• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຄົ້ນພົບ

ຫໍພິພິດທະພັນທຳມະຊາດແຫ່ງທຳອິດຂອງ ຫວຽດນາມ

ບັນດາວັດຖຸພັນນັບເປັນພັນໆອັນທີ່ເປັນເອກະລັກສະເພາະ, ສະທ້ອນໃຫ້ເຫັນການກໍາເນີດຂອງສິ່ງມີຊີວິດໄດ້ຖືກຈັດວາງສະແດງລົງເທິງເນື້ອທີ່ປະມານ 300 ຕາລາງແມັດ, ຫໍພິພິດທະພັນ ທຳມະຊາດ ຫວຽດນາມຕັ້ງຢູ່ເຮືອນເລກທີ 18A, ຖະໜົນ ຮວ່າງກວກວຽດ, ເມືອງ ເກົ່າເຢີຍ, ຮ່າໂນ້ຍພາຍຫຼັງເປີດການເຄື່ອນໄຫວມາເປັນເວລາໜຶ່ງປີກວ່າສາມາດດຶງດູດຜູ້ຄົນເຂົ້າຢ້ຽມຊົມໄດ້ຫລາຍກວ່າ 50 ພັນເທື່ອຄົນ. 
ນອນໃນບໍລິເວນຂອງສະຖາບັນນວິທະຍາສາດ ແລະ ເຕັກໂນໂລຊີ ຫວຽດນາມ, ຫໍພິພິດທະພັນທຳມະຊາດ ຫວຽດນາມ ​ເປີດ​ບໍລິການ​ຮັບ​ໃຊ້​ຜູ້​ມາ​ທ່ຽວ​ຊົມ​ໂດຍ​ບໍ່​ເສຍ​ຄ່າ​ຕັ້ງ​ແຕ່​ວັນ​ພະຫັດ​ເຖິງ​ວັນ​ອາທິດ​ຂອງ​ທຸກ​ອາທິດ ​ແລະ​ສະຖານ​ທີ່​ແຫ່ງ​ນີ້​ປະຈຸ​ບັນ​ກໍ່​ເປັນ​ຈຸດ​ໜຶ່ງ​ທີ່​ເປັນ​ໜ້າ​ປະ​ທັບ​ໃຈ​ສໍາລັບ​​ແຂກ​ພາຍ​ໃນ ​ແລະ ຕ່າງປະ​ເທດ​ ເມື່ອ​ມາ​ຢ້ຽມຢາມ​ນະຄອນຫລວງ​ ຮ່າ​ໂນ່ຍ.

ປະ​ທັບ​ໃຈ​ຢ່າງ​ແຮງ​ສໍາລັບ​ນັກ​ທ່ອງ​ທ່ຽວ​ແມ່ນ​ຮູບຈໍາລອງໄດໂນເສົາ (Dinosaur) ພ້ອມກັບປ້າຍປາໂນທີ່​ປະຈັກຕາຢູ່ທາງເຂົ້າຂອງຫໍພິພິດທະພັນ. ຖັດໄປແມ່ນເຂດວາງສະແດງ​ພາຍ​ໃຕ້​ຫົວ​ຂໍ້​ຕ່າງໆ ຊຶ່ງ​ປະກອບ​ມີບັນດາວັດຖຸ​ພັນຕົວ​ຈິງ ​ແລະ​ ຮູບ ຈໍາລອງຖືກສັບ​ຊ້ອນ ຈັດ​ວາງຢ່າງ​ມີ​ວິທະຍາສາດ ແລະ ​ແບບ​ມືອາຊີບ.  ພ້ອມໆ​ກັບກະດານແນະນຳຂໍ້ມູນຂ່າວສານ, ນັກທ່ອງທ່ຽວເມື່ອມາທີ່ນີ້ ຍັງສາມາດຊອກຫາຂໍ້ມູນເພີ່ມເຕີມຈາກວີດີໂອທີ່ໄດ້ສາຍກັບທີ່.  

ຫໍພິພິດທະພັນທຳມະຊາດ ຫວຽດນາມ ເປັນສະຖານທີ່ ປະທັບໃຈສໍາລັບນັກທ່ອງທ່ຽວໂດຍສະເພາະແມ່ນ 
ນັກຮຽນຂອງໂຮງຮຽນຕ່າງໆ ມາຢ້ຽມຢາມນັບເປັນຈຳນວນຫຼວງຫຼາຍ. 



ການຈັດວາງບັນດາວັດຖຸພັນທີ່ ຫໍພິພິດທະພັນແບບມີວິທະຍາສາດ ແລະ ແບບມືອາຊີບ 
ເຮັດໃຫ້ແຂກມີຄວາມນິຍົມຊົມຊອບໂດຍສະເພາະແມ່ນເດັກນ້ອຍ.
 



ມູມໜຶ່ງແນະນຳເຖິງຂະບວນວິວັດທະນາການແຫ່ງການຈະເລີນກ້າວໜ້າຂອງ ມະນຸດ. 


ພື້ນທີບ່ອນວາງສະແດງບັນດາວັດຖຸພັນຂອງ
ຫໍພິພິດທະພັນໄດ້ສ້າງບັນຍາກາດທີ່ໃກ້ຊິດໃຫ້ແກ່ທ່ານຜູ້ຊົມ. 

ຢູ່ໃນຫ້ອງແນະນຳ “ປະຫວັດສາດແຫ່ງການຈະເລີນກ້າວໜ້າຂອງໜ່ວຍໂລກ”, ທາງຫໍພິພິດທະພັນໄດ້ຈັດ​ວາງ​ພື້ນ​ທີ່​ສ່ວນ​ໃຫຍ່​ໄວ້​ເພື່ອ​ວາງສະ​ແດງ​ກ່ຽວ​ກັບ​ການ​ມີ​ຫລາຍ​ຮູບ​ຫລາຍ​ສີຂອງໂລກຊີວະສັດ. ພື້ນ​ທີ່​ນີ້ອາດຈະ​ເວົ້າ​ໄດ້​ວ່າ​ເປັນ​ພື້ນ​ທີ່​ທີ່ໜ້າຈັບໃຈທີ່ສຸດສໍາລັບນັກທ່ອງທ່ຽວ ​ເພາະມີນັບ​ພັນໆ​​ວັດຖຸ​ພັນຕົວ​ຈິງ ​ແລະຮູບ​ຈໍາລອງຂອງ​ສັດ ​ແລະ​ພືດ​ນັບ​ແຕ່ສັດບູຮານກາຍເປັນຫີນຈົນ ເຖິງພັນໆ​ຊະນິດໄມ້, ແມງໄມ້ ແລະ ສັດທົ່ວໄປ.  
 
ຊຸດສະສົມ ຂອງຫໍພິພິດທະພັນ ທຳມະຊາດ ຫວຽດນາມ ມີຫລາຍກວ່າ 40.000 ວັດຖຸພັນ . ໃນນັ້ນ, ມີ 400 ກວ່າວັດຖຸ​ພັນ​ກ່ຽວ​ກັບສັດ,  4.000 ກວ່າກ່ຽວ​ກັບ​ສັດ​ເລືອ​ຄານກົບແລະ ຂຽດ, 400 ກວ່າກ່ຽວ​ກັບປາ , 300 ກວ່າກ່ຽວກັບຫອຍ, 2.000 ກວ່າກ່ຽວ​ກັບສັດບູຮານ, 20.000 ກວ່າ​ກ່ຽວກັບແມງໄມ້ ແລະ 10.000 ກວ່າ​ພື​ດໄມ້.​ ໃນຈໍ​ນວນ​ວັດຖຸ​ພັນ​ຂອງຊຸດສະສົມນັ້ນ ມີ 50 ວັດຖຸ​ພັນຄົບມາດຕະຖານແລະ ຮ່ວມມາດຕະຖານດຽວກັນ;  ວັດຖຸພັນຈຳນວນໜຶ່ງ​ເປັນ​ວັດຖຸ​ພັນ​ໂທນ ຫຼື ຫາຍາກຂອງ ຫວຽດນາມ.

ກົບວັດຖຸພັນຕົວຈິງ ທີ່ຮວບຮວມມາໄດ້ຈາກແຂວງ ຮ່ານາມ ໄດ້ວາງສະແດງ ຢູ່ຫໍພິພິດທະພັນ. 


ປາ ມັດຈັງ (Ocean sunfish), ໜຶ່ງໃນບັນດາວັດຖຸ​ພັນ
ຕົວຈິງ ກ່ຽວກັບສັດທະເລທີ່ໄດ້ວາງສະແດງຢູ່ຫໍພິພິດທະພັນ. 



ວັດຖຸພັນຕົວຈິງເສືອ ອິນດູຈີນ.


ຕົວຢາງສັດຈຳນວນໜຶ່ງຢູ່ຫວຽດນາມ.


ງູຈົງອາງ (King cobra) ວັດຖຸພັນຕົວຈິງໄດ້ວາງສະແດງທີ່ຫໍພິພິດທະພັນ.




ວັດຖຸພັນຊາດໄມ້ກາຍເປັນຫີນ ທີ່ຫໍພິພິດທະພັນ. 


ເຂດວາງສະແດງສັດກາຍເປັນຫີນທີ່ຫໍພິພິດທະພັນ.

ຫໍພິພິດທະພັນທຳມະຊາດ ຫວຽດນາມ ເປັນບ່ອນທີ່ນຳ​ເອົາ​ສິ່ງ​ໃໝ່ໆ​ ແປກໆ ​ແລະ ປະ​ທັບ​ໃຈ​ມາ​ໃຫ້​ແກ່​ນ້ອງໆ ​ນັກຮຽນ. ພວກ​ນ້ອງນັກຮຽນຫຼາຍຄົນ​ເປັນເທື່ອທຳອິດທີ່ໄດ້ມາຊົມໄດ້​ເຫັນ​ຕົວ​ຈິງ​ບັນດາ​ວັດຖຸ​ພັນ​ທີ່​ມີ​ຊີວິດ​ຊີວາ​ຂອງ​ໂລກທໍາ​ມະ​ຊາດໂດຍ​ແມ່ນ​ພະນັກງານຜູ້​ທີ່​ເຮັດ​ວຽກຢູ່​ທີ່​ນີ້ ​ເປັນ​ຜູ້​ຮວບ​ຮວມ. ກິດຈະ​ກໍາສຶກສາ​ຢູ່ນອກ​ຫ້ອງ​ຮຽນ​​ແບບປະຈັກ​ຕາ​ໂດຍ​ກົງ ​ແລະ​ ປະ​ທັບ​ໃຈ​ແບບ​ນີ້ ​ໄດ້ຊ່ວຍເຮັດໃຫ້ພວກນ້ອງນັກຮຽນມີຄວາມຮູ້ເພີ່ມເຕີມ, ຊ່ວຍເຮັດໃຫ້ບົດຮຽນທີ່​ແຫ້ງ​ແລ້ງຢູ່ໃນປື້ມກາຍເປັນມີຊີວິດຊີວາ ແລະ ຈື່ຈໍາໄດ້ງ່າຍກວ່າ. ຕາມບັນດາພະນັກງານຢູ່ທີ່ນີ້​ໃຫ້​ຮູ່ວ່າ, ​ເນື່ອງ​ຈາກ​ເຫັນໄດ້ຄວາມໝາຍ ແລະ ຄຸນປະໂຫຍດຂອງການເຄື່ອນໄຫວນອກ​ຫ້ອງ​ຮຽນແບບນີ້ ຢູ່ທີ່ຫໍພິພິດທະພັນ, ​ໄດ້ມີໂຮງຮຽນຫຼາຍໆແຫ່ງນັບແຕ່ຊັ້ນອານຸຊົນຈົນ​ເຖິງ ຊັ້ນຮຽນທີ່ສູງກວ່າ ມາລົງທະບຽນເພື່ອໃຫ້ນັກຮຽນຂອງຕົນໄດ້ມາ ຢ້ຽມຢາມຢ່າງ​ເປັນ​ປະ​ຈໍາ.
 
ເຖິງວ່າ ຜ່ານ​ມາ​ຈະປະສົບຄວາມຫຍຸ້ງຍາກຫຼາຍປະການໃນການເກັບກໍາທ້ອນໂຮມວັດຖຸພັນທີ່ລຳ້ຄ່າຈາກທຳມະຊາດໂດຍ​ສະ​ເພາະແມ່ນ​ວັດຖຸ​ພັນ​ທີ່​ເປັນ​ປະ​ເພດສັດໃຫຍ່ທີ່ເກືອບຈະສູນພັນ​ແລ້ວ, ແຕ່ບັນດາ ພະນັກງານຢູ່ທ່ີນີ້ກໍ່​ບໍ່​ໄດ້​ລົດ​ລະ​ຄວາມ​ພະຍາຍາມ ແລະ ​ໄດ້ໄປຊອກຫາມາຈາກຫຼາຍ​ແຫ​ລ່ງທີ່ແຕກຕ່າງກັນ, ຮັບຈາກຜູ້ມີຈິດໃຈ​ໃສ​ສັດທາມອບໃຫ້ ​ແລະ​ອື່ນໆ​ເພື່ອຕອບສະໜອງໃຫ້ແກ່ຄວາມຮຽກຮ້ອງຕ້ອງການນັບມື້ນັບສູງຂຶ້ນຂອງຜູ້ມາທ່ຽວຊົມ. ນັ້ນແມ່ນຄວາມມານະພະຍາຍາມທີ່​ໜ້າ​ຍົກຍ້ອງ ຂອງບັນດາພະນັກງານເຮັດວຽກຢູ່ຫໍພິພິດທະພັນແຫ່ງນີ້ ຊຶ່ງນໍາ​ມາ​ຜົນສໍາ​ເລັດ​ເບື້ອງ​ຕົ້ນ​ຢ່າງເຫັນ​ໄດ້ຊັດດ້ວຍຈຳນວນແຂກຄົນເຂົ້າມາ ຢ້ຽມຊົມນັບມື້ນັບຫລາຍຂຶ້ນ, ເປັນ​ການຍາກທີ່ຈະເຫັນສິ່ງດັ່ງກ່າວ ຢູ່ຫໍພິພິດທະພັນອື່ນໆຢູ່ ຮ່າໂນ້ຍ.
ບົດ ແລະ ພາບ: ຫວຽດເກື່ອງ

ເທດສະການ ນາງຮາຍ ຂອງ ຊາວເຜົ່າ ໄຕ່

ເທດສະການ ນາງຮາຍ ຂອງ ຊາວເຜົ່າ ໄຕ່

ຕັ້ງຢູ່ທາງພາກເໜືອຂອງ ຫວຽດນາມ, ກາວບັ່ງ ມີຄວາມ ພາກພູມໃຈ ໄດ້ເປັນດິນແດນ ທ່ີອະນຸລັກຮັກສາຄຸນຄ່າ ທາງວັດທະນະທຳ ພື້ນເມືອງ ທີ່ເປັນເອກະລັກຫຼາຍຢ່າງ ຂອງ ວົງຄະນາຍາດ ບັນດາເຜົ່າສ່ວນໜ້ອຍ. ໃນຈຳນວນນັ້ນ, ເທດສະການ ນາງຮາຍ (ນາງ ພະຈັນ) ຢູ່ຕາແສງ ຕຽນແທ່ງ, ແຂວງ ກາວບັ່ງ ແມ່ນຈຸດພົ້ນເດັ່ນ ເນື່ອງຈາກວ່າ ມີລັກສະນະ ທີ່ເຕັມໄປດ້ວຍ ສີສັນວັດທະນະທຳ ທີ່ເປັນເອກະລັກ ຂອງ ຊາວເຜົ່າ ໄຕ່. ເທດສະການ ໄດ້ຈັດຂຶ້ນ ເພື່ອສະແດງຄວາມຮູ້ ບຸນຄຸນ, ເຄົາລົບທຳມະຊາດ ແລະ ອະທິດຖານ ໃຫ້ພືດຜົນລະປູກ ອຸດົມສົມບູນ. 

Top