• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ພາບຊີວິດ

ຫງວຽນຮວ່າບິ່ງ-ນັກທຸລະກິດ ເຕັກໂນໂລຊີ

ນັກທຸລະກິດ ຫງວຽນຮວ່າບິ່ງ-ປະທານສະພາບໍລິຫານ ກຸ່ມບໍລິ ສັດ NextTech Group ເປັນຜູ້ບຸກເບີກ ແລະ ກຳນົດທິດທາງ ບໍລິສັດນຳໜ້າ ໃນຫຼາຍຂົງເຂດເຕັກໂນໂລຊີ ໃໝ່ໆ ຢູ່ ຫວຽດນາມ ຄື: ການຄ້າເອເລັກໂຕຣນິກ, ຊຳລະ ເອເລັກໂຕຣນິກ, ການເງິນ ແລະ logistic…
ນັກທຸລະກິດ ຫງວຽນຮວ່າບິ່ງ ເກີດປີ 1981, ຈົບການສຶກສາ ລະດັບປະລິນຍາໂທ ສາຂາບໍລິຫານຄຸ້ມຄອງຂໍ້ມູນຂ່າວສານ ທີ່ມະຫາວິທະຍາໄລ ໂອຊາກາ, ປະເທດ ຍີ່ປຸ່ນ. ປີ 2004 ເພິ່ນ ສ້າງຕັ້ງບໍລິສັດ PeaceSoft ແລະ ເຄື່ອນໄຫວໃນຂົງເຂດ ຂຽນ ຊອບແວ. ປີ 2005, ອິນເຕີເນັດ ຢູ່ ຫວຽດນາມ ໄດ້ມີການພັດ ທະນາຢ່າງໄວ, ທ່ານ ຫງວຽນຮວ່າບິ່ງ ຮັບຮູ້ທ່າອ່ຽງ ແລະ ສຶກສາຮູບແບບຂອງ eBay ແລະ Alibaba. ເພິ່ນໄດ້ປັບປຸງ ຍຸດທະສາດການດໍາເນີນທຸລະກິດ ໃຫ້ບັນດາໂຄງການ ຂອງ PeaceSoft ແລະ ໄດ້ລະດົມທຶນ ຈາກກອງທຶນ IDG Ventures ປະຈໍາ ຫວຽດນາມ ຢ່າງປະສົບຜົນສໍາເລັດ. ເວັບ ໄຊ Chodientu.vn ໄດ້ເປີດນໍາໃຊ້ຢ່າງເປັນທາງການ ແລະ ຢຶດຄອງຕະຫຼາດການຂາຍທາງ online ຫວຽດ. ໄລຍະນັ້ນ, ກຸ່ມບໍລິສັດ eBay (ສ ອາເມລິກາ) ເລີ່ມເຮັດທຸລະກິດຢູ່ ຫວຽດ ນາມ ແລະ ໄດ້ເລືອກ PeaceSoft ເປັນຄູ່ຮ່ວມມືເຮັດທຸລະ ກິດ ການຄ້າ ເອເລັກໂຕຣນິກ ທີ່ ຫວຽດນາມ.

ຄວາມສໍາເລັດ ບໍ່ໄດ້ຢູ່ຕະຫຼອດໃນ PeaceSoft ເມື່ອ eBay ອອກຈາກຕະຫຼາດ ຫວຽດນາມ, ທຸລະກິດຂອງທ່ານ ບິ່ງ ຕ້ອງ ປະເຊີນໜ້າກັບສະພາບການລົ້ມລະລາຍ. ທ່ານ ບິ່ງ ກ່າວວ່າ ຈະສືບຕໍ່ປ່ຽນຍຸດທະວິທີ ເຮັດທຸລະກິດ ເພື່ອການຄົງຕົວ ແລະ ເດີນໜ້າຕໍ່ໄປ, ຊຶ່ງເປັນທ່າອຽງ ຂອງຍຸກສະໄໝ. ຈາກທ່ີນີ້, ທ່ານ ຫງວຽນຮວ່າບິ່ງ ໄດ້ປ່ຽນວິທີການທາງທຸລະກິດ, ຈາກ “ການຄ້າ ເອເລັກໂຕຣນິກ” ມາເປັນ “ເອເລັກໂຕຣນິກ ຫັນເປັນ ການຄ້າ”. ທ່ານ ບິ່ງ ຢືນຢັນວ່າ: ຕ້ອງມີການຟື້ນຟູ ຕະຫຼາດ ມູນເຊື້ອຂອງ ຫວຽດນາມ ດ້ວຍເຕັກໂນໂລຊີ. ນັ້ນຄື ຈິນຕະ ນາການໃໝ່ ສໍາລັບ NextTech. 


ທ່ານ ຫງວຽນຮວ່າບິ່ງ, ປະທານສະພາບໍລິຫານ ກຸ່ມບໍລິສັດ NextTech. ພາບ: ແທງຢາງ/VNP


ທ່ານ ຫງວຽນຮວ່າບິ່ງ ກ່າວກ່ຽວກັບການ “ລົງທຶນເຂົ້າສູ່ບັນ ດາບໍລິສັດເລີ່ມຕົ້ນທຸລະກິດ ດ້ານສະຕິປັນຍາທຽມ ຢູ່ ອາຊີ” ພ້ອມກັບ ບັນດານັກປະທະກະຖາ ຕ່າງປະເທດ. ພາບ: ແທງຢາງ/VNP


... ມີຊາວໜຸ່ມຫຼາຍຄົນ ໄດ້ເຂົ້າຮ່ວມໃນການໂອ້ລົມ ສົນທະນາ ກ່ຽວກັບຫົວຂໍ້ “ລົງທຶນເຂົ້າສູ່ບັນດາ ບໍລິສັດເລີ່ມຕົ້ນທຸລະກິດ ສະຕິປັນຍາທຽມ ຢູ່ ອາຊີ” ຂອງ ທ່ານ ຫງວຽນຮວ່າບິ່ງ. ພາບ: ແທງຢາງ/VNP


ໃນການໂອ້ລົມສົນທະນາ ແບ່ງປັນບົດຮຽນກ່ຽວກັບເຕັກໂນ ໂລຊີ ຂໍ້ມູນຂ່າວສານ ແລະ ການສື່ສານ ຂອງທ່ານ ຫງວຽນ ຮວ່າບິ່ງ ໄດ້ດຶງດູດຄວາມສົນໃຈ ຂອງ ຜູ້ປະກອບການໃໝ່ ເພື່ອ ເລີ່ມຕົ້ນທຸລະກິດ ເປັນຈຳນວນຫຼວງຫຼາຍ. ພາບ: ແທງຢາງ/VNP


ທ່ານ ຫງວຽນຮວ່າບິ່ງ ທີ່ງານສໍາມະນາ “ຄາດຄະເນ ເສດ ຖະກິດ ຫວຽດນາມ ໃນສະພາບເສດຖະກິດ ດີຈີຕອນ ແລະ ການລົງທຶນແບບໃໝ່ - ແກ້ໃຫ້ແທດເໝາະ ແລະ ຫັນປ່ຽນວິ ທີການລົງທຶນ ເຮັດທຸລະກິດ”. ພາບ: ແທງຢາງ/VNP


ທ່ານ ຫງວຽນຮວ່າບິ່ງ ເຂົ້າຮ່ວມໃນລາຍການ Shark Tank ຫວຽດນາມ. ພາບ: ເອກະສານ


ການແບ່ງປັນບົດຮຽນຂອງທ່ານ ຫງວຽນຮວ່າບິ່ງ ໃນຫົວຂໍ້ “ຄວາມຜິດພາດທີ່ນໍາໄປສູ່ການຖືກລົ້ມເຫຼວ ຂອງການເລີ່ມ ຕົ້ນທຸລະກິດ”. ພາບ: ເອກະສານ


ທ່ານ ຫງວຽນຮວ່າບິ່ງ ຖ່າຍຮູບຮ່ວມກັບບັນດາສະມາຊິກໃນ
ລາຍການ
Shark Tank ຫວຽດນາມ. ພາບ: ເອກະສານ


ປັດຈຸບັນ ກຸ່ມບໍລິສັດ NextTech ຂອງທ່ານ ຫງວຽນຮວ່າ ບິ່ງ ມີພະນັກງານສ່ວນຫຼາຍແມ່ນໄວໜຸ່ມ. ພາບ: ແທງຢາງ/VNP


ການແບ່ງປັນກ່ຽວກັບເລື່ອງເລີ່ມຕົ້ນທຸລະກິດ ຂອງ ທ່ານ ຫງວຽນຮວ່າບິ່ງ ມີຜົນປະໂຫຍດໃຫ້ແກ່ ບັນດາຜູ້ປະກອບ ການໃໝ່ ເພື່ອເລີ່ມຕົ້ນທຸລະກິດ. ພາບ: ເອກະສານ

ປີ 2014, NextTech ໄດ້ເປີດຕົວບັນດາຜະລິດຕະພັນໃໝ່ ຢ່າງຕໍ່ເນື່ອງ ຄື: ການຊໍາລະດ້ວຍບັດສິນເຊື້ອຜ່ານ ມືຖື mPOS, ເວັບໄຊ ກ່ຽວກັບການຄ້າ ຜ່ານທາງ ອິນເຕີເນັດ ຂ້າມຊາຍແດນ WeShop, ໂຊລູຊັນ ການຂົນສົ່ງ ສໍາລັບການ ຄ້າ ເອເລັກໂຕຣນິກ Boxme ຫຼື ຊຳລະດ້ວຍບັນຊີ ເອເລັກ ໂຕຣນິກ ຜ່ານ ມືຖື Vimo... ແລະ ເປີດກວ້າງ ການດໍາເນີນ ງານອອກສູ່ປະເທດຕ່າງໆ ຄື: ສ ອາເມລິກາ, ອິນໂດເນເຊຍ, ສິງກະໂປ ແລະ ອື່ນໆ. 

ນັກທຸລະກິດ ຫງວຽນຮວ່າບິ່ງ ເປັນໜຶ່ງຜູ້ທີ່ໄດ້ຄັດເລືອກເປັນ ໃນຈຳນວນ 10 ຄົນມີຜົນສະທ້ອນຫຼາຍທີ່ສຸດເຖິງ ອີນເຕີເນັດ ຢູ່ ຫວຽດນາມ ໃນໄລຍະ 2007-2017. 
ຜ່ານການເຮັດວຽກຢ່າງບໍ່ຮູ້ອິດຮູ້ເມື່ອຍມາເປັນເວລາເກືອບ 20 ປີ, ທ່ານ ຫງວຽນຮວ່າບິ່ງ ໄດ້ເຮັດໃຫ້ NextTech ກາຍ ເປັນ ກຸ່ມບໍລິສັດ ນຳໜ້າໃນຫຼາຍຂົງເຂດ ເຕັກໂນໂລຊີໃໝ່ ຄື: ການຄ້າເອເລັກໂຕຣນິກ, ການຊຳລະເອເລັກໂຕຣນິກ, ການ ເງິນ ແລະ logistic... ເພິ່ນມີຊື່ໃນ ລາຍຊື່ 10 ຄົນທີ່ ມີຜົນສະ ທ້ອນທີ່ສຸດ ທາງດ້ານອິນເຕີເນັດ ຢູ່ ຫວຽດນາມ ໄລຍະ 2007-2017. ດ້ວຍຈຳນວນລາງວັນ ໄດ້ຮັບຢູ່ພາຍໃນ ແລະ ຕ່າງປະ ເທດກວ່າ 30 ລາງວັນ ລະດັບປະເທດ ແລະ ລະດັບຊາດ ທ່ີມີ ຊື່ສຽງ ສໍາລັບບັນດາຜະລິດຕະພັນ ດ້ານເຕັກໂນໂລຊີ, CEO ຫງວຽນຮວ່າບິ່ງ ໄດ້ຮັບຄວາມຮັກແພງ, ນັບຖື ແລະ ຊື່ນຊົມ ຈາກຄົນເຕັກໂນໂລຊີຮຸ່ນໃໝ່. 

ປັດຈຸບັນ ກຸ່ມ NextTech Group ມີ 20 ບໍລິສັດ ເປັນສະມາ ຊິກ, ມີພະນັກງານ 2.000 ຄົນຢູ່ ຫວຽດນາມ ແລະ 8 ປະເທດ ໃນໂລກຄື: ບາງກອກ (ໄທ), ກວາງຈູ ແລະ ເຊີນເຈິນ (ສປ ຈີນ), ຈາກາຕາ (ອິນໂດເນເຊຍ), ກົວລາລຳເບີ (ມາເລເຊຍ), ມານີລາ (ຟິລິບປິນ), ພະນົມ ເປັນ (ກຳປູເຈຍ), ສິງກະໂປ ແລະ ຢາງກຸ້ງ (ມຽນມາ), ເຄື່ອນໄຫວໃນ 4 ຂົງເຂດຄື: ການຄ້າເອ ເລັກໂຕຣນິກ, ເຕັກໂນໂລຊີ ການເງິນ, ບໍລິການ ພະລາທິການ ແລະ ເຕັກໂນໂລຊີ ການສຶກສາ ດ້ວຍຈຳນວນ ເງິນແລກປ່ຽນ ບັນລຸໄດ້ 2,5 ຕື້ໂດລາສະຫະລັດ ໃນປີ 2019. ບັນດາເຄື່ອງ ໝາຍການຄ້າຂອງ NextTech Group ເປັນຜູ້ນໍາໜ້າຢ່າງ ຕໍ່ ເນື່ອງໃນພາກພື້ນ ອາຊີ ຕາເວັນອອກສ່ຽງໃຕ້, ເຂົ້າຮ່ວມ ການ ເຮັດທຸລະກິດ ແລະ ຮ່ວມມືດ້ານການຄ້າກັບ ບັນດານັກລົງທຶນ ທີ່ມີຊື່ສຽງ ແລະ ເຊື່ອຖື ໃນໂລກຄື: SBI (ຍີ່ປຸ່ນ), FMO (ໂຮນ ລັງ), Actis (ອັງກິດ), Vina Capital (ຫວຽດນາມ), Alibaba và Tencent (ສປ ຈີນ).

ເມື່ອບໍ່ດົນມານີ້, NextTech ໄດ້ເປີດຕົວກອງທຶນຊ່ວຍເຫຼືອ ສະໜັບສະໜູນການເລີ່ມຕົ້ນເຮັດທຸລະກິດ ໄລຍະທຳອິດ - Next 100 ພ້ອມກັບຜູ້ປະກອບການໃໝ່ ເພື່ອເລີ່ມຕົ້ນ ທຸລະກິດດ້ວຍ ຈຸດປະສົງ NextTech ຈະເປັນ ພາກສ່ວນ ໜຶ່ງ ຊ່ວຍເຮັດໃຫ້ ນັກທຸລະກິດ ເຕັກໂນໂລຊີ ຢູ່ ຫວຽດນາມ ແລະ ພາກພື້ນ ອາຊີ ຕາເວັນ ອອກສ່ຽງໃຕ້ ໄດ້ຮັບຜົນສຳເລັດ ໃນການເຄື່ອນໄຫວ ເຮັດທຸລະກິດ. ທ່ານ ຫງວຽນຮວ່າບິ່ງ ໃຫ້ຮູ້ວ່າ: ກົນລະຍຸດ ຂອງ NextTech ແມ່ນເປັນເພື່ອນຮ່ວມ ທາງຂອງບັນດາ ວິສາຫະກິດ ມູນເຊື້ອ ຫວຽດນາມ ເພື່ອຊ່ວຍ ເຫຼືອໃຫ້ເຂົາເຈົ້າ ໄດ້ ຮັບຕະຫຼາດ ແລະ ນຳໃຊ້ເຕັກໂນໂລຊີ ເຂົ້າໃນການຜະລິດ, ເຮັດທຸລະກິດ. 
ບົດ: ບິກເວິນ-ພາບ: ແທງຢາງ ແລະ ເອກະສານ

ນັກສິລະປິນ ລະນາດຫີນ ອາຮີວນ

ນັກສິລະປິນ ລະນາດຫີນ ອາຮີວນ

ອາຮີວນ ບໍ່ໄດ້ຮຽນດົນຕີໃນໂຮງຮຽນໃດ, ບໍ່ໄດ້ຮັບການສິດສອນ ຈາກໃຜ, ແຕ່ຍ້ອນສຽງ ເຕີຣຶງ, ຕີງນິງ, ກະນີ, ລະນາດຫີນ... ຄືດັ່ງເວດມົນ ທີ່ບໍ່ມີຕົວຕົນ ດຶງດູດຫົວໃຈ ຂອງ ລາວ, ປຸກແປວໄພ ແຫ່ງຄວາມຫຼົງໄຫຼ ແລ້ວນຳພາ ໃຫ້ລາວ ກາຍເປັນນັກສິລະປິນ ໜຸ່ມດີເດັ່ນ ທີ່ສາມາດປະດິດສ້າງ ແລະ ຫຼິ້ນເຄື່ອງດົນຕີ ບູຮານທຸກປະເພດ ຂອງ ຊາວເຜົ່າ ຢາຣາຍ.

Top