“Dr. Rice” ຂອງ ເພື່ອນມິດສາກົນ

“Dr. Rice” ຂອງ ເພື່ອນມິດສາກົນ

ປີ 2022, ສະຖານກົງສຸນໃຫຍ່ ຍີ່ປຸ່ນ ປະຈຳນະຄອນ ​ໂຮ່ຈີ​ມິນ ໄດ້ສົມທົບ​ກັບ​ມະຫາວິທະຍາ​ໄລ ​ນາມເກິ່ນເທີ ​ຈັດ​ພິທີ​ມອບ​ລາງວັນ “ຫຼຽນ​ໄຊ ​ຕາ​ເວັນ​ຂຶ້ນ, ລັດສະໝີຄຳ ​ແລະ ຣິບບີ້ມ ບູຮານ” ຈາກ​ລັດຖະບານ ຍີ່ປຸ່ນ ​ໃຫ້​ທ່ານ ສຈ.ປອ ຫວໍຕ່ອງ​ຊວນ-ຜູ້ອຳນວຍການ ກິຕິມະສັກ ມະຫາວິທະຍາໄລ ນາມເກິ່ນເທີ. 

ທ່ານ ສຈ.ປອ ຫວໍຕ່ອງຊວນ ​ແມ່ນ​ຜູ້​ປະກອບສ່ວນ​ເຮັດ​ໃຫ້ ຫວຽດນາມ ກາຍ​ເປັນ​ປະ​ເທດ​ສົ່ງ​ອອກ​ເຂົ້າ​ທີ່​ມີ​ຊື່​ສຽງ​ໃນ​ໂລກ. ພາບ: ແຄ໋ງລອງ

ທ່ານ Watanabe Nobuhiro, ກົງສຸນໃຫຍ່ ຍີ່ປຸ່ນ ປະຈຳນະຄອນ ​ໂຮ່ຈີ​ມິນ ​ໃຫ້​ຮູ້​ວ່າ: ທ່ານ​ ສຈ.ປອ ຫວໍຕ່ອງຊວນ ​ໄດ້​ປະກອບສ່ວນ ​ຫັນ ຫວຽດນາມ ​ຈາກ​ປະ​ເທດ​ນຳ​ເຂົ້າ ​ເຂົ້າ ເປັນ​ປະ​ເທດຜູ້​ສົ່ງ​ອອກ​ເຂົ້າ​ ທີ່​ມີ​ຊື່​ສຽງ​ໃນ​ໂລກ. ຜົນການຄົ້ນຄວ້າເຂົ້າສານ ຂອງ ທ່ານ ສຈ.ປອ ຫວໍຕ່ອງຊວນ ບໍ່ພຽງແຕ່ໄດ້ຮັບການຮັບຮູ້ຢູ່ ຫວຽດນາມ ເທົ່ານັ້ນ, ແຕ່ຍັງຢູ່ຍີ່ປຸ່ນ ແລະ ຫຼາຍປະເທດ ໃນພາກພື້ນ ອີກດ້ວຍ. ທ່ານ Watanabe Nobuhiro ໃຫ້ຮູ້ວ່າ ທ່ານ​ ສຈ.ປອ ຫວໍຕ່ອງຊວນ ​ໄດ້ຮັບການ​ສຶກສາ​ຢູ່​ປະເທດ ​ຍີ່ປຸ່ນ ​ໃນຊຸມ​ປີ 70 ຂອງ​ສະຕະວັດ​ທີ XX, ​ມາ​ຮອດ​ປັດຈຸ​ບັນ, ການ​ພົວພັນ​ແລກປ່ຽນ​ດ້ານ​ວິຊາ​ການ​ສຶກສາ ກັບ​ມະຫາວິທະຍາ​ໄລ Kyushu ຢູ່ ​ຍີ່ປຸ່ນ ຍັງ​ຄົງ​ໄດ້ຮັກສາ​ໄວ້. ມີນັກ​ຄົ້ນ​ຄວ້າ​ ຫຼາຍ​ຄົນ​ຢູ່​ ຍີ່​ປຸ່ນ​ ຍັງ​ໄດ້​ຮັບ​ການ​ແນະນຳ​ ຈາກ​ທ່ານ​ ສຈ. ປອ ຫວໍຕ່ອງ​ຊວນ. ດ້ວຍ​ເຫດ​ນັ້ນ, ເພ່ິນ​ຈຶ່ງ​ໄດ້​ຮັບ​ຄວາມ​ຮັກ​ແພງ ຕັ້ງຊື່ວ່າ “Dr. Rice” (ມີຄວາມໝາຍວ່າ “ດອກເຕີ ເຂົ້າ”) ​ຈາກ​ເພື່ອນ​ມິດ​ສາ​ກົນ”.

ປີ 2006, ທ່ານ Sahr Johnny, ​ໃນ​ເວລາ​ນັ້ນ​ ເປັນ​ເອກ​ອັກຄະ​ລັດຖະທູດ ເຊຍຣາເລອອນ ປະຈຳ​ ປັກ​ກິ່ງ (ສປ ຈີນ), ຜ່ານ​ການ​ແນະນຳ​ຂອງ​ບໍລິສັດ​ໜຶ່ງ ​ໄດ້​ມາຍັງ ​ຫວຽດນາມ ​ເພື່ອ​ພົບ​ປະ​ກັບ​ທ່ານ ສຈ.ປອ ຫວໍຕ່ອງຊວນ ​ເພື່ອ​ປຶກສາ​ ​ກ່ຽວ​ກັບ​ການ​ຊ່ວຍ​ເຫຼືອ ເຊຍຣາເລອອນ ເພື່ອຜະລິດ​ຜະລິດ​ສະບຽງ​ອາຫານ. ສຈ.ປອ ຫວໍຕ່ອງຊວນ ໄດ້ຕົກລົງຊ່ວຍເຫຼືອທັນທີ ເພາະທ່ານ ຄິດວ່າ: “ຫວຽດນາມ ຈາກປະເທດ ຂາດແຄນສະບຽງອາຫານ ໄດ້ກາຍເປັນປະເທດສົ່ງອອກເຂົ້າ ອັນດັບທີ 2 ໃນໂລກ, ດັ່ງນັ້ນ ເຮົາສາມາດນຳເອົາປະສົບການ ຂອງຕົນມາຊ່ວຍເຫຼືອ ເຊຍຣາເລອອນ ໄດ້”.


ທ່ານ ສຈ.ປອ ຫວໍຕ່ອງຊວນ ເຂົ້າຮ່ວມໃນວຽກງານການຕ່າງ ປະເທດ ແລະ ຮ່ວມມືສາກົນ. ພາບ: ແຄ໋ງລອງ

ອາທິດ​ໜຶ່ງ​ຢູ່ ເຊຍຣາເລອອນ, ທ່ານ​ ສຈ.ປອ ຫວໍຕ່ອງຊວນ ​ໄດ້​ເດີນທາງ​ໄປ​ທົ່ວ​ທຸກ​ແຫ່ງ ​ເພື່ອ​ພົບ​ປະ​ແລກປ່ຽນ ​ກັບ​ບັນດາ ເຈົ້າກົກ ເຈົ້າເຫຼົ່າ​ ​ແລະ ຊາວ​ກະສິກອນ ​ເພື່ອ​ຊອກ​ຮູ້​ ກ່ຽວ​ກັບ​ຄວາມຊີນເຄີຍໃນການປູກຝັງ ຂອງ ເຂົາເຈົ້າ ​ແລະ ປຶກສາ​ຫາລື​ ກັບ​ບັນດາ​ພະນັກງານ​ ຄົ້ນ​ຄວ້າ​ເຂົ້າ​ຢູ່ Rokupr ​ເພື່ອ​ຊອກ​ຮູ້ ກ່ຽວກັບ​ຄວາມ​ຫຍຸ້ງຍາກ​ ໃນ​ການ​ຄົ້ນຄວ້າ ​ແລະ ຖ່າຍທອດ​ເຕັກ​ໂນ​ໂລ​ຊີ. ໜຶ່ງປີ​ຫຼັງ​ການ​ສຳ​ຫຼວດ, “ກຸ່ມປະຕິບັດງານ​ ຄວາມ​ປອດ​ໄພ ​ດ້ານ​ສະ​ບຽງ​ອາ​ຫານ ເຊຍຣາເລອອນ” ນຳໂດຍ​ທ່ານ​ ສຈ.ປອ ຫວໍຕ່ອງ​ຊວນ ໄດ້​ຮັບ​ການ​ສ້າງ​ຕັ້ງ​ຂຶ້ນ.

ໃນ​ການ​ເດີນທາງ​ ຄັ້ງ​ທີ 2 ​ໄປ​ຍັງ​ປະ​ເທດ ​ອາ​ຟຣິກກາ​ຕາ​ເວັນ​ຕົກ ທີ່​ຖືກ​ຈັດ​ ໃນ​ກຸ່ມບັນດາ​ປະ​ເທດ ​ທຸກ​ຍາກ​ ທີ່​ສຸດ​ໃນ​ໂລກ, ​ສຳພາລະໃນການເດີນທາງ ​ຂອງ​ທ່ານ ​ສຈ.ປອ ຫວໍຕ່ອງຊວນ  ແລະ ເພື່ອນຮ່ວມງານນໍາມາ​ໃນ​ຄັ້ງ​ນີ້​ ໄດ້ນໍາ 50 ​ແນວ​ພັນ​ເຂົ້າ​ທີ່​ໃຫ້​ສະມັດຕະພາບ​ສູງ ​ແລະ 10 ​ແນວ​ພັນ​ເຂົ້າ​ທີ່​ມີ​ຄຸນ​ນະພາ​ບສູງ ຂອງເຂດທົ່ງພຽງແມ່ນ້ຳຂອງ. ເນື່ອງຈາກວ່າໃນໄລຍະ ການສຳຫຼວດກ່ອນນີ້, ທ່ານ ສຈ. ປອ ຫວໍຕ່ອງຊວນ ເຫັນວ່າ ປະເທດ ເຊຍຣາເລອອນ ມີເນື້ອທີ່ດິນກວ້າງຂວາງ, ມີປະຊາກອນໜ້ອຍ, ສະພາບດິນຟ້າອາກາດ ຂ້ອນຂ້າງ ຄ້າຍຄືກັນ ກັບເຂດທົ່ງພຽງແມ່ນ້ຳຂອງ, ແຕ່ປະຊາຊົນ ສ່ວນໃຫຍ່ຍັງປູກເຂົ້າ ແບບດັ້ງເດີມ, ພຽງໜຶ່ງລະດູຕໍ່ປີ ແລະ ບໍ່ໄດ້ນໍາໃຊ້ ເຕັກນິກປູກເຂົ້າແບບກ້າວ   ໜ້າ. ນ້ຳຫົດຢູ່ທີ່ນີ້ ແມ່ນຂຶ້ນກັບນຳຝົນທັງໝົດ, ບໍ່ມີລະບົບຊົນລະປະທານໃດໆ ທີ່ໄດ້ຮັບການກໍ່ສ້າງ, ດ້ວຍເຫດນັ້ນຜົນຜະລິດບັນລຸໄດ້ພຽງ 2-3 ໂຕນ/ເຮັກຕາ. 


ແນວພັນເຂົ້າ ທີ່ເພິ່ນເອົາໄປນັ້ນ ໄດ້ຖືກປູກທົດລອງຢູ່ເຂດ Mange Bureh ແລະ ສູນຄົ້ນຄວ້າ Rokupr, ພ້ອມໆ ກັນນັ້ນ ແມ່ນການອອກແບບ ລະບົບຊົນລະປະທານ ໃນພື້ນທີ່ທົດສອບ. ບັນດາ​ຜູ້​ຊ່ຽວຊານ ​ຫວຽດນາມ ​ໄດ້ບັນລຸ​​ສິ່ງ​ມະຫັດສະຈັນ​ ສອງ​ຢ່າງ. ທໍາອິດແມ່ນປູກເຂົ້າ 2 ລະດູ/ປີ, ໄລຍະເວລາປູກເຂົ້າ ພຽງແຕ່ 95-100 ວັນ, ບັນລຸຜົນຜະລິດ ປະມານ 4,7 ໂຕນ/ເຮັກຕາ. ບໍ່​ພຽງ​ແຕ່​ເທົ່າ​ນັ້ນ, ຜູ້​ຊ່ຽວ​ຊານ​ ຍັງ​ສະສົມ ແນວພັນ ເຂົ້າ ​ຢ່າງ​ພຽງ​ພໍ ​ເພື່ອການ​ປູກ ໃນບໍລິເວນກວ້າງ. ຫຼັງທົດລອງ ປະສົບຜົນສໍາເລັດ ໃນເບື້ອງຕົ້ນຢູ່ ເຊຍຣາເລອອນ, ສຈ.ປອ ຊວນ ແລະ ເພື່ອນຮ່ວມງານ ສືບຕໍ່ມີໜ້າຢູ່ປະເທດ ນີເຊຣີ, ຊູດັງ, ໂມຊຳບິກ, ຣູວັນດາ, ບູຣູນດີ, ລີເບເຣຍ ເພື່ອທໍາການສຳຫຼວດ. 

ທ່ານ ສຈ.ປອ ຫວໍຕ່ອງຊວນ ພວມແລກປ່ຽນກັບບັນດາຄູ່ຮ່ວມມື ທີ່ເຂົ້າຮ່ວມໂຄງການ “ຕ່ອງ​ໂສ້​ມູນ​ຄ່າ​ເຂົ້າ​ແບບ​ຍືນ​ຍົງ​ ຂອງ​ຄອບຄົວຊາວ​ກະ​ສິ​ກອນ​ ຂະ​ໜາດ​ນ້ອຍ​ ຢູ່​ເຂດ​ທົ່ງ​ພຽງ​ແມ່​ນ້ຳ​ຂອງ”. ພາບ: ແຄ໋ງລອງ

ເລື່ອງການສ້າງຄວາມສຳເລັດທີ່ມະຫັດສະຈັນທີ່ ເຊຍຣາເລອອນ ໄດ້ຖືກທວນຄືນ ໃນງານສຳມະນາສາກົນ ທາງອອນໄລ ກ່ຽວກັບ ຄວາມປອດໄພດ້ານສະບຽງອາຫານ ແລະ ໂພຊະນາການ ທີ່ໄດ້ຈັດຂຶ້ນໃນທ້າຍເດືອນ ພຶດສະພາ 2022. ມາຮອດປັດຈຸບັນ, ທ່ານ ສຈ. ປອ ຫວໍຕ່ອງຊວນ ຍັງຄົງມີຄວາມຄິດຂ້ອງຄາໃຈ ​ຕໍ່​ຄວາມ​ປາຖະໜາ ຢາກຊ່ວຍ​ປະຊາຊົນ ​ອາ​ຟຣິກກາ ​ຫຼຸດຜ່ອນ​ຄວາມ​ວິຕົກ​ກັງວົນ ​ກ່ຽວ​ກັບ​ຄວາມ​ໝັ້ນຄົງ​ດ້ານ​ສະບຽງ​ອາຫານ. ທ່ານ ກ່າວວ່າ: “ຢູ່ ອາຟຣິກກາ, ອາຫານແມ່ນຢູ່ໃນແຜ່ນດິນ, ແຫຼ່ງຊັບພະຍາກອນມະນຸດ ສຸດທີ່ອຸດົມສົມບູນ, ໂດຍສະເພາະ ແມ່ນໄວໜຸ່່ມທີ່ມີຄວາມກະຕືລືລົ້ນໃນການເຮັດວຽກ. ພຽງ​ແຕ່​ຈັດ​ໃຫ້​ເຂົາ​ເຈົ້າ​ມີ​ທັກ​ສະ​, ເຄື່ອງ​ມື​ ແລະ ​ເຕັກ​ໂນ​ໂລ​ຊີ​ ການ​ຜະ​ລິດ​, ອາ​ຟຣິກ​ກາ​ ຈະ​ຊະ​ນະໄພອຶດຫີວ, ຮັບປະກັນຄວາມປອດໄພ ດ້ານ​ສະ​ບຽງ​ອາ​ຫານ​ ແລະ ​ພັດ​ທະ​ນາ​ແບບ​ຍືນ​ຍົງ ຢ່າງແນ່ນອນ...”.

ທ່ານ ສຈ.ປອ ຫວໍຕ່ອງຊວນ ໄດ້ຮັບຄວາມຮັກແພງ ຈາກ ຊາວກະສິກອນ ຫວຽດນາມ ແລະ ເພື່ອນມິດສາກົນ. ພາບ: ເອກະສານ

ມາ​ຮອດ​ປັດຈຸ​ບັນ, ​ເຖິງ​ວ່າ​ ອາຍຸ 82 ປີ​ແລ້ວ, ​ແຕ່ “ບິດາ ຂອງ ຕົ້ນເຂົ້າ” ຢູ່​ເຂດ​ທົ່ງພຽງ​ແມ່​ນ້ຳຂອງ ​ຍັງ​ສະ​ແດງໃຫ້ເຫັນ​ຄວາມປ່ຽມລົ້ນດ້ວຍພະລັງຊີວິດ​​ຂອງ “ຜູ້​ເຖົ້າ​ຊາວ​ພາກ​ໃຕ້” ດ້ວຍ​ແຜນການເຮັດວຽກ​ຢ່າງລຽນຕິດ. ເພິ່ນ​ຍັງ​ມີຄວາມຝັນຫຼາຍຢ່າງ ກັບບັນດາໂຄງການ​ກະ​ສິ​ກຳ​ຢູ່ຕາມ​ທ້ອງ​ຖິ່ນ ດ້ວຍ​ຄວາມ​ປາດ​ຖະ​ໜາ​ຢາກ​ຊ່ວຍ​ຊາວ​ກະ​ສິ​ກອນ ​ຫຼຸດ​ພົ້ນ​ອອກ​ຈາກ​ຄວາມທຸກ​ຍາກ.

ບົດ: ຖາວວີ - ພາບ: ຫວູ໊ແຄ໋ງລອງ ແລະ ເອກະສານ -  ແປໂດຍ: ບິກລຽນ


Top