ພາຍໃນເຮືອນສາມຊັ້ນຂອງຕົນ, ຫ໋ຽວຕິນ ໄດ້ສະຫງວນສະຖານ ທີ່ທັງ ໝົດ ເພື່ອຈັດວາງເຄື່ອງປັ້ນດິນເຜົາຊະນິດຕ່າງໆ ແລະ ຮູບປັ້ນທຸກ ຊະ ນິດ, ເຮັດໃຫ້ສະຖານທີ່ແຫ່ງນີ້ ຄືກັບຫໍພິພິທະພັນ ດ້ານວັດທະນະທຳ ຫຍໍ້ສ່ວນ. ໃນແຕ່ລະຊຸດສະສົມຂອງຕົນ, ຫ໋ຽວຕິນ ໄດ້ຈັດວາງເປັນແຕ່ ລະຫົວຂໍ້ທີ່ແຕກຕ່າງກັນ, ຕົວຢ່າງຄື ຊຸດສະສົມເຕົ້ານໍ້າຊາ ໄດ້ແບ່ງ ອອກເປັນຫຼາຍປະເພດເຕົ້ານໍ້າຊາ ຕາມວັດຖຸທີ່ນຳມາຜະລິດເຊັ່ນ: ດິນ ເຜົາ ບຽນຮວ່າ, ດິນເຜົາ ພາກໃຕ້ ສະໄໝກ່ອນ ແລະ ອື່ນໆ.
ຢູ່ພາຍໃນຫ້ອງຮັບແຂກ, ຫ໋ຽວຕິນ ໄດ້ຈັດວາງຮູບປັ້ນ ຮຶງດ້າວເວືອງ ເຈິ່ນກວ໋ກຕວ໋ນ, ວິລະຊົນແຫ່ງຊາດ, ຜູ້ທີ່ມີຜົນງານຂັບໄລ່ທະຫານ ຫງວຽນໂມງ (ລາຊະວົງໜຶ່ງຂອງ ຈີນ ໃນສະໄໝກ່ອນ) ຢູ່ສະໄໝ ລາຊະວົງ ເຈິ່ນ ທ້າຍສະຕະວັດທີ 13. ຢູ່ສອງຂ້າງຮູບປັ້ນ ຮຶງດ້າວ ເວືອງ ແມ່ນໂຖດອກໄມ້ເຄືອບດິນເຜົາສອງໜ່ວຍ ພັນລະນາ ເຖິງ ເລື່ອງເສນາອາມາດ ຮາຍບ່າຈຶງ ຂີ່ຊ້າງຕີສັດຕູ ໃນຊຸມປີ 40 ຕົ້ນ ຄຣິດຕະສັກກະຫຼາດ. ເມື່ອເວົ້້າເຖິງແນວຄິດສະສົມຮູບປັ້ນວິລະບູລຸດ ຜູ້ມີຊື່ສຽງ, ຫ໋ຽວຕິນ ໃຫ້ຮູ້ວ່າ ເມື່ອອ່ານປຶ້ມກ່ຽວກັບວິລະບູລຸດຜູ້ມີຊື່ ສຽງ, ຕົນເອງຮູ້ສຶກມີຄວາມຕ້ອງການຊອກຮູ້ຢ່າງເລິກເຊິ່ງກວ່າ ກ່ຽວ ກັບຕົວລະຄອນຜ່ານວາດຊົງ, ຮູບຊົງບັນດາຮູບປັ້ນ ທີ່ເຮັດມາຈາກ ຫຼາຍ ວັດຖຸ. ສະນັ້ນຈິ່ງລົງທຶນຊອກຊື້ບັນດາຮູບປັ້ນທີ່ເປັນເອກະລັກ ເພື່ອມາປະກອບເພີ່ມເຕີມໃຫ້ແກ່ຊຸດສະສົມຂອງຕົນ.