະ​ລັດ ອາ​ຣັບ ເອ​ມີ​ເຣດ (UAE) ເມື່ອ​ເດືອນ ກຸມ ພາ 2020, ວຽກທຳອິດທີ່ ທ່ານ​ນາງ ຫງວຽນ​ທິ​ຢ໊ຽມ​ຮັ່ງ, ຮອງ​ຜູ້​ອຳ​ນວຍ​ການ​ໃຫຍ່ ກຸ່ມ​ບໍ​ລິ​ສັດ Vinapharma ໄດ້​​ເລີ່ມປະຕິບັດ ແມ່ນສ້າງ​ຜະ​ລິດ​ຕະ​ພັນ Green Beauty ຕາມມາດຕະຖານ Halal ແລະ ທາງບໍລິສັດໄດ້ວາງແຜນ ທີ່ຈະສົ່ງອອກໄປຕະຫຼາດ ຕາເວັນອອກກາງ.


ທ່ານ​ນາງ ຮັ່ງ ໃຫ້ຮູ້ວ່າ Halal ມີມາດ​ຕະ​ຖານ​ທີ່​ເຂັ້ມ​ງວດ​ທີ່​ສຸດ​ໃນ​ໂລກ, ສູງ​ກວ່າ​ມາດ​ຕະ​ຖານ FDA ຂອງ​ ສ ອາເມລິກາ. ຊາວ ມຸດສະລິມ ໄດ້ກໍານົດ ມາດຕະຖານນີ້ ເພື່ອຮ້ອງຂໍໃຫ້ມີຄວາມສະອາດ ແລະ ບໍລິສຸດທີ່ສຸດ. ດັ່ງນັ້ນ, ເມື່ອຜະລິດຕະພັນໃດໜຶ່ງ ໄດ້ມາດຕະຖານນີ້ ແລະ ເຂົ້າສູ່ຕະຫຼາດຕາເວັນອອກກາງ, ຜະ ລິດຕະພັນ ດັ່ງກ່າວ ຈະເຂົ້າສູ່ຕະຫຼາດໂດຍອັດຕະໂນມັດ ເຊັ່ນ: ເອີຣົບ, ສ ອາເມລິກາ ແລະ ສົ່ງອອກໄປທົ່ວໂລກ.

ຜັກ​ຊີຊ້າງ ມີຄວາມສູງປະມານ 1, ນ້ຳໜັກເຖິງ 1.9-3 ກິໂລກຣາມ/ຕົ້ນ, ... ໄດ້ມາດຕະຖານສາກົນ

ປູກຢ່າງສຳເລັດຜົນຢູ່ຟາມເຕັກໂນໂລຢີສູງຂອງກຸ່ມບໍລິສັດ Vinapharma. ພາບ: ເອກະສານຂອງ vinaphama

ເພາະສະ​ນັ້ນ​, Halal ແມ່ນ​ມາດ​ຕະ​ຖານ​ ທັງ​ໝົດ​ ຂອງ ວິວັດ ການ​ຜະ​ລິດ ​ຜະ​ລິດ​ຕະ​ພັນ, ໂດຍສະເພາະ ມັນແມ່ນມາດຕະ ຖານ ແຕ່ພື້ນທີ່ປູກເຖິງໂຮງງານ. ຕົວຢ່າງ: ດ້ວຍມາດຕະຖານ ຟາມ, ຕ້ອງຕອບສະໜອງມາດຕະຖານ Global GAP, Organic ແລະ ອື່ນໆ... ກັບໂຮງງານ, ບັນລຸການຢັ້ງຢືນ GMP, ISO, HACCP ແລະ ອື່ນໆ.

Vinapharma Group ​ໄດ້​ເລີ່​ມຕົ້ນ​ການ​ເຄື່ອນ​ໄຫວ​ເພື່ອ​ເພີ່ມ​ມູນ​ຄ່າ​ຜະລິດ​ຕະພັນ​ກະ​ເສດ​ ຂອງ ​ຫວຽດນາມ ດ້ວຍ​ບັນດາ​ຜະລິດ​ຕະພັນ​ ທີ່​ມີ​ຄຸນ​ນະພາ​ບ ທີ່​ແຕກ​ຕ່າງ​ກັນ. ຫວ່າງ​ມໍ່ໆ​ ມາ​ນີ້, ແນວພັນ​ຜັກ​ຊີຊ້າງ ທີ່​ມີ​ຄວາມ​ສູງ​ປະມານ 1, ມີນ້ຳ​ໜັກ​ 1,9-3 ກິ​ໂລ​ກຣາມຕໍ່​ຕົ້ນ... ໄດ້​ຮັບ​ການ​ປູກ​ຢ່າງ​ສຳ​ເລັດ​ຜົນ​ຢູ່​ ຟາມ ​ເຕັກ​ໂນ​ໂລ​ຊີ​ສູງ ​ຂອງ​ກຸ່ມ​ບໍລິສັດ Vinapharma Group. ທ່ານ ຟ້າ​ມ ກວາງ​ເຈື່ອງ, ຜູ້ອຳນວຍການ​ໃຫຍ່ ​ກຸ່ມ​ບໍລິສັດ Vinapharma Group ​ໃຫ້​ຮູ້​ວ່າ: ວຽກ​ງານ​ດັ່ງກ່າວ ​ໄດ້​ຮັບ​ການ​ປະຕິບັດ​ເພື່ອ​ຮັບ​ໃຊ້​ໃຫ້​ແກ່​ການ​ຄົ້ນ​ຄວ້ານໍ້າມັນ ຜັກ​ຊີຊ້າງ Green Beauty ພາຍ ຫຼັງ​ບັນດາ​ຜະລິດ​ຕະພັນ​ປະສົບ​ຜົນສຳ​ເລັດ​ໃນ​ຮູບ​ແບບ​ ຂອງເຂົ້າເໝົ້າ, ຊາ​ຜັກ...


ທ່ານ ເຈື່ອງ ໃຫ້ຮູ້ວ່າ: ດ້ວຍ​ຮູບ​ແບບ​ເຮືອນ​ແກ້ວ ​ເຕັກ​ໂນ​ໂລ​ຊີ ອິດສະຣາແອນ, ມາດ​ຕະ​ຖານ GlobalGAP, ພືດ​ຖືກ​ປູກໃນ​ສະ​ພາບ​ແວດ​ລ້ອມ ​ທີ່​ໝັ້ນ​ຄົງ, ຫົດ​ນ້ຳ​ແບບອັດ​ຕະ​ໂນ​ມັດ 12 ເທື່ອຕໍ່ມື້, ດູ​ແລ​ດ້ວຍ​ຝຸ່ນ​ຈຸ​ລະ​ພາກດ້ວຍ​ໝາກ​ຜົນ​ໃນ​ປັດ​ຈຸ​ບັນ, ກຸ່ມບໍລິສັດ Vinapharma Groupຢືນ​ຢັນ​ ເປັນ​ຜູ້​ບຸກ​ເບີກ​ນຳ​ໃຊ້​ເຕັກ​ໂນ​ໂລ​ຊີ ອິດສະຣາແອນ ​ເພື່ອ​ຍົກ​ສູງ​ຄຸນ​ນະພາ​ບ ຂອງ ​ຜັກ​ຊີຊ້າງ

ປັດຈຸ​ບັນ Vinapharma Group ໄດ້​ບັນລຸ​ມາດຖານ​ ຂອງ​ ເຂດ​ ປູກ​ຜັກ​​ປອດ​ສານພິດ ​ສຳລັບ​ແນວພັນ ຜັກ​ຊີຊ້າງ ແລະ ມາດຕະ ຖານໂຮງງານ ໃຫ້ແກ່ການ​ຜະລິດນໍ້າມັນ ຜັນຊີຊ້າງ Green Beauty ​ໃນ​ຮູບ​ແບບເຂົ້າເໝົ້າ, ຊາ​ຜັກ... ຕາມ​ນັ້ນ, Vinapharma Group ​ໄດ້​ສຸມ​ໃສ່​ເຂົ້າໃນປະເພດຜະລິດຕະພັນຜັກ, ໝາກ​ໄມ້ ​ທີ່​ລະລາຍ, ​ເພາະວ່າ ນີ້ແມ່ນສາຍຜະລິດຕະພັນທີ່ເໝາະສົມ ກັບຄວາມຕ້ອງການ ແລະ ນິໄສຂອງ ຊາວ ມຸດສະລິມ ທ່ີພວກເຂົາບໍ່ມັກກິນຜັກ ສີຂຽວໂດຍກົງ. ດັ່ງນັ້ນ, ຜັກທີ່ລະ ລາຍ ໄດ້ຖືກປະເມີນວ່າ ເປັນສາຍຜະລິດຕະພັນທີ່ສະຫຼາດ, ແກ້ໄຂວິທີການບໍລິໂພກຂອງຊາວ ມຸດສະລິມ ໄດ້.


ປັດຈຸ​ບັນ, ເຕັກ​ໂນ​ໂລ​ຊີ ​ການ​ຜະລິດ ​ຂອງ ສາຍຜະລິດ​ຕະພັນນີ້​ແມ່ນເຕັກ​ໂນ​ໂລ​ຊີ​ ສະ​ເພາະ​ທີ່​ສ້າງ​ຂຶ້ນ​ໂດຍ​ບໍລິສັດ Vinapharma ຊຶ່ງສັ່ງໂດຍ​ຜູ້​ຊ່ຽວຊານ​ ອິດສະຣາ​ແອນ. ບໍລິສັດ ກໍາລັງລໍຖ້າ ໜ່ວຍງານປະເມີນລາຄາຕາມ ມາດຕະຖານ Halal ສໍາລັບສາຍຜະລິດຕະພັນນີ້ ກ່ອນຈະສົ່ງອອກໄປຍັງຕະຫຼາດຕາເວັນອອກກາງ.


 ຄຽງຄູ່ກັບບັນດາສາຍຜະລິດຕະພັນທີ່ມີຢູ່ແລ້ວ, ຜົນສຳເລັດ ຂອງ ການສ້າງຜະລິດຕະພັນຜັກຊີຊ້າງ ໄດ້ຢັ້ງຢືນເຖິງການນຳ ພາຂອງກຸ່ມບໍລິສັດ Vinapharma Group, ການເບິ່ງແຍງຄຸນນະພາບ, ຄໍາໝັ້ນສັນຍາທີ່ຈະ ມີການປ່ຽນແປ່ງໃໝ່ ຢູ່ເລື້ອຍໆ  ແລະ ເໜືອສິ່ງອື່ນໃດ, ບາດກ້າວບຸກທະລຸໃນການນຳໃຊ້ເຕັກໂນໂລຊີ ເຮັດໃຫ້ຍີ່ຫໍ້ ຫວຽດນາມ ເຂັ້ມແຂງຂຶ້ນ. ທ່ານນາງ ຫງວຽນ ທິຢ໊ຽມຮັ່ງ ​ໃຫ້​ຮູ້​ວ່າ: ວິ​ສາ​ຫະກິດ ​ມຸ່ງ​ສູ່​ເປົ້າໝາຍແມ່ນບັນລຸໄດ້ບັນດາ​ມາດ​ຕະການ​ຢັ້ງຢືນ Halal ​ເພື່ອ​ແນ​ໃສ່​ສົ່ງ​ອອກ​ຜະລິດ​ຕະພັນ​ໄປ​ຍັງ​ຕະຫຼາດ​ ຕາ​ເວັນ​ອອກ​ກາງ ​ແລະ ກຸ່ມຕະຫຼາດ Halal.

ຜະລິດຕະພັນ ຜັກ​ຊີຊ້າງ ຂອງກຸ່ມບໍລິສັດ Vinapharma. ພາບ: ເອກະສານຂອງ vinaphama

ບົດ: VNP/ຖາວວີ - ພາບ: ກົງດາດ ແລະ ເອກະສານຂອງ vinaphama- ແປໂດຍ: ຢືຟຽນ


Top