• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ສາລະຄະດີ

ຫາຍເຮົ້າ - ຕົວແບບ ຊົນນະບົດໃໝ່ທີ່ພົ້ນເດັ່ນ ຂອງ ຫວຽດນາມ

ດ້ວຍມູນເຊື້ອວັດທະນະທຳ, ປະຫວັດສາດ ແລະ ຂະຫຍາຍຕົວ ມາ ເປັນເວລາຫຼາຍພັນປີ, ຜູ້ຄົນເມືອງ ຫາຍເຮົ້າ (ແຂວງ ນາມດິ້ງ) ຍັງ ຄົງ ຮັກສາໄວ້ໄດ້ ສີສັນວັດທະນະທຳ ຂອງຊາວ ຫວຽດນາມ ຄື ມີ ນິດໃສໃຈຈິິງ ແລະ  ສຸພາບຄ່ຽມຄົມ ມາໂດຍຕະຫຼອດ. ມາຮອດ ປັດຈຸບັນ, ໂດຍໄດ້ຮັບຜົນປະໂຫຍດຮ່ວມຈາກ ໂຄງການຈຸດໝາຍ ແຫ່ງ ຊາດ ກ່ຽວກັບ ການກໍ່ສ້າງຊົນນະບົດໃໝ່ ໄດ້ນຳ ເມືອງ ຫາຍເຮົ້າ ກາຍ ເປັນຈຸດເດັ່ນ ໃນຂະບວນການ ກໍ່ສ້າງ ຊົນນະບົດ ໃໝ່ ຢູ່ ຫວຽດນາມ. ມີຫຼາຍຄົນໄດ້ຕີລາຄາ ຫາຍເຮົ້າ ເປັນເຂດບ້ານນາ ທີ່ ໜ້າຢູ່ໜ້າມາ. ທ່ານ ຫງວຽນວັນຕີ່ມ, ເລຂາຄະນະພັກເມືອງ ຫາຍເຮົ້າ ໃຫ້ຮູ້ວ່າ ຫາຍເຮົ້າ ສືບຕໍ່ ກໍ່ສ້າງ ຊົນນະບົດໃໝ່ ດ້ວຍທິດນຳ “ທາງມີໄຟຟ້າ ມີດອກໄມ້, ເຮືອນ ມີເລກ, ແມ່ນໍ້າບໍ່ມີຂີ້ເຫຍື້ອ, ພະນັກງານລັດຖະກອນ ໝັ່ນພຽນ, ປະຊາຊົນ ພ້ອມກັນເຫັນດີ”. 
ເຂດຊົນນະບົດຂຽວ ຫາຍເຮົ້າ

ມາຍັງເມືອງ ຫາຍເຮົ້າ, ພວກຂ້າພະເຈົ້າ ຮູ້ສຶກໄດ້ ຈັງຫວະ ຊີວິດ ທີ່ສະຫງົບສຸກ ແລະ ອຸດົມມັ່ງຄັ່ງຢູ່ທີ່ນີ້. ຖະໜົນຫົນທາງ, ຮ່ອມ ບ້ານ ທຸກສາຍ ຕັ້ງສະຫຼັບກັນ ໃນລະຫວ່າງ ຮົ່ມເຢັນຂອງ ຕົ້ນໄມ້  35.000 ຕົ້ນ ທ່ີຂຽວ. ລະບົບຄອງເໝືອງ ຊົນລະປະທານ ກໍໄດ້ ມີ ແຜນຜັງ ລົງທຶນ, ຍົກລະດັບ ເພື່ອຮັບປະກັນດ້ານຫົດ ແລະ ລະ ບາຍນຳ້ຂອງ ການຜະລິດກະສິກຳ ແລະ ລ້ຽງສິນໃນນຳ້.

ຜູ້ຄົນ ຫາຍເຮົ້າ ຮູ້ດີວ່າ ວົງຄະນາຍາດ ສ້າງເປັນກຳລັງແຮງ ເພື່ອ ຂະຫຍາຍຕົວ. ເລື່ອງປະຊາຊົນ ມອບດິນ, ຍົກຍ້າຍບ່ອນຢູ່ ຫຼື ບໍລິ ຈາກເງິນ ໃຫ້ແກ່ອຳນາດການປົກຄອງ ເມືອງ ດ້ວຍຄວາມສະໝັກ ໃຈ ເພື່ອເນັ່ງສາຍໄຟຟ້າ ສະເພາະຂອງແຕ່ລະບ້ານ, ປະກອບສ່ວນ ສ້າງ ຫໍວັດທະນະທຳບ້ານ...ໄດ້ກາຍເປັນ ຂະບວນການ ຂະຫຍາຍ ຕົວຢ່າງກວ້າງຂວາງ ຢູ່ເມືອງ ຫາຍເຮົ້າ. ໃນສອງປີຜ່ານມາ ເມືອງ ຫາຍເຮົ້າ ໄດ້ລະດົມທຶນ ເພື່ອສ້າງພື້ນຖານວັດຖຸ, ໂຄງລ່າງ ຂອງ ຊົນນະບົດ ໄດ້ກວ່າ 229 ຕື້ດົ່ງ, ໃນນັ້ນ ປະຊາຊົນ ປະກອບສ່ວນ ກວ່າ 50 ຕື້ດົ່ງ, ກວມ 17% ແຫຼ່ງ ທຶນ ທີ່ລະດົມທັງໝົດ.



ດ້ວຍທ່າແຮງເປັນເຂດກະສິກຳ ຂອງທົ່ງພຽງພາກເໜືອ, ເຂດຊຸມ ຊົນ ທີ່ນອນຢູ່ລະຫວ່າງກາງອູ່ເຂົ້າ ຊຶ່ງ ສ້າງເປັນ ທັດສະນີຍະພາບ
ທີ່ສວຍງາມໃຫ້ແກ່ຊົນນະບົດ ຫາຍເຮົ້າ. 



ລະບົບແມ່ນຳ້ລຳເຊ ແລະ ແຖວຕົ້ນໄມ້ຂຽວທີ່ຮົ່ມເຢັນ ໄດ້ເຮັດ ໃຫ້ ເມືອງ ຫາຍເຮົ້າ ມີຄວາມສວຍງາມ ມີຊີວິດຊີວາຍິ່ງຂຶ້ນ. 


ຂົວ ງ໋ອຍເຈີ້ເລືອງ ທີ່ຕາແສງ ຫາຍແອງ ໄດ້ຮັບການກໍ່ສ້າງ ແຕ່ປີ 1509 ມາຮອດປັດຈຸບັນ ຍັງຄົງຮັກສາໄວ້ໄດ້ ຄວາມງາມ ແບບເກົ່າ ແກ່
ປະສົມປະສານກັບຄວາມງາມແບບທັນສະໄໝ. 



ແມ່ນຳ້ ມຸກ ທີ່ໄຫຼຜ່ານໃຈກາງຂອງເທດສະບານ ຫາຍເຮົ້າ ໄດ້ ສ້າງ ດ້ວຍຫີນ ຢູ່ສອງຝັ່ງ ຊຶ່ງສະແດງໃຫ້ເຫັນໂສມໜ້າໃໝ່ ໃຫ້ແກ່ ນະ ແຫ່ງນີ້. 


ດອກໄມ້ຫຼາຍຊະນິດ ໄດ້ປູກຕາມລະດູ ຊຶ່ງເຮັດໃຫ້ເສັ້ນທາງ ແຫ່ງ ດອກໄມ້ ມີສີສັນຂອງດອກໄມ້ຕະຫຼອດເວລາ.


ສະແດງໄມ້ໂຢກເຢກ ຂອງຊາວປະມົງ ຕາແສງ ຫາຍຫຼີ ໃນວັນບຸນ ກິລາ ກາຍຍະກຳ ຂອງເມືອງ ຫາຍເຮົ້າ. ພາບ: ເອກະສານ


ສະໂມສອນຮັກສາສຸຂະພາບ ຄົນອາວຸໂສ ກັບບົດແອບກັບວີ ທີ່ ເຮືອນວັດທະນະທຳ ບ້ານ 4 ຕາແສງ ຫາຍບັກ. 


ດ້ວຍພື້ນຖານໂຄງລ່າງທີ່ດີ, ສະຖານທີ່ຫຼິ້ນ ຂອງ ໂຮງຮຽນ ອະນຸ ບານ ຂອງ ເມືອງ ໄດ້ຮັບການລົງທຶນທີ່ເໝາະສົມ. 


ຫ້ອງໃສ່ໝາກໄຂຫຼັງທຽມ ຂອງ ໂຮງໝໍ ເມືອງ ໄດ້ປະກອບ ພາຫະ ນະເຄື່ອງຈັກທີ່ທັນສະໄໝ. 


ຄູສອນ ແລະ ນັກຮຽນ ຂອງໂຮງຮຽນ ມັດທະຍົມຕອນປາຍ A ຫາຍເຮົ້າ ໃນຊົ່ວໂມງຮຽນ.   

ທ່ານ ມາຍກວາງດິ໊ງ (ອາຍຸ 48 ປີ) ໃຊ້ຊີວິດ ຢູ່ຄຸ້ມບ້ານເລກ 3, ເທດ ສະບານ ອຽນດິ້ງ ໃຫ້ຮູ້ວ່າ: “ປະຊາຊົນ ຫາຍເຮົ້າ ສະໜັບສະ ໜູນ ອຳນາດການປົກຄອງ ແລະ ພ້ອມຈິດພ້ອມໃຈກັນ ໃນບັນດາ ຂະບວນການ ກໍ່ສ້າງຊົນນະບົດໃໝ່ ຢ່າງສຸດໃຈ. ພວກຂ້າພະເຈົ້າ ພ້ອມແລ້ວທີ່ຈະປະກອບສ່ວນ ລາຍຮັບ ຂອງຕົນ ເພື່ອການກໍ່ສ້າງ ໝູ່ບ້ານທີ່ຮັ່ງມີ ສວຍງາມ ແລະ ມີຄວາມສິວິໄລ”. 

ວັນທີ 23 ມິຖຸນາ 2015, ນາຍົກລັດຖະມົນຕີ ໄດ້ປະກາດ ໃຊ້ຂໍ້ ຕົກລົງເລກທີ 921/QĐ –TTG ຮັບຮອງ ເມືອງ ຫາຍເຮົ້າ ບັນລຸ ມາດຕະຖານ ຊົນນະບົດໃໝ່. ຮູບພາບ ເຂດຊົນນະບົດ ຫາຍເຮົ້າ ກັບ “ໝູ່ບ້ານທີ່ສະອາດ, ຂຽວງາມ ແລະ ມີຄວາມ ຍິ່ງໃຫຍ່”, ພື້ນ ຖານໂຄງລ່າງ ໄດ້ຮັບການ ລົງທຶນ ຢ່າງຄົບຊຸດ ໄດ້ນຳມາຊຶ່ງ ພະ ລັງແຮງໃໝ່ໃຫ້ແກ່ເມືອງ ຫາຍເຮົ້າ. 
ຫາຍເຮົ້າ ຖືສຳຄັນທີສຸດ ການລົງທຶນສ້າງພື້ນຖານໂຄງລ່າງ ໃຫ້ ລະ ບົບການສຶກສາ, ສາທາລະນະສຸກ. 100% ໂຮງຮຽນ ອະນຸບານ, ໂຮງຮຽນປະຖົມ, ໂຮງຮຽນ ມັດທະຍົມ ຕອນຕົ້ນ ແລະ 5/7 ໂຮງຮຽນ ມັດຕະຍົມຕອນປາຍ ບັນລຸມາດຕະຖານ ແຫ່ງຊາດ. ໂຮງໝໍ ຂັ້ນເມືອງ ໄດ້ຮັບການ ກໍ່ສ້າງຢ່າງກວ້າງຂວາງ ງາມຕາ ກັບລະບົບພາຫະນະອຸປະກອນທີ່ທັນສະໄໝ.

ເຂົ້າໄປຕາມໝູ່ບ້ານຕ່າງໆ ຂອງ ເມືອງ ຫາຍເຮົ້າ, ພວກຂ້າພະເຈົ້າ ນຶກວ່າຕົວເອງ ກຳລັງທ່ອງທ່ຽວ ຢູ່ເຂດຊົນນະບົດ ແຫ່ງໜຶ່ງ ທີ່ມີ ຄວາມ ສວຍງາມ ເໝືອງດັ່ງພາບແຕ້ມ. ທົ່ວເມືອງ ມີຫໍ ວັດທະນະທຳບ້ານ 546 ຫຼັງ ຊຶ່ງໄດ້ຮັບການກໍ່ສ້າງທີ່ໃຫຍ່ໂຕ ແລະ ສະອາດສວຍງາມ, ມີພື້ນຖານໂຄງລ່າງທີ່ທັນສະໄໝ ແລະ ໄດ້ຮັບການ ສ້ອມແປງ 2 ປີ ຕໍ່ຄັ້ງ ດ້ວຍງົບປະມານ 19 ຕື້ດົ່ງ.

ເພື່ອໃຫ້ມີຍ່ານບັນຍາກາດ ທີ່ສົດໃສ ແລະ ສະຫງົບສຸກ, ຫາຍເຮົ້າ ໄດ້ອອກແຮງ ວຽກກຳຈັດຂີ້ເຫຍື້ອ ແລະ ສິ່ງແວດລ້ອມ. ທາງເມືອງ ໄດ້ ລົງທຶນ ສ້າງເຕົາເຜົາຂີ້ເຫຍື້ອ 28 ເຕົາ ດ້ວຍວົງເງິນ 6.073 ຕື້ ດົ່ງ. ພົ້ນເດັ່ນຄື ເຕົາເຜົາຂີ້ເຫຍື້ອ ທີ່ຕາແສງ ແທງຫາຍ ໄດ້ຮັບການ ກໍ່ສ້າງ ແຕ່ປີ 2013 ໃນເນື້ອທີ່ 1 ເຮັກຕາ, ກຳຈັດຂີ້ເຫຍື້ອໄດ້ 5 ໂຕນຕໍ່ມື້.

ທຸກມື້, ເລີ່ມແຕ່ 5 ໂມງຕອນເຊົ້າ, ຢູ່ທີ່ຫໍວັດທະນະທຳບ້ານ ຂອງ ບ້ານ ໄດ້ມີການເຄື່ອນໄຫວ ຕ້ອນຮັບວັນໃໝ່ ຢ່າງຄຶກຄື້ນ. ບັນດາ ຜູ້ເຖົ້າ ພາກັນອອກກຳລັງກາຍ ຮັກສາສຸຂະພາບ, ຊາວໜຸ່ມ ຕີບານ ສົ່ງ, ຕີດອກປິກໄກ່, ສ່ວນເດັກນ້ອຍແອບມວຍ, ຮ້ອງເພງ. ຂະບວນ ການ ອອກກຳລັງກາຍ ແມ່ນ ຄວາມຈົບງາມ ດ້ານວັດທະນະທຳ ຂອງ ທົ່ວປວງຊົນ ຢູ່ເມືອງ ຫາຍເຮົ້າ.

ພວກຂ້າພະເຈົ້າໄດ້ເຫັນກັບຕາ ບັນຍາກາດ ການດຳລົງຊີວິດ ຂອງ ປະຊາຊົນ ຢູ່ໝູ່ບ້ານ ແຫ່ງນີ້ ໃນຍາມຄ້າຍແລງ ຂອງມື້ໜຶ່ງ ທີ່ຫໍ ວັດ ທະນະທຳບ້ານ ຂອງ ຄຸ້ມບ້ານ 4, ຕາແສງ ຫາຍບັກ. ທົ່ວບ້ານມີ ເກືອບ 340 ຄອບຄົວ ກັບ 1200 ກວ່າຄົນ ດຳລົງຊີວິດ ແລະ ເຮັດ ຫຼາຍອາຊີບ ທີ່ແຕກຕ່າງກັນເຊັ່ນ: ຊ່າງໄມ້, ຈັກສານ, ບໍລິການ... ເຖິງວ່າຕິດຂັດກັບວຽກງານ ປານໃດກໍຕາມ, ແຕ່ປະຊາຊົນ ໄດ້ເຂົ້າ ຮ່ວມ ຂະບວນການ ວັດທະນະທຳ ຂອງ ໝູ່ບ້ານ ຢ່າງຟົດຟື້ນ. ສິ່ງ ທີ່ປະທັບໃຈທີ່ສຸດ ແມ່ນ ບັນດາ ຜູ້ເຖົ້າຜູ້ແກ່ຂອງບ້ານ ກໍໃຊ້ໂທລະ ສັບມືຖື ເຊື່ອມຕໍ່ຕາໜ່າງ ອິນເຕີເນັດ, ເຂົາເຈົ້າຖ່າຍຮູບ, ຖ່າຍວີດີ ໂອ ຮັກສາໄວ້ ບັນດາຮູບພາບ ການດຳລົງຊີວິດຂອງໝູ່ບ້ານເໝືອນ ດັ່ງຄ່ານິຍົມອັນໜຶ່ງ. ແຕ່ລະໝູ່ບ້ານ ມີໜ້າເວັບໄຊ, ເຟັດບຸກ ຂອງ ສະເພາະ ໝູ່ບ້ານ ເພື່ອໃຫ້ປະຊາຊົນ ຕິດຕາມຂໍ້ມູນຂ່າວສານ ຂອງ ທ້ອງຖິ່ນຕົນ.


ທ່ານ ເຈິ່ນຊວນບາງ, ນາຍບ້ານ ບ້ານ 4 ໃຫ້ຮູ້ວ່າ: “ພວກຂ້າພະເຈົ້າ ມີຕູ້ປຶ້ມ ກັບ ສິ່ງພິມ ນັບຫຼາຍພັນສະບັບ ເພື່ອໃຫ້ປະຊາຊົນ ມາຫາ ຄວາມຮູ້. ຫໍວັດທະນະທຳບ້ານ ກໍມີເຄື່ອງມື ອຸປະກອນ ຮັບໃຊ້ ການ ເຄື່ອນໄຫວ ດ້ານສິລະປະ ວັນນະຄະດີ ແລະ ກິລາ ຢ່າງຄົບຊຸດ”.

ທ່ານ ຫວູງອກເຈື່ອງ, ຮອງປະທານຄະນະກຳມະການ ປະຊາຊົນ ເມືອງ ຫາຍເຮົ້າ ໄດ້ຢືນຢັນວ່າ: “ພວກຂ້າພະເຈົ້າ ສ້າງ ວັດທະນະ ທຳ ຈາກແຕ່ລະຄອບຄົວ ເຖິງເຂດຊຸມຊົນ, ເອົາໃຈໃສ່ ຮັກສາ ແລະ ເສີມຂະຫຍາຍ ບັນດາຄຸນຄ່າວັດທະນະທຳ ອັນດີງາມ ຂອງທ້ອງ ຖິ່ນ, ມີຂະໜົບທຳນຽມ ຂອງໝູ່ບ້ານ ຊຶ່ງໄດ້ຮັບການ ຕອບສະໜອງ ຈາກປະຊາຊົນ, ຫໍວັດທະນະທຳບ້ານ, ສະຖານທີ່ ກິລາ ໄດ້ດຳເນີນ ການເຄື່ອນໄຫວ ຢ່າງເປັນປະຈຳ, ບັນດາງານບຸນ, ການດຳລົງຊີວິດ ວົງຄະນາຍາດ ໄດ້ຮັກສາໄວ້ ບັນດາ ສິ່ງທີ່ຍອດຍິ່ງ ຈົບງາມ”.

ສ້າງຮ່ັງຄູນມີ ຈາກການເຮັດເສດຖະກິດຫຼາຍຮູບແບບ

  
“ຍຸດທະສາດ ສ້າງຊົນນະບົດໃໝ່ ຂອງ ຫາຍເຮົ້າ ເຖິງປີ 2020 ແມ່ນສູ້ຊົນ 100% ບ້ານ ບັນລຸມາດຕະຖານ ຊົນນະບົດ ທີ່ເປັນ ແບບຢ່າງເຊັ່ນ “ແຈ້ງ, ຂຽວ, ສະອາດ, ສວຍງາມ” ແລະ ສຳເລັດ 3 ມາດຖະຖານ: “ມີພື້ນຖານໂຄງລ່າງຊົນນະບົດແບບຖາວອນ-ຄົບ ຊຸດ-ເຊື່ອມຕໍ່”, “ມີພື້ນຖານໂຄງລ່າງຊົນນະບົດຂຽວ-ສະອາດ”, “ມີແບບແຜນດຳເນີນຊີວິດ ວັດທະນະທຳ ທີ່ສວຍງາມ”. 

(ທ່ານ ຟ້າມວັນຈ໋ຽນ-ປະທານຄະນະກຳມະການປະຊາຊົນ ເມືອງ ຫາຍເຮົ້າ)
 
ໂດຍຫາໃຊ້ທ່າແຮງ ຂອງເຂດຊົນນະບົດ ທີ່ມີທັງທະເລ ແລະ ທົ່ງ ພຽງຢ່າງເຕັມທີ່, ປະຊາຊົນຢູ່ທີ່ນີ້ໄດ້ ອອກແຮງງານ ຢ່າງ ດຸໝັ່ນຂະ ຫຍັນພຽນ ເພື່ອນຳມາແຫຼ່ງລາຍຮັບສູງ ສ້າງຮັ່ງຄູນມີ ໃຫ້ແກ່ ບ້ານ ເກີດເມືອງນອນ. ປັດຈຸບັນ, ເມືອງຫາຍເຮົ້າ ບໍ່ພຽງແຕ່ປູກເຂົ້າເທົ່າ ນັ້ນ ຫາກຍັງເປີດກວ້າງ ການລ້ຽງສັດ ໃນຄອບຄົວ, ຫາສິນໃນນໍ້າ, ປູກຕົ້ນຢາສະໝູນໄພ, ສ້າງ ໝູ່ບ້ານອາຊີບ ແລະ ເຮັດບໍລິການ.

ຕາແສງ ຫາຍຟຸກ ຊຶ່ງເປັນເຂດລ້ຽງ ສິນໃນນຳ້ ຈືດໆ ເຄັມໆ ໃຫຍ່ ທີສຸດ ຂອງ ເມືອງ ຫາຍເຮົ້າ ດ້ວຍເນື້ອທີ່ ປະມານ 300 ເຮັກຕາ, ປະຊາຊົນ ໄດ້ຈັດສັນ ເຂດລ້ຽງກຸ້ງ ທີ່ທັນສະໄໝ ຊຶ່ງນຳລາຍໄດ້ ໃຫ້ ແຕ່ລະຄອບຄົວ ປະມານ 500 ລ້ານ-1 ຕື້ດົ່ງ/ລະດູການ.

ໂດຍນຳໃຊ້ ທ່າແຮງທາງທະເລ ທີ່ມີ, ຊາວປະມົງ ຢູ່ບັນດາ ຕາແສງ ຫາຍດົງ, ຫາຍລີ໋, ຫາຍຈິ໋ງ, ຫາຍຈ່ຽວ, ເທດສະບານ ຖິ້ງລອງ... ໄດ້ ຊື້ ເຮືອເພື່ອການຫາ ສິນໃນນໍ້າ ຢູ່ຕາມ ຊາຍຝັ່ງທະເລ ຊຶ່ງນຳມາ ແຫຼ່ງ ລາຍຮັບ ແຕ່ 30-50 ລ້ານດົ່ງ/ເດືອນ/ຄອບຄົວ.

ທະເລ ຫາຍເຮົ້າ ກໍເປັນທ່າແຮງ ໃຫ້ແກ່ການຜະລິດເກືອ ຂອງ ປະຊາຊົນ ຕາແສງ ຫາຍດົງ. ຢູ່ເທິງທົ່ງນາເກືອ ຂອງ ສະຫະກອນ ດົງຫາຍ, ປະຊາຊົນ ຜະລິດເກືອໄດ້ ປະມານ 1 ໂຕນ/ວັນ.


ຈັບຫາສິນໃນນໍ້າ ແມ່ນທ່າແຮງ ຂອງປະຊາຊົນ ຢູ່ເຂດທະເລ ຂອງ ຫາຍເຮົ້າ. 


ຂົນເກືອ ເຂົ້າໄວ້ໃນສາງ. 


ນໍ້າປາ ນິງເກີ ແມ່ນຜະລິດຕະພັນ ທີ່ລືຊື່ ຂອງ ເມືອງ ຫາຍເຮົ້າ.


ເຂດລ້ຽງ ສິນໃນນຳ້ຈືດໆ ເຄັມໆ ທີ່ຕາແສງ ຫາຍຟຸກ ມີເນື້ອທີ່ 300 ເຮັກຕາ, ຊຶ່ງມີຫຼາຍຮ້ອຍຄອບຄົວ ທຳການ ລ້ຽງກຸ້ງ ຊີວະພາບ. 


ຂະບວນກຳປັ່ນຫາປາ ຂອງຊາວປະມົງ ຢູ່ໃກ້ຝັ່ງ ກັບມາ ພາຍຫຼັງ ການເຮັດວຽກ. 

ພວກຂ້າພະເຈົ້າ ມາຢ້ຽມຢາມຕົວແບບ ປູກຕົ້ນຢາສະໝູນໄພ Polyscias fruticosa ຂອງຄອບຄົວ ທ່ານ ບຸ່ຍວັນເຊີ໋ມ. ມີ 8 ຊະນິດຕົ້ນ Polyscias fruticosa, ຄອບຄົວຂອງທ່ານ ໄດ້ສະ ໜອງ ແຫຼ່ງວັດຖຸດິບ ຢ່າງຫຼວງຫຼາຍ ໃຫ້ແກ່ ບໍລິສັດ Traphaco. ຕົ້ນ Polyscias fruticosa ໄດ້ປູກຕາມ ເຕັກໂນໂລຊີ Vietgap, ເກັບກ່ຽວ 3 ປີ ຕໍ່ຄັ້ງໜຶ່ງ, ມີມູນຄ່າເສດຖະກິດ 50 ລ້ານດົງ/ໄລ່. ການປູກຕົ້ນ Polyscias fruticosa ບໍ່ພຽງແຕ່ນໍາມາເຊິ່ງ ແຫຼ່ງ ລາຍຮັບສູງ ໃຫ້ແກ່ ຄອບຄົວທ່ານເຊີ໋ມ ເທົ່ານັ້ນ ຫາກຍັງ ສ້າງທັດ ສະນີຍະພາບ ແລະ ສິ່ງແວດລ້ອມທີ່ຂຽວສົດງົດງາມ ໃຫ້ແກ່ເຂດ ບ້ານນາ ອີກດ້ວຍ.

ປະຈຸບັນ, ທີ່ ເມືອງ ຫາຍເຮົ້າ ຍັງມີຫຼາຍກຸ່ມອຸດສາຫະກຳ ໄດ້ດຶງ ດູດ ວິສາຫະກິດ ຫຼາຍແຫ່ງ ມາລົງທຶນຜະລິດ ຢູ່ໃນພື້ນທີ່ ຊຶ່ງ ພົ້ນ ເດັ່ນກໍ່ຄື ສາຂາຂອງ ບໍລິສັດຕັດຫຍິບ ຊົງຮົ່ງ, ບໍລິສັດ ຕັດຫຍິບ Smart Shirts ຫາຍຮ່າ, ບໍລິສັດ Viet Power ຜະລິດເກີບກິລາ ເພ່ືອສົ່ງອອກ, ບໍລິສັດຕັດຫຍິບ ຫາຍເດື່ອງ, ບໍລິສັດເອເລກໂຕຣ ນິກ MSL ຫາຍແທງ ໄດ້ດຶງດູດ, ສ້າງ ວຽກເຮັດງານທຳ ໃຫ້ແກ່ ແຮງງານທ້ອງຖິ່ນ ກວ່າ 12.000 ຄົນ.



ຫາຍເຮົ້າ ເປັນອູ່ເຂົ້າ ຂອງ ຫວຽດນາມ ກັບຜົນຜະລິດເກັບໄດ້ 10,6 ໂຕນ/ເຮັກຕາ/ລະດູ. 


ໂຮງງານຕັດຫຍິບ ຂອງ ບໍລິສັດ ຕັດຫຍິບ ຊົງຮົ່ງ ທີ່ ເມືອງ ຫາຍເຮົ້າ ໄດ້ສ້າງວຽກເຮັດງານທຳ ໃຫ້ແກ່ແຮງງານ ທ້ອງຖິ່ນ ປະມານ 2.200 ຄົນ.


ຝັງໄຂ່ມຸກ ໃສ່ແຜ່ນໄມ້ແກະສະຫຼັກຄຳຜະຫຍາ ກັບລາຍດອກ ທີ່ ປານີດ ຊຶ່ງສະແດງໃຫ້ເຫັນ ສີມື ຂອງນາຍຊ່າງ ຕາແສງ ຫາຍມິງ. 


ນິຄົມລ້ຽງເປັດໄຂ່ ຕົວແບບ ທີ່ ຊາວກະສິກອນ ຢູ່ ຕາແສງ ຫາຍ ແທງ ກຳລັງປະຕິບັດ. ໃນພາບ ນິຄົມລ້ຽງເປັດໄຂ່
ຂອງ ຄອບຄົວ ທ່ານ ມາຍວັນເຊີນ. 

ອາດເວົ້າໄດ້ວ່າ ຫາຍເຮົ້າເປັນ ເຂດຊົນນະບົດ ທີ່ມີຄວາມສາມາດ ບົ່ມຊ້ອນ ທາງດ້ານເສດຖະກິດ ຍ້ອນເປັນສູນລວມ ຂອງ ຜະລິດ ຕະພັນ ກະ ສິກຳ ແລະ ສິນໃນນຳ້. ເຄື່ອງໝາຍການຄ້າ ເຂົ້າສານ ຫາຍເຮົ້າ ທີ່ມີ ຊື່ສຽງ ຂອງ ຫວຽດນາມ ກັບ ບັນດາ ທົ່ງນາທີ່ມີ ເນື້ອ ທີ່ 5 ເຮັກຕາ ຂຶ້ນໄປ ໄດ້ພາເມືອງ ຫາຍເຮົ້າ ເປັນທ້ອງຖິ່ນ ມີຄວາມ ສາມາດບົ່ມຊ້ອນ ຢ່່າງໃຫຍ່ຫຼວງ ດ້ານການສົ່ງອອກເຂົ້າສານ. ຜົນ ຜະລິດເຂົ້າສານ ບັນລຸ ກວ່າ 107 ໂຕນ/ປີ, ຫຼາຍຄອບຄົວຜະລິດ ສະເພາະ ແຕ່ເຂົ້າສານ ຫາຍເຮົ້າ ຂາຍອອກສູ່ຕະຫຼາດ ຫວຽດນາມ ຊຶ່ງສ້າງລາຍຮັບສູງ.

ຫາຍເຮົ້າ ຍັງມີອາຊີບ ຜະລິດ ຕົ້ນໄມ້ປະດັບເອ້, ເຄື່ອງ ສິລະປະ ຫັດຖະກຳ ດ້ວຍໄມ້, ເຮັດນຳ້ປາ ແລະ ອື່ນໆ... ທົ່ວເມືອງ ຫາຍເຮົ້າ ມີ ສະຫະກອນ 45 ແຫ່ງ, ໃນນັ້ນ ມີ 34 ແຫ່ງ ເຮັດບໍລິການກະສິ ກຳ, 4 ສະຫະກອນ ເຮັດບໍລິການ ຂຸດຄົ້ນ ສິນໃນນໍ້າ, 1 ສະຫະ ກອນ ຜະລິດເຫັດ, 1 ສະຫະກອນ ກ່ຽວກັບສິ່ງແວດລ້ອມ, 1 ສະ ຫະກອນ ທຳການຜະລິດ, ດຳເນີນ ທຸລະກິດກະສິກຳ, ສິນໃນນຳ້ ປອດສານພິດ. ບັນດາ ສະຫະກອນດັ່ງກ່າວ ໄດ້ສ້າງເປັນ ຜົນສຳ ເລັດ ບັນດາ ຕ່ອງໂສ້ ຮວມເຂົ້າກັນ ຊຶ່ງສ້າງລາຍຮັບໃຫ້ ແກ່ຜູ້ອອກ ແຮງງານ ແຕ່ 4-6 ລ້ານດົ່ງ/ເດືອນ. ຈາກນັ້ນ ສ້າງ ບັນຍາກາດແຂ່ງ ຂັນຜະລິດ ເພື່ອ ໃຫ້ເມືອງ ຫາຍເຮົ້າມີການ ພັດທະນາແບບຍືນຍົງ ຍິ່ງຂຶ້ນ.


- ຫາຍເຮົ້າ ມີການຂະຫຍາຍໂຕທາງເສດຖະກິດ 7,22%/ປີ. ໃນປີ 2017, ມີຍອດລາຍຮັບ ທັງໝົດ 256,443 ຕື້ດົ່ງ, ໄລ່ສະເລັ່ຍຕໍ່ ຫົວ ຄົນແມ່ນ 40 ລ້ານດົ່ງ/ຄົນ, ທົ່ວເມືອງ ມີຄອບຄົວ ທຸກຍາກ 2%. ປະຊາຊົນ ຫາຍເຮົ້າ ໄດ້ເຂົ້າຮ່ວມ ການຜະລິດເສດຖະກິດ ໃນຫຼາຍ ຂົງເຂດ ເຊັ່ນ: ກະສິກຳ, ສິນໃນນຳ້, ອາຊີບບໍລິການຕ່າງໆ...

- ໂຄງການເປົ້າໝາຍແຫ່ງຊາດ ກ່ຽວກັບ ການສ້າງຊົນນະບົດໃໝ່ ແມ່ນແຜນການລວມວ່າດ້ວຍ ການພັດທະນາເສດຖະກິດ-ສັງຄົມ, ການເມືອງ ແລະ ການປ້ອງກັນຄວາມສະຫງົບ ໂດຍລັດຖະບານ ຫວຽດນາມ ກໍ່່ສ້າງ ແລະ ຜັນຂະຫຍາຍ ໃນຊົນນະບົດ ທຸກແຫ່ງ ໃນ ທົ່ວປະເທດ, ໂດຍອີງໃສ່ຈິດໃຈ ຂອງມະຕິ ກອງປະຊຸມ ຄັ້ງທີ 7 ຄະ ນະບໍລິຫານງານສູນກາງພັກ ຄອມມູນິດ ຫວຽດນາມ ສະໄໝທີ X ກ່ຽວກັບ ກະສິກຳ, ຊາວນາ, ຊົນນະບົດ (ວັນທີ 5 ສິງຫາ 2018). ໂຄງການເປົ້າໝາຍແຫ່ງຊາດ ກ່ຽວກັບ ການສ້າງ ຊົນນະບົດໃໝ່ ໄລຍະ 2010-2020 ຊຶ່ງນາຍົກລັດຖະມົນຕີ ຫວຽດນາມ ອະນຸມັດ ມີເປົ້າໝາຍ ເຖິງປີ 2020, ໃນນັ້ນ 50% ຈຳນວນ ຕາແສງ ບັນລຸ ມາດຕະຖານ ຊົນນະບົດໃໝ່ ຕາມມາດຕະຖານ ແຫ່ງຊາດ ກ່ຽວ ກັບ ຊົນນະບົດໃໝ່. 

ບົດ: ບິກເວີນ - ພາບ: ແທງຢາງ ແລະ ເອກະສານ

ດ້ຽນບຽນ - ສູນການທ່ອງທ່ຽວແຫ່ງໃໝ່ ຂອງ ພາກ ຕາເວັນຕົກສ່ຽງເໜືອ

ດ້ຽນບຽນ - ສູນການທ່ອງທ່ຽວແຫ່ງໃໝ່ ຂອງ ພາກ ຕາເວັນຕົກສ່ຽງເໜືອ

ເມື່ອ 70 ປີກ່ອນ, ຊື່ ດ້ຽນບຽນ ໄດ້ປະກົດຂຶ້ນ ຢ່າງສະຫວ່າງສະໄຫວ ໃນແຜນທີ່ໂລກ ດ້ວຍໄຊຊະນະ ປະຫວັດສາດ ດ້ຽນບຽນຝູ ທີ່ “ສະໜັ່ນຟ້າ ສະເທືອນດິນ” (ວັນທີ 07/5/1954 – ວັນທີ 07/5/2024). ປັດຈຸບັນ, ດ້ຽນບຽນ ເປັນທ່ີຮູ້ວ່າ ແມ່ນສູນການທ່ອງທ່ຽວ ທີ່ພົ້ນເດັ່ນແຫ່ງໃໝ່ ຂອງ ພາກຕາເວັນຕົກສ່ຽງເໜືອ ດ້ວຍທ່າແຮງ ດ້ານການທ່ອງທ່ຽວ ປະຫວັດສາດ-ວັດທະນະທຳທາງໃຈ, ທ່ອງທ່ຽວຊີວະພາບ, ສຳຫຼວດທິວທັດທຳມະຊາດ ແລະ ທ່ອງທ່ຽວ ພັກຜ່ອນເພື່ອ ສຸຂະພາບ, ບັນເທິີງ ແລະ ການດູແລສຸຂະພາບ.

Top