ຮ່າໂນ້ຍ ຍົກສູງຄວາມສາມາດການປຸງແຕ່ງຜະລິດຕະພັນກະເສດໃຫ້ແກ່ວິສາຫະກິດ

ຮ່າໂນ້ຍ ຍົກສູງຄວາມສາມາດການປຸງແຕ່ງຜະລິດຕະພັນກະເສດໃຫ້ແກ່ວິສາຫະກິດ

ໃນ​ຊຸມ​ປີ​ມໍ່ໆ​ ມາ​ນີ້, ​ໂດຍ​ສະ​ເພາະ​ພາຍຫຼັງ​ການລະບາດ​ໂຄ​ວິດ 19, ຂະແໜງອຸດສາຫະກຳ​ປຸງ​ແຕ່ງ​ຜະລິດຕະພັນກະເສດ ​ແລະ ສະບຽງ​ອາຫານ​ຂອງ​ ຮ່າ​ໂນ້ຍ ​ໄດ້​ພັດທະນາ​ຢ່າງ​ແຮງ​ເພື່ອ​ຕອບ​ສະໜອງ​ຄວາມ​ຕ້ອງການ​ຂອງ​ຜູ້ບໍລິ​ໂພ​ກ ທີ່​ມີ​ຄວາມ​ຕ້ອງການ ​ຜະລິດ​ຕະພັນ ​ປຸງ​ແຕ່ງ​ຢ່າງ​ວ່ອງ​ໄວ, ຮັບປະກັນ​ໂພຊະນາ​ການ ​ແລະ ຄວາມ​ສະ ດວກ​ໃນ​ຊີວິດ. ມີ​ວິ​ສາ​ຫະກິດ​ ຫຼາຍ​ແຫ່ງ​ໄດ້​ລົງທຶນ​ກໍ່ສ້າງ​ໂຮງງານ​ປຸງ​ແຕ່ງ, ຫ້ອງ​ເຢັນ, ສາງເກັບ​ຮັກສາ... ປະກອບສ່ວນ​ສ້າງ​ຄຸນ​ຄ່າ​ຜະລິດ​ຕະພັນ​ກະ​ເສດ, ນຳ​ເອົາ​ຮູບ​ແບບ​ການ​ບໍລິ​ໂພ​ກ​ໃໝ່​ຄື: ວ່ອງ​ໄວ, ແຊບ, ຄຸນ​ນະພາບສູງ.

ໂຮງງານປຸງແຕ່ງຜົງ ຜັກຂຽວ, ຜົງ ໝາກໄມ້ ແລະ ທັນຍາຫານຫ້າໝູ່ (Eherbal)ຂອງບໍລິສັດອຸປະກອນ HPຫວຽດນາມ ໄດ້ຮັບການລົງທຶນດ້ວຍເຕັກໂນໂລຊີທີ່ໄດ້ມາດຕະຖານສາກົນ. ພາບ: ຫວຽດເກື່ອງ/VNP

ວິສາຫະກິດ 4 ແຫ່ງຄື: ບໍລິສັດປຸງແຕ່ງຜະລິດຕະພັນ ກະເສດ Jeong Ga Chan, ບໍລິສັດ New Retail, ບໍລິສັດ ອຸປະກອນ HP ຫວຽດນາມ ແລະ ບໍລິສັດ ຫຸ້ນສ່ວນ ປຸງແຕ່ງສະບຽງອາຫານ Videli ​ໄດ້​ສາຂາ​ຄຸ້ມ​ຄອງ​ ຄຸນ​ນະພາ​ບຜະລິດ​ຕະພັນກະເສດ, ປ່າໄມ້ ແລະ ສິນໃນນໍ້າ ​​ຊ່ວຍເຫຼືອ ​ແລະ ສົ່ງເສີມກໍ່ສ້າງບັນດາ ພື້ນຖານປຸງແຕ່ງ ແລະ ອະນຸລັກຮັກສາ ຜະລິດຕະພັນກະເສດ; ຍູ້​ແຮງ​ການ​ຖ່າຍ​ທອດ ​ແລະ ນຳ​ໃຊ້​ວິທະຍາສາດ​ເຕັກນິກໃໝ່ ​ໃນ​ການ​ປຸງ​ແຕ່ງ​ຜະລິດ​ຕະພັນ​ກະ​ເສດ, ສົ່ງ​ເສີມ​ການ​ຄ້າ, ພັດທະນາ​ຕະຫຼາດ.


ບໍລິສັດຫຸ້ນສ່ວນປຸງແຕ່ງອາຫານ Videli ກໍາລັງຜະລິດ ແລະປຸງແຕ່ງຜະລິດຕະພັນອາຫານ 13 ຊະນິດເຊັ່ນ: ສົ້ມໝູຈືນ, ໄສ້ກອກ...ດ້ວຍ ເຕັກໂນໂລຢີ ຂອງ ສ ເກົາຫຼີ. ຈາກທີ່ນີ້, ຮັບປະກັນໃຫ້ຜະລິດຕະພັນແຊ່ແຂງ ໄດ້ສົດ ແລະ ແຊບ ຢູ່ສະເໝີ, ຫຼຸດຜ່ອນເວລາປຸງແຕ່ງ ສໍາລັບແມ່ບ້ານ. ໂຮງງານພວມຜະລິດ ແລະ ສະໜອງສະບຽງອາຫານອອກສູ່ຕະຫຼາດ 180-200 ໂຕນ/ເດືອນ. ບໍລິສັດ Jeong Ga Chan ​ແມ່ນ​ວິ​ສາ​ຫະກິດ​ມີທ່າແຮງ​ໃນ​ການ​ປຸງ​ແຕ່ງ​ຜະລິດ​ຕະພັນ​ຈາກ​ຜັກ, ຫົວ ​ແລະ ໝາກ​ໄມ້. ປັດ​ຈຸ​ບັນ, Jeong Ga Chan ສົ່ງ​ອອກ​ຜະ​ລິດ​ຕະ​ພັນ​ກະ​ເສດ ​ໄປ​ຍັງ​ຕະ​ຫຼາດ ສ ເກົາຫຼີ 10 ໂຕນ/ເດືອນ. ບໍລິສັດຍັງໄດ້ຜັນຂະຫຍາຍຢ່າງຄົບຊຸດ ຂັ້ນຕອນ ການຮັບປະກັນຄວາມປອດໄພ ແລະ ສຸຂະອະນາໄມຂອງ ອາຫານ HACCP, ຈັດຕັ້ງການ ບໍາ ລຸງສ້າງ ແລະ ຝຶກອົບຮົມດ້ານວິຊາການ ໃຫ້ແກ່ຜູ້ອອກແຮງງານ, ແລະ ສ້າງຜະລິດຕະພັນ ທີ່ມີຕົ້ນກຳເນີດ, ສະແຕມ ແລະ ຍີ່ຫໍ້ ຕາມມາດຕະຖານສາກົນ.

ໂຮງງານປຸງແຕ່ງຜົງ ຜັກຂຽວ, ຜົງ ໝາກໄມ້ ແລະ ທັນຍາຫານຫ້າໝູ່ (Eherbal) ຂອງບໍລິສັດອຸປະກອນ HP ຫວຽດນາມ ແມ່ນບ່ອນຈັດຊື້ຜັກ ແລະ ໝາກໄມ້ ທຳມະຊາດ ທີ່ປຸງແຕ່ງເປັນຜົງ. Eherbal ໄດ້​ພັດ​ທະ​ນາ ​ຜະ​ລິດ​ຕະ​ພັນ​ຜັກ ​ແລະ​ ໝາກ​ໄມ້​ ​ຫວຽດ​ນາມ ລ້ວນແຕ່ເປັນທຳ​ມະ​ຊາດ, ສົມທົບກັບ​ເຕັກ​ໂນ​ໂລ​ຢີ ​ອົບ​ແຫ້ງ​ໄດ້​ມາດ​ຕະ​ຖານ​ສາ​ກົນ ເພື່ອ​ສ້າງ​ບັນ​ດາ​ຜະ​ລິດ​ຕະ​ພັນ​ດູແລ ສຸ​ຂະ​ພາບຫຼາຍ​ປະເພດ​ໃຫ້​ແກ່​ຊຸມ​ຊົນ. ບັນດາຜະ​ລິດ​ຕະ​ພັນ ​ຂອງ Eherbal ເຊັ່ນ​: ຜະ​ລິດ​ຕະ​ພັນ​ດ້ານ​ໂພ​ຊະ​ນາ​ການ ທັນຍາຫານຫ້າຊະນິດ, ຜົງ ຜັກຄາວທອງ, ຜົງ ຜັກໜອກ, ຜົງ ໝາກໄມ້, ຊາ ຫຼິນຈື້, ນໍ້າເຜິ້ງ, ຊາບິ່ງເຊີນ... ລ້ວນ​ແຕ່​ໄດ້​ມາດ​ຕະ​ຖານ FDA ຂອງ​ ສ ອາເມລິກາ. ໂຮງງານພວມຜະລິດ ຜະລິດຕະພັນຜັກແຫ້ງ 4 ໂຕນ/ວັນ. ​ໃນ​ໄລຍະ​ຈະ​ມາ​ເຖິງ, ກົມ​ຄຸ້ມ​ຄອງ​ຄຸນ​ນະພາ​ບ ຜະລິດຕະພັນ ກະເສດ, ປ່າ​ໄມ້ ​ແລະ ສິນໃນນໍ້າ ຮ່າ​ໂນ້ຍ ຈະ​ຊ່ວຍເຫຼືອ Eherbal ​ໃນ​ການ​ວາງ​ແຜນ​ພັດ ທະນາ​ເຂດຜະລິດ ວັດຖຸດິບ ​ຕິດ​ພັນ​ກັບ​ລະບົບ​ການ​ປຸງ​ແຕ່ງ​ຢູ່​ໂຮງງານ.


ສຳລັບບໍລິສັດ New Retail, ວິສາຫະກິດໄດ້ຮັບການຊ່ວຍເຫຼືອ ຈາກ ສາຂາຄຸ້ມຄອງ ຄຸນນະພາບຜະລິດຕະພັນ ກະເສດປ່າໄມ້ ແລະ ສິນໃນນ້ຳ ຮ່າໂນ້ຍ ໃນການຜັນຂະຫຍາຍ HACCP. ສາຍຜະລິດຕະພັນ ຂອງ ບໍລິສັດ ເຊັ່ນ: ການປຸງແຕ່ງຊີ້ນງົວ ໃນເບື້ອງຕົ້ນ ທີ່ນໍາເຂົ້າຈາກ ສ ອາເມລິກາ ແລະ ອົດສະຕຣາລີ ທັງໝົດແມ່ນເຮັດຕາມ ລະ ບົບການຄຸ້ມຄອງຄຸນນະພາບຄວາມປອດໄພ ແລະ ສຸຂະອະນາໄມດ້ານສະບຽງອາຫານ. ອາຫານຖືກປຸງແຕ່ງ ແລະ ຜະລິດໃນສະພາບແວດລ້ອມປິດ. ໂຮງງານມີຫ້ອງເຢັນ ຂະໜາດໃຫຍ່ເພື່ອຮັບປະກັນ ໃຫ້ຜະລິດຕະພັນ ໄດ້ສົດ, ແຊບ ແລະ ມີຄຸນຄ່າທາງໂພຊະນາການ. ບັນດາຜະລິດຕະພັນ ຂອງ New Retail ໄດ້ຖືກແຈກຢາຍ ຜ່ານລະ ບົບ Gofood Market.

ຍົກສູງ​ຄວາມ​ສາມາດ​ການປຸງ​ແຕ່ງ​ຜະ​ລິດ​ຕະ​ພັນ ກະ​ເສດ ​ໃຫ້​ແກ່​ວິ​ສາ​ຫະ​ກິດ ​ຕິດ​ພັນ​ກັບ​ໂຄງ​ລ່າງ​ການ​ບໍ​ລິ​ໂພກ​ການ​ຄ້າ; ພັດທະນາລະບົບ logistics ແລະ ການບໍລິການເສີມ ເພື່ອສະໜັບສະໜູນ ຂະ ແໜງອຸດສາຫະກຳ ປຸງແຕ່ງ, ການເກັບຮັກສາ ແລະ ການບໍລິໂພກຜະລິດຕະພັນ; ຍົກສູງຄຸນນະພາບ ແຫຼ່ງຊັບພະຍາກອນມະນຸດ ເພື່ອການປຸງແຕ່ງ; ພັດທະນາ​ຕະຫຼາດ​ ໃຫ້ແກ່ຜະລິດ​ຕະພັນ​ກະ​ເສດ​ປຸງ​ແຕ່ງ​ແມ່ນ​ທາງ​ ອອກ​ທີ່​ສຳຄັນ​ໃນ​ປີ 2023, ມຸ່ງ​ໄປ​ເຖິງ​ປີ 2030 ຂອງ​ຂະ​ແໜງ​ກະສິກຳ​ ຮ່າ​ໂນ້ຍ.

ບົດ: VNP/ບິກເວິນ - ພາບ: ຫວຽດເກື່ອງ ແລະ ເອກະສານ - ແປໂດຍ: ຢືຟຽນ


Top