ຜູ້ນຳຮອຍຍິ້ມ ມາສູ່ ເດັກນ້ອຍ

ຜູ້ນຳຮອຍຍິ້ມ ມາສູ່ ເດັກນ້ອຍ

ໃນຂະແໜງການແພດ, ບໍ່ຄ່ອຍມີໃຜ ທ່ີບໍ່ຮູ້ຈັກ ປອ. ທ່ານໝໍ ຫງວຽນ ວັນເດົ໊າ - ຜູ້ໄດ້ໃຊ້ເວລາຕະຫຼອດ 35 ປີຜ່ານມາ ໃນຄວາມພະຍາຍາມ ນຳຮອຍຍິ້ມ ມາໃຫ້ເດັກນ້ອຍ ທີ່ພິການປາກແວ່ງ-ເພດານໂວ່ ມາແຕ່ກຳເນີດ ນັບຫຼາຍພັນຄົນ. 

ປອ. ທ່ານ​ໝໍ ຫງວຽນ​ວັນ​ເດົ໊າ.

ຫຼັງຈາກຈົບການສຶກສາ ຈາກມະຫາວິທະຍາໄລແພດສາດ ແລະ ການ ຢາ ນະຄອນ ໂຮ່ຈີມິນ, ທ່ານ ​ປອ ຫງວຽນ​ວັນ​ເດົ໊າ ເລີ່ມ​ເຮັດ​ວຽກ​ຢູ່​ໂຮງ​ໝໍ​ເດັກ 1 ໃນ​ປີ 1988. ຫຼັງຈາກນັ້ນໜຶ່ງປີ, ທ່ານ ແລະ ເພື່ອນຮ່ວມງານ ຢູ່ໂຮງໝໍ ໄດ້ເລີ່ມຕົ້ນປະຕິບັດການຜ່າຕັດ ຄັ້ງທໍາອິດໃຫ້ເດັກນ້ອຍ ທີ່ພິ ການປາກແວ່ງ-ເພດານໂວ່. ຕະຫຼອດ 30 ປີຜ່ານມາ, ທ່ານໝໍ ຫງວຽນ ວັນເດົ໊າ ຍາມໃດກໍ່ຮັກສາຄວາມຊິນເຄີຍ ມີໜ້າ ຢູ່ໂຮງໝໍແຕ່ເຊົ້າ. ທ່ານ ໃຫ້ຮູ້ວ່າ ຕົນເອງມັກຕື່ນນອນແຕ່ເຊົ້າ ແລະ ມີແຕ່ເວລາ ຢູ່ໂຮງໝໍ ເພິ່ນ ຈຶ່ງຮູ້ສຶກໄດ້ “ແບບແຜນ ດຳລົງຊີວິດ” ປົກກະຕິ ຂອງຕົນ ເຖິງແມ່ນວ່າ ວຽກງານຈະຫຍຸ້ງ ແລະ ເຄັ່ງຕຶງ ໃນເວລາຕ້ອງປະຕິບັດ ການຜ່າຕັດ ທີ່ ຊັບຊ້ອນທັງວັນ. ທ່ານໝໍ ເດົ໊າ ໄດ້ໄຂຄວາມໃນໃຈອອກ ມາວ່າ: “ທຸກໆ ມື້ຂ້າພະເຈົ້າ ຕ້ອງທຳການຜ່າຕັດ ໃຫ້ຄົນເຈັບເດັກ ແຕ່ 8 ໂມງເຊົ້າ ຫາ 3 ໂມງແລງ. ບາງເທື່ອ, ອາຫານເຊົ້າ, ອາຫານທ່ຽງ ຂ້າພະເຈົ້າພຽງແຕ່ ດື່ມນົມໜຶ່ງກ່ອງ ເທົ່ານັ້ນ ເພາະວ່າບໍ່ມີເວລາພຽງພໍ”. ໃນພາລະກິດ ນຳ ຮອຍຍິ້ມ ມາສູ່ເດັກ ຕະຫຼອດຫຼາຍປີມານີ້, ທ່ານໝໍ ຫງວຽນວັນເດົ໊າ ບໍ່ ສາມາດຈື່ຈຳຄົນເຈັບ ທັງໝົດຂອງຕົນໄດ້, ແຕ່ສໍາລັບເພິ່ນ, ເດັກນ້ອຍ ທຸກຄົນ ເປັນເທພະບຸດ ແລະ ພວກເຂົາສົມຄວນ ໄດ້ຮັບຄວາມຮັກແພງ ແລະ ສວຍງາມ.

 ບໍ່​ພຽງ​ແຕ່​ທຳການຜ່າຕັດ ໃຫ້ເດັກນ້ອຍທີ່ພິການປາກແວ່ງ-ເພດານໂວ່ ນັບຫຼາຍພັນລາຍເທົ່ານັ້ນ, ທ່ານຍັງມີການເຊື່ອມຕໍ່ ກັບບັນດາອົງການ ຈັດຕັ້ງ ທີ່ບໍ່ຫວັງຜົນກຳໄລ ຢູ່ພາຍໃນ ແລະ ຕ່າງປະເທດ ເພື່ອ​ບໍ​ລິ​ຈາກ ​ແລະ ​ສ້າງ​ກອງ​ທຶນ​ ເພື່ອຮອຍຍິ້ມ ຂອງ ເດັກ Smile Train ​ເພື່ອ​ສະ​ໜັບ​ສະ​ໜູນ​ການ​ຜ່າ​ຕັດຍົກເວັ້ນ​ຄ່າ​ໃຊ້​ຈ່າຍ ​ສໍາ​ລັບ​ເດັກ​ນ້ອຍ. ທ່ານມີ ຄະຕິເຕືອນໃຈວ່າ​ ​ການຜ່າຕັດ ປາກແວ່ງ-ເພດານໂວ່, ນໍາຮອຍຍິ້ມ ມາ ໃຫ້ແກ່ເດັກນ້ອຍ ບໍ່ພຽງແຕ່​ແມ່ນການປິ່ນປົວພະຍາດເທົ່ານັ້ນ, ແຕ່ຍັງ ເປັນການປິ່ນປົວບາດແຜ ທາງຈິດໃຈ ແລະ ປ່ຽນແປງຊີວິດຂອງ​ເດັກ​ອີກ​ດ້ວຍ. ໃນເດືອນ ສິງຫາ 2022, ອົງການ Smile Train ໄດ້ຮ່ວມມື ກັບໂຮງໝໍເດັກ 1 ໄດ້ເປີດສູນຄົ້ນຄວ້າ ແລະ ຝຶກອົບຮົມແຫ່ງທຳອິດ  ກ່ຽວກັບການດູແລ ປາກແວ່ງ-ເພດານໂວ່ ຢູ່ນະຄອນ ໂຮ່ຈີມິນ. ສູນ ດັ່ງ ກ່າວຈະເປັນ ບ່ອນຄົ້ນຄວ້າ ແລະ ຝຶກອົບຮົບແພດໝໍ ຢູ່ເຂດພາກໃຕ້ ແລະ ຫຼາຍທ້ອງຖິ່ນໃນທົ່ວປະເທດ, ກາຍເປັນແບບຢ່າງໃນພາກພື້ນ ອາ ຊີ-ປາຊີຟິກ ກ່ຽວກັບການເບິ່ງແຍງດູແລ ຜູ້ພິການ ປາກແວ່ງ-ເພດານ ໂວ່ ຢ່າງຮອບດ້ານ. 


ພ້ອມກັບບາດກ້າວເດີນຂອງ ອົງການ, ທີມງານ ໂຮງໝໍ ເດັກ 1 ທ່ານໝໍ ຫງວຽນ​ວັນ​ເດົ໊າ ​ໄດ້​ທຳ​ການ​ຜ່າ​ຕັດ​ໂດຍ​ບໍ່​ເສຍ​ຄ່າ​ກວ່າ10.000 ​ຄົນ ສຳ ລັບເດັກນ້ອຍ ທີ່ພິການປາກແວ່ງ-ເພດານໂວ່ ​ໃນ 10 ປີຜ່ານມາ. ວັນທີ 23 ກຸມພາ ຜ່ານມາ, ໂຮງໝໍເດັກ 1 ແລະ ທ່ານໝໍ ຫງວຽນວັນເດົ໊າ ເປັນ ກຽດໄດ້ຮັບລາງວັນ “ຜົນສຳເລັດ ດ້ານການແພດ ຫວຽດນາມ” ຍ້ອນໄດ້ ສົ່ງຄືນ ສຽງເວົ້າ ແລະ ຮອຍຍິ້ມໃຫ້ເດັກນ້ອຍທີ່ ພິການປາກ ແວ່ງ-ເພ ດານໂວ່ ກວ່າ 10.000 ຄົນ. ຮອຍຍິ້ມ ແລະ ນໍ້າສຽງ ທ່ີອ່ອນໂຍນ ຂອງ ທ່ານໝໍ ຫງວຽນວັນເດົ໊າ ໄດ້ສ້າງຄວາມປະທັບໃຈ ໃຫ້ແກ່ຜູ້ ພົບປະກັບ ເພິ່ນ. ປັດຈຸ​ບັນ, ​ເຖິງ​ວ່າ​ໄດ້​ອອກພັກຜ່ອນ​ກິນ​ເບ້ຍ​ບຳນານ​ ແລ້ວ​, ​ແຕ່​ທ່ານ​ໝໍ ຫງວຽນ​ວັນ​ເດົ໊າ ຍັງ​ເປັນ​ທີ່​ປຶກສາດ້ານ​ວິຊາ​ການ​ໃຫ້ ພະແນກ ແຂ້ວ, ຄາງ, ໜ້າ ຂອງ​ໂຮງໝໍ​ເດັກ 1.

ໂຮງໝໍເດັກ 1 ແລະ ທ່ານໝໍ ຫງວຽນວັນເດົ໊າ ເປັນກຽດໄດ້ຮັບລາງວັນ “ຜົນສຳເລັດ ດ້ານການແພດ ຫວຽດນາມ” ຍ້ອນໄດ້ສົ່ງຄືນສຽງເວົ້າ ແລະ ຮອຍຍິ້ມ ໃຫ້ເດັກນ້ອຍກວ່າ 10.000 ຄົນ ທີ່ພິການປາກແວ່ງ-ເພ ດານໂວ່. ພາບ: ໂດຍຜູ້ກ່ຽວສະໜອງໃຫ້
ບົດ: ທົງຫາຍ - ພາບ: ທົງຫາຍ/VNP ແລະ ໂດຍຜູ້ກ່ຽວສະໜອງໃຫ້ - ແປໂດຍ: ບິກລຽນ

Top