EHERBAL ນຳໃຊ້ເຕັກໂນໂລຊີ ອົບແຫ້ງ ເພື່ອຜະລິດ ຜະລິດຕະພັນກະເສດ ຂອງ ຫວຽດນາມ

EHERBAL ນຳໃຊ້ເຕັກໂນໂລຊີ ອົບແຫ້ງ ເພື່ອຜະລິດ ຜະລິດຕະພັນກະເສດ ຂອງ ຫວຽດນາມ

ບໍລິສັດເຄື່ອງຈັກ HP ຫວຽດນາມ ໄດ້ຮັບການສ້າງຕັ້ງຂຶ້ນ ເມື່ອ ປີ 2017 ເບື້ອງຕົ້ນເປັນພຽງບໍລິສັດເຕັກໂນໂລຊີ ໜຶ່ງ. ພະນັກງານຫຼັກ ຂອງ ບໍລິສັດໃນເບື້ອງຕົ້ນລ້ວນແຕ່ຈົບການ
ສຶກສາດ້ານກະສິກໍາ
, ດັ່ງນັ້ນເຂົາເຈົ້າມີຄວາມກະຕືລືລົ້ນ ໃນ ການພັດທະນາໂຄງການລົງທຶນດ້ານເຕັກໂນໂລຊີ ໃນດ້ານ ນີ້. ທ່ານ​ນາງ ເລ​ທິ​ຢວຽນ, ຜູ້​ອຳ​ນວຍ​ການ​ບໍ​ລິ​ສັດ HP ໃນ​ເວ​ລາ​ນັ້ນເປັນ​ຜູ້ຊ່ຽວຊານ ດ້ານ​ກະ​ສິ​ກຳ, ເພິ່ນໄດ້​ເດີນ​ທາງ​ໄປ​ຫຼາຍ​ປະ​ເທດ ເພື່ອ​ຊອກ​ຮູ້​ກ່ຽວ​ກັບ​ເຕັກ​ໂນ​ໂລ​ຊີ ແລະ ກົນ​ຈັກ​ທີ່​ທັນ​ສະ​ໄໝ​ ຂອງ​ໂລກ ແລະ ຄິດ​ໃນ​ໃຈ​ວ່າ: ເປັນ​ຫຍັງ​ບໍ່​ນຳ​ເຂົ້າ​ກົນ​ຈັກ​ທີ່​ທັນ​ສະ​ໄໝ ​ຂອງ ໂລກມາ ປັບປຸງ​ຜະລິດ​ຕະພັນ​ກະ​ເສດ​ຂອງ​ ຫວຽດນາມ. ຍາມ​ໃດ​ເພິ່ນກໍ່​ມີ​ຄວາມ​ຫ່ວງ​ໃຍ​ເມື່ອ​ເຫັນ​ຄວາມ​ສາມາດ​ບົ່ມ​ຊ້ອນ​ຂອງ​ບັນ ດາ​ຜະລິດ​ຕະພັນ​ກະ​ເສດ​ ຂອງ ​ຫວຽດນາມ ຈາກ​ຜັກ, ໝາກ​ໄມ້​... ມີຄວາມ​ອຸດົມສົມບູນ ແຕ່​ວຽກ​ງານ​ປົກປັກ ຮັກສາ ​ແລະ ຮັກສາ​ຄວາມ​ສົດ ຫຼື ປຸງແຕ່ງ​ ໃຫ້ເປັນ​ ບັນດາ​ຜະລິດ​ຕະພັນ​ທີ່​ຈຳ​ເປັນ ​ແມ່ນ​ຕະຫຼາດ​ຍັງ​ບໍ່​ທັນ​ເຮັດ. ​ເມື່ອ HP ຫວຽດນາມ ​ໄດ້​ສ້າງ​ຕັ້ງ​ບັນດາ​ໂຄງການ​ຜະລິດ​ ຜະລິດ​ຕະ ພັນ​ກະ​ເສດ​ ຂອງ ​ຫວຽດນາມ ພາຍ​ໃຕ້​ຍີ່​ຫໍ້ Eherbal, ທ່ານ​ນາງ ຢວຽນ ​ແລະ ບັນດາ​ເພື່ອນຮ່ວມງານ ​ໄດ້​ໃຊ້ເວລາ ໄປ ຊອກ​ຫາ ເພື່ອ​ນຳ​ເຂົ້າ​ບັນດາ​ກົນ​ຈັກ ​ທີ່​ທັນ​ສະ​ໄໝ​ທີ່​ສຸດ​ ມາ​ໜູນ​ຊ່ວຍ​ການ​ຜະລິດ.
Eherbal ໄດ້ລົງທຶນໃນລະບົບເຄື່ອງ ອົບຜັກ, ຫົວ ແລະ ໝາກໄມ້ຂະໜາດໃຫຍ່ (ສາມາດຜະ ລິດໄດ້ 4 ໂຕນ/ມື້). ນີ້​ແມ່ນ​ເຄື່ອງ​ຈັກ ທີ່​ທັນ​ສະ​ໄໝ​ທີ່​ສຸດ​ໃນຂະແໜງຜະລິດ ​ຜະລິດ​ຕະພັນ​ກະ​ເສດ​ທີ່​ນຳ​ໃຊ້​ເຕັກ​ໂນ​ໂລ​ຊີ ການ​ອົບ​ແຫ້ງ​ ​ເພື່ອ​ຜະລິດ​ແປ້ງ​ຜັກ ​ແລະ ​ແປ້ງ​ ໝາກ​ໄມ້ ເຊິ່ງຢູ່​ຫວຽດນາມ​ ມີຈໍານວນ​ວິ​ສາ​ຫະກິດ ​ນຳໃຊ້ບໍ່​ຫຼາຍ.

  ການປຸງແຕ່ງຜະລິດຕະພັນໃນເບື້ອງຕົ້ນ ຢູ່ໂຮງງານຜະລິດ ຂອງ ຍີ່ຫໍ້ Eherbal.

ບັນດາຜະລິດຕະພັນ ຂອງ Eherbal ປະກອບມີ: ແປ້ງທັນ ຍາຫານຫ້າຊະນິດ OmiPure, ແປ້ງທັນຍາຫານ ຫ້າຊະນິດ NutriPure, ນໍ້າມັນໝາກ Macca, ຜະລິດຕະພັນ ສະໜອງ vitamin ແລະ detox, ແປ້ງຜັກຄາວທອງ, ແປ້ງຜັກ ໜອກ, ແປ້ງຫົວ ກາຣົດ,  ແປ້ງຜັກກະຫຼໍ່າດອກ ຂຽວ, ແປ້ງ matcha, ແປ້ງໝາກມ່ວງ e-mango, ແປ້ງໝາກມ່ວງ e-mango plus, ແປ້ງໝາກສີດາ, ແປ້ງໝາກ ຖົ່ວລຽນ, ແປ້ງໝາກ ມັງກອນ ຂາວ, ແປ້ງໝາກມັງກອນ ແດງ, ຊາ ເຫັດຫຼິນຈື້,  ຊາ ບິ່ງ ເຊີນ... ທັງໝົດລ້ວນແຕ່ໄດ້ມາດຕະຖານ FDA ຂອງ ສ ອາ ເມລິກາ ແລະ ມາດຕະຖານສົ່ງອອກທົ່ວໂລກ.

ກວດກາ ວັດຖຸດິບ ທີ່ໄດ້ນຳເຂົ້າໃນໂຮງງານຜະລິດ ຂອງ ຍີ່ຫໍ້ Eherbal.

ເມື່ອມໍ່ໆ​ມາ​ນີ້, Eherbal ​ໄດ້​ວາງສະ​ແດງ ​ແລະ ແນະນຳ​ບັນ ດາ​ຜະລິດ​ຕະພັນ​ ແປ້ງ​ຜັກ, ໝາກ​ໄມ້, ທັນ​ຍາ​ຫານຫ້າຊະ ນິດ​ຢູ່ ລັດເຊຍ, ທ່ານ​ນາງ Sayanok Anastacia Urievna - ຫົວໜ້າ​ກົມ​ຮ່ວມ​ມື​ພັດທະນາ​ກັບ ຫວຽດນາມ ຂຶ້ນກັບ​ສະມາ ຄົມ​ຜູ້ນຳ​ເຂົ້າ ​ແລະ ສົ່ງ​ອອກ​ຂອງ​ ລັດ​ເຊຍ ​ໄດ້​ຕີ​ລາຄາ​ສູງ​ບັນດາ​ຜະລິດ​ຕະພັນຂອງ Eherbal ຕໍ່ຕະຫຼາດ ເອີຣົບ. Eherbal ວາງ​ເປົ້າ​ໝາຍ​ຍຸດ​ທະ​ສາດ​ແມ່ນ​ວິ​ສາ​ຫະກິດ​ຜະ ລິດ​ ຢາ​ຄຸນ​ນະພາ​ບສູງ​ແຖວ​ໜ້າ​ຂອງ​ຫວຽດນາມ, ຂຸດ​ຄົ້ນ​ມູນ​ຄ່າ​ຜົນລະປູກ​ສູງ, ​ເພີ່ມ​ຄຸນຄ່າ​ມະນຸດ, ປະກອບສ່ວນ​ເຂົ້າ​ໃນ​ການ​ຫັນ​ເປັນ​ສາກົນ​ ຂອງ ​ບັນດາ​ຜະລິດ​ຕະພັນ​ກະ​ເສດ​ ຫວຽດນາມ.

 

ປັດຈຸ​ບັນ, Eherbal ​ໄດ້​ສ້າງຂົງເຂດປູກ​ຜັກ​ໜອກ, ຜັກຫອມ ເຮີດ, ຜັກຊີ ຝຣັ່ງ, ຜັກຄາວທອງ... ຢູ່ ຈ້ຽວເຊີນ (ແທງຮວາ) ​ແລະ ເປີດ​ໂຮງງານ​ ໄດ້ມາດຕະຖານ GMT ຢູ່ ເມືອງ ເຈືອງ ໝີ໋, ຮ່າ​ໂນ້ຍ, ສ້າງ​ວຽກ​ເຮັດ​ງານ​ທຳ​ໃຫ້​ແກ່​ຄົນ​ງານ​ທ້ອງ​ຖິ່ນ​ຫຼາຍ​ຮ້ອຍ​ຄົນ. Eherbal ໄດ້​ພັດ​ທະ​ນາ ​ປະເພດຜະ​ລິດ​ຕະ​ພັນແມ່ນ​ຜັກ​, ໝາກ​ໄມ້ ຂອງ​ ຫວຽດ​ນາມ ​ສົມ​ທົບ​ກັບ​ເຕັກ​ໂນ​ໂລ​ຊີ​ ອົບແຫ້ງ​ ​ຕາມ​ມາດ​ຕະ​ຖານ​ສາ​ກົນ ເພື່ອ​ສ້າງ​ບັນ ດາຜະ​ລິດ​ຕະ​ພັນ ​ເພື່ອສຸ​ຂະ​ພາບ​ ຫຼາຍ​ຢ່າງ​ໃຫ້​ແກ່​ຊຸມ​ຊົນ, ປະ​ກອບ​ສ່ວນ​ຊຸກ​ຍູ້​ພື້ນຖານ​ກະສິກຳ ​ຄຸນ​ນະ​ພາບ​ສູງ​ຂອງ ​ຫວຽດ​ນາມ ​ພັດ​ທະ​ນາ.

 

ແບ່ງປັນ​ກ່ຽວ​ກັບ​ຈຸດ​ເດັ່ນ ​ຂອງ ​ການ​ນຳ​ໃຊ້​ເຕັກ​ໂນ​ໂລ​ຊີ​ອົບ​ແຫ້ງ​ ​ແລະ ​ເຕັກ​ໂນ​ໂລ​ຊີ​ ບົດແປ້ງດ້ວຍຄົກຫີນ ​ເພື່ອ​ເຮັດ​ໃຫ້​ມີ​ເນື້ອ​ແປ້ງ​ທຳ​ມະ​ຊາດ, ທ່ານ​ນາງ ​ເລ​ທິ​ຢວຽນ (ຜູ້​ອຳ​ນວຍ​ການ​ບໍ​ລິ​ສັດ​ໃຫ້​ຮູ້​ວ່າ: ເຕັກ​ໂນ​ໂລ​ຊີ​ອົບແຫ້ງ (ຫຼື​ເອີ້ນ​ອີກ​ວ່າ​ການ​ອົບ​ແຊ່​ແຂງ) ແມ່ນ​ວິ​ທີ​ອົບ​ແຫ້ງ​ຜັກ​ຂຽວ​ໂດຍ​ໃຊ້ອຸນ ຫະພູມຕ່ຳ ແລະ ຄວາມດັນຕໍ່າ ເພື່ອເອົານ້ຳອອກ ໂດຍບໍ່ ເຮັດໃຫ້ສີ ຫຼື ປ່ຽນແປງໂຄງສ້າງຂອງເສັ້ນໃຍ ແລະ ສານອາ ຫານ ຕ່າງໆ ໃນຜັກ. ການນຳໃຊ້ເຕັກໂນໂລຊີ ບົດແປ້ງ ດ້ວຍຄົກຫີນ ແມ່ນວິທີການບົດຜັກຂຽວ ຫຼັງຈາກໄດ້ອົບແຫ້ງ ແລ້ວ. ຂັ້ນຕອນ ດັ່ງກ່າວແມ່ນເຮັດດ້ວຍຄົກຫີນ ຫຼື ຈັກບົດ ພິເສດ ເພື່ອບົດຜັກ ເປັນແປ້ງ ຫຼື ເມັດ. ດ້ວຍການ ປະສົມ ສົມທົບ ລະຫວ່າງສອງເຕັກໂນໂລຊີດັ່ງກ່າວ, Eherbal ໄດ້ ນໍາມາ ໃຫ້ແກ່ຜູ້ໃຊ້ ບັນດາຜະລິດຕະພັນທີ່ສະອາດ, ບໍລິສຸດ 100%,  ຮັກສາສານອາຫານສູງສຸດ ໃນຜັກສີຂຽວ ແລະ ມີ ຄວາມ ສະດວກສະບາຍ ແລະ ງ່າຍຕໍ່ການນໍາໃຊ້. ​ໃນ​ຍຸດ​ທະ​ສາດ​ພັດທະນາ 5 ປີ​ຕໍ່ໜ້າ, Eherbal ຈະ​ຜັນ​ຂະຫຍາຍ​ບັນດາ​ເນື້ອ​ທີ່​ປູກ​ຜັກ​ຢູ່​ໂຮງງານ​ ທີ່ເມືອງ ເຈືອງໝີ໋ (ຮ່າ​ໂນ້ຍ) ​ເພື່ອ​ພັດທະນາ​ລະບົບ​ນິ​ເວດ​ການ​ຜະລິດ​ແບບ ຄົບວົງຈອນ ​ແລະ ພິ​ເສດ​ແມ່ນ​ຂະຫຍາຍ​ຕະຫຼາດ​ສົ່ງ​ອອກ​ໄປ​ຍັງ ສ ອາ​ເມ​ລິ​ກາ, ຍີ່​ປຸ່ນ ແລະ ສ ເກົາຫຼີ, ພະຍາຍາມເຮັດໃຫ້ Eherbal ເປັນຍີ່ຫໍ້ແຫ່ງຊາດ ທີ່ເຂັ້ມແຂງ ໃນຂະແໜງ ການ ປຸງແຕ່ງ ຜະລິດຕະພັນກະເສດ.

 ປະຕິບັດ: VNP/ບິກເວນ ແລະ ຫວຽດເກື່ອງ - ແປໂດຍ: ຢືຟຽນ


Top