• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ສາລະຄະດີ

ຫຼີເຊີນ-ມໍລະດົກທາງວັດທະນະທຳ ແລະ ທໍລະນີສາດ

ເກາະ ຫຼີເຊີນ ສັງກັດແຂວງ ກວ່າງຫງ໊າຍ ບໍ່ພຽງແຕ່ ມີຊື່ສຽງໂດ່ງດັງ ຢູ່ພາຍໃນ ແລະ ຕ່າງປະເທດ ອັນເນື່ອງຈາກວ່າ ນີ້ແມ່ນບ້ານເກີດເມືອງນອນ ຂອງທະຫານ ໃນກອງເຮືອ ຮວ່າງຊາ ໄດ້ໄປປະຕິບັດໜ້າທີ່ ປົກປັກຮັກສາ ໝູ່ເກາະທະເລ ຮວ່າງຊາ ແລະ ເຈື່ອງຊາ ຊຶ່ງຫ່າງຈາກນີ້ ສີ່ສະຕະວັດ, ແຕ່ຍັງເປັນ ສວນສາທາລະນະທໍລະນີສາດ ກັບບັນດາຄຸນຄ່າ ທິວທັດທຳມະຊາດ ແລະ ຄວາມຫລາກຫລາຍ ດ້ານຊີວະນາໆ ພັນ ໄດ້ປະກົດເປັນຮູບເປັນຮ່າງ ຈາກພູເຂົາໄຟ 10 ໜ່ວຍ ແຕ່ສະໄໝດຶກດຳບັນ ຊຶ່ງປຽບເໝືອນ “Maldives ລະຫວ່າງ ທະເລຕາເວັນອອກ ຂອງ ຫວຽດນາມ”. 
ຫຼີເຊີນ-ມໍລະດົກທາງວັດທະນະທຳ ແຫ່ງທະເລ

ເກາະ ຫຼີເຊີນ ມີເນື້ອທີ່ກວ້າງປະມານ 10 ກິໂລຕາແມັດ, ແຕ່ລະແມັດມົນທົນ ຢູ່ເທິງເກາະ ຕ່າງກໍ ເຂັ້ມຂົ້ນໄປດ້ວຍ ຂີດໝາຍວັດທະນະທຳ ຂອງ ລຸ້ນປູ່, ລຸ້ນພໍ່ ໃນສະໄໝ ໄປປົກປັກຮັກສາໝູ່ເກາະທະເລ. ຕາມປຶ້ມບັນທຶກ ແລະ ໃບສັ່ງຂອງ ລາຊະວັງ ທີ່ບັນດາຕະກຸນ ຫວໍ, ຟ້າມ, ຫຼີ... ຮັກສາໄວ້ ຢູ່ເທິງເກາະ ຫຼີເຊີນ, ກອງທະຫານເຮືອ ຮວ່າງຊາ ແມ່ນຊື່ເອີ້ນ ກອງເຮືອ ໂດຍອຳນາດ ການປົກຄອງ ເຈົ້າ ຫງວຽນ ຢູ່ທາງພາກໃຕ້ ຫວຽດນາມ ກໍ່ຕັ້ງຂຶ້ນ ແຕ່ຕົ້ນສະຕະວັດທີ XVII ເພື່ອເຮັດໜ້າທີ່ຂຸດຄົ້ນຊັບພະຍາກອນທຳມະຊາດ ທ່ີມີຄ່າ, ວັດແທກທາງເດີນທະເລ, ປົກປັກຮັກສາ ແລະ ປັກຫຼັກໝາຍ ອະທິປະໄຕ ຢູ່ໝູ່ເກາະ ຮວ່າງຊາ ແລະ ເຈື່ອງຊາ. ຕາມແຫຼ່ງ ເອກະສານປະຫວັດສາດ ຢ່າງເປັນທາງການ, ກອງທະຫານເຮືອ ຮວ່າງຊາ ກຳເນີດຂຶ້ນໃນລະຫວ່າງ ກ່ອນປີມະເມັຍ (1643), ກົງກັບສະໄໝ ເຈົ້າ ຫງວຽນຟຸກງວຽນ ປົກຄອງປະເທດ (1613 - 1635). 


ບັນດາຕະກຸນ ຫວໍ໊, ຟ້າມ, ຫຼີ ... ຢູ່ເທິງເກາະ ຫຼີເຊີນ ຈັດພິທີ ລ້ຽງດວງວິນຍານ ທະຫານ ຮວ່າງຊາ. ພາບ: ກົງດາດ


ພໍ່ເຖົ້າ ຫວໍຫຽນດາດ ກະກຽມຫຸ່ນຄົນສຳລັບພິທີລ້ຽງດວງວິນ ຍານທະຫານ ຮວ່າງຊາ. ພາບ: ກົງດາດ


ພິທີປ່ອຍເຮືອຕຶກປາໃນພິທີລ້ຽງດວງວິນຍານ ທະຫານ ຮວ່າງຊາ. ພາບ: ກົງດາດ

ເກາະ ຫຼີເຊີນ ເປັນບ່ອນປະສົມປະສານ ລະຫວ່າງ ສິ່ງຍອດຍິ່ງ ຂອງບັນດາພື້ນຖານວັດທະນະທຳ ເຊັ່ນ: ຈຳປາ, ຊາຮີ່ວນ ແລະ ດ້າຍຫວຽດ ກັບລະບົບ ຮ່ອງຮອຍທີ່ໜາແໜ້ນ ຊຶ່ງ ລວມມີ ຮ່ອງ ຮອຍວັດທະນະທຳ ລະດັບຊາດ 4 ແຫ່ງ, ຮ່ອງຮອຍ ວັດທະນະທຳ ລະດັບແຂວງ 14 ແຫ່ງ ແລະ ຮູບການ ວັດທະນະນະທຳ ທີ່ເປັນນາມມະທຳ ພິເສດ ອື່ນໆ ອີກຫຼາຍຮູບການ. ໃນນັ້ນ, ພິທີລ້ຽງດວງວິນຍານທະຫານ ຮວ່າງຊາ ຢູ່ເມືອງເກາະ ຫຼີເຊີນ ໄດ້ຮັບຮອງວ່າ ເປັນມໍລະດົກ ວັດທະນະທຳ ທີ່ເປັນນາມມະທຳ ລະດັບຊາດ. 
ແຕ່ປີ 1631 ເຖິງຕົ້ນສະຕະວັດທີ XIX, ກອງທະຫານທ້ອງຖິ່ນ ຢູ່ເທິງເກາະ ຫຼີເຊີນ, ລຸ້ນຄົນ ແຕ່ລະລຸ້ນ ໄດ້ປະຕິບັດ ຕາມຄຳຮຽກຮ້ອງ ຂອງ ລາຊະວັງ, ແຕ່ລະປີ ເມື່ອຮອດ ເດືອນ ມີນາ ໄດ້ລົງເຮືອ ອອກສູ່ທະເລຕາເວັນອອກ ເຖິງໝູ່ເກາະ ຮວ່າງຊາ ແລະ ເຈື່ອງຊາ ເພື່ອປະຕິບັດໜ້າທີ່. ຕາມພໍ່ເຖົ້າ ຫວໍ໊ຫຽນດາດ, ຜູ້ເປັນລູກຫຼານ ຂອງ ຫົວໜ້າກອງທະຫານເຮືອ ຮວ່າງຊາ ຟ້າມກວາງແອ໊ງ ໃນສະໄໝກ່ອນ, ບັນພະບູລຸດ ລຸ້ນກ່ອນໆ ໄດ້ຖືຕາມຄຳສັ່ງ ຂອງ ລາດຊະວັງ ໄປປັກຫຼັກໝາຍ ແລະ ປົກປັກຮັກສາ ໝູ່ເກາະ ຮວ່າງຊາ ຍ້ອນທະເລຫຼວງ ຂວາງກັ້ນ, ຫຼາຍຄົນອອກໄປແລ້ວ ບໍ່ເຫັນ ວັນກັບຄືນ. ເພື່ອລະນຶກເຖິງ ຜູ້ທີ່່ໄດ້ລ່ວງລັບໄປ, ແຕ່ລະປີ, ໃນລະຫວ່າງ ເດືອນກຸມພາ, ບັນດາວົງຕະກຸນ ຢູ່ ເມືອງເກາະ ຫຼີເຊີນ ໄດ້ຈັດພິທີລ້ຽງ ດວງວິນຍານ ທະຫານ ຮວ່າງຊາ.

ຈາກນັ້ນມາ, ພິທີດັ່ງກ່າວ ໄດ້ກາຍເປັນພິທີລວມ ຂອງ ຊາວ ເມືອງເກາະ ຫຼີເຊີນ. ພິທີໄດ້ຈັດຂຶ້ນດ້ວຍຈຸດປະສົງເຊີດຊູ ແລະ ສະແດງ ຄວາມເຄົາລົບນັບຖື ຕໍ່ບັນດານາຍ ແລະ ພົນທະຫານທີ່ ໄດ້ ຜ່ານຄື້ນທະເລ ອອກສູ່ ຮວ່າງຊາ ເພື່ອການປົກປັກຮັກສາ ສິດອຳນາດອະທິປະໄຕ ເໜືອໝູ່ເກາະທະເລ ອັນສັກສິດ ຂອງ ປະເທດຊາດ ດ້ວຍຄວາມພິລະອາດຫານ.

ຍ້ອນເຫດຜົນດັ່ງກ່າວ, ປັດຈຸບັນ ຢູ່ເທິງເກາະ ໄດ້ມີຮ່ອງຮອຍ ປະຫວັດສາດ ເກືອບ 100 ແຫ່ງ ຊຶ່ງສ່ວນຫຼາຍໃນນັ້ນ ແມ່ນມີຄວາມສະໜິດຕິດພັນກັບກອງທະຫານເຮືອ ຮວ່າງຊາ ເຊັ່ນ: ເອີມ ລິງຕື້, ເຂດຫຼຸມຝັງວິນຍານ ທະຫານ ຮວ່າງຊາ, ສາລາ ອານຫາຍ, ຫໍບູຊາຫົວໜ້າ ກອງທະຫານເຮືອ ຮວ່າງຊາ ຟ້າມກວາງແອ໊ງ, ຫໍບູຊາ ຫົວໜ້າກອງທະຫານເຮືອ ຮວ່າງຊາ ຫວໍວັນຄ໋ຽດ ແລະ ອື່ນໆ...


ສິ່ງອັດສະຈັນ ທາງທຳມະຊາດ ທີ່ເປັນເອກະລັກ

ຕາມ ປອ ຟ້າມທິນິງ, ສັງກັດສະມາຄົມບູຮານຄະດີ ຫວຽດນາມ ແລ້ວ, ບັນດາການຄົ້ນຄວ້າ ສະແດງໃຫ້ເຫັນ ທໍລະນີສາດ, ພູມສັນຖານ, ຮູບນອກ ເກາະ ເຫຼີເຊີນ ໄດ້ ກຳເນີດຂຶ້ນ ຫຼັງປະກົດການພູເຂົາໄຟ ພົ່ນລາວາອອກມາ ຫ່າງຈາກນີ້ ປະມານ 10.000 ປີ. ການປ່ຽນແປງທາງ ດ້ານທໍລະນີສາດ ໄດ້ສ້າງຂຶ້ນ ສິ່ງອັດສະຈັນ ທຳມະຊາດ ທີ່ເປັນເອກະລັກ, ແມ່ນ ຕົວແບບພູມສັນຖານ ທີ່ຫາຍາກໃນໂລກ. 

ເພື່ອການອະນຸລັກຮັກສາ ແລະ ເສີມຂະຫຍາຍຄຸນຄ່າມໍລະດົກ ແນໃສ່ຂະຫຍາຍການທ່ອງທ່ຽວ ແບບຍືນຍົງ, ໃນວັນທີ 18-19 ມິຖຸນາ ຜ່ານມາ, ຄະນະກຳມະການປະຊາຊົນ ແຂວງ ກວ່າງ ຫງ໊າຍ ໄດ້ສົມທົບ ກັບ ຄະນະກຳມະການແຫ່ງຊາດ ຢູແນັສໂກ ຫວຽດນາມ ໄດ້ຈັດງານສຳມະນາ ວິທະຍາສາດ ສາກົນ ກ່ຽວກັບຄຸນຄ່າມໍລະດົກ ສວນສາທາລະນະ ທໍລະນີສາດ ຫຼີເຊີນ-ຊາຮີ່ວນ ດ້ວຍການເຂົ້າຮ່ວມຂອງນັກຊ່ຽວຊານ, ນັກວິ ທະຍາສາດ, ນັກຄົ້ນຄ້ວາ ພາຍໃນ ແລະ ຕ່າງປະເທດ ປະມານ 550 ທ່ານ.
ປະກົດການລະເບີດ ແລະ ດັບມອດ ຂອງ ພູເຂົາໄຟ ໄດ້ສ້າງຂຶ້ນ ທຳມະຊາດ ທີ່ງົດງາມໜ້າອັດສະຈັນ ຢູ່ເທິງເກາະເຊັ່ນ: ຝາຫີນ ຖຳ້ເກົາ, ປະຕູໂຂງ ຕໍ່ວໍ່, ປາກ ຢ໋ຽງຕ່ຽນ ແລະ ປາກ ເຖີ໋ຍເລີີ໋ຍ ຊຶ່ງເປັນສະຖານທີ່ ທໍລະນີສາດ ມີຄວາມໝາຍ ດ້ານວິທະຍາ ສາດ, ທັງມີຄຸນຄ່າດ້ານການທ່ອງທ່ຽວອີກດ້ວຍ. ຂະບວນວິວັດ ຂອງການປ່ຽນແປງທາງດ້ານທໍລະນີສາດ ຍັງສ້າງຂຶ້ນ ດິນທ່ີອຸດົມສົມບູນ ຢູ່ເທິງເກາະ ທາງທິດໃຕ້, ເໝາະສົມກັບການປູກ ຝັງຕົ້ນໄມ້ຫຼາຍຊະນິດ ຊຶ່ງໃນນັ້ນມີ ຕົ້ນຜັກທຽມ ເປັນຜະລິດຕະພັນພິເສດລືຊື່ຂອງ ເກາະ ຫຼີເຊີນ. ນອກຈາກນັ້ນ, ຂະບວນວິວັດແຫ່ງການປ່ຽນແປງ ດ້ານທໍລະນີສາດ ຍັງສ້າງບັນດາໂງ່ນຫີນ ປາກະລັງ ທາງທຳມະຊາດ ເພື່ອໃຫ້ສັດນາໆ ຊະນິດ ດຳລົງຊີວິດທີ່ດີ ຢູ່ແຫ່ງນີ້.

ເຫັນພ້ອມກັບ ປອ ຟ້າມທິນິງ, ຮອງ ສຈ. ປອ ເຈິ່ນເຕິນວັນ, ຫົວໜ້າສະຖາບັນ ວິທະຍາສາດ ທໍລະນິສາດ ບໍ່ແຮ່ ໃຫ້ຮູ້ວ່າ ເຂດດິນ ຫຼີເຊີນ-ບິ່ງເຈົາ ເປັນ “ສວນສາທາລະນະ” ພູເຂົາໄຟຂະ    ໜາດໃຫຍ່, ເປັນມໍລະດົກ ດ້ານທໍລະນີສາດທີ່ຫາຍາກຢູ່ໃນໂລກ ຊຶ່ງເປັນຈຸດສູນລວມ,  ມີເງື່ອນໄຂຢ່າງຄົບຖ້ວນ ຂອງ ສວນສາ ທາລະນະ ທໍລະນີສາດ ທົ່ວໂລກແຫ່ງໜຶ່ງໃນອະນາຄົດ.



ພາບລວມຂອງເກາະ ຫຼີເຊີນ. ພາບ: ມິງເຕິນ


ປະຕູໂຂງ ຕໍ່ວໍ່ ດ້ວຍຫີນ ສູງປະມານ 2,5 ແມັດນີ້ ເປັນສິ່ງ ອັດສະຈັນ ທາງທຳມະຊາດ ແຫ່ງການ ປ່ຽນແປງທາງດ້ານ ທໍລະນີສາດ,
ເປັນບ່ອນເໝາະ ເພື່ອຊົມ ທັດສະນີຍະພາບ ໃນຍາມຄ້ອຍຄຳ່ລົງແລງ ແລະ ຖ່າຍຮູບ. ພາບ: ຈ້ອງຈິ໋ງ



ບັນດາຫີນຕົກຕະກອນ ທີ່ແສນງາມ ບົນເສັ້ນທາງໄປຍັງວັດ ຮາງ. ພາບ: ຟອງທູ


ການສ້າງສິ່ງພິເສດ ຂອງ ພູເຂົາໄຟ ໄດ້ສ້າງ ຖໍ້າ ຫຼາຍແຫ່ງ ຢູ່ ເກາະຫຼີເຊີນ. ຫ່າງຈາກນີ້ ປະມານ 400 ປີ, ຊາວເຜົ່າຈຳ ໄດ້ ອອກມາບຸກເບີກ ຖາກຖາງ ເກາະແຫ່ງນີ້ ແລ້ວສ້າງ
ວັດບູຊາ ພະພຸດທະເຈົ້າ ແຫ່ງໜຶ່ງ ຕັ້ງຊື່ວ່າ ວັດ ຮາງ. ພາບ: ຟອງທູ



ຫາດຊາຍທະເລຢູ່ເກາະ ແບ໋ ມີຊາຍຂາວນຽນ ຊຶ່ງ ຕັ້ງຢູ່ ລະຫວ່າງກາງ ບັນດາຝາຫີນຕົກຕະກອນ ຂອງ ພູເຂົາໄຟ ທີ່ ເປັນຮູບໂກ່ງ. 


ທົ່ງນາປູກຜັກບົ່ວ, ຜັກທຽມ ຢູ່ເທິງເກາະ ຫຼີເຊີນ. ພາບ: ຈ້ອງຈິ໋ງ


ນັກທ່ອງທ່ຽວຍ່າງຫຼິ້ນ ເທິງເກາະ ຫຼີເຊີນ. ພາບ: ຟອງທູ


ນັກທ່ອງທ່ຽວດໍານໍ້າຊົມປາກະລັງ ຢູ່ອ້ອມເກາະ ຫຼີເຊີນ. ພາບ: ແອງກວນ


ນັກທ່ອງທ່ຽວນຸ່ງເສື້ອຊູຊີບ ຊື່ນໃຈຢູ່ລະຫວ່າງກະແສນຳ້ ທະເລ ທີ່ຂຽວສົດໃສ. 

“ສວນສາທາລະນະ ທໍລະນີສາດ ຫຼີເຊີນ-ຊາຮີ່ວນ ມີຄຸນຄ່າ ທາງດ້ານທໍໍລະນີສາດ, ວັດທະນະທຳ ປະຫວັດສາດ, ບູຮານຄະດີ, ທິວທັດທຳມະຊາດ ແບບດັ້ງເດີມ, ຫວັງວ່າ ອົງການ ຢູແນັສໂກ ຈະຮັບຮອງ ເປັນ ສວນສາທາລະນະ ທໍລະນີສາດ ທົ່ວໂລກ...”. 
ປອ Guy Martini, ປະທານສະພາສວນສາທາລະນະ ທໍລະນີສາດ ຢູແນັສໂກ, ເລຂາທິການໃຫຍ່ເຄືອຄ່າຍ ສວນສາທາລະນະ ທໍລະນີສາດທົ່ວໂລກ. 
 
ດ້ວຍເຫດນັ້ນ, ນັບຕັ້ງແຕ່ປີ 2015, ແຂວງ ກວ່າງຫງ໊າຍ ໄດ້ສ້າງ ຕັ້ງສວນສາທາລະນະ ທໍລະນີສາດ ຫຼີເຊີນ-ຊາຮີ່ວນ ຊຶ່ງລວມມີ ເກາະ ຫຼີເຊີນ ແລະ ເຂດຕ່າງໆ ທີ່ໃກ້ຄຽງ ຢູ່ແຄມຝັ່ງ ຕາແສງ ບິ່ງເຈົາ, ບິ່ງຫາຍ, ເມືອງ ບິ່ງເຊີນ ເພື່ອການ ອະນຸລັກຮັກສາ ບັນດາຄຸນຄ່າດ້ານທໍລະນີສາດ, ວັດທະນະທຳ ທີ່ເປັນເອກະລັກ ແລະ ຄວາມຫລາກຫລາຍ ດ້ານຊີວະນາໆ ພັນ. ດ້ວຍບັນດາ ຄຸນຄ່າທີ່ເປັນເອກະລັກ ກ່ຽວກັບດ້ານທໍລະນີສາດ, ວັດທະນະທຳ ແລະ ປະຫວັດສາດ, ຫຼີເຊີນ ໄດ້ກຳນົດເປັນ ເຂດແກນຫຼັກ ຂອງສວນສາທາລະນະ ທໍລະນີສາດ ຫຼີເຊີນ-ຊາຮີ່ວນ, ຊຶ່ງຜູ້ຊ່ຽວຊານ ຢູແນັສໂກ ຕີລາຄາສູງ ກ່ຽວກັບ ຄວາມສາມາດບົ່ມຊ້ອນ ເພື່ອກາຍເປັນສວນສາທາລະນະ ທໍລະນີສາດທົ່ວໂລກ. ປັດຈຸບັນ, ແຂວງ ກວ່າງຫງ໊າຍ ພວມ ຮີບຮ້ອນເຮັດໃຫ້ສົມບູນ ສຳເນົາເອກະສານ ເພື່ອສະເໜີ ໃຫ້ຫຼີເຊີນ ໄດ້ຮັບຮອງເປັນ ສວນສາທາລະນະທໍລະນີສາດ ທົ່ວໂລກ ຂອງ ຢູແນັສໂກ ໃນເດືອນພະຈິກ ທີ່ຈະເຖິງນີ້. 

ກ່ຽວກັບຄວາມຫລາກຫລາຍດ້ານຊີວະນາໆ ພັນ, ນອກຈາກສັດ ແລະ ພຶກສາສາດຫຼາຍປະເພດທີ່ຫາຍາກ ຢູ່ເທິງບົກ ໄດ້ຈັດເຂົ້າ ໃນປຶ້ມແດງຂອງ ຫວຽດນາມ ແລະ ປຶ້ມແດງ ຂອງ IUCN, ເຂດທະເລອ້ອມຂ້າງເກາະ ຫຼີເຊີນ ມີ ສັດ ແລະ ພຶກສາສາດ 700 ປະເພດ, ລວມມີ ປາ 200 ຊະນິດ, ແໜທະເລ 137 ຊະນິດ, ສັດ ບໍ່ມີກະດູກສັນຫຼັງ 70 ຊະນິດ, ປາກະລັງ 157 ຊະນິດ, ສັດທະເລ ຂະໜາດນ້ອຍ 96 ຊະນິດ, ຫຍ້າທະເລ 7 ຊະນິດ. ຢູ່ອ້ອມຂ້າງເກາະມີ ລະບົບນິເວດປາກະລັງ, ລະບົບນິເວດ ຫຍ້າທະເລ, ລະບົບນິເວດແໜ ທີ່ຫຼາກຫຼາຍ ແນວພັນ. 
ບົດ: ຟອງທູ
ພາບ: ຈ້ອງຈິ໋ງ, ຫວຽດເກື່ອງ, ກົງດາດ, ມິງເຕີນ, ຟອງທູ
 

ຈຸດພົ້ນເດັ່ນທາງສາສະໜາ ຢູ່ເຂດພູສູງ ໄຕບັກ

ຈຸດພົ້ນເດັ່ນທາງສາສະໜາ ຢູ່ເຂດພູສູງ ໄຕບັກ

ປີ 2022, ຫວຽດນາມ ໄດ້ຮັບເລືອກເຂົ້າເປັນສະມາຊິກ ສະພາສິດທິມະນຸດ ສະຫະປະຊາຊາດ ເປັນຄັ້ງທີ 2 (ຄັ້ງທຳອິດໃນປີ 2013). ການໄດ້ຮັບເລືອກໃຫ້ເປັນສະມາຊິກ ສະພາສິດທິມະ ນຸດ ສະແດງໃຫ້ເຫັນ ຄວາມຮັບຮູ້ ຂອງ ປະຊາຄົມໂລກ ກ່ຽວກັບນະໂຍບາຍ, ຄວາມມານະພະຍາຍາມ ແລະ ໝາກຜົນຂອງ ຫວຽດນາມ ໃນການຮັບປະກັນສິດທິມະນຸດ ຂອງ ປະຊາຊົນ ຢູ່ທົ່ວທຸກຂົງເຂດ, ໃນນັ້ນລວມເຖິງບັນຫາທາງສາສະໜາ ສຳລັບປະຊາຊົນ ຢູ່ເຂດພູສູງ ນັບມື້ດີຂຶ້ນ.

Top